Norkhame
ຮ່ວມນາຍົກຕ້ານ ຮ່ວມນາຍົກຕ້ານ
ນາຍົກປະເທດອິນເດຍ ຮຽກຮ້ອງໃຫ້ມີຄວາມສາມັກຄີຮ່ວມກັນຕ້ານໂຄວິດ19. ແປວໄຟຈາກທຽນ ແລະ ໂຄມໄຟແບບດັ້ງເດີມ ກາຍເປັນແສງສະຫວ່າງໃນຕອນກາງຄືນ ເພື່ອເປັນການສະແດງນໍ້າໃຈຮ່ວມກັນ ຕໍ່ສູ້ກັບພະຍາດລະບາດ. ປະຊາຊົນອິນເດຍຫຼາຍລ້ານຄົນໄດ້ປິດໄຟຟ້າ ແລະ ນໍາໃຊ້ໂຄມໄຟ, ທຽນ ແລະ ໄຟສາຍໃນວັນອາທິດຜ່ານມາ ເພື່ອຕອບສະໜອງຕໍ່ການ ຮ້ອງຂໍຂອງນາຍົກລັດຖະມົນຕີ ພາຍໃຕ້ການລົນນະລົງ “ຜ່ານວິກິດໃນຍາມມືຶດມິດ” ໃນຊ່ວງການແຜ່ລະບາດພະຍາດໂຄວິດ.   ນັບແຕ່ມີການສັ່ງ ປິດປະຕູທົ່ວປະເທດເປັນເວລາ 3 ອາທິດນັບແຕ່ວັນທີ... ຮ່ວມນາຍົກຕ້ານ

ນາຍົກປະເທດອິນເດຍ ຮຽກຮ້ອງໃຫ້ມີຄວາມສາມັກຄີຮ່ວມກັນຕ້ານໂຄວິດ19. ແປວໄຟຈາກທຽນ ແລະ ໂຄມໄຟແບບດັ້ງເດີມ ກາຍເປັນແສງສະຫວ່າງໃນຕອນກາງຄືນ ເພື່ອເປັນການສະແດງນໍ້າໃຈຮ່ວມກັນ ຕໍ່ສູ້ກັບພະຍາດລະບາດ.

ປະຊາຊົນອິນເດຍຫຼາຍລ້ານຄົນໄດ້ປິດໄຟຟ້າ ແລະ ນໍາໃຊ້ໂຄມໄຟ, ທຽນ ແລະ ໄຟສາຍໃນວັນອາທິດຜ່ານມາ ເພື່ອຕອບສະໜອງຕໍ່ການ ຮ້ອງຂໍຂອງນາຍົກລັດຖະມົນຕີ ພາຍໃຕ້ການລົນນະລົງ “ຜ່ານວິກິດໃນຍາມມືຶດມິດ” ໃນຊ່ວງການແຜ່ລະບາດພະຍາດໂຄວິດ.  

ນັບແຕ່ມີການສັ່ງ ປິດປະຕູທົ່ວປະເທດເປັນເວລາ 3 ອາທິດນັບແຕ່ວັນທີ 25 ມີນາ, 2020 ໄດ້ຮຽກຮ້ອງໃຫ້ພົນລະເມືອງທຸກຄົນປິດໄຟຟ້າ ເປັນເວລາ 9 ນາທີ ໃນເວລາ 9 ໂມງແລງ ຕາມເວລາທ້ອງຖິ່ນ, ໃນວັນອາທິດ. ໂດຍວາງໂຄມໄຟ ແລະ ທຽນໄຂ ເພື່ອເປັນການສະແດງຄວາມສາມັກຄີ ຮ່ວມກັນຕ້ານພະຍາດໂຄວິດທັງປະເທດ.

ການຮ້ອງຂໍຂອງນາຍົດ ໄດ້ຮັບການຕອບຮັບຢ່າງຫຼວງຫຼາຍ. ມີຫຼາຍຄົນເຮັດໃຫ້ລະບຽງເຕັມໄປດ້ວຍສີສັນ ແສງທຽນ. ບາງຄົນໄດ້ຈູດເຕົາໄຟ, ຫຼີ້ນເຄື່ອງດົນຕີ, ແລະ ຮ້ອງເພັງຮັກຊາດ. ຊາວເມືອງບາງຄົນໄດ້ຫັນໂຄມໄຟໃສ່ໂທລະສັບມືຖືຂອງພວກເຂົາ. ບາງກຸມພາກັນຮ້ອງເພງພື້ນບ້ານຂັບໄລ່ພະຍາໂຄວິດ “ໄປ, ໄປ ໂຄວິດ19” ພວກເຂົາຮ້ອງເພງ, ຕົບມື, ຈູດດອກໄມ້ໄຟນ້ອຍ ທີ່ເຮັດໃຫ້ຄໍ່າຄືນທີ່ງຽບສະຫງົບ ກາບເປັນວັນຄືນທີ່ມີສີສັນ.

ນາຍົກອິເດຍປະທັບໃຈ ແລະ ຂໍສະແດງຄວາມຊົມເຊີຍຕໍ່ແສງສະຫວ່າງຂອງໂຄມໄຟທີ່ນຳເອົາຄວາມເປັນໜຶ່ງດຽວ, ການຮັກສາສຸຂະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ສັງຄົມ. ທ່ານນາຍົກກໍ່ໄດ້ ແບ່ງປັນຮູບພາບຂອງຕົວເອງໃນກິດຈະກຳມອດໄຟຕ້ານໂຄວິດ.

ເຫດການດັ່ງກ່າວ ມັນຮຽກຮ້ອງໃຫ້ຊາວອິນເດຍມີສ່ວນຮ່ວມ ເພື່ອເອົາຊະນະຄວາມມືດແຫ່ງວິກິດ ໂດຍມີການເຜີຍແຜ່ສະກາຍະພາບ ພາບແຫ່ງແສງສະຫວ່າງໃນຍາມມືດມິດ ເປັນແສງນຳ ທາງອອກ. ຂໍ້ດີຄື, ການຊົມໃຊ້ໄຟຟ້າພະລັງງານແຫ່ງຊາດຂອງອິນເດຍຫຼຸດລົງຫຼາຍກ່ວາໄຕມາດດຽວກັນຂອງປີ 2019 ພຽງບໍ່ພໍ ເທົ່າໃດນາທີ.

ມາດຕະການກັກຕົວ ເປັນການສະແດງຄວາມເປັນເອກະພາບ ທີ່ເກີດຂື້ນໃນຂະນະທີ່ຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ ໃນປະເທດອິນເດຍມີເຖິງ 4,000 ຄົນໃນວັນອາທິດ. ໃນຂະນະທີ່ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 109 ຄົນ. ອິນເດຍໄດ້ຢຸດຕິລົດເມຂົນສົ່ງສາທາລະນະ, ປິດຫ້ອງການ ແລະ ຮ້ານຕ່າງໆນອກ ເໜືອຈາກການບໍລິການທີ່ ຈຳເປັນ. ແຕ່ວ່າ ນະໂຍບາຍດັ່ງກ່າວກໍ່ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງໃຫ້ແກ່ແຮງງານອົບພະຍົບໃນຊົນນະບົດ. ເຮັດໃຫ້ພວກເຂົາບໍ່ມີວຽກເຮັດງານທຳ ໂດຍມີຫລາຍຮ້ອຍພັນຄົນພະຍາຍາມກັບໄປບ້ານຂອງພວກເຂົາ. ອີກຫລາຍໆຄົນໄດ້ຖືກກີດຂວາງຈາກການກັບບ້ານ.

ລັດຖະບານອິນເດຍ ໄດ້ຕັ້ງສູນອົບພະຍົບຊົ່ວຄາວ ແລະ ນຳໃຊ້ສູນລ້ຽງເດັກນ້ອຍຫລາຍສິບພັນແຫ່ງເປັນທີ່ພັກໃຫ້ພວກເຂົາ. ເຈົ້າໜ້າທີ່ບາງຄົນໄດ້ເຕືອນວ່າ ການປິດລ້ອມອາດຈະສືບຕໍ່ກາຍ ວັນທີ 14 ເມສາ. ໂດຍສະເພາະໃນບາງສ່ວນຂອງປະເທດອິນເດຍ ບ່ອນທີ່ມີການກວດພົບກໍລະນີໃໝ່.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.