Norkhame
ຜູ້ນຳໂລກຄົນໃໝ່ ຜູ້ນຳໂລກຄົນໃໝ່
ຜູ້ນຳຕ້ານໂຄວິດກາຍເປັນຈຸດສຸມຂອງຄົນພາຍໃນປະເທດ ແລະ ສາກົນ. ສົງຄາມແມ່ນການສູນເສຍສັບສິນ ແລະ ຊີວິດ. ໂຄວິດ19 ປຽບສະເໜືອນ ສັດຕູຕົວຮ້າຍກາດ ທີ່ມີສະກາຍຍະພາບ ຮ້າຍແຮງທີ່ເກີດຂື້ນຫຼັງສົ່ງຄວາມໂລກຄັ້ງທີ່ II. ອາດເຮັດໃຫ້ເສດຖະກິດຕົກຕໍ່າ ແລະ ການພັດທະນາສັງຄົມຊັກຊ້າ. ໃນສາຍຕາຂອງປະຊາຊົນ, ເຂົາເຈົ້າກຳລັງເຝົ້າເບິ່ງຜົນງານຂອງການນຳ. ໃນເວທີສາກົນ, ໂຣກລະບາດໂລກ ໂຄວິດ-19 ກຳລັງ ຄັດເລືອກຫາຜູ້ນຳໂລກຄົນໃໝ່. ແມ່ນໃຜຈະເປັນຜູ້ກ້າວຂຶ້ນຕໍແໜ່ງນີ້? ນັບລ້ານໆຄົນຈະມີຊີວິດ... ຜູ້ນຳໂລກຄົນໃໝ່

ຜູ້ນຳຕ້ານໂຄວິດກາຍເປັນຈຸດສຸມຂອງຄົນພາຍໃນປະເທດ ແລະ ສາກົນ. ສົງຄາມແມ່ນການສູນເສຍສັບສິນ ແລະ ຊີວິດ. ໂຄວິດ19 ປຽບສະເໜືອນ ສັດຕູຕົວຮ້າຍກາດ ທີ່ມີສະກາຍຍະພາບ ຮ້າຍແຮງທີ່ເກີດຂື້ນຫຼັງສົ່ງຄວາມໂລກຄັ້ງທີ່ II. ອາດເຮັດໃຫ້ເສດຖະກິດຕົກຕໍ່າ ແລະ ການພັດທະນາສັງຄົມຊັກຊ້າ.

ໃນສາຍຕາຂອງປະຊາຊົນ, ເຂົາເຈົ້າກຳລັງເຝົ້າເບິ່ງຜົນງານຂອງການນຳ. ໃນເວທີສາກົນ, ໂຣກລະບາດໂລກ ໂຄວິດ-19 ກຳລັງ ຄັດເລືອກຫາຜູ້ນຳໂລກຄົນໃໝ່. ແມ່ນໃຜຈະເປັນຜູ້ກ້າວຂຶ້ນຕໍແໜ່ງນີ້? ນັບລ້ານໆຄົນຈະມີຊີວິດ ຫລື ຕາຍແມ່ນຂື້ນກັບການຕັດສິນໃຈຂອງຜູ້ນຳຂອງໂລກໃນວັນຂ້າງໜ້າ. ພະຍາດລະບາດສາກົນ ໂຄວິດ ກຳລັງຂົ່ມຂູ່ຊີວິດ ແລະ ການເປັນຢູ່ທົ່ວໂລກ. ເວລາພຽງແຕ່ສາມເດືອນ, ປະຊາຊົນຫຼາຍກວ່າ ໜຶ່ງລ້ານຄົນໃນ 180 ປະເທດໄດ້ລົ້ມປ່ວຍຍ້ອນພະຍາດໄວຣັດ. ຢ່າງໜ້ອຍ 50,000 ຄົນໄດ້ເສຍຊີວິດ. ອົງການສະຫະປະຊາຊາດ ກຳລັງຮຽກວ່າ “ວິກິດທີ່ທ້າທາຍທີ່ສຸດ” ຂອງໂລກນັບຕັ້ງແຕ່ສົງຄາມໂລກຄັ້ງທີ II.

ທົ່ວໂລກ, ນຳໃຊ້ມາດຕະການການກັກຕົວປະຊາກອນ ເພື່ອນແນ່ໃສ່ການຢຸດການແຜ່ລະບາດຂອງໄວຣັດ. ມັນໄດ້ພາກຊີວິດ ແລະ ກິດຈະກຳທາງເສດຖະກິດໄປສູ່ຈຸດຕໍ່າທີ່ສຸດໃນຫຼາຍທົດສັດຕະຫວັດ. ໂຮງໝໍ ມີຄົນເຈັບປ່ວຍ ແລະ ເສຍຊີວິດ, ໃນຂະນະທີ່ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດຢູ່ທົ່ວທຸກແຫ່ງ ກຳລັງປະເຊີນກັບບັນຫາການຂາດແຄນອາຫານ ແລະ ຄວາມອຶດຫິວຢ່າງຮ້າຍແຮງ. ເຮັດໃຫ້ໂລກມີຄວາມສ່ຽງ ດ້ານຄວາມສະຫງົບ ແລະສະຖຽນລະພາບໃນໂລກ. ເລຂາທິການໃຫຍ່ສະຫະປະຊາຊາດທ່ານ ອັນໂຕນີໂອ ໄດ້ອອກຄຳຮຽກຮ້ອງໃຫ້ມີມາດຕະການ ຢ່າງຮີບດ່ວນ ທັງຮຽກຮ້ອງໃຫ້ນັກການເມືອງ “ລືມເກມການເມືອງ” ແລະ ມາເຕົ້າໂຮມກັນເພື່ອ “ການຕອບໂຕ້ທີ່ເຂັ້ມແຂງ ແລະ ມີປະສິດທິຜົນ ໃນການຕ້ານໂຄວິດ. ໂລກກຳລັງປະເຊີນກັບການທົດສອບທີ່ບໍ່ເຄີຍມີມາກ່ອນ” ບໍ່ວ່າລ້ານໆຄົນຈະມີຊີວິດຫລືຕາຍ ແມ່ນຂື້ນກັບການຕັດສິນໃຈຂອງຜູ້ນຳຂອງໂລກໃນວັນນີ້ ແລະ ອາທິດທີ່ຈະມາເຖິງ.

ນັກວິເຄາະຫຼາຍໆດ້ານ ຍັງມີແມ່ນມີຄວາມວິຕົກກັງວົນ ໃນການແກ້ໃຂບັນຫາຮ່ວມກັນ. ຖ້າຊັກຊ້າ, ໂລກຈະຕ້ອງ ສູນເສຍຫຼາຍ. ຍ້ອນລະດັບຄວາມສາມາດ ແລະ ປະສິດທິຜົນໃນການປະສານຂອງແຕ່ລະປະເທດແຕກຕ່າງກັນ. ໃນບາງປະເທດ, ຄຳຕອບຈາກຫົວໜ້າລັດຖະບານຊັກຊ້າ ແລະ ມີການປະຕິເສດຈາກຝ່າຍຄ້ານ, ຍ້ອນຜົນປະໂຫຍດສ່ວນຕົວ ແລະ ຄວາມຢ້ານກົວທີ່ຈະເຮັດໃຫ້ເສດຖະກິດຕົກເຮ່ຍເສຍຫາຍ. ຊໍ້າບໍ່ໜໍາ, ລະດັບຄວາມສາມາດທາງການແພດໃນຫຼາຍໆປະເທດ ເປັນຕົ້ນປະເທດດ້ອຍພັດທະນາ ທີ່ກວມເອົາ 1/3 ຂອງໂລກ ມີຄວາມໜ້າເປັນຫ່ວງ. ອົງການສາກົນ ໄດ້ລະດົມທຶນ ແກ່ບັນດາປະເທດທີ່ຂາດເຂີນ. ໄດ້ມີການແຜ່ລະບາດໃນອາດີດມາກ່ອນ ຂອງປະເທດສະເປນ ໄດ້ຂ້າຄົນເປັນ ຈຳນວນຫຼາຍເຖິງ 100 ລ້ານຄົນໃນປີ 1918. ໂຄວິດ19 ຖ້າບໍ່ມີການຄຸ້ມຄອງມາດຕະການທີ່ດີ, ມີຄວາມເປັນໄປໄດ້ທີ່ເຮັດໃຫ້ຊີວິດສູນເສຍແບບທີ່ບໍ່ຄາດ ຝັນ.

ຢູ່ພາຍໃຕ້ອຳນາດຂອງ ທ່ານ ສີ ຈີ້ນພີງ, ບ່ອນທີ່ມີການກວດພົບພະຍາດດັ່ງກ່າວເປັນຄັ້ງທຳອິດໃນທ້າຍເດືອນ ທັນວາ, 2020; ປະຈຸບັນໄດ້ມີໄຊຊະນະເໜືອໂຄວິດ ແລະ ກໍາລັງນພາປະຊາຊົນ ບໍ່ໃຫ້ຕົກເປັນເຍື່ອຮອບສອງ. ປະເທດຈີນ ສ້າງສະຖິຕິ ຜູ້ຕິດເຊື້ອ 84 ພັນກວ່າຄົນ ແລະ 3 ພັນກວ່າຄົນເສຍຊີວິດ. ໃນເດືອນ ກຸມພາ, 2020 ເປັນ ຕົວເລກທີ່ສູງທີ່ສຸດໃນໂລກ. ປະຈຸບັນ ສະຫະລັດ ອາເມລິກາ ມີທ່າວ່າຈະຄອງສະຖິຕິສູງທີ່ສຸດ, ຕາມມາດ້ວຍ ອິຕາລີ, ສະເປນ, ອັງກິດ, ຝຣັງ ແລະ ອີຣານ.

ໃນຕອນຕົ້ນ, ປະທານາທິບໍດີ ໂດນັນ ທຣຳ ກ່າວເຖິງຄວາມຮ້າຍແຮງຂອງໄພຄຸກຄາມ ແຕ່ກະມີຄວາມເຊື່ອໜັ້ນທີ່ ຈະກຳຈັດເຊື້ອໄວຣັດ ໃຫ້ຫາຍໄປພາຍໃນພິບຕາ. ມັນເປັນການປະຕິເສດຄວາມກັງວົນທີ່ເພີ່ມຂື້ນກ່ຽວກັບພະຍາດດັ່ງກ່າວວ່າມາຫຼາຍອາທິດ. ບໍ່ພໍທໍ່ໃດ, ຄຳເວົ້າດ້ານບວກ ບໍ່ໄດ້ກາຍເປັນຄືຄຳເວົ້າ.ໃນອາທິດທີ່ຜ່ານມາ ມີປະຊາຊົນຕິດເຊື້ອ ເພີ່ມຂຶ້ນ ແລະ ມີການຄາດເດົາວ່າ ປະມານ 200,000 ຄົນສາມາດເສຍຊີວິດໃນສະຫະລັດ ຖ້າບໍ່ມີຄວາມພະຍາຍາມປາບປາມ.

ໃນບາງປະເທດ, ການນຳຍັງຖືໂຄວິດ19 ບໍ່ເປັນພະຍາດໜ້າຢ້ານກົວ. ເປັນຕົ້ນ ໃນປະເທດບຣາຊິນ, ປະທານາທິບໍດີ ຖືພະຍາດດັ່ງກ່າວວ່າເປັນ “ຈິນຕະນາການຄວາມກັງວົນ ແລະ ເປັນໄຂ້ຫວັດໃຫຍ່ທົ່ວໆໄປ”. ລາວໄດ້ປະຕິເສດຄຳແນະນຳຂອງເຈົ້າໜ້າທີ່ສາທາລະນະສຸກ ຂອງປະເທດ ທີ່ແນະນຳໃຫ້ໃຊ້ມາດຕະການ ການຫລີກລ້ຽງການຕິດຕໍ່ທາງສັງຄົມ. ຊໍ້າບໍ່ໜໍໍາ ຍັງມີການປະຊາສຳພັນຫາສຽງ ໂດຍການເດີນທາງໄປຕາມຖະໜົນ ຫົນທາງໃນນະຄອນຫຼວງ ປະເທດບຼາຊີວ ເພື່ອການໂຄສະນາຫາສຽງ ໃຫ້ພັກການເມື່ອງ.

ໃນຂະນະດຽວກັນ, ປະທານາທິບໍດີເມັກຊິໂກທ່ານ ຍັງສືບຕໍ່ຈັດການຊຸມນຸມທາງການເມືອງໃນທ້າຍເດືອນມີນາ, ທັງຍັງມີການທັກທາຍດ້ວຍການຈັບມື ແລະ ກອດຈູບ ຜູ້ສະໜັບສະໜູນ ທາງການເມື່ອງ. ທັງຮຽກຮ້ອງໃຫ້ຊາວເມັກຊິໂກ “ຊີວິດເປັນປົກກະຕິ”. ເຖິງແມ່ນວ່າ ລັດຖະມົນຕີກະຊວງສາທາລະນະສຸກຂອງລາວໄດ້ຮຽກຮ້ອງໃຫ້ພົນລະເມືອງຢູ່ເຮືອນເພື່ອຕ້ານການຕິດເຊື້ອໄວຣັດດັ່ງກ່າວ. ການກະທຳດັ່ງກ່າວ, ໃນສາຍຕາຂອງນັກວິທະຍາສາດ ສາກົນມັນເປັນຫລີກລ້ຽງ ສະພາບຕົວຈິງ ແລະ ສະແດງ ທັດສະນະຄະຕິຂອງພວກເຂົາເອງ. ທາງສັງຄົມພາຍໃນ ກໍ່ໄດ້ມີການວິພາກວິຈານຢ່າງກວ້າງຂວາງ.

ໂດຍລວມ, ບັນດາການນຳລັດຖະບານ ທີ່ບໍ່ຍອມປະຕິບັດມາດຕະການສະກັດກັ້ນ ເປັນເພາະຍ້ອນຫ່ວງເລື່ອງ ເສດຖະກິດ. ຈິ່ງເຮັດໃຫ້ພະຍາຍາມບຶດເບືອນສຽງຈາກສາກົນທີ່ເປັນຄວາມຈິງ. ການປະຕິເສດຄວາມຈິງ ແລະ ມີການປະຕິບັດມາດຕະການທີ່ຊັກຊ້າ ຈະເຮັດໃຫ້ປະເທດເຫຼົ່ານີ້ເຈັບປວດ. ຈະມີຂໍ້ ຈຳກັດ ເພື່ອສະກັດກັ້ນການລະບາດ. ການປະຕິເສດຂອງການນຳດັ່ງກ່າວໃນປີ 1918, ນັ້ນແມ່ນເຫດຜົນທີ່ວ່າມີການສູນເສຍຂອງຄົນນັບ 100 ລ້ານ ແລະ ມີຄົນຕິດເຊື້ອ ເຖິງ 500 ລ້ານຄົນ. ຍ້ອນມີຜູ້ນຳບາງຄົນທີ່ເຮັດແບບນັ້ນ.

ໃນວັນທີ 11 ເດືອນມີນາ, 2020 ພະຍາດຕິດເຊື້ອໄດ້ແຜ່ລາມໄປໃນອີຕາລີ. ທີ່ເຢຍລະມັນ ທ່ານນາງ ອັງເຈລ້າ ກ່າວວ່າປະຊາກອນປະມານ 70 ເປີເຊັນຂອງປະເທດ ອາດສ່ຽງຈະຕິດເຊື້ອໄວຣັດດັ່ງກ່າວ. ໜຶ່ງອາທິດຕໍ່ມາ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ຊາວເຢຍລະມັນ ເຄົາລົບຂໍ້ຈຳກັດທີ່ເຄັ່ງຄັດໃນການເຄື່ອນໄຫວ ແລະ ຢຸດການຕິດຕໍ່ທາງສັງຄົມ. ນາງກ່າວວ່າ “ສະຖານະການແມ່ນຮ້າຍແຮງ; ພວກເຮົາຕ້ອງເອົາໃຈໃສ່ມັນຢ່າງຈິງຈັງ ເພື່ອຜ່ານຜ່າ ສະພາບຮ້າຍແຮງຊົ່ວຄາວນີ້”. ຄາດວ່າມີຄົນຕິດເຊື້ອຫຼາຍກວ່າ 80,000 ຄົນ – ມັນມີອັດຕາການເສຍຊີວິດທີ່ຕໍ່າຫຼາຍທີ່ສຸດ.

ໃນປະເທດສິງກະໂປ, ນາຍົກລັດຖະມົນຕີ ຍັງເປັນຜູ້ມີໄຊຊະນະໃນການດຳເນີນການທົດລອງ ແລະ ຕິດຕາມການເຄື່ອນໄຫວ. ຜົນນະໂຍບາຍ ເຮັດໃຫ້ຈຳນວນຜູ້ຕິດເຊື້ອໃນປະເທດຍັງຕໍ່າ – ປະມານ 1,000 ກໍລະນີ ນັບຕັ້ງແຕ່ເລີ່ມຕົ້ນການລະບາດ. ກ່າວວ່າຄວາມໂປ່ງໃສ ແລະ ຄວາມໄວ້ເນື້ອເຊື່ອໃຈ ຂອງລັດຖະບານທີ່ມີຕໍ່ປະຊາຊົນແມ່ນກຸນແຈສຳຄັນໃນການ ຕໍ່ສູ້ຂອງປະເທດຕ້ານໂຄວິດ19. ທີ່ສິງກະໂປ, ລັດຖະບານເນັ້ນຄວາມໂປ່ງໃສ – ຖ້າມີຂ່າວບໍ່ດີ, ທາງການກໍ່ຈະບອກປະຊາຊົນ. ຖ້າມີບາງສິ່ງທີ່ຕ້ອງເຮັດ, ພວກເຮົາກໍ່ຈະບອກປະຊາຊົນໃຫ້ປະຕິບັດ. ຍ້ອນປະຊາຊົນໄວ້ວາງໃຈ, ຈິ່ງເຮັດໃຫ້ມາດຕະການທີ່ຖືກຕ້ອງຖືປະຕິບັດ, ມັນກໍ່ຈະເປັນການຍາກທີ່ໂຄວິດຈະມີໂຊເໜືອສິງກະໂປ” ປະທານາທິບໍດີເກົາຫຼີໃຕ້, ນາຍົກລັດຖະມົນຕີນິວຊີແລນ ແລະ ປະທານາທິບໍດີ ເອວຊາວາດໍ ຍັງໄດ້ຮັບການຍ້ອງຍໍຊົມເຊີຍຕໍ່ການກະທຳທີ່ມີຄວາມຕັດສິນໃຈສູງ ແລະ ໂປ່ງໃສຄ້າຍຄືກັນ.

ນັກສັງເກດການຍັງມີຄວາມວິຕົກກັງວົນ ການຍາດອຳນາດລະຫວ່າງບັນດາປະເທດມະຫາອຳນາດໂລກ, ໂດຍສະເພາະລະຫວ່າງສະຫະລັດ ແລະ ຈີນ. ສາຍພົວພັນອາເມລິກາ – ຈີນທີ່ຊຸດໂຊມລົງ ກ່ອນໜ້ານີ້ ເປັນຕົ້ນສົງ ຄາມການຄ້າ ເຮັດໃຫ້ເກີດມີຄຳຖາມວ່າ ທັງສອງປະເທດມະຫາອຳນາດ ຈະສາມາດຮ່ວມກັນ ຜ່ານວິກິດນີ້ ໄດ້ດີຊໍາໃດ?

ໃນທຸກໆວິກິດ, ສະຫະລັດ ຈະມີບົດບາດໃນການແກ້ໄຂ. ເຊັ່ນ: ວິກິດການອີໂບລາປີ 2014 ຫລື ວິກິດການທາງດ້ານການເງິນໃນປີ 2008, ສະຫະລັດແມ່ນປະເທດ ໜຶ່ງເປັນຕົວຕັ້ງຕົວຕີ ຈັດແຈງການແກ້ໄຂ. ແຕ່ວ່າວັນເວລາດັ່ງກ່າວໄດ້ສິ້ນສຸດລົງແລ້ວ. ລັດຖະບານ ສະຫະລັດໃນປະຈຸບັນ ໄດ້ມີຄວາມຊັກຊ້າທີ່ສຸດໃນ ນຳໃຊ້ມາດຕະການ ສະກັດກັ້ນ ແລະ ການແກ້ໄຂຄົນຕິດເຊື້ອ. ມັນຊ້າຫຼາຍກວ່າປະເທດອື່ນໆ. ສິ່ງດັ່ງກ່າວອາດຈະເປັນອັນຕະລາຍ ແລະ ເຮັດໃຫ້ກາຍເປັນປະເທດທີ່ມີຄວາມສ່ຽງຕິດໂຄວິດ ຫຼາຍທີ່ສຸດໃນໂລກ.ສະຫະລັດຍັງຕ້ອງ ປະເຊີນໜ້າກັບ ການຈັດຊື້ ແລະ ແຈກຢາຍອຸປະກອນການແພດ. ການທົດສອບວັກຊີນຕ້ານແລະ ການນໍາໃຊ້ມາດຕະການອອກ ໃກທີ່ຊຸມຊົນ.

ໂຄວິດ19 ເຮັດໃຫ້ ສະຫະລັດອາເມລິກາ ຈາກທີ່ໆມີໝໍ ແລະ ການພັດທະນາທີ່ກ້າວໜ້າທີ່ສຸດແຫ່ງໜຶ່ງຂອງໂລກ ຕ້ອງມາເປັນປະເທດຮັບການຊ່ວຍເຫຼືອຈາກປະເທດພັນທະມິດ. ຈີນ, ຣັດເຊຍ ແລະ ບັນປະເທດຄູ່ຄ້າ ຕ່າງພາ ກັນສະໜອງໜ້າກາກ ແລະ ອຸປະກອນການແພດຈຳເປັນເພື່ອຊ່ວຍເຫຼືອດ້ານມະນຸດສະທຳ. ການຮັບການຊ່ວຍ ເຫຼືອດັ່ງກ່າວ ຄົງບໍ່ສາມາດຕີລາຄາຄວາມອ່ອນແອທາງອິດທິພົນໃນການເມື່ອງໂລກ; ມັໜໝາຍເຖິງຄວາມຜິດ ພາດການຕັດສິນໃຈຂອງລັດຖະບານທີ່ເຫັນເສດຖະກິດສຳຄັນກວ່າສຸກກະພາບ.ໃນສະພາບນີ້, ຄົນໃນທົ່ວໂລກກໍ່ ຈະເຫັນບົດບາດປະເທດ ຈີນ ແລະ ລັດເຊຍ ຫຼາຍຂື້ນ ໃນການປັດເປົາວິກິດນີ້ໃຫ້ຫາຍໄປ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.