Norkhame
ເລືອກເຮັດ ເລືອກເຮັດ
ຈົ່ງປ່ຽນ​ຂໍ້​ອ້າງ​ເປັນ​ຫາ​ວິ​ທີ​ເຮັດວຽກ. ເມື່ອ​ທ່ານ​ປ່ຽນ​ວິ​ທີ​ທີ່​ທ່ານ​ເບິ່ງ ​ສິ່ງ​ອ້ອມ​ຂ້າງ​ສິ່ງ​ເຫລົ່າ​ນັ້ນ​ກໍ​ປ່ຽນ​ໄປ. ການ​ບໍ່​ເລືອກ​ຄື​ທາງ​ເລືອກ​ທີ່​ທ່ານ​ເລືອກ. ທ່ານ​ເລືອກ​ທີ່ຈະ​ບໍ່​ເຮັດ​ຫ​ຍັງ​ໃຫ້​ດີ​ຂຶ້ນບໍ່? ຫຼື ​ທ່ານ​ເລືອກ​ທີ່​ຈະ​ໃຊ້​ຊີ​ວິດ​ໄປ​ເລື່ອຍໆ? ​ທ່ານ​ເລືອກ​ທີ່​ຈະ​ໃຊ້​ຊີ​ວິດ​ແບບ​ນີ້​ຕໍ່​ໄປເປັນຕົ້ນ. ສ້າງ​ຄວາມ​ຫມັ້ນ​ໃຈ​ໂດຍ​ປ່ຽນ “ຂ້ອຍເຮັດບໍ່ໄດ້ ເປັນ ຂ້ອຍເຮັດໄດ້” ທັນ​ທີ​ທີ່​ທ່ານ​ບອກວ່າ​ທ່ານ​ເຮັດ​ໄດ້ ຈິດ​ໃຕ້​ສຳ​ນຶກ​ຂອ​ງ​ເຮົາ​ຈະ​ຫາ​ວິ​ທີ​ທີ່​ເຮັດ​ໃຫ້​ໄດ້. ຂໍ​ແຕ່​ທ່ານ​ຕ້​ອງ​ເຮັດ ​ແລະ ​ເຮັດ​ມັນ​ໃຫ້​ໄດ້ ໂດຍ​ບໍ່​ຕ້ອງ​ກັງວົນ​ກັບ​ຄວາມ​ລົ້ມ​ເຫລວ​ຫລື​ຜິດ​ພາດ. ຈົ່ງ​ບອກ​ຕົວ​ເອງຢູ່​ສະ​ເຫມີ​ວ່າ​ ຢ່າງ​ນ້ອຍກໍ່ໄດ້​ລອງ​ເຮັດ. ການ​ໄດ້​ລອງ​ເທື່ອ​ທີ່​ຫ​ນຶ່ງ​ອາດ​ຈະ​ບໍ່​ສຳ​ເລັດ ​ແຕ່​ຄັ້ງ​ຖັດ​ໄປ​ອາດ​ສຳ​ເລັດ ​ແລະ ​ຕ້ອງ​ສຳ​ເລັດ.... ເລືອກເຮັດ

ຈົ່ງປ່ຽນ​ຂໍ້​ອ້າງ​ເປັນ​ຫາ​ວິ​ທີ​ເຮັດວຽກ. ເມື່ອ​ທ່ານ​ປ່ຽນ​ວິ​ທີ​ທີ່​ທ່ານ​ເບິ່ງ ​ສິ່ງ​ອ້ອມ​ຂ້າງ​ສິ່ງ​ເຫລົ່າ​ນັ້ນ​ກໍ​ປ່ຽນ​ໄປ. ການ​ບໍ່​ເລືອກ​ຄື​ທາງ​ເລືອກ​ທີ່​ທ່ານ​ເລືອກ. ທ່ານ​ເລືອກ​ທີ່ຈະ​ບໍ່​ເຮັດ​ຫ​ຍັງ​ໃຫ້​ດີ​ຂຶ້ນບໍ່? ຫຼື ​ທ່ານ​ເລືອກ​ທີ່​ຈະ​ໃຊ້​ຊີ​ວິດ​ໄປ​ເລື່ອຍໆ? ​ທ່ານ​ເລືອກ​ທີ່​ຈະ​ໃຊ້​ຊີ​ວິດ​ແບບ​ນີ້​ຕໍ່​ໄປເປັນຕົ້ນ.

  1. ສ້າງ​ຄວາມ​ຫມັ້ນ​ໃຈ​ໂດຍ​ປ່ຽນ “ຂ້ອຍເຮັດບໍ່ໄດ້ ເປັນ ຂ້ອຍເຮັດໄດ້”

ທັນ​ທີ​ທີ່​ທ່ານ​ບອກວ່າ​ທ່ານ​ເຮັດ​ໄດ້ ຈິດ​ໃຕ້​ສຳ​ນຶກ​ຂອ​ງ​ເຮົາ​ຈະ​ຫາ​ວິ​ທີ​ທີ່​ເຮັດ​ໃຫ້​ໄດ້. ຂໍ​ແຕ່​ທ່ານ​ຕ້​ອງ​ເຮັດ ​ແລະ ​ເຮັດ​ມັນ​ໃຫ້​ໄດ້ ໂດຍ​ບໍ່​ຕ້ອງ​ກັງວົນ​ກັບ​ຄວາມ​ລົ້ມ​ເຫລວ​ຫລື​ຜິດ​ພາດ. ຈົ່ງ​ບອກ​ຕົວ​ເອງຢູ່​ສະ​ເຫມີ​ວ່າ​ ຢ່າງ​ນ້ອຍກໍ່ໄດ້​ລອງ​ເຮັດ. ການ​ໄດ້​ລອງ​ເທື່ອ​ທີ່​ຫ​ນຶ່ງ​ອາດ​ຈະ​ບໍ່​ສຳ​ເລັດ ​ແຕ່​ຄັ້ງ​ຖັດ​ໄປ​ອາດ​ສຳ​ເລັດ ​ແລະ ​ຕ້ອງ​ສຳ​ເລັດ. ​ຈົ່ງ​ເຊື່ອ​ຫມັ້ນ.

  1. ສ້າງ​ຄວາມ​ສຸກ​ໂດຍ​ປ່ຽນ ດ້ວຍຄຳເວົ້າ “ຈຳໃຈເຮັດ ເປັນ ຂ້ອຍບໍ່ຕ້ອງຝືນ”

ຈື່​ໄວ້​ວ່າ​ທ່ານ​ບໍ່​ຕ້​ອງ​ເຮັດ​ໃນ​ສິ່ງ​ທີ່​ທ່ານ​ບໍ່​ຢາກ​ເຮັດ​ກໍ​ໄດ້. ໂດຍ​ບໍ່​ຕ້ອງ​ຢ້ານ​ວ່າ​ຄົນ​ເຫລົ່າ​ນັ້ນ​ຈະ​ຜິດ​ຫວັງ ​ແລະ​ ເສຍ​ໃຈ. ຄົນ​ທີ່​ຮັກ​ເຮົາ​ຢ່າງ​ແທ້​ຈິງ ບໍ່​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ​ເຂົາ​ກໍ​ຍັງ​ຮັກ​ເຮົາຢູ່​ດີ ແລະ ​ຖ້າ​ທ່ານ​ຍອມ​ທຳ​ຕາມ​ໃຈ​ຄົນ​ອື່ນ​, ຈັກ​ນ້ອຍຈະ​ເຮັດ​ໃຫ້​ທ່ານ​ປ່ວຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ. ຈົ່ງ​ໃຊ້ຊີ​ວິດ​ໃນ​ແບບ​ຂອງ​ທ່ານ ​ບໍ່​ແມ່ນ​ໃນ​ແບບ​ຂອງ​ໃຜ.

  1. ບໍ່​ຢ້ານ​ຫລື​ກັງ​ວົນ ແຕ່​ກ້າ​ຫານ​ພໍ​ທີ່​ຈະ​ເວົ້າ​ໃນ​ສິ່ງ​ທີ່​ຄິ​ດ ໂດຍ​ປ່ຽນ “ຄວາມຢ້ານ ເປັນ ຄວາມກ້າ”

ຫລາຍ​ຄົນ​ຮູ້​ສຶກ​ຕົວ​ເອງ​ບໍ່​ກ້າວ​ຫ​ນ້າ​ເທົ່າທີ່​ຄວນ​. ທັ້ງ​ທີ່​ຕົວ​ເອງ​ມີ​ແນວຄິດ ​ແລະ ​ຄວາມ​ສາ​ມາດ​ຫລາກ​ຫລາຍ. ແຕ່​ເພາະ​ຢ້ານ ​ເລີຍ​ໃຫ້​ຄົນ​ອື່ນ​ເວົ້າ​ໃຫ້​ໃຫ້​ຄົ​ນ​ອື່ນ​ອອກ​ຫ​ນ້າ​ຫລາຍ​ຄົນ​ໂດຍ​ນາຍ​ ຫລື​ ເພື່ອ​ຮ່ວມ​ງານ​ເອົາ​ຜົນງານຈາກ​ວຽກງານ​ຂ​ອງ​ຕົວ​ເອງ ຫລາຍ​ຄົນ​ຍອມ​ໃຫ້​ຄົນ​ອື່ນ​ເລືອກ​ຊີ​ວິດ​ ເຊັ່ນ​ເລື່ອງ​ນ້ອຍ​ທີ່​ສຸດ​ ເມື່ອ​ມີ​ຄົນ​ຖາມ​ວ່າ​ຈະ​ກິນ​​ຫຍັງ​ດີ. ຄົນ​ທີ່​ບໍ່​ກ້າ​ມັກ​ບອກ​ ຫລື​ ຕອບ​ດ້ວຍ​ຄວາມ​ເກງ​ໃຈ​ວ່າ​ກິນ​ຫ​ຍັງ​ກໍ​ໄດ້ ເມື່ອ​ທ່ານ​ປ່ອຍ​ໃຫ້​ຄົນ​ອື່ນ​ເລືອກ​ຄົນ​ເຫລົ່າ​ນັ້ນ​ກໍ​ຈະ​ເລືອກ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຜົນ​ປະ​ໂຫຍດ ​ບໍ່​ແມ່ນ​ທີ່​ເຮົາ​ໄດ້​ຜົນ​ປະ​ໂຫຍດ. ນີ້​ຄື​ຕົວ​ຢ່າງ​ເລື່ອງ​ທີ່​ນ້ອຍ​ທີ່​ສຸດ. ຢາ​ກ​ສະ​ເຫ​ນີ​ຄວາມ​ຄິດ​ຫ​ຍັງ ລອງ​ກ້າ​ທີ່​ຈະ​ເວົ້າ. ທ່ານຈະ​ສ້າງແນວຄວາມຄິດໃຫ່​ມ​ໃຫ້​ຄົນ​ຮອບ​ຂ້າງ​ແນ່ນອນ.

  1. ເລືອກ​ເດີນ​ເສັ້ນ​ທາງ​ໃຫ່​ມ ໂດຍ​ປ່ຽນ​ກິດ​ຈະ​ກຳ​ເກົ່າໆ ​ທີ່​ເຮັດ​ຊ້ຳໆ​ເປັນ ເຮັດ​ເລື່ອງ​ໃຫ່​ມໆ​ທີ່​ບໍ່​ເຄີຍ​ເຮັດ

ທ່ານ​ສາ​ມາດ​ເລືອກ​ທີ່​ຈະ​ກວດ​ສອບ​ຊີ​ວິດ​ຂອງ​ທ່ານ​ວ່າ​ທ່ານ​ຈະ​ມີ​ຊີ​ວິດ​ທີ່​ປ່ວຍ ​ຫລື​ ມີ​ຊີ​ວິດ​ທີ່​ແສນ​ຈະ​ສົດ​ໃສ​ງົດ​ງາມ. ຈົ່ງ​ເລືອກ​ສິ່ງ​ທີ່​ດີກວ່າ​ໃຫ້​ຊີ​ວິດ​ທ່ານ​ຍ່າງ​ທີ່​ຕ່າງ​ໄປ. ມັນ​ອາດ​ບໍ່​ແມ່ນ​ເສັ້ນ​ທາງ​ເດີມໆ​ແບບ​ທີ່​ຄົນ​ໃນ​ສັງ​ຄົ​ມ​ເຮັດ ແຕ່​ຖ້າ​ມັນ​ເປັນ​ທາງ​ແຫ່ງ​ຄວາມ​ສຸກ ຈົ່ງ​ກ້າ​ພໍ​ທີ່​ຈະ​ເດີນ​ສວນ​ທາງ. ທ່ານ​ມີ​ອຳ​ນາດ​ ແລະ​ ສະ​ຫລາດ​ທີ່​ຈະ​ເລືອກ. ທ່ານ​ມີ​ອິດ​ສະ​ຫລະ​ຢ່າງ​ເຕັມ​ທີ່​ໃນ​ການ​ເລືອກ​ຊີ​ວິດ​ຕ່າງ​ໄປ ​ແລະ ​ມັນ​ບໍ່​ແມ່ນ​ເລື່ອງ​ຜິດ.

ໃນທີ່ສຸດ, ຊີວິດເປັນຂອງທ່ານ. ຫາກທາງເລືອກໃນການດຳເນີນຊີວິດ ບໍ່ຂັດກັບສິນທຳ, ຫຼື ບຽດບຽນຊີວິດໃຜ. ທ່ານຕ້ອງເລືອກທາງໆນັ້ນ ເພື່ອຕົວທ່ານເອງ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.