Norkhame
ໂຄວິດລ້າງໂລກ ໂຄວິດລ້າງໂລກ
ພະລັງຂອງພະຍາດໂຄວິດ19, ພາກພໍ່ແມ່, ລູກຫຼານ ແລະ ຄົນຮັກຂອງຄົນທົ່ວໂລກໄປຫຼາຍຊີວິດ. ສິ່ງໜຶ່ງທີ່ຄົນ ລຸ້ນຕໍ່ໄປຈະມີໂອກາດໄດ້ຮັບຫຼາຍຂື້ນ ແມ່ນໂອກາດໃນການພັດທະນາ ໄປພ້ອມໆກັບການຮັກສາສະພາບ ແວດລ້ອມ. ພາຍຫຼັງນັກການເມື່ອງເຫັນໂລກສະອາດຂື້ນຍ້ອນການຢຸດກິດຈະກໍາຂອງຄົນ. ເປັນວັນທີ່ສຳຄັນ, ເມື່ອຜູ້ນຳສະຫະພາບເອີຣົບ, ຕົກລົງເຫັນດີທີ່ຈະພິຈາລະນາ ແຜນການຟື້ນຟູສະພາບອາກາດ ຫຼັງຜ່ານພົ້ນວິກິດໂຣກໂຄວິດ19. ບັນດາຜູ້ນຳສະຫະພາບເອີຣົບໄດ້ຕົກລົງເຫັນດີພ້ອມກັນວ່າແຜນການຟື້ນຟູເສດຖະກິດຫຼັງໂຄວິກ, ຈະຕ້ອງເອົາໃຈໃສ່ເຖິງ ແຜນເສດຖະກິດ ທີ່ສະກັດກັ້ນການປ່ຽນແປງດິນຟ້າອາກາດ. ພາຍຫຼັງກອງປະຊຸມວິດີໂອເປັນເວລາ 6 ຊົ່ວໂມງ, ຜູ້ນຳ... ໂຄວິດລ້າງໂລກ

ພະລັງຂອງພະຍາດໂຄວິດ19, ພາກພໍ່ແມ່, ລູກຫຼານ ແລະ ຄົນຮັກຂອງຄົນທົ່ວໂລກໄປຫຼາຍຊີວິດ. ສິ່ງໜຶ່ງທີ່ຄົນ ລຸ້ນຕໍ່ໄປຈະມີໂອກາດໄດ້ຮັບຫຼາຍຂື້ນ ແມ່ນໂອກາດໃນການພັດທະນາ ໄປພ້ອມໆກັບການຮັກສາສະພາບ ແວດລ້ອມ. ພາຍຫຼັງນັກການເມື່ອງເຫັນໂລກສະອາດຂື້ນຍ້ອນການຢຸດກິດຈະກໍາຂອງຄົນ.

ເປັນວັນທີ່ສຳຄັນ, ເມື່ອຜູ້ນຳສະຫະພາບເອີຣົບ, ຕົກລົງເຫັນດີທີ່ຈະພິຈາລະນາ ແຜນການຟື້ນຟູສະພາບອາກາດ ຫຼັງຜ່ານພົ້ນວິກິດໂຣກໂຄວິດ19. ບັນດາຜູ້ນຳສະຫະພາບເອີຣົບໄດ້ຕົກລົງເຫັນດີພ້ອມກັນວ່າແຜນການຟື້ນຟູເສດຖະກິດຫຼັງໂຄວິກ, ຈະຕ້ອງເອົາໃຈໃສ່ເຖິງ ແຜນເສດຖະກິດ ທີ່ສະກັດກັ້ນການປ່ຽນແປງດິນຟ້າອາກາດ.

ພາຍຫຼັງກອງປະຊຸມວິດີໂອເປັນເວລາ 6 ຊົ່ວໂມງ, ຜູ້ນຳ 27 ປະເທດ EU ໄດ້ຕົກລົງກັນໃນແລງວັນພະຫັດ ທີ່ຈະປະສານແຜນການຟື້ນຟູເສດຖະກິດ ຫຼັງໂຄວິດ. ເຖິງແມ່ນວ່າລາຍລະອຽດຂອງແຜນການ ຍັງຕ້ອງໄດ້ມີການ ປຶກສາຮູບແບບການຈັດຕັ້ງປະຕິບັດ, ແຕ່ການຖະແຫຼງການກ່າວວ່າ ທີ່ບັນດາການນໍາໄດ້ຕົກລົງວ່າ ແຜນເສດ ຖະກິດສະບັບໃໝ່ມັນຄວນສອດຄ່ອງກັບ “ການຫັນປ່ຽນເສດຖະກິດສີຂຽວ”, ປະໂຫຍກນີ້ມັນຊີ້ໃຫ້ເຫັນວ່າ ທີ່ EU ໄດ້ພະຍາຍາມບັນລຸ ຈຸດປະສົງຂອງການຫຼຸດຜ່ອນການປ່ອຍອາຍພິດທີ່ເຮັດໃຫ້ໂລກຮ້ອນ.

ຄະນະກຳມະການບໍລິຫານຂອງອີຢູຕ້ອງການໃຫ້ 27 ປະເທດສະມາຊິກ ຮັບຮອງການລົງນາມ ຕົກລົງໃນກອງປະຊຸມສຸດຍອດໃນເດືອນມິຖຸນາ ທີ່ຈະມານີ້ ເພື່ອວາງແຜນທີ່ຈະເຮັດໃຫ້ອາຍແກັສເຮືອນແກ້ວທັງໝົດ ຫຼຸດລົງເປັນກາງພາຍໃນປີ 2050.

ບັນດານັກລົງທືນ ແລະ ກຸ່ມສິ່ງແວດລ້ອມ ກໍ່ຍັງມີຂໍ້ສົງໃສວ່າ ມັນເປັນພຽງຄຳເວົ້າຫຼືບໍ່? ຍັງບໍ່ມີຫຍັງ ເປັນການຮັບປະກັນວ່າ, ຍ້ອນວ່າເສດຖະກິດທີ່ກະທົບຈາກໂຣກ ໂຄວິດ, ມີການສູນເສຍເງິນ ແລະ ອາດຈະບໍ່ສາມາດ ປະຕິບັດແຜນການ ເສດຖະກິດສະບັບໃໝ່ ທີ່ຈະມີການລົງນາມ ຕາມທີ່ສັນຍາໄວ້ ໃຫ້ເປັນໄປຕາມຄຳປາໃສ ທີ່ເນັ້ນໃສ່ ເປົ້າໝາຍການປ່ຽນແປງດິນຟ້າອາກາດຂອງມັນ.

ກຸ່ມລົນນະລົງ ໂຄສະນາເພື່ອ ຕໍ່ຕ້ານການປ່ຽນແປງດິນຟ້າອາກາດ ທົ່ວໂລກຫຼາຍກວ່າ 300 ກຸ່ມໄດ້ຮຽກຮ້ອງໃຫ້ລັດຖະບານອີຢູ ໃນວັນພະຫັດທີ່ຈະໃຊ້ ມາດຕະການຊ່ວຍເຫຼືອທາງເສດຖະກິດ ໃນຊ່ວງໂຄວິດ ເພື່ອຊ່ວຍເລັ່ງການຫັນປ່ຽນໄປສູ່ ການປ່ອຍສານກາກບອນໃຫ້ນ້ອຍລົງໃນອະນາຄົດ.

ລັດຖະບານຫຼາຍປະເທດ ໄດ້ນໍາໃຊ້ເງິນກອບກູ້ເສດຖະ ກິດຫຼາຍ, ໃນລະດັບທີ່ບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2. ນັກການເມືອງ, ນັກເສດຖະສາດ ແລະ ນັກລົນນະລົງເພື່ອສິ່ງແວດລ້ອມ ຕ່າງກ່າວວ່າ ເງິນທີ່ນຳມາກະຕຸ້ນເສດຖະກິດ ຄວນເປັນສ່ວນໜຶ່ງ ຖືກນໍາໃຊ້ການພັດທະນາທົດແທນ ເພື່ອເລັ່ງການຫັນປ່ຽນຈາກຖ່ານຫີນທີ່ເຮັດໃຫ້ເກີດໂລກຮ້ອນ, ນໍ້າມັນ ແລະ ອາຍແກັສ.

ວິກິດການ ໂຄວິດ ໄດ້ພິສູດໄດ້ເລັ່ງໃຫ້ລັດຖະບານ ປະຕິບັດມາດຕະການທາງການເມື່ອງ ເພື່ອນຳໃຊ້ແກ້ໄຂການປ່ຽນແປງດິນຟ້າອາກາດ. ໃນຂະນະທີ່ການແກ້ໄຂ ແລະ ການຕອບສະໜອງຂອງເຈົ້າໜ້າທີ່ຮັບມື ກັບສະພາບ ໂຄວິດໃນປະຈຸບັນ ເພື່ອຈຳກັດການຫຼຸດພົ້ນອອກຈາກ ການລະບາດໂຄວິດ ໃນປະຈຸບັນ, ມັນເປັນການຊ່ວຍ ເຫຼືອໃຫ້ມະນຸດໄດ້ມີຊີວິດຍືນຍາວ, ສ້າງໂອກາດປັບປຸງສຸຂະພາບທີ່ດີຂື້ນ ແລະ ອະນາຄົດທີ່ທົນທານຕໍ່ສິ່ງແວດລ້ອມ ໄປພ້ອມໆກັບການເຕີບໂຕທາງເສດຖະກິດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.