Norkhame
ສັບສົນກັບຄວາມຮັກ ຫຼື ຄວາມຫຼົງ ສັບສົນກັບຄວາມຮັກ ຫຼື ຄວາມຫຼົງ
ການບໍ່ເຫັນຄວາມສຳຄັນຂອງຕົນເອງກໍ່ເປັນສາເຫດຕົ້ນຕໍຂອງຄວາມຕ້ອງການໃຜຈັກຄົນໜຶ່ງ. ອາດ​ມີຫຼາຍສາ​ເຫດ​ທີ່​ເຮັດ​ໃຫ້​ຄົນ​ບໍ່​ໃຫ້​ຄວາມ​ສຳຄັນ​ແກ່​ຕົນ​ເອງ, ​ເປັນຕົ້ນຄົນ​ທີ່​ຂາດ​ຄວາມ​ອົບ​ອຸ່ນ ຫຼື ບໍ່ມີ​ພໍ່​ແມ່. ຫາກ​ພໍ່​ແມ່​ບໍ່​ໄດ້​ສ້າງ​ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ເຂັ້ມ​ແຂງ​ໃນ​ໄວ​ເດັກ, ​ເຂົາ​ເຈົ້າອາດ​ມີ​ບັນຫາ​ໃນ​ການ​ຮັບ​ບົດບາດ​ການ​ສ້າງ​ຄວາມສຸກ​ແກ່​ຕົນ​ເອງ. ​ແນ່ນອນ​ການ​ບໍ່ມີ​ສັດທາ​ໃນ​ຕົວ​ເອງ​ຈະ​ເຮັດ​ໃຫ້ມີ​ບັນຫາ​ການ​ມັກ ​ແລະ ຍອມຮັບ​ໃນ​ຕົວ​ຕົນ​ຂອງ​ຕົນ​ເອງ. ​ແນ່ນອນ​ໃນ​ຍາມ​ທີ່​ໃຫຍ່​ຂື້ນມາກໍ່ຈະ​ເຮັດ​ໃຫ້​ບໍ່ມີ​ຄວາມໜັ້ນ​ໃຈ​ໃນ​ຕົນ​ເອງ. ​ເມື່ອ​ບໍ່ຈັກ​ຄຸນຄ່າ​ຂອງ​ຕົນ​ເອງ ກໍ່ຈະ​ເຮັດ​ໃຫ້​ບໍ່​ໄດ້​ຮັບ​ຄວາມ​ໃສ່​ໃຈ​ແມ່ນ​ແຕ່​ກະທັ້ງຕົນ​ເອງ ​ແລະ ຮູ້ສຶກ​ຕ້ອງການ​ຫຼາຍຂື້ນ  ​ໂດຍ​ຈະ​ມັກ​ຊອກ​ຫາ​ສາຍ​ພົວພັນ​ຈາກ​ທາງ​ນອກ ​ແລະ ຂົນຂວາຍ​ການ​ໃສ່​ໃຈ​ຂອງ​ຄົນ​ທີ່​ເປັນ​ຄູ່​ຮັກ. ສັບສົນກັບຄວາມຮັກ ຫຼື ຄວາມຫຼົງ

[signinlocker id=”3227″]

ເມື່ອ​ເວົ້າ​ເຖິງ​ຄວາມ​ຫຼົງ ມັກ​ຈະ​ກ່ຽວຂ້ອງ​ກັບ ສາຍ​ພົວພັນຂອງໜຸ່ມສາວ, ​ເຊິ່ງສາຍສຳພັນ​ດັ່ງກ່າວ​ມັກ​ຈະ​ເຫັນ​ຄວາມ​ສຳຄັນ​ຂອງ​ຮ່າງກາຍ​ຫຼາຍກວ່າ​ຈິດ​ໃຈ.

ຄວາມ​ຫຼົງ​ເປັນຄວາມ​ຕ້ອງການ​ທາງ​ເພດ​ຢ່າງ​ຮຸນ​ແຮງ ຫຼື ຮ່າງກາຍ​ເປັນ​ຕົວ​ນຳພາ​ໃຫ້​ເກີດ​ມີ​ຄວາມ​ຮູ້ສຶກ​ຕ້ອງການ​ຂັ້ນສູງ​ສຸດ. ດັ່ງນັ້ນ​ເມື່ອ​ໃດ ຫາກ​ເມື່ອ​ໃດມີ​ສາຍສຳ​ພັນ​ກັບຄົນ​ທີ່​ຕ້ອງການ​ທ່ານ​ທາງ​ດ້ານ​ຮ່າງກາຍ​ແມ່ນ​ຕ້ອງ​ໄດ້​ລະວັງ. ​ເພາະ​ຄວາມ​ຕ້ອງການ​ດັ່ງກ່າວ​ບໍ່​ແມ່ນ​ຄວາມ​ຮັກ, ​ເພາະ​ບໍ່​ໄດ້​ເປັນ​ການ​ເອົາ​ໃຈ​ໃສ່​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ ​ແລະ ​ເມື່ອ​ໃດ​ຫາກ​ທ່ານ​ບໍ່ສາມາດ​ໃຫ້​ຄວາມສຸກ​ທາງ​ກາຍ​ໄດ້, ທ່ານ​ກໍ່ອາດໝົດຄວາມໝາຍ.

​ແນວ​ໃດ​ກໍ່ຕາມ, ຫຼາຍຄົນ​ວ່າ: ຄວາມ​ຫຼົງກໍ່ອາດ​ສາມາດ​ນຳ​ເອົາ​ຄວາມສຸກ​ມາ​ໃຫ້​ຊຳ​ໃດໜຶ່ງ. ຕົວ​ຈິງ​ບໍ່​ເປັນ​ແນວ​ນັ້ນ. ດັ່ງນັ້ນທ່ານ​ຄວນ​ຖາມ​ຕົນ​ເອງ​ອີກ​ວ່າ: ຂ້ອຍ​ຮັກ ຫຼື ຂ້ອຍ​ຫຼົງ ​ໃນ​ຂະນະ​ທີ່​ທ່ານ​ຄົບ​ກັບ​ຄົນໆ​ໃໝ່. ສິ່ງ​ຕໍ່​ໄປ​ນີ້ຈະ​ເປັນ​ການ​ຊີ້​ແຈງ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ລະຫວ່າງ ຄວາມ​ຮັກ ​ແລະ ຫຼົງ.

ຮັກ

ຫຼົງ

ຮັກ​ສ້າງ​ແຮງ​ບັນດານ​ໃຈ ​ແລະ ມີ​ຄວາມ​ຮູ້ສຶກ​ຮ່ວມ​ກັບ​ຄົນ​ອື່ນ

ຄືຄວາມ​ຕ້ອງການ​ທາງ​ເພດ​ທີ່​ຮຸນ​ແຮງ

ຮັກ​ຄື​ຄົນ​ເຈັບ​ ​ແລະ ສາມາດ​ຄອງ​ຄອຍ​ການ​ຮັກສາ​ຈາກ​ພະຍາບານ. ​ເມື່ອ​ຄົນ​ໃດໜຶ່ງຖ້າ​ໄດ້, ນັ້ນໝາຍວ່າ​ຮັກ​ແທ້

ບໍ່ສາມາດ​ຖ້າ​ໄດ້. ມີ​ຄວາມ​ຕ້ອງການ​ຮີບ​ດ່ວນ ​ແລະ ​ເລັ່ງລັດ​ຄ້າຍໆກັບ​ວ່າຄັນ​ບໍ່​ໄດ້​ດຽວນີ້​ແລ້ວ​ແມ່ນ​ຈົບ​ກັນ.

ມັກ​ໃຫ້​ມີ​ການ​ຕັດສິນ​ໃຈ​ທັງ​ສອງ​ຝ່າຍ. ​ເປັນ​ການ​ສ້າງ​ກິດຈະກຳ​ດ້ວຍ​ຄວາມ​ຕັ້ງ​ໃຈ​ແຕ່​ບໍ່ມີ​ຂໍ້​ຜູກ​ມັດ​ໃດໆ.

ເປັນ​ອາລົມ​ຊົວວູບ ​ແລະ ມັກ​ເລັ່ງ​ໃຫ້​ມີ​ການ​ຕັດ​ສີນ​ໃຈ ​ໂດຍ​ສ້າງ​ເງື່ອນ​ໄຂ​ເພື່ອ​ຜູກ​ມັດ. ຄັນ​ບໍ່​ໄດ້​ແລ້ວ​ຈົບ​ກັນ.

ຕ້ອງການ​ໃຫ້​ຄົນ​ຮັກ​ໄດ້​ໃນ​ສິ່ງ​ທີ່​ດີ​ທີ່​ສຸດ

ຕ້ອງການ​ໄດ້​ສິ່ງ​ທີ່​ດີ​ທີ່​ສຸດ​ຈາກ​ຄົນ​ອື່ນ ​ເມື່ອ​ໃຫ້​ສິ່ງ​ໃດ​ໄປ.

ບໍ່ຕ້ອງການ​ຫຍັງ. ບໍ່ມີ​ເງື່ອນ​ໄຂ

ຕ້ອງ​ມີ​ເງື່ອນ​ໄຂ ​ແລະ ສາຍສຳພັນ​ຈະ​ຄົງ​ຢູ່ກໍ່ຕໍ່​ເມື່ອ​ໄດ້​ໃນ​ສິ່ງ​ທີ່​ຕ້ອງການ

ຮຽນຮູ້​ການ​ໄວ້​ໃຈ

ອິດສາ ​ແລະ ສົງ​ໃສ

ໃຫ້​ອິດສະຫຼະ

ຊອກ​ວິທີ​ຄຸ້ມ​ຄອງ ​ແລະ ສ້າງ​ພາບ

ຈະ​ຄອຍ​ປົກ​ປ້ອງ

ມັກ​ໃຊ້​ນ້ຳຕາ​ມາ​ອ້າງຄວາມ​ເສຍ​ໃຈ ​ຫຼື ມັກ​ໃຊ້​ຄວາມ​ຮຸນ​ແຮງ​ແກ້​ໄຂ​ບັນຫາ

ມັກ​ຊອກ​ວິທີ​ໃນ​ການສະ​ແດງ​ໃຫ້​ຄົນ​ອື່ນ​ຊາບ​ຄວາມ​ຮູ້ສຶກ​ພາຍ​ໃນ

ມັກ​ຈະ​ປົກ​ປິດ​ຕົວ​ຕົນ​ທີ່​ແທ້​ຈິງ ​​ໂດຍ​ການທຳທ່າ​ເຮັດ​ດີ​​ໃນ​ສິ່ງ​ທີ່​ຕົ​ນ​ເອງ​ບໍ່​ແມ່ນ ​ແລະ ມີ​ການ​ສ້າງ​ພາບ​ຂີ້ຕົວະ

ການບໍ່ເຫັນຄວາມສຳຄັນຂອງຕົນເອງກໍ່ເປັນສາເຫດຕົ້ນຕໍຂອງຄວາມຕ້ອງການໃຜຈັກຄົນໜຶ່ງ. ອາດ​ມີຫຼາຍສາ​ເຫດ​ທີ່​ເຮັດ​ໃຫ້​ຄົນ​ບໍ່​ໃຫ້​ຄວາມ​ສຳຄັນ​ແກ່​ຕົນ​ເອງ, ​ເປັນຕົ້ນຄົນ​ທີ່​ຂາດ​ຄວາມ​ອົບ​ອຸ່ນ ຫຼື ບໍ່ມີ​ພໍ່​ແມ່. ຫາກ​ພໍ່​ແມ່​ບໍ່​ໄດ້​ສ້າງ​ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ເຂັ້ມ​ແຂງ​ໃນ​ໄວ​ເດັກ, ​ເຂົາ​ເຈົ້າອາດ​ມີ​ບັນຫາ​ໃນ​ການ​ຮັບ​ບົດບາດ​ການ​ສ້າງ​ຄວາມສຸກ​ແກ່​ຕົນ​ເອງ. ​ແນ່ນອນ​ການ​ບໍ່ມີ​ສັດທາ​ໃນ​ຕົວ​ເອງ​ຈະ​ເຮັດ​ໃຫ້ມີ​ບັນຫາ​ການ​ມັກ ​ແລະ ຍອມຮັບ​ໃນ​ຕົວ​ຕົນ​ຂອງ​ຕົນ​ເອງ. ​ແນ່ນອນ​ໃນ​ຍາມ​ທີ່​ໃຫຍ່​ຂື້ນມາກໍ່ຈະ​ເຮັດ​ໃຫ້​ບໍ່ມີ​ຄວາມໜັ້ນ​ໃຈ​ໃນ​ຕົນ​ເອງ. ​ເມື່ອ​ບໍ່ຈັກ​ຄຸນຄ່າ​ຂອງ​ຕົນ​ເອງ ກໍ່ຈະ​ເຮັດ​ໃຫ້​ບໍ່​ໄດ້​ຮັບ​ຄວາມ​ໃສ່​ໃຈ​ແມ່ນ​ແຕ່​ກະທັ້ງຕົນ​ເອງ ​ແລະ ຮູ້ສຶກ​ຕ້ອງການ​ຫຼາຍຂື້ນ  ​ໂດຍ​ຈະ​ມັກ​ຊອກ​ຫາ​ສາຍ​ພົວພັນ​ຈາກ​ທາງ​ນອກ ​ແລະ ຂົນຂວາຍ​ການ​ໃສ່​ໃຈ​ຂອງ​ຄົນ​ທີ່​ເປັນ​ຄູ່​ຮັກ. [/signinlocker]

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.