Norkhame
ຄຸນລັກສະນະ ຜູ້ນຳທີ່ດີເລີດ ຄຸນລັກສະນະ ຜູ້ນຳທີ່ດີເລີດ
ມີຄວາມຄິດທີ່ດີ ແລະ ສ້າງທີມເພື່ອມາຮ່ວມຈັດຕັ້ງປະຕິບັດແນວຄວາມຄິດໃຫ້ເປັນຈິງ ເປັນບາດກ້າວທຳອິດ ໃນການ ສ້າງທຸລະກິດໃຫ້ປະສົບຜົນສຳເລັດ.​ ເຖິ່ງວ່າການຄົ້ນຫາແນວຄວາມຄິດໄໝ່ໆ ຈະເປັນສິ່ງທີ່ບໍ່ ເກີດຂື້ນມາໄດ້ງ່າຍໆ. ຄວາມສາມາດ ເຮັດໃນສິ່ງທີ່ຕົນເອງນຶກຝັນກາຍເປັນຄວາມຈິງ ມັນເປັນລັກສະນະ ອັນພົ້ນເດັນຂອງທຸກໆຜູ້ປະກອບ ການ ເຊິ່ງພວກເພີນຈະບໍ່ນັ່ງນອນຝັນຢ່າງດຽວ. ບໍ່ວ່າທ່ານຈະຢູ່ໃນສະຖານນະການໃດ, ອາຍຸຫຼາຍປານໃດ, ຖ້າຫາກທ່ານເລີ້ມສ້າງບາດ ກ້າວທຳອິດໃນ ການສ້າງ ຄວາມຝັນໃຫ້ເປັນຈິງ ມັນເປັນບາດກ້າວທຳອິດໃນການກ້າວ ເຂົ້າໄປສູ່ການເປັນຜູ້ນຳທີ່ຊົງພະລັງ. ໃນກໍລະນີທີ່ງົບ... ຄຸນລັກສະນະ ຜູ້ນຳທີ່ດີເລີດ

ມີຄວາມຄິດທີ່ດີ ແລະ ສ້າງທີມເພື່ອມາຮ່ວມຈັດຕັ້ງປະຕິບັດແນວຄວາມຄິດໃຫ້ເປັນຈິງ ເປັນບາດກ້າວທຳອິດ ໃນການ ສ້າງທຸລະກິດໃຫ້ປະສົບຜົນສຳເລັດ.​ ເຖິ່ງວ່າການຄົ້ນຫາແນວຄວາມຄິດໄໝ່ໆ ຈະເປັນສິ່ງທີ່ບໍ່ ເກີດຂື້ນມາໄດ້ງ່າຍໆ. ຄວາມສາມາດ ເຮັດໃນສິ່ງທີ່ຕົນເອງນຶກຝັນກາຍເປັນຄວາມຈິງ ມັນເປັນລັກສະນະ ອັນພົ້ນເດັນຂອງທຸກໆຜູ້ປະກອບ ການ ເຊິ່ງພວກເພີນຈະບໍ່ນັ່ງນອນຝັນຢ່າງດຽວ. ບໍ່ວ່າທ່ານຈະຢູ່ໃນສະຖານນະການໃດ, ອາຍຸຫຼາຍປານໃດ, ຖ້າຫາກທ່ານເລີ້ມສ້າງບາດ ກ້າວທຳອິດໃນ ການສ້າງ ຄວາມຝັນໃຫ້ເປັນຈິງ ມັນເປັນບາດກ້າວທຳອິດໃນການກ້າວ ເຂົ້າໄປສູ່ການເປັນຜູ້ນຳທີ່ຊົງພະລັງ. ໃນກໍລະນີທີ່ງົບ ປະມານຈຳກັດ, ຄວາມກົດດັນມີສູງ, ແລະ ການເຮັດ ໃຫ້ວິໃສທັດກາຍເປັນຄວາມຈິງ ບໍ່ກາຍເປັນຈິງພາຍໃນພິບຕາ. ທ່ານຈະຕ້ອງ ໄດ້ມີການທຸ້ມເທ ຄວາມຕັ້ງໃຈໃສ່ການເຮັດວຽກຂອງຕົນເອງ ແລະ ນຳພາທຸກຄົນພາຍໃນທີມ. ໃຫ້ທ່ານ ທົບທວນ ທຸກໆຂະນະໃນການເຮັດວຽກ, ຄ່ອຍເປັນຄ່ອຍໄປ, ແລະ ເຕືອນຕົນເອງສະເໜີວ່າ ຕົນເອງເປັນ ຜູ້ນຳປະ ເພດໃດ ແລະ ຕ້ອງການເປັນຜູ້ນຳປະເພດໃດໃນອານາຄົດ.​ ຄຸນລັກສະນະຕໍ່ໄປນີ້ເປັນລັກ ສະນະເດັ່ນ ຂອງການເປັນ ນຳຜູ້ທີ່ມີຫຼາຍຄົນຈົດຈຳ ແລະ ຕົນເອງສາມາດ ພັດທະນາໃຫ້ກາຍເປັນຄົນທີ່ມີລັກສະນະແນວນັ້ນໄດ້.

ຄວາມຊື່ສັດ

ບໍ່ວ່າທ່ານຈະມີຈັນຍາບັນໃນຮູບແບບໃດ, ໃນເວລາທີ່ທ່ານຮັບຜິດຊອບທີມ, ມັນຈຳເປັນຈະຕ້ອງໄດ້ ຍິ່ງມີຈັນຍາບັນ ຫຼາຍຂື້ນກວ່າເກົ່າ. ທຸລະກິດຂອງທ່ານ ແລະ ພະນັກງານ ຕ່າງກໍ່ມີພຶດຕິກຳອັນເປັນຜົນເນື່ອງມາ ຈາກພຶດຕິກຳຂອງ ທ່ານ. ຖ້າຫາກທ່ານຍຶດຖືຈັນຍາບັນ ແລະ ຊື່ສັດ, ພະນັກງານຂອງທ່ານກໍ່ຈະເປັນແນວ ນັ້ນເຊັ່ນດຽວກັນ.

ການສ້າງຈິນຕະນາການ, ແນວທາງ ແລະ ຄວາມເຊື່ອ ຂອງບໍລິສັດໃຫ້ພະນັກງານ ແຕ່ລະຄົນຮັບຊາບ ມັນຈະເປັນ ການສ້າງໃຫ້ພະນັກງານປະຕິບັດຕາມແນວທາງທີ່ທ່ານຕ້ອງການ. ດັ່ງນັ້ນ, ຫຼາຍບໍລິສັດຈິ່ງໄດ້ ສົ່ງເສີມຮູບແບບການ ເຮັດວຽກໃນຫ້ອງການ ແບບສະດວກສະບາຍ, ງ່າຍດາຍ ແລະ ພັກດັນໃຫ້ພະນັກ ງານແຕ່ລະຄົນມີມາດຕະຖານໃນ ການເຮັດວຽກ.

ໂດຍການເນັ້ນຫາຄຸນນະພາບ ແລະ ການສະແດງຕົວເອງຕາມແນວທາງຂອງບໍລິສັດ. ແນ່ນອນ ການພັກ ດັນໃຫ້ເກີດ ມີວັດຖະນະທຳການເຮັດວຽກດັ່ງກ່າວ ໃນບັນດາເພື່ອນມິດຮ່ວມງານ ແລະ ໃຫ້ມີການຊ່ວຍເຫຼືອ ເຊິ່ງກັນແລະ ກັນມັນ ຈະເປັນຫົນທາງເຮັດໃຫ້ຫ້ອງການ ມີການເຮັດວຽກດ້ວຍຄວາມຊື່ສັດ ແລະ ເປັນໜູ່ຄະນະ.

ຄວາມສາມາດໃນການສ້າງທີມງານ

ການສ້າງຍີ່ຫໍ້ສິນຄ້າໃຫ້ອອກມາດີທີ່ສຸດກໍ່ຄືການມີວິໃສທັດໃນການສ້າງ, ຈັດສັນ ແລະ ບໍລິຫານທີມງານ ໃຫ້ມີປະສິດ ທິພາບ.  ແຕ່ຖ້າຫາກທ່ານບໍ່ຮຽນຮູ້ ທີ່ຈະເຊື່ອໜັ້ນທີມງານຂອງທ່ານ ທີ່ຮ່ວມປະຕິບັດວຽກງານ, ທ່ານອາດຈະບໍ່ສາ ມາດກ້າວໄປຫາບາດກ້າວຕໍ່ໄປໄດ້. ຈຳເປັນຕ້ອງໄດ້ຄຳນຶງ ວ່າຄວາມເຊື່ອໜັ້ນທີມ ງານທີ່ກຳລັງປະຕິບັດໜ້າທີ່ຕາມທີ່ ທ່ານວາງໄວ້ນັ້ນ ເປັນການສະແດງຈຸດດີເດັ່ນ. ການຈັດສັນໜ້າທີ່ຮັບຜິດຊອບ ຫາພາກສ່ວນທີ່ມີຄວາມສາມາດທີ່ສຸດ ຈະເຮັດໃຫ້ທຸລະກິດ ຂອງທ່ານມີການຈະເລີນເຕີບໂຕ. ຖ້າ ຫາກທ່ານບໍ່ສາມາດຈັດສັນວຽກງານໄດ້ຖືກຕ້ອງ, ຈະມີ ຫຼາຍໜ້າວຽກສັບສົນເຂົ້າມາ ແລະ ທ່ານຈະຕ້ອງ ໄດ້ເຮັດຫຼາຍໆວຽກ ແລະ ສິ່ງທີ່ຕາມມາຄຸນນະພາບ ຂອງວຽກຈະ ຫຼຸດລົງ.

ສິ່ງສຳຄັນໃນການຈັດສັນທີມງານແມ່ນການ ເບິ່ງຈຸດແຂງຂອງທີມ, ແລະ ຍົກລະດັບຄວາມສາ ມາດຂອງ ທີມງານ. ໃຫ້ທ່ານຊອກຫາ ວ່າໃນແຕ່ລະທີມເຮັດຫຍັງໄດ້ດີ ແລະ ມັກເຮັດທີ່ສຸດ. ແນ່ນອນຖ້າຫາກກຸ່ມມັກ ເຮັດໃນສິ່ງທີ່ທ່ານມອບໝາຍໃຫ້ ບັນດາຄົນງານ ຈະມີຄວາມຕັ້ງໃຈເຮັດ ຢ່າງເຕັມທີ່. ມັນບໍ່ເປັນແຕ່ການສະ ແດງວ່າທ່ານໃຫ້ຄວາມໄວ້ວາງໃຈ ໃນການເຮັດວຽກຂອງບັນດາ ລູກທີມ, ມັນຍັງເປັນການສ້າງຄວາມເຊື່ອ ໜັ້ນໃນຕົວກຸ່ມຄົນ. ສິ່ງສຳຄັນມັນຈະເປັນການຫຼຸດຜ່ອນ ໜ້າວຽກປະຈຳວັນລົງ ຈົນເຮັດໃຫ້ທ່ານມີເວລາໃນ ການເຮັດວຽກທີ່ມີຄວາມສຳຄັນອື່ນໆຕື່ມອີກ. ຜົນໄດ້ຮັບອີກອັນໜຶ່ງກໍ່ຄື ມັນຈະເປັນຜົນສະທ້ອນອັນດີ ຕໍ່ກັບ ປະສິດທິພາບການເຮັດວຽກແກ່ທຸ ລະກິດຂອງທ່ານ.

ການສື່ສານ

ໃນຈິດໃຕ້ສຳນຶກ ຜູ້ນຳຫຼາຍຄົນຮູ້ດີວ່າຕ້ອງການຫຍັງ ຢູ່ແລ້ວ, ແຕ່ຖ້າຫາກທ່ານບໍ່ສາມາດອະທິ ບາຍໃຫ້ຄົນ ອື່ນມີຄວາມເຂົ້າໃຈ ຄືກັນກັບທ່ານແລ້ວ ນັ້ນແຫຼະຄືບັນຫາ. ຖ້າຫາກທ່ານເຄີຍມີປະສົບ ການແນວນັ້ນມາ ກ່ອນ, ທ່ານຈະຕ້ອງໄດ້ໃຊ້ເວລາ ໃນການເຝິກການສື່ສານ ເພື່ອໃຫ້ທ່ານສາມາດ ຖ່າຍທອດແນວຄວາມຄິດ ອອກສູ່ສັງຄົມໄດ້ກ້ວາງຂື້ນ. ຄວາມສາມາດໃນການອະທິບາຍ ຢ່າງລະ ອຽດ ແລະ ຄົບຖ້ວນໃນສິ່ງທີ່ທ່ານ ຢາກໃຫ້ເກີດຂື້ນມາ ມີຄວາມສຳຄັນຫຼາຍ. ຖ້າຫາກທ່ານບໍ່ສາ ມາດສ້າງສາຍພົວພັນລະຫວ່າງການສື່ສານ ວິໃສທັດຫາລູກທີມ, ທ່ານຈະບໍ່ສາມາດເຮັດວຽກເປັນ ທີມພາຍໃຕ້ເປົ້າໝາຍດຽວກັນ.

ການສ້າງສະມາຊິກພາຍໃນທີມໄໝ່ ແລະ ການສ້າງສະພາບແວດລ້ອມການເຮັດວຽກແບບ ສ້າງສັນມັນ ຂື້ນກັບສາຍການສື່ສານທີ່ດີ. ເຊັ່ນ: ນັບແຕ່ການສ້າງນະໂຍບາຍການເປີດໂອກາດ ສົນທະນາພາຍໃນຫ້ອງ ການ, ຫຼື ການສ້າງການສົນທະນາກັບພະນັກງານເປັນປະຈຳ ຈະເຮັດໃຫ້ທ່ານ ພ້ອມທີ່ຈະສົນທະນາບັນ ຫາສຳຄັນໄດ້ທັນກັບເວລາ. ທີມງານຂອງທ່ານຈະມີຄວາມເຊື່ອໜັ້ນ ແລະ ຂື້ນກັບທ່ານ, ແລະ ຈະບໍ່ລັງເລ ໃນການເຮັດວຽກໃຫ້ໜັກຂື້ນ.

ເປັນຄົນຕະຫຼົກ

ຖ້າຫາກເວັບໄຊບໍລິສັດມີບັນຫາ, ຈົນເຮັດໃຫ້ເສຍລູກຄ້າ ຫຼື ບໍ່ມີລາຍໄດ້ເຂົ້າມາ, ທ່ານກໍ່ຄວນນຳພາທີມໂດຍ ປາດສະຈາກການກ່າວຮ້າຍ ບັນຫາທີ່ເກີດຂື້ນ. ຄຸນນະທຳມີສ່ວນປະສົມປະສານ ກັບສະມັດຕະພາບການ ຜະລິດ ແລະ ບໍ່ວ່າແນວໃດກໍ່ຕາມ ໃນການປະຕິບັດງານເປັນທີມ ຫົວໜ້າ ຈະຕ້ອງມີຄວາມສາມາດໃນການ ເບິ່ງໃນຈຸດດີສະເໜີ. ເຊິ່ງມັນຈະເຮັດໃຫ້ທ່ານຍັງສາມາດ ຍີ້ມໄດ້. ພ້ອມດຽວກັນນັ້ນ ທ່ານກໍ່ຕ້ອງພັກດັນໃຫ້ ທີມງານຂອງທ່ານ ມີອາລົມບໍ່ເຄັ່ງຕືງກັບຄວາມຜິດທີ່ທີມ ງານໄດ້ເຮັດຂື້ນມາ ແທນທີ່ຈະເຮັດໃຫ້ພະນັກ ງານຕ້ອງເສຍໃຈຈົນຮ້ອງໃຫ້. ຖ້າຫາກທ່ານ ຍັງສາ ມາດມີເລື່ອງມ່ວນໆມາຊ່ວນຫົວ ແລະ ພັກດັນໃຫ້ພະ ນັກງານເຮັດວຽກຕໍ່ໄປແລ້ວໃນຍາມທີ່ມີປັນຫາ ຈະເປັນການເປີດໂອກາດໃຫ້ພະນັກງານໄດ້ມີແນວຄວາມຄິດ ທຸ້ມເທ ແລະ ຢາກແກ້ໄຂຂໍ້ຜິດ ພາດທີ່ຕົນເອງເຮັດຂື້ນມາ. ຫຼື ທ່ານອາດຈະລົມເລື່ອງສ່ວນຕົວ ເຊັ່ນ: ຈະ ເຮັດຫຍັງໃນວັນພັກທິດນີ້, ຈະເດີນ ທາງໄປໃສ….ແລະ ອື່ນໆ, ແທນທີ່ຈະຮ້າຍດ່າໃນຄວາມຜິດໃຫ້ໜໍ່າໃຈ.

ຄວາມໜັ້ນໃຈ

ອາດຈະມີມື້ໃດໜຶ່ງທີ່ຍີ່ຫໍ້ສິນຄ້າຂອງທ່ານ ບໍ່ເປັນໄປກັບສິ່ງທີ່ວາງແຜນໄວ້. ສິ່ງນີ້ມັນເກີດຂື້ນໄດ້ກັບ ທຸກໆຍີ່ ຫໍ້ສິນຄ້າ ບໍ່ວ່າຈະນ້ອຍ ຫຼື ໃຫຍ່. ແຕ່ສິ່ງສຳຄັນທີ່ສຸດແມ່ນບໍ່ຄວນມີຄວາມກັງວົນ. ວຽກງານໜັກອັນໜຶ່ງ ຂອງການເປັນຜູ້ນຳກໍ່ຄື ການສ້າງແຮງບັນດານໃຈ ແລະ ຮັກສາຄຸນນະທຳ ພາຍ ໃນທີມງານໄວ້. ຈົງຮັກສາ ຄວາມໜັ້ນໃຈໃນລະດັບສູງ, ແລະ ມັນເປັນທຳມະດາທີ່ທຸກໆຄົນຕ້ອງ ມີບັນຫາ ແລະ ສິ່ງທີ່ຕ້ອງໄດ້ເຮັດກໍ່ຄື ການເລັ່ງເປົ້າໄປສູ່ເປົ້າໜາຍທີ່ໃຫຍ່ກວ່າເກົ່າ. ໃນຖານະເປັນ ຜູ້ນຳ ບໍ່ຄວນສະແດງຄວາມກະວົນກະວາຍ ແລະ ມີຄວາມໜັ້ນໃຈ ຈະເຮັດໃຫ້ທີມງານຕ່າງກໍ່ມີ ຄວາມຮູ້ສຶກທຸ່ນທ່ຽງ. ແຕ່ລະຄົນໃນທີມງານຈະສັງ ເກດເຫັນພຶດຕິກຳຂອງທ່ານ, ຖ້າຫາກທ່ານ ບໍ່ສາມາດຄວບຄຸມສະຕິໄດ້ ຄົນພາຍໃນທີມກໍ່ຈະເປັນເຊັ່ນດຽວ ກັນ. ສິ່ງສຳຄັນກໍ່ຄືຕ້ອງໄດ້ເຮັດໃຫ້ ທຸກຄົນສືບຕໍ່ເຮັດວຽກເພື່ອຈຸດປະສົງແລະ ເປົ້າໝາຍ ອັນດຽວກັນ.

ຄວາມມຸ້ງໜັ້ນ

ຖ້າຫາກທ່ານຕ້ອງການໃຫ້ທີມເຮັດວຽກໜັກ ແລະ ມີຄຸນນະພາບ, ທ່ານກໍ່ຕ້ອງເຮັດເປັນຕົວຢ່າງ ໃຫ້ພະນັກ ງານເຫັນ. ບໍ່ມີວິທີ ໃດທີ່ຈະກະຕຸ້ນພະນັກງານດີຫຼາຍກ່ວາການ ມີສ່ວນຮ່ວມຂອງຫົວ ໜ້າກັບພະນັກງານ ຄົນອື່ນໆ ໃນການເຮັດວຽກທຸກໜ້າທີ່ວຽກງານ. ໂດຍການສະແດງຄວາມມຸ້ງ ໜັ້ນໃຫ້ແກ່ຍີ່ຫໍ້ຂອງທ່ານ ການກະທຳດັ່ງກ່າວມັນຈະເປັນທີ່ນັບຖືຂອງ ພະນັກງານຫຼາຍຄົນພາຍ ໃນທີມ ແລະ ຈະເຮັດໃຫ້ພະນັກ ງານເຮັດວຽກຢ່າງໜັກ. ການສະແດງຄວາມມຸ້ງໜັ້ນຄວນມີທັງ ໃນຫ້ອງການ  ແລະ ທັງການໃຫ້ຄຳໜັ້ນ ສັນຍາກັບສິ່ງທີ່ທ່ານໄດ້ກ່າວອອກໄປ. ເຊັ່ນ, ຖ້າຫາກທ່ານ ເວົ້າວ່າຈະຈັດງານສັງສັນໃນວັນອາທິດ ຫຼື ຍາມ ບຸນ ກໍ່ໃຫ້ທ່ານຮັກສາຄຳໜັ້ນສັນຍາ. ເມື່ອໃດທີ່ ທ່ານ ໄດ້ຮັບຄວາມນັບຖືຈາກຄົນພາຍໃນທີມແລ້ວມັນຈະ ເຮັດໃຫ້ພະນັກງານເຮັດ ວຽກຢ່າງຫ້າວ ຫັນ.

ພຶດຕິກຳໃນທາງບວກ

ທ່ານຕ້ອງການເຮັດໃຫ້ພະນັກງານມີຄວາມກະຕືລືລົ້ນຕະຫຼອດ ເພື່ອເຮັດໃຫ້ພະນັກງານສ້າງ ຄວາມສຳ ເລັດ ໃຫ້ແກ່ບໍລິສັດ ແລະ ມີຄວາມຕັ້ງໃຈສູງໃນການເຮັດວຽກ. ການປະຕິບັດກັບພະນັກ ງານໃນເວລານອກ ໂມງ ເຊັ່ນການໃຊ້ເວລາຮ່ວມກັນ ສົນທະນາເວລານອກໂມງ ກິນອາຫານ, ກາເຟ, ຫຼື ໃຫ້ຄຳແນະນຳທົ່ວໆ ໄປ, ຫຼື ສັງສັນເປັນບາງຄັ້ງຄາວໃນຫ້ອງການ. ໃຫ້ທ່ານຄຳນຶງວ່າ ຄົນໃນຫ້ອງການຂອງທ່ານກໍ່ເປັນມະນຸດ. ແຕ່ຕ້ອງຮັກສາຄວາມສົມດູນລະຫວ່າງ ການເຮັດວຽກ ແບບມີປະສິດທິພາບ ແລະ ການບັນເທີງ.

ຖ້າຫາກທີມຂອງທ່ານມີຄວາມສຸກ ມັນເປັນໂອກາດອັນດີວ່າ ພະນັກງານຈະໃຊ້ເວລາເພີ່ມເຕີມໃນການເຮັດ ວຽກໃຫ້ທັນກັບເວລາ ເພື່ອການພັດທະນາຫ້ອງການ ຫຼື ຍີ່ຫໍ້ໃດໜຶ່ງ.

ຄວາມຄິດສ້າງສັນ

ການຕັດສິນໃຈ ຈະບໍ່ມີແຜນປະຕິບັດງານຢ່າງລະອຽດ ຫຼື ຊ່ອງທາງໃນການເຮັດວຽກ ເພື່ອປະຕິບັດຕາມ ການຕັດສິນໃຈ. ດັ່ງນັ້ນ ທ່ານ ອາດຈະຕ້ອງໄດ້ໃຊ້ເວລາ ແລະ ຊອກຫາຫົນທາງເພື່ອປະຕິ ບັດງານຕົວຈິງ. ຈຸດນີ້ເປັນຫົນທາງໃນການນຳໃຊ້ຄວາມຄິດສ້າງສັນ ມັນເປັນໂອກາດພິສູດໃຫ້ຄົນ ອື່ນເຫັນວ່າ ຄວາມຄິດ ສ້າງສັນທີ່ທ່ານມີນັ້ນ ມີຫຼາຍຊຳໃດ. ມັນເປັນໄລຍະເວລາທີ່ສຳຄັນເພາະ ເພື່ອນຮ່ວມທີມຈະຖາມຫາແນວ ທາງໃນການຈັດຕັ້ງປະຕິບັດ ແລະ ທ່ານຕ້ອງມີຄວາມຄິດໃນ ການເຮັດວຽກງານຕົວຈິງຢ່າງວ່ອງໄວ. ໃນຖາ ນະເປັນຫົວໜ້າຄະນະ ຈຳເປັນຕ້ອງໄດ້ຄິດນອກ ກອບ ແລະ ເລືອກເບິ່ງຫຼາຍໆແນວຄິດແບບລອບຄອບ. ທ່ານບໍ່ຄວນເລືອກເຮັດຕາມຄວາມຄິດ ທີ່ເຂົ້າມາໃນສະໜອງ ທ່ານອາດຈະຕ້ອງໄດ້ຄິດຕຶກຕອງ ກ່ອນທີ່ຈະ ແນະນຳເພື່ອນຮ່ວມງານ ແລະ ຊອກຫາເບິ່ງຊ່ອງທາງອື່ນໆກ່ອນການຕັດສິນໃຈ ເພື່ອໃຫ້ແນ່ໃຈວ່າມັນຈະ ສາມາດເດີນຫາເປົ້າໝາຍທີ່ທ່ານຕ້ອງການ.

ຄວາມຮູ້ສຶກພາຍໃນ

ໃນການນຳພາທີມເຮັດກິດຈະກຳ ທ່ານຈະມັກພົບກັບກໍລະນີທີ່ບໍ່ມີຄວາມ ແນ່ໃຈວ່າສິ່ງໃດເປັນສິ່ງ ທີ່ຖືກຕ້ອງ ຫຼື ບໍ່ມີຫົນທາງທີ່ແນ່ນອນເພື່ອພິສູດວ່າຈະອອກມາໃນທາງດີ. ເນື່ອງຈາກວ່າທຸກໆສິ່ງ ມີຄວາມບໍ່ແນ່ນອນ ແລະ ມີຄວາມສ່ຽງໃນການຈັດຕັ້ງປະຕິບັດທັງຍັງບາງຄັ້ງມີຄວາມກົດດັນສູງຫຼາຍ. ສະຖານນະ ການ ດັ່ງກ່າວທ່ານຄວນຝັງເບິ່ງຄວາມຄິດພາຍ ໃນວ່າກຳລັງຕ້ອງການຫຍັງຢູ່. ທ່ານຄວນນຳພາທີມງານໃນ ການເຮັດວຽກປະຈຳວັນດ້ວຍຄວາມອຸດສາຫະ. ແຕ່ຖ້າມີສິ່ງໃດທີ່ບໍ່ຄາດຝັນເກີດຂື້ນແລ້ວ ທ່ານອາດຈະ ລອງວິທີໄໝ່ໆກັບທີມງານ. ທ່ານຕ້ອງໄດ້ເບິ່ງປະສົບການທີ່ ຜ່ານມາວ່າມີຫຍັງທີ່ທ່ານສາມາດຮຽນຮູ້ໄດ້ ຫຼື ທ່ານອາດຈະຖາມຄຳເຫັນຂອງເພື່ອນຮ່ວມງານ ເພື່ອເປັນຂໍ້ມູນໃນການຕັດສິນໃຈ. ແຕ່ໃນທີ່ສຸດແລ້ວການ ຕັດສິນໃຈປະຕິບັດຈະຂື້ນຢູ່ກັບທ່ານ ແລະ ທ່ານຈະຕ້ອງໄດ້ເບິ່ງຄວາມຮູ້ສຶກທາງໃນວ່າຈະນຳໃຊ້ແນວທາງ ໃດໃນການຈັດຕັງປະຕິບັດ. ການຮຽນຮູ້ຈັກເຊື່ອໜັ້ນໃນຕົນເອງ ມັນເປັນບາດກ້າວໃຫ້ຄົນອື່ນໄດ້ເລີ່ມເຊື່ອ ໜັ້ນໃນຕົວຂອງທ່ານ.

ຄວາມສາມາດໃນການກະຕຸ້ນໃຫ້ຄົນເດີນຕາມ

ການສ້າງທຸລະກິດມັກລວມການຄາດຄະເນສິ່ງທີ່ຍັງບໍ່ທັນເກີດຂື້ນສະເໜີ. ໂດຍສະເພາະໃນຕອນຕົ້ນຂອງ ການສ້າງທຸລະກິດ. ດັ່ງນັ້ນ ການກະຕຸ້ນໃຫ້ທີມງານເຫັນວິໃສທັດ ແລະ ຄວາມສຳເລັດ ທີ່ຈະມີມາໃນຂ້າງ ໜ້ານັ້ນມີຄວາມສຳຄັນ. ເຮັດໃຫ້ທີມງານ ຮູ້ສຶກວ່າພະນັກງານຕ້ອງໄດ້ທຸ້ມເທ ເພື່ອເຮັດໃຫ້ບໍລິສັດປະສົບຜົນ ສຳເລັດ. ທ່ານອາດຈະຈັດສັນໜ້າທີ່ວຽກງານ ອອກເປັນສ່ວນ, ສະໜອງລະບົບໂບນັດພິເສດໃຫ້ແກ່ພະນັກງານ, ສ້າງໃຫ້ມີຄວາມກະຕືລືລົ້ນ ກັບການເຮັດວຽກທີ່ ທ່ານກຳລັງນຳພາຢູ່ກາຍເປັນສິ່ງທີ່ສຳຄັນສຳລັບ ໝົດທຸກໆຄົນ. ການເຮັດໃຫ້ທຸກຄົນ ມີຄວາມຕື່ນ ຕົວໃນການເຮັດວຽກມັນເປັນການສ້າງໃຫ້ທີມເນັ້ນຫາ ເປົ້າໝາຍໃນອານາຄົດ ໂດຍເນັ້ນໃຫ້ເຫັນ ວ່າການເຮັດວຽກໃນແຕ່ລະມື້ເປັນສິ່ງບູລິມະສິດ ແກ່ການປະສົບ ຜົນສຳເລັດໃນຕໍ່ໜ້າ. ໃນເວລາທີ່ ທຸກຄົນເລັ່ງເຮັດວຽກງານຢ່າງໜັກ ອາດມີຄວາມເມື່ອຍລ້າ ຈົນເຮັດໃຫ້ຄົນ ອາດເລີ່ມໝົດແຮງ ບັນດານໃຈ, ນັ້ນເປັນຊ່ວງເວລາທີທ່ານອາດຈະຕ້ອງໄດ້ພັກ ແລະ ສະເຫຼີມສະຫຼອງ ຄວາມມີອຸດ ສາຫະຂອງພະນັກງານ. ມັນແມ່ນໜ້າທີ່ຂອງ ທ່ານທີ່ຈະຕ້ອງໄດ້ຮັກສາຄວາມຮູ້ສຶກການເຮັດ ວຽກຂອງຄົນຢູ່ໃນລະດັບສູງ ແລະ ການໃຫ້ລາງວັນແກ່ການເຮັດວຽກໜັກ ຫຼາກຫຼາຍຮູບແບບ ມັນໜ້າທີ່ທີ່ ທ່ານຈະຕ້ອງໄດ້ພິຈາລະນາເຮັດໃນຕົວຈິງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.