Norkhame
ໂຄວິດສ້າງມິດ ໂຄວິດສ້າງມິດ
ທີ່ສະຫະລັດອາເມລິກາ, ໄດ້ຊື່ວ່າເປັນແຫຼ່ງທີ່ມີການແພດ ແລະ ຂະແໜງສາທາ ທີ່ກ້າວໜ້າ. ນັກວິທະຍາສາດ ການແພດເປັນທີ່ລື່ຊື່ໃນຫຼາກຫຼາຍຂະແໜງການ. ໂຄວິດ, ເປັນເຄື່ອງພິສູດ ຄວາມສາມາດຂອງນັກ ວິທະຍາ ສາດດັ່ງກ່າວ. ປະຈຸບັນ, ເບິ່ງຄືວ່າສະຖານະການຍັງໜ້າເປັນຫ່ວງ. ທົ່ວໂລກ, ມີຄົນເສຍຊີວິດແລ້ວ 53,000 ຄົນ; 1 ລ້ານຄົນຕິດເຊື້ອ. ທີ່ສະຫະລັດລາຍງານວ່າມີຜູ້ເສຍຊີວິດຫຼາຍກວ່າ 1,100 ຄົນຕໍ່ມື້. ທ່ານ... ໂຄວິດສ້າງມິດ

ທີ່ສະຫະລັດອາເມລິກາ, ໄດ້ຊື່ວ່າເປັນແຫຼ່ງທີ່ມີການແພດ ແລະ ຂະແໜງສາທາ ທີ່ກ້າວໜ້າ. ນັກວິທະຍາສາດ ການແພດເປັນທີ່ລື່ຊື່ໃນຫຼາກຫຼາຍຂະແໜງການ. ໂຄວິດ, ເປັນເຄື່ອງພິສູດ ຄວາມສາມາດຂອງນັກ ວິທະຍາ ສາດດັ່ງກ່າວ. ປະຈຸບັນ, ເບິ່ງຄືວ່າສະຖານະການຍັງໜ້າເປັນຫ່ວງ.

ທົ່ວໂລກ, ມີຄົນເສຍຊີວິດແລ້ວ 53,000 ຄົນ; 1 ລ້ານຄົນຕິດເຊື້ອ. ທີ່ສະຫະລັດລາຍງານວ່າມີຜູ້ເສຍຊີວິດຫຼາຍກວ່າ 1,100 ຄົນຕໍ່ມື້. ທ່ານ ທຼໍາ ນອກຈາກຈະຊ່ວຍບັນເທົາທຸກແກ່ປະຊາຊົນພາຍໃນ, ຍັງໄດ້ຍົກເລີກມາດຕະ ການຂວໍ້າບາແກ່ປະເທດອີຣານ ແລະ ທັງສະເໜີໃຫ້ ການຊ່ວຍເຫຼືອໃນສິ່ງທີ່ອາເມລິກາເຮັດໄດ້. ການຍົກເລີກຂວໍ້າ ບາດແກ່ອີຣານ ເຮັດໃຫ້ ປະເທດສາມາດນຳເຂົ້າພາຫະນະການແພດ ແລະ ການຢາເຂົ້າມາ ບັນເທົາທຸກ. ຄາດວ່າສະຫະລັດ ຈຳເປັນຕ້ອງມີໜ້າກາກປະມານ 300 ລ້ານ ອັນ ສຳລັບພະນັກງານແພດນໍາໃຊ້ປີ່ນປົວ ໃນການຢຸດການແຜ່ລະບາດຂອງໄວຣັດ.

ບັນດາປະເທດທົ່ວໂລກໄດ້ຮ່ວມມືກັນປາບໂຄວິດ. ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດໄດ້ຮັບຮອງເອົາມະຕິຢ່າງເປັນເອກະພາບ ໃນການເພີ່ມທະວີການຮ່ວມມືສາກົນເພື່ອຄວບຄຸມ, ຫຼຸດຜ່ອນ ແລະເອົາຊະນະກັບພະຍາດໂຄວິດ. ເປັນຄົ້ງທຳອິດໃນການລົງປະຊາມະຕິ ທີ່ບໍ່ມີປະເທດໃດຂັດຄ້ານ ການລົງນາມ. ສິ່ງນີ້ຊີ້ໃຫ້ເຫັນ ຄວາມສາມັກຄີຂອງຄົນທົ່ວໂລກ ເພື່ອຕໍ່ສູ້ກັບພະຍາດ ໂຄວິດ. ມະຕິດັ່ງກ່າວໄດ້ຮັບການອະນຸມັດແລະ ມີຜົນບັງຄັບໃຊ້ ໃນຂອບເຂດທົ່ວໂລກ. ມະຕິດັ່ງ ໄດ້ຮັບຮູ້ພະຍາດ COVID-19 ກໍ່ໃຫ້ເກີດ “ຄວາມວຸ້ນວາຍທີ່ຮ້າຍແຮງຕໍ່ສັງຄົມ ແລະ ເສດຖະກິດ, ລວມທັງການທ່ອງທ່ຽວ ແລະ ການຄ້າທົ່ວໂລກ” ມັນມີຜົນກະທົບທີ່ຮ້າຍກາດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ໂດຍສະເພາະຜູ້ທຸກຍາກ.

ຄວາມກັງວົນ ແລະ ມາດຕະການປ້ອງກັນຂອງປະເທດອື່ນໆຍັງຢູ່ໃນຂີດສູງ. ຈີນຍັງເປັນຫ່ວງການຕິດພະຍາດ. ທາງການຈີນແນະນຳນັກການທູດຕ່າງປະເທດໃຫ້ຢຸດເຊົາການມາປັກກິ່ງຊົ່ວຄາວ. ເປັນມາດຕະການປ້ອງກັນບໍ່ໃຫ້ການລະບາດຂອງພະຍາດຄືນໃໝ່. ປະເທດ ຊາອຸດິອາຣະເບຍ ມີການຫ້າມຊຸມນຸມຊົນໃນເຂດສາມເມື່ອງໃຫຍ່. ມີຈຸດປະສົງເພື່ອສະກັດກັ້ນເຊື້ອໄວຣັດດັ່ງກ່າວ. ທີ່ຊາອຸ ໄດ້ບັນທຶກການຕິດເຊື້ອ 1,885 ຄົນ ແລະ ມີຜູ້ເສຍຊີວິດ 21 ຄົນ, ເຊິ່ງຫຼາຍທີ່ສຸດໃນບັນດາສະມາຊິກໃນອ່າວເປີເຊຍ.

ໃນບາງການຄາດການຂອງຊ່ຽວຊານການແພດຈາກປະເທດ ອົດສະຕາລີ ໄດ້ຄາດເດົາວ່າ ການຕິດເຊື້ອທີ່ແທ້ຈິງອາດຈະສູງເຖິງ 10 ລ້ານຄົນ. ພະນັກງານແພດຂອງອົດສະຕາລີກ່າວວ່າ, ການລາຍງານຕົວເລກອາດບໍ່ແມ່ນຕົວຈິງ ຍ້ອນຂາດການກວດຄົນຕິດເຊື້ອ ພາຍໃນບາງປະເທດ. ມີການເດົາຕົວເລກວ່າ: ໃນທົ່ວໂລກ ຕົວເລກທີ່ແທ້ຈິງອາດແມ່ນ 5 ຫຼື 10 ເທົ່າ ຂອງຕົວເລກປະຈຸບັນ.  ອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ບັນດາປະເທດຕ່າງໆ ເພີ່ມທະວີການກວດຄົນຕິດເຊື້ອ ໃຫ້ກ້ວາງຂວາງ..

ໃນແຖບອາຊີ, ເກົາຫລີໃຕ້ກ່າວວ່າຫລາຍກວ່າ 27,000 ຄົນແມ່ນຢູ່ພາຍໃຕ້ການກັກກັນຕົນເອງເປັນເວລາ 14 ວັນ.  ເຈົ້າໜ້າທີ່ຈາກກະຊວງພາຍໃນ ແລະ ຄວາມປອດໄພ ກ່າວໃນວັນສຸກວານນີ້ວ່າ 19,567 ຄົນທີ່ຢູ່ພາຍໃຕ້ການກັກກັນຕົນເອງ ພາຍຫຼັງກັບມາຈາກຕ່າງປະເທດເມື່ອບໍ່ດົນມານີ້. ໃນປັດຈຸບັນມີຫລາຍກວ່າ 10,000 ກໍລະນີທີ່ຖືກຢັ້ງຢືນຢູ່ໃນເກົາຫຼີໃຕ້ໂດຍມີຜູ້ເສຍຊີວິດພຽງ 174 ຄົນ. ປະເພນີທາງສາດສະໜາ ທີ່ປະເທດອິສຣາແອລໄດ້ຖືກຫ້າມປະຕິບັດ. ການຈູບ ແລະ ສຳພັດ ຫີນສັກສິດ ເປັນການຕິດຕໍ່ໂຣກໂຄວິດ. ຕຳຫຼວດອິສຣາແອລໄດ້ສ້າງສິ່ງກີດຂວາງ ເພື່ອບໍ່ໃຫ້ ຊາວຢິວມາເຮັດພິທີທາງສາດສະໜາ. ມີການຄົ້ນພົບວ່າ ເຂດນີ້ ມີອັດຕາການຕິດເຊື້ອສູງຫຼາຍ.

ອົງການອານາໄມໂລກ ຮຽກຮ້ອງໃຫ້ປະເທດຕາເວັນອອກກາງເຄັ່ງຄັດການປາບປາມໂຄວິດ19. ລັດຖະບານຕ່າງໆໃນຕາເວັນອອກກາງ ຕ້ອງໄດ້ປະຕິບັດຢ່າງຮີບດ່ວນເພື່ອຈຳກັດການແຜ່ລະບາດຂອງໂຣກໂຄວິດ ຫຼັງຈາກມີກໍລະນີເພີ່ມຂຶ້ນເກືອບ 60,000 ຄົນ. ເຊິ່ງເກືອບສອງເທົ່າໃນລະດັບຂອງອາທິດກ່ອນໜ້ານີ້. ເຖິງແມ່ນວ່າຢູ່ໃນກຸ່ມປະເທດ ອາຣົບມີລະບົບການຮັກສາພະຍາດທີ່ແຂງແຮງກວ່າເກົ່າ, ຍັງການເພີ່ມຂຶ້ນທີ່ໜ້າເປັນຫ່ວງໃນຈຳນວນກໍລະນີຄົນ ຕິດເຊື້ອ ແລະ ເສຍຊີວິດ. ຈຳນວນກໍລະນີທີ່ເພີ່ມຂື້ນສະແດງໃຫ້ເຫັນວ່າການສົ່ງຕໍ່ແມ່ນເກີດຂື້ນຢ່າງໄວວາໃນລະດັບທ້ອງຖິ່ນ ແລະ ຊຸມຊົນ.

ໃຜໆກະຮູ້ດີວ່າ, ໃນວັນອັນໃກໆນີ້, ໂຄວິດ19 ຈະຈາງຫູາຍໄປ. ມັນອາກພາກຊີວິດຄົນຮັກໄປຫຼາຍ 10 ພັນຄົນມາ ແລ້ວ. ສຳລັບຊີວິດທີ່ຫຼົງເຫຼືອ ກໍ່ຈະປະສົບກັບບັນຫາການດຳລົງຊີວິດທີ່ອາດຝຶດເຄື່ອງ. ທີ່ອາເມລິກາມີຄົນຕົກ ງານນັບ 7 ລ້ານຄົນ ແລະ ທຸລະກິດທົ່ວໂລກກຳລັງລຳບາກ. ບາງຄົນເຖິງກັບລັ່ນອອກປາກວ່າ: ເຂົາຄົງບໍ່ຕາຍຍ້ອນ ໂຄວິດ ແຕ່ແມ່ນຍ້ອນຄວາມອຶດຫີວແທນ. ຊີວິດໃດທີ່ຫຼົງເຫຼືອຢູ່ ໝາຍວ່າທ່ານເຂັ້ມແຂງພໍທີ່ຈະບໍ່ຕົກເປັນເຍື່ອ ຂອງໂຄວິດ ແລະ ທ່ານກໍ່ໜ້າຈະເຂັ້ມແຂງພໍ ໃນການຜ່ານຜ່າທຸກໆອຸປະສັກໃນຕໍ່ໜ້າ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.