Norkhame
ຊ່ວຍສ້າງຜົນງານ ຊ່ວຍສ້າງຜົນງານ
ປະໂຫຍດຂອງການມອບໝາຍວຽກ ການມອບໝາຍວຽກມີປະໂຫຍດ ແລະ ຂໍ້ດີຫຼາຍຢ່າງ. ການມອບໝາຍວຽກໃຫ້ກັບບຸກຄະລາກອນໃນອົງການ, ຈະເຮັດໃຫ້ເຮົາສາມາດຂະຫຍາຍຂອບເຂດວຽກຈາກສິ່ງທີ່ເຮົາສາມາດເຮັດໄດ້ ໄປເປັນວຽກທີ່ເຮົາສາມາດຄວບຄຸມ ຫຼື ບໍລິຫານຈັດການໄດ້. ນັ້ນໝາຍຄວາມວ່າ ຫົວໜ້າອົງການ ຫຼື ໜ່ວຍງານ ຈະມີເວລາຈົດຈໍ່ຢູ່ກັບໜ້າຜົນວຽກລວມ ແລະ ມີເວລາວາງແຜນຍຸດປະສາດປະຕິບັດງານຫຼາຍຂື້ນ ໃຫ້ມີປະສິດ ທິຜົນຫຼາຍຂຶ້ນ.ສຳລັບພະນັກງານໃໝ່, ການມອບໝາຍວຽກຍັງເຮັດໃຫ້ເຮົາເພີ່ມຄວາມອາດສາມາດຂອງພະນັກງານ ພາຍ ໃນທີມ. ການມອບວຽກ   ເປັນໂອກາດໃຫ້ພະນັກງານ ໄດ້ນຳໃຊ້ຄວາມຮູ້... ຊ່ວຍສ້າງຜົນງານ

ປະໂຫຍດຂອງການມອບໝາຍວຽກ ການມອບໝາຍວຽກມີປະໂຫຍດ ແລະ ຂໍ້ດີຫຼາຍຢ່າງ. ການມອບໝາຍວຽກໃຫ້ກັບບຸກຄະລາກອນໃນອົງການ, ຈະເຮັດໃຫ້ເຮົາສາມາດຂະຫຍາຍຂອບເຂດວຽກຈາກສິ່ງທີ່ເຮົາສາມາດເຮັດໄດ້ ໄປເປັນວຽກທີ່ເຮົາສາມາດຄວບຄຸມ ຫຼື ບໍລິຫານຈັດການໄດ້. ນັ້ນໝາຍຄວາມວ່າ ຫົວໜ້າອົງການ ຫຼື ໜ່ວຍງານ ຈະມີເວລາຈົດຈໍ່ຢູ່ກັບໜ້າຜົນວຽກລວມ ແລະ ມີເວລາວາງແຜນຍຸດປະສາດປະຕິບັດງານຫຼາຍຂື້ນ ໃຫ້ມີປະສິດ ທິຜົນຫຼາຍຂຶ້ນ.ສຳລັບພະນັກງານໃໝ່, ການມອບໝາຍວຽກຍັງເຮັດໃຫ້ເຮົາເພີ່ມຄວາມອາດສາມາດຂອງພະນັກງານ ພາຍ ໃນທີມ. ການມອບວຽກ   ເປັນໂອກາດໃຫ້ພະນັກງານ ໄດ້ນຳໃຊ້ຄວາມຮູ້ ຄວາມສາມາດທີ່ຮຽນມາ ນຳເຂົ້າໃນ ການປະຕິບັດ ງານຕົວຈິງ ຈົນເກີດມີຄວາມຊຳນານງານ ແລະ ຄວາມສາມາດໃນການເຮັດວຽກຫຼາຍຂຶ້ນມາກວ່າເກົ່າ.

ສຳລັບ ຜູ້ຈັດການທີ່ມີຄວາມສາມາດຫຼາຍປານໃດກໍ່ຕາມ, ພວກເຂົາຈະເວລາຈຳກັດ ໃນການເຮັດວຽກ ຫຼາຍໜ້າ ທີ່ທີ່ແຕກຕ່າງກັນໃນແຕ່ລະວັນ. ເວລາກາຍເປັນປັດໃຈກີດຂວງ ຜູ້ຈັດການ ບໍ່ໃຫ້ສາມາດເຮັດທຸກໆຢ່າງ ໄດ້ທັງໝົດ. ເພື່ອໃຫ້ວຽກງານ ສຳເລັດດ້ວຍດີ ແລະ ທັນເວລາ, ຜູ້ຈັດການຕ້ອງມອບໝາຍວຽກ ໃຫ້ແທດເໜາະກົບ ຄົນທີ່ສາມາດເຮັດໄດ້. ນີ້ເອງ, ຄືທີ່ມາຂອງການເຮັດວຽກເປັນທີມ ແລະ ຄວາມສຳເລັດຂອງອົງການ ກໍ່ຄືການດຳເນີນທຸລະກິດ ໃນຍຸກການ ແຂ່ງຂັນສູງຫຼາຍ.

ທ່ານສາມາດຮຽນຮູ້ ການມອບໝາຍວຽກ ແລະ ພັດທະນາທັກສະດັ່ງກ່າວນັ້ນໄດ້. ທັກສະທີ່ຈະມອບ ວຽກໄດ້ດີ, ແມ່ນເລີ່ມຈາກຕົວ ທ່ານ ເອງ. ທ່ານຕ້ອງມີຄວາມສາມາດລະດັບໃດໜຶ່ງ ໃນຂົງເຂດວຽກງານນັ້ນ. ເພື່ອວ່າ ເວລາເພື່ອນຮ່ວມງານນຳວຽກມາສະເໜີ ແລ້ວທ່ານສາມາດຮອງຮັບເອົາ ຫຼື ສະເໜີໃຫ້ມີການຄົ້ນຄິດຄືນ ບາງບັນຫາທີ່ອາດບໍ່ແທດເໜາະ. ໝາຍວ່າ, ຜູ້ຈັດການ ຕ້ອງຮູ້ວຽກວິຊາການພໍສົມຄວນ. ຖ້າບໍ່ແມ່ນວິຊາສະເພາະ ທີ່ຕົນເອງມີປະສົບການ ແລະ ຮຽນມາກ່ອນ, ທ່ານຈະຕ້ອງ ໄດ້ພັດທະນາຄວາມສາມາດດ້ານວິຊາການຂະແໜງ ນັ້ນໆກ່ອນ. ການຝຶກຝົນຢ່າງສະໝໍ່າສະເໝີ ຈະເຮັດໃຫ້ທ່ານຊຳນານງານ ແລະ ສາມາດຊີ້ນຳວຽກງານທີ່ຕົນ ເອງມອບໝາຍເປັນຢ່າງດີ.  ເຊັ່ນດຽວກັບການຂັບລົດ. ເມື່ອທ່ານຂັບທຸກໆວັນ, ຄວາມຊຳນານງານກໍ່ຈະມີມາເອງ.

ສຳລັບທ່ານທີ່ບໍ່ໄດ້ຮັບການເຝິກອົບຮົມ ທັກສະໃນການມອບໝາຍວຽກ, ຫຼັກສູດນີ້ຈະຊ່ວຍໃຫ້ທ່ານມີທັກສະໃນການມອບໝາຍວຽກ ແລະ ເຮັດໃຫ້ທ່ານເຮັດວຽກທີ່ສໍາຄັນໃຫ້ກັບອົງກອນໄດ້ດີຂຶ້ນ. ທີ່ນີ້, ຈະນຳສະ ເໜີທ່ານຫຼາກຫຼາຍທັກ ໃຫ້ທ່ານສາມາດນຳໃຊ້ໃນການມອບໝາຍວຽກໃຫ້ກັບບຸກຄະລາກອນ ໃນແຕ່ລະວັນໄດ້ຢ່າງມີປະສິດທິ ພາບຫຼາຍຂຶ້ນ. ເທັກນິກທີ່ຍົກຂື້ນມາໃນທີ່ນີ້, ເກີດຈາກປະສົບການຕົວຈິງ ໃນການເຮັດວຽກງານ ຫຼັງຈົບການສຶກສາ. ທ່ານສາມາດຜັນຂະຫຍາຍ ແນວຄິດໃນທີ່ນີ້ ໄດ້ຫຼາກຫຼາຍ ໃນຕໍ່ໜ້າ. ຖ້າເຮົາພຽງແຕ່ເຝິກໃຊ້ເທັກນິກເຫຼົ່ານີ້ເປັນປະຈຳ, ໃນເວລາບໍ່ດົນທ່ານກໍ່ຈະມີຂີດຄວາມສາມາດ ໃນການມອບໝາຍວຽກງານໄດ້ດີ ຄືກັບຜູ້ຈັດການລະດັບມືອາຊີບ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.