Norkhame
ປັບຕາມສະພາບ
ການປັບຕົວ, ກາຍເປັນປັດໃຈສຳຄັນ ໃນການເຮັດວຽກ. ສຳລັບສັງຄົມທີ່ມີຫຼາກຫຼາຍເຊື້ອຊາດ,​ ການຕອບສະໜອງ ແລະ ຕອບຮັບ ບົນໜ້າທີ່ຮັບຜິດຊອບ, ມີຄວາມສຳຄັນ ສຳລັບການພິຈາລະນາຄວາມສຳເລັດ. ມັນຂື້ນຢູ່ກັບຄວາມສາມາດທີ່ຈະຮັບຮອງສະຖານະການອັນບໍ່ຄາດຝັນ ແລ້ວດຳເນີນການຕໍ່ໄປໃຫ້ໄດ້. ອ່ານເພີ່ມ
ຮູ້ຢ່ອນຈິດ
ຄວາມຕືງຄຽດ ເປັນພຶດຕິກໍາທີ່ທໍາລາຍສຸກກະພາບຈິດ, ສຸກກະພາບກາຍ ແລະ ການເຮັດວຽກໄດ້. ສະຖານະການແບບໃດ? ເຫດການແບບໃດ? ບັນຫາປະເພດໃດ? ຫຼືການຕັດສິນໃຈແບບໃດ ທີ່ເຮັດໃຫ້ເກີດຄວາມຄຽດ ຈົນເຖິງຈຸດໜຶ່ງ ແລະ ໃນສະຖານະການໃດ ທີ່ເຈົ້າຮູ້ສຶກວ່າ ມີຄວາມຄຽດຈົນຕ້ອງເພິ່ງຢາ ເພື່ອຫຼຸດຄວາມຄຽດ ຫຼື ເພິ່ງສິ່ງເສບຕິດ. ອ່ານເພີ່ມ
ຄົນຜິດ, ຄົນງາມ
ໃນ​ຄວາມ​ຜິດ​ພາດ​ລ້ວນ​ມີ​ຄວາມ​ງາມ​ໃຫ້​ຄົ້ນ​ຫ​າ. ຊີ​ວິດ​ທີ່​ຫ​ນ້າ​ສຶກ​ສາ​ບໍ່​ແມ່ນ​ຊີ​ວິດ​ທີ່ສົມ​ບູນ​ພ້ອມ​ພຽງ​. ​ແຕ່​ການ​ຮູ້​ຈັກ​ຢູ່​ກັບ​ຄວາມ​ບົກ​ພ່ອງ​ທີ່​ມີ​ ແລະ​ ຮູ້​ຈັກ​ໃຊ້​ສະຕິປັນຍາແກ້ໄຂ ຢ່າງ​ມີ​ສີ​ລະ​ປະ​ຕ່າງ​ຫາກ ​ທີ່​ສ້າງໃຫ້ຊີວິດຫ​ນ້າ​ສົນ​ໃຈ​.​ ​ບໍ່ມີໃຜຈ້າງປີ້ເຂົ້າໄປເບິ່ງໜັງທີ່ບໍ່ມີປັນຫາ. ໃຜລະຈະຢາກເບິ່ງຊີວິດສຸກສະບາຍ? ຊີວິດແນວນັ້ນ, ບໍ່ໄດ້ສ້າງພະເອກ, ນາງເອກ ໃຫ້ກາຍເປັນຄົນໜ້າສົນໃຈ. ອ່ານເພີ່ມ
ອີກມູມຂອງຊີວິດ
ມຸ​ມ​ ແລະ​ ລະ​ບຽງ​ອົງ​ສາ​​ອຽງ​ ຂອງຕຶກ ຊື່ “ປີຊາ ທາວເວີ້ – Pisa Tower” ໃນປະເທດ ອິຕາລີ້, ກາຍເປັນສິ່ງກໍ່ສ້າງ ທີ່ຫຼາຍໆຄົນຢາກເຫັນ. ຊີ​ວິດ​ຂອງ​ເຮົາ​ບໍ່ຍາກ​ເກີນ​ໄປ​ທີ່​ຈະ​ສ້າງ​ມູມມອງ ແລະ ​ລະ​ບຽງ​ທີ່​ດີ​ໃຫ້​ກັບ​ຕົວ​ເອງ. ເຊິ່ງ​ເປັນ​ການ​ປັບ​ອົງ​ສາ​ຂອງ​ຊີ​ວິດ​ຈິດ​ໃຈ​ໃຫ້​ມີ​ຫລຽມ​ ທີ່​ເຮັດໃຫ້​ເບິ່ງຄືວ່າສັບ​ສົນ ອາດ​ເປັນ​ຄວາມ​ອ່ຽງ​ເຊິ່ງ​ອາດ​ເບິ່ງ​ແຕກ​ຕ່າງ​ຈາກວິ​ທີ່​ຄິດ​ທົ່ວ​ໄປ. ​ແຕ່​ກໍ່ເປັນ​ຄວາມ​ອຽງ​ທີ່​ມີ​ຄວາມ​ອີ່ມ​ເອີບ​ໃຈ​ ໃນ​ຄວາມ​ຖືກ​ຕ້ອງ​ແຝງ​ຢູ່​ສະ​ເຫມີ. ອ່ານເພີ່ມ
ຖິ້ມຂີ້ເຫຍືອໃຈ
ເມື່ອຄວາມ​ໃຈ​ເຢັນ​ເຂົ້າ​ໄປ​ແຊກຊ້ອນ​ໃນ​ຈິດ​ໃຈ​ໄດ້​ແລ້ວ, ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນກໍ່​ພ້ອມ ​ທີ່​ຈະ​ເອື້ອ​ເຟື້ອ​ຕໍ່​ທຸກ​ຊີ​ວິດ​ຜ່ານເຂົ້າມາໃນຊີວິດ. ເຮົາກໍ່ຈະໄດ້ສຳພັດຊື່ອມ​ໂຍງ​ຄວາມ​ຮູ້​ສຶກ​ຕ່າງໆ​ຢ່າງ​ເປັນ​ມິດ ​ແລະ ​ພ້ອມ​ຈະ​ເຊີນ​ຊວນ​ສິ່ງ​ຊົ່ວ​ຮ້າຍ​ທີ່​ມີ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ດີ​, ມີ​ມິດ​ຕະ​ພາບມອບ​ໃຫ້ແທນ​ ເຮັດ​ໃຫ້​ສິ່ງ​ດີ​ໄດ້​ມີ​ໂອ​ກາດ​ເຕີບ​ໂຕ​ດ້ວຍ​ຄວາມ​ເອື້ອ​ອາ​ທອນ​ຕໍ່​ກັນ. ອ່ານເພີ່ມ
ທຸກວັນເປັນວັນສຸກ
ສິ່ງ​ຫ​ນຶ່ງ​ທີ່​ຄົນເຮົາ​ຄວນ​ເຝົ້າ​ຖາມ​ມາ​ຕະ​ຫລອດ​ ຕັ້ງ​ແຕ່​ເລີ່ມ​ຈື່​ຄວາມ​ໄດ້​ໃນ​ຊີ​ວິດ​ຂອງ​ແຕ່​ລະ​ຄົນ​ນັ້ນ​ກໍ​ຄື ຄວາມ​ສຸກ​ແລະ​ຄວາມ​ສຳ​ເລັດ. ແຕ່​ຖ້າ​ຖາມ​ເຖິງ​ຊີ​ວິດ​ທີ່​ໃຊ້​ໃນ​ແຕ່​ລະ​ວັນ​ເຮົາ​ສົມ​ຫວັງ​ໄດ້​ຄົບ​ສົມ​ບູນ​ໃນ​ທຸກໆ​ເລື່ອງ​ຫລື​ບໍ່? ອ່ານເພີ່ມ
ວິນາທີແຫ່ງຄວາມສຸກ
ເວ​ລາ​ທີ່​ພັດ​ພາ​ກສິ່ງ​ຕ່າງ​ໆເຂົ້າ​ມາ​ໃນ​ຊີ​ວິດ ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ຕ້ອງກັງ​ວົນ. ເວລາ​ແຫ່ງ​ຄວາມ​ສຸກ​ໃຈ ​ທີ່​ສາ​ມາດ​ຮັບ​ຮູ້​ທຸກ​ລາຍ​ລະ​ອຽດ​ຂອງ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ ເຖິງວ່າ​ສິ່ງ​ທີ່​ເກີດ​ຂຶ້​ນ​ຈະ​ຮ້າຍ​ແຮງ​ບາງ​ຄັ້ງ ​ ແຕ່​ນັ້ນ​ກໍ່ເປັນ​ອີກ​ຊ່ວງເວລາຫ​ນຶ່ງ​ຂອງ​ເວ​ລ​າ​ທີ່​ເຂົ້າ​ມາ​ທົດ​ສອບ​ເພື່ອ​ເຮັດ​ໃຫ້​ເຮົາ ຫ​ນັກ​ແຫ​ນ້ນ​ຫລາຍກວ່າ​ເກົ່າ. ອ່ານເພີ່ມ
ໃຫ້ໄດ້…ແຕ່ຢ່າດົນ
ເຖິງ​ໃຈ​ຈະ​ອ່ອນ​ໄຫວ ແຕ່​ຢ່າ​ໃຫ້​ຄວາມ​ອ່ອນ​ແອ​ນັ້ນ​ຢູ່​ກັບ​ເຮົາ​ດົນ. ​ນ້ຳ​ຕາ​ທີ່​ໄຫລ​ເມື່ອ​ນັ້ນເປັນການເລີ່ມຕົ້ນຂອງ​ການ​ຮຽນ​ຮູ້. ອາດ​ຈະ​ເສຍ​ໃຈ​ໃນ​ບາງ​ຄັ້ງ. ແຕ່​ເຮົາ​ບໍ່​ຄວນ​ຈະ​ໃຫ້​ມັກ​ລັ່ງ​ລິນ​ຢູ່​ຫລາຍ​ວັນ. ອ່ານເພີ່ມ
ເດັກສອນສຸກ
ທ່ານອາດພົບອາຈານສອນຫຼາຍໆປະເພດ.  ອາຈານທົ່ວໆໄປບອກເລົ່າ. ອາຈານດີອະທິບາຍ. ອາຈານເກັ່ງ ສະແດງ ວິທີ. ອາຈານດີເລີດກະຕຸ້ນໃຫ້ເຮັດຕາມ. ຂ້າພະເຈົ້າບໍ່ຄິດວ່າ ເດັກນ້ອຍໆກະສາມາດສອນບົດ ຮຽນ ຄວາມສຸກ ທີ່ຜູ້ ໃຫຍ່ກຳລັງເບິ່ງຂ້າມ. ລອງເບິ່ງທີ່ສາຍຕາເດັກ, ຫາກທ່ານມີລູກຫຼານ, ຫຼື ເດັກຕາມສະຖານທີ່ຕ່າງໆ. ລອງສັງເກດ ເບິ່ງ ຫາກທ່ານບໍ່ເຄີຍ ເຮັດມາກ່ອນ. ແລ້ວຈະພົບເຫັນບາງສິ່ງອັດສະຈັນ. ອ່ານເພີ່ມ
ຄົ້ນຫາຕົນເອງ
ການຮູ້ຈັກຕົ້ນເອງ ຄື ຮູ້​ຈັກ​ວິ​ທີ່​ທີ່​ຈະ​ຮັກ ​ແລະ ​ເຂົ້າ​ໃຈ​ຕົວ​ເອງ, ຮູ້​ຂໍ້​ດີ, ຂໍ້​ດ້ອຍ, ຈຸດ​ຢືນ​ ແລະ​ ຄຸນ​ຄ່າ​ຂອງ​ຕົວ​ເອງ. ລັກສະນະດັ່ງກ່າວ, ບໍ່ໄດ້ເຮັດໃຫ້ຄົນເຮົາກາຍເປັນຄົນທະນົງຕົວ ເມື່ອໃດເຫັນຈຸດດີຂອງຕົນເອງເໜືອຄົນອື່ນໆ. ຮູບແບບການເຂົ້າໃຈຕົນເອງ ເປັນທິດທາງໃຫ້ເຮົາໄດ້ ຮູ້ຈັກເລືອກຄົບຄົນ, ໃຫ້ເວລາ ແລະ ສ້າງສາຍພົວພັນນຳກັນ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.