Norkhame
ເຮັດຈາກລາວ
ໂທລະສັບມືຖື ແລະ Facebook ເປັນຕົວຢ່າງສິນຄ້າ ແລະ ການບໍລິການ ທີ່ເຮັດໃຫ້ຄົນສາມາດເຊື່ອມຕໍ່ກັນໄດ້ງ່າຍຂື້ນ. ທັງຍັງເປັນການແລກ ປ່ຽນຂ່າວສານໃນຍາມທີ່ຕ້ອງການ. ຍັງມີຫຼາຍໆສິນຄ້າ ແລະ ການບໍລິການທີ່ເຮັດໃຫ້ຊີວິດຄົນເຮົາມີຄວາມສະດວກສະບາຍກວ່າແຕ່ເກົ່າ. ອ່ານເພີ່ມ
ຊອກຫາບ້ານ
ຖ້າຫາກຊີວິດຄືການເກີດມາເພື່ອຊົດໃຊ້ກຳເກົ່າແລ້ວ, ຄົນລາວຍຸກກ່ອນໜ້ານີ້ຈະມີກຳຫຼາຍ ກວ່າຄົນລາວໃນປະຈຸບັນ. ເພາະພວກເພີ່ນຕ້ອງຕົກໃນສະພາບທີ່ເຮົາເຫັນຂ່າວນີ້ທຸກໆວັນ ນັບເປັນຮ້ອຍປີ. ຖ້າຫາກບາບກຳມີຂື້ນກັບຄົນທີ່ກະທຳຄວາມຊົ່ວແລ້ວ ບາງຄັ້ງກໍ່ຫາຄຳຕອບ ບໍ່ໄດ້ວ່າ ເປັນຫຍັງເດັກນ້ອຍ ແລະ ຊີວິດອັນບໍລິສຸດຫຼາຍໆຄົນໄດ້ຕົກເປັນເຍື່ອຂອງສົງຄາມ. ອ່ານເພີ່ມ
“ຄູບາ” ນອກເຄື່ອງແບບ
ສົມທຽບກັບຮູບແບບການດຳລົງຊີວິດຕາມຄຳສັ່ງສອນຂອງພະພຸດທະເຈົ້າແລ້ວ, ຖ້າຫາກນຳມາ ໃຊ້ໃນອົງການຈັດຕັ້ງ ໜ້າຈະມີຜົນເຮັດໃຫ້ອົງກອນມີການພັດທະນາໃນທາງທີ່ດີຂື້ນ. ຢ່າງໜຶ່ງ, ການເປັນຊາວພຸດນັ້ນ ບໍ່ພຽງແຕ່ເຂົ້າວັດເພື່ອປະຕິບັດປະເພນີທາງສາດສະໜາ ແຕ່ການເປັນຊາວພຸດທີ່ແທ້ຈິງນັ້ນ ຂື້ນກັບການຮຽນຮູ້ຫຼັກການການານດຳລົງຊີວິດແບບພະພຸດທະເຈົ້າ ນັນກໍ່ຄືການມີສິນ-ທຳ. ອ່ານເພີ່ມ
6,9 ລ້ານຝັນ
ນັບເປັນເວລາຫຼາຍຮ້ອຍປີ, ອິດສະຫຼະພາບເປັນສິ່ງທີ່ຄົນລາວທັງຊາດຕ້ອງການ. ຄົນທີ່ເປັນກຳລັງແຮງຂອງຊາດບໍ່ວ່າຈະເປັນຍິງຫຼືຊາຍ ຕ່າງກໍ່ຕ້ອງໄດ້ອອກໄປສູ່ສະໜາມຮົບ ໂດຍບໍ່ຮູ້ວ່າຈະມີວັນກັບໄດ້ເມື່ອໃດ? ການຕໍ່ສູ້ເສຍສະຫຼະໄດ້ຈາລຶກໄວ້ໃນປະຫວັດສາດ. ອ່ານເພີ່ມ
ສາວລາວຍອມນຸ່ງສີ້ນຂາດ
“ສີ້ນ” ກາຍ​ເປັນ​ປັດ​ໃຈ​ຈຳ​ເປັນ​ ​ແລະ ການສະ​ແດງ​ອອກຂອງ​ແມ່ຍິງ​ລາວ. ຖ້າ​ຈະ​ເວົ້າ​ໃນ​ວົງ​ກວ້າງ, ສີ້ນ​ເປັນ​ສິ່ງ​ສຳຄັນ ສຳລັບ​​​ເອກອ້າງວັດ​ຖະນະ​ທຳ​ລາວ. ດັ່ງນັ້ນ, ​ແມ່ຍິງ​ຈິງ​ການ​ເປັນ​ກຸ່ມ​ຄົນ​ທີ່​ສຳຄັນ​ໃນ​ກາ​ນສ​ະ​ແດງ ​ແລະ ປົກ​ປັກ​ຮັກສາ​ວັດ​ຖະນະ​ທຳ. ອ່ານເພີ່ມ
ເຂົ້າລາວ ຄືໜຶ່ງເອກະລັກຂອງຊາດ
​ຕາມ​ຖະໜົນຫົນທາງ​ທົ່ວ​ທຸກ​ແຂວງ ​ແລະ ​ໃນ​ບາງ​ເຂດ​ຂອງ​ນະຄອນຫຼວງວຽງຈັນ ກໍ່ມັກ​ຈະ​ພົບ​ເຫັນ ທົ່ງ​ນາປູກ​ເຂົ້າ. ຖ້າ​ຈະ​ທຽບຄວາມ​ງາມ​ແລ້ວ ກໍ່ບໍ່ຕ່າງ​ຫຍັງ​ກັບ​ສວນ​ດອກ​ໄມ້ ທີ່​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ແຕ່​ກ້າ​ເຂົ້າ ຈົນ​ຮອດ​ກາຍ​ເປັນ​ຮວງ​ທີ່​ຫອມ​ຫວນ ພ້ອມ​ເກັບ​ກ່ຽວ. ອ່ານເພີ່ມ
ຂ້ອຍ…ຫຼົງຮັກລາວ
ທ່ານຈັກບໍ່ຄວາມຄິດຮອດບ້ານເກີດນັ້ນ ຈັ່ງແມ່ນຫົດຫູ່. ຂ້າພະເຈົ້າມີຄວາມຮູ້ສຶກດັ່ງກ່າວ ຄັ້ງທຳອິດ ຕອນເດີນທາງໄປສຶກສາທີ່ປະເທດ ໂປແລນ. ຈັ່ງແມ່ນຫວ່າງເວ່. ເຖິງຈະໄປກັບເພື່ອນທີ່ດີໆ ອີກ ສິບກວ່າຊີວິດ ແຕ່ຄວາມຮູກສຶກໂດດດ່ຽວປ່ຽວພອຍ ເຮັດໃຫ້ກັ້ນນຳ້ຕາໄວ້ບໍ່ໄດ້ ວັນທີ່ສອງ ໃນເມື່ອ ຕ້ອງຮູ້ວ່າຈະໄດ້ ມາຢູ່ນີ້ຕັ້ງ 6 ປີ. ອ່ານເພີ່ມ
ຮຽນຮູ້ຈາກຜູ້ນຳໃນອະດີດ
ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ ການນຳບັນຈຸ ອົງປະກອບສຳຄັນແນວໃດແດ່? ຈຳເປັນຕ້ອງໄດ້ ວິໃຈເບິ່ງຄົນ ທີ່ມີປະສົບການການ ນຳພາມາກ່ອນ. ເຊິ່ງບັນຈຸທັງກຸ່ມທີ່ສ້າງຕົນເອງຈາກແຕ່ລະຈຸດ ແລະ ຄຸນລັກສະນະພື້ນຖານ ຂອງການນຳທີ່ແຕ່ລະຄົນມີໃນຕົວ. ອ່ານເພີ່ມ
ຄົນສຳຄັນ ກັບທຸລະກິດທາງອິນເຕີເນັດ
ທ່ານອາດຈະເຫັນການປະກົດຕົວຂື້ນຂອງຫຼາຍໆທຸລະກິດຜ່ານທາງອິນເຕີເນັດ. ມີຫຼາຍໆພາກສ່ວນ ໄດ້ໃຫ້ການສະໜັບສະໜູນ ທັງລະ ດັບລັດຖະບານ ແລະ ພາກສ່ວນທຸລະກິດເອງ. ເຊັ່ນການນຳອິນເຕີເນັດຄວາມໄວສູງມາສູ່ປະເທດ ເປີດໄອກາດໃຫ້ການສົ່ງຂ່າວສານໄວ ຂື້ນ. ອ່ານເພີ່ມ
ທິດນີ້ໄປ “ອຸດອນ” ນຳກັນບໍ່?
ຮອດຍາມວັນພັກປະຈຳອາທິດ, ໜ້າຈະເປັນເວລາຊື້ເຄື່ອງເຂົ້າເຮືອນຊານ, ຫຼື ໃຊ້ເວລາໄປກິນເຂົ້ານອກບ້ານ, ປິນປົວ, ເຮັດທຸລະກິດ ແລະ ຊື້ອຸປະກອນຕ່າງໆ ທີ່ສາມາດນຳເຂົ້າມາໄດ້ ໂດຍບໍ່ຕ້ອງເສຍພາສີນຳເຂົ້າ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.