Norkhame
ຢ່າປະປ່ອຍເວລາ
ແຕ່ລະຄົນຕ່າງມີຄວາມຈຳກັດດ້ານເວລາ. ທຸກຄົນມີເວລາ 24 ຊົວໂມງຕໍ່ມື້. ຍ້ອນເວລາມີຈຳກັດ ມັນຈິ່ງເປັນສິ່ງທີ່ ຕ້ອງໄດ້ ຄິດວ່າຈະໃຊ້ເວລາແນວໃດໃຫ້ເປັນປະໂຫຍດທີ່ສຸດ. ສຳນຶກພາບເບິ່ງວ່າ, ຖ້າຫາກທ່ານຈະມີເວລາ ພຽງແຕ່ ເດືອນດຽວ ໃນການດຳລົງຊີວິດ ທ່ານຈະໃຊ້ເວລາແນວໃດ? ອ່ານເພີ່ມ
ເປັນສຸກ ແລ້ວເຮັດວຽກດີຂື້ນ
ຄວາມສຸກ ແລະ ສະມັດຕະພາບການຜະລິດ (ຄວາມສາມາດໃນການເຮັດວຽກ) ມີການພົວພັນກັນໄດ້ແນວໃດ? ຖ້າ ຫາກທ່ານຕ້ອງການຍົກລະດັບຄວາມສາມາດໃນການເຮັດວຽກ, ໃນແຕ່ລະວັນ ຄວນຮັກສາແນວຄວາມຄິດຂອງທ່ານ ໃຫ້ເປັນສຸກ. ອ່ານເພີ່ມ
ເຮັດວຽກຢ່າງກະຕືລືລົ້ນ ຫຼັງຈາກພັກຍາວ
“ການບໍ່ຈົດຈໍ່ກັບເປົ້າໝາຍ ຈະເຮັດໃຫ້ຄົນຂາດແຮງບັນດານໃຈ ໃນການສ້າງສັນວຽກງານດີໆປະຈຳວັນ. ການພັກໄລຍະຍາວ ເປັນໂອກາດເຮັດໃຫ້ຄົນລືມເປົ້າໝາຍການເຮັດວຽກ,​ເປົ້າໝາຍທຸລະກິດ ຫຼື ແຮງບັນດານໃຈ. ຈະເຮັດແນວໃດໃຫ້ ມີຄວາມກະຕືລືລົ້ນເຮັດວຽກ ພາຍຫຼັງການພັກຍາວ” ອ່ານເພີ່ມ
ເຮັດແນວໃດຈິ່ງຈະເປັນເລີດ?
“ຄວາມເປັນເລີດຈະບໍ່ເກີດຂື້ນໄດ້ ຖ້າຫາກຍັງມີຄວາມກັງວົນ ແລະ ຖ້າຫາກຍັງມີຄວາມສັບສົນວຸ້ນວາຍ ໃນຊີວິດການ ເປັນຢູ່. ຄວາມດີເລີດມັນຕິດພັນກັບການສ້າງສິ່ງດີໆ ທີ່ແຕກຕ່າງຂື້ນມາໃນໂລກ ມັນຈະເກີດ ຂື້ນມາບໍ່ໄດ້ຫາກປ່ອຍໃຫ້ອາລົມຮ້າຍມາຄວບຄຸມ” ສະນັ້ນ ຖ້າຫາກທ່ານຕ້ອງການເປັນເລີດ ຄວນຖາມຕົນເອງວ່າ ທ່ານຈະສ້າງຫຍັງທີ່ມີຄວາມແຕກຕ່າງ ໃຫ້ແກ່ຊີວິດ ອື່ນໆໃນສັງຄົມ. ໃຫ້ທ່ານທົບທວນເບິ່ງໜ້າວຽກທີ່ທ່ານກຳລັງເຮັດຢູ່, ເຊິ່ງອາດຈະກຳລັງເປັນການ ສ້າງສິ່ງແຕກຕ່າງຂື້ນມາຢູ່ ແລ້ວ-ແລ້ວທ່ານຈະຫັນກັບເຂົ້າມາຫາຕົວເອງ ເພື່ອເຮັດໜ້າທີ່ວຽກງານນັ້ນໃຫ້ໄດ້ດີ ຄືແນວໃດ? ຫຼື ຄວນພິຈາລະນາ ສ້າງໂຄງການໃດໜຶ່ງຕິດຕາມໄປນຳ ແລະ ໃຊ້ເວລາໃນການເຮັດມັນຂື້ນມາ ພ້ອມໆກັບໜ້າວຽກອື່ນ. ອ່ານເພີ່ມ
ເຮັດວຽກກັບເຈົ້ານາຍ ທີ່ກຳລັງມີອາລົມເສຍ
ພະນັກງານຈະມີວິທີການເຮັດວຽກກັບເຈົ້ານາຍທີ່ກຳລັງມີອາລົມເສຍແນວໄດ້ແນວໃດ? ຫຼາຍໆທ່ານຄິດບໍ່ວ່າ ອາລົມຂອງ ຫົວໜ້ານັ້ນ ມັກແປປວນໄດ້ທຸກຂະນະ. ສະເພາະຕົນເອງເຂົ້າໃຈ ຄວາມຮູ້ສຶກຂອງ ເພີ່ນດີວ່າ ພວກທີ່ເປັນຫົວໜ້າ ຕ່າງກໍ່ ປະເຊີນກັບຫຼາຍໆບັນຫາ ເຊັ່ນ: ຮອດທ້າຍເດືອນ ເພີ່ນກໍ່ຈະກັງວົນວ່າເຮັດແນວ ໃດ ຈະມີເງິນຈ່າຍໃຫ້ແກ່ພະນັກງານ, ຈະ ເຮັດໃຫ້ຍອດຂາຍ ໄດ້ດີກວ່າເດືອນທີ່ຜ່ານມາໄດ້ຈັງໃດ, ຫຼື ຈະເຮັດແນວໃດ ໃຫ້ມີຕົ້ນທຶນການຜະລິດຫຼຸດລົງ, ຫຼື ມີກຳໄລ ຫຼາຍໆ. ນອກນັ້ນ ພວກທີ່ເປັນຫົວໜ້າຍັງອາດເຈັບຫົວກັບພະນັກງານ ທີ່ບໍ່ປະຕິບັດລະບຽບ, ຫຼື ບໍ່ຕັ້ງໃຈເຮັດວຽກສົມກັບ ເງິນເດືອນ ທີ່ ຈ້າງມາຈົນເປັນເຫດໃຫ້ບໍ່ສາມາດສຳເລັດ ວຽກງານ ຫຼືໂຄງ ການຕາມທີ່ໄດ້ວາງແຜນໄວ້……..ຕ່າງໆນາໆ. ການຜິດພາດເຮັດໃຫ້ທຸລະກິດອາດພົບກັບການລົ້ມລະລາຍ. ນາຍບາງຄົນມີຄວາມກົດດັນຫຼາຍ ຈົນກາຍເປັນຄົນປວຍ ທາງຈິດກໍ່ເປັນໄດ້. ອ່ານເພີ່ມ
ການກົດຂີ່ຈິດໃຈ ໃນຫ້ອງການ
ມີໂອກາດເປັນໄປໄດ້ສູງ ວ່າທ່ານອາດຖືກການກົດຂີ່ທາງດ້ານຈິດໃຈ ໃນຫ້ອງການເຮັດວຽກ. ຖ້າຫາກທ່ານ ເຮັດວຽກຮ່ວມກັບຄົນອື່ນ ທ່ານຈະຕ້ອງພົບກັບບັນຫານີ້ ບໍ່ວ່າຫຼາຍກໍ່ໜ້ອຍ ຕະຫຼອດ ໄລຍະການເຮັດວຽກ ຂອງທ່ານ. ອ່ານເພີ່ມ
ໃນຍາມຮູ້ສຶກໂດດດຽວ
ສຳລັບຫຼາຍໆທ່ານການເຮັດທຸລະກິດ ເປັນການເຂົ້າໄປຢູ່ໃນມ່ວນຊົນ ເປັນຈຳນວນຫຼວງຫຼາຍ. ຄວາມຮູ້ສຶກໂດດດ່ຽວ ມັນບໍ່ໄດ້ເກີດຂື້ນກັບ ການໃຊ້ເວລາຢູ່ຄົນດຽວ ແຕ່ມັນເປັນຊ່ວງທີ່ບາງຄັ້ງ ອາດບໍ່ມີໃຜສະໜັບສະໜູນ ຫຼື ເຂົ້າໃຈແນວທາງທຸລະກິດ ທີ່ຕົນເອງຕ້ອງການ ຫຼື ຊອກຫາ ຫົນ ທາງຮ່ວມງານກັນ ໃນວິກິດໃດໆໜຶ່ງ. ອ່ານເພີ່ມ
ຢ່າປ່ອຍໃຫ້ເຫດຮ້າຍ ຢຸດຄວາມຝັນ
ສະຖານະການທີ່ຫຍຸ້ງຍາກ ເປັນເຫດຜົນຫຼັກທີ່ເຮັດໃຫ້ ຄົນຢຸດສ້າງຄວາມຝັນໃຫ້ເປັນຈິງ. ມັນ ເປັນຂໍ້ອ້າງຂອງຄົນຫຼາຍໆຄົນ ທີ່ມັກຕຳນິສະຖານນະການທີ່ບໍ່ດີວ່າ ເປັນສາເຫດ ທີ່ເຮັດໃຫ້ຕົນ ເອງ ບໍ່ສາມາດດຳເນີນງານ ຫຼື ສ້າງສິ່ງໃດໜຶ່ງຂື້ນມາໄດ້ ຫຼື ສານຝັນໃຫ້ເປັນຈິງ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.