Norkhame
ສ້າງໂຊກເອງ ສ້າງໂຊກເອງ
ການມີທຸລະກິດເປັນຂອງຕົນເອງ ໝາຍວ່າທ່ານຍອມຮັບເອົາທຸກໆຜົນປະໂຫຍດ ແລະ ຄວາມສ່ຽງໄປພ້ອມໆກັນ. ເປັນການກຳນົດສະຕາກຳຂອງຕົນເອງ ແລະ ມີໂອກາດສ້າງຮັ່ງຄູນມີໃຫ້ແກ່ຕົນເອງ. ທຸລະກິດສ້າງຜົນກຳໄລ ສາມາດສ້າງໃຫ້ຕົນເອງ ກາຍເປັນຄອບຄົວຮັ່ງມີ, ພາຍຫຼັງມີການເສຍພັນທະໃຫ້ແກ່ພາກລັດ. ໃນສະພາບການປ່ຽນແປງທາງກົດໝາຍ, ສະຖານະການໂລກ, ສະພາບເສດກະກິດຂັ້ນພາກພື້ນ ຫຼື ສະພາບເສດຖະກິດຂອງປະເທດຄູ່ຄ້າບໍ່ດີ ອາດເຮັດໃຫ້ທຸລະກິດຂອງທ່ານກະທົບ. ຫາກໃຜເຮັດທຸລະກິດທ່ອງທ່ຽວ, ຈະໄດ້ຮັບຜົນກະທົບໜັກ ໃນຊ່ວງຫວັດສາຍພັນ ໂຄໂຣນ໋າ ທີ່ ຈີນ. ເພາະຫຼາຍທົວກຳລັງຖືກຍົກເລີກ.... ສ້າງໂຊກເອງ

ການມີທຸລະກິດເປັນຂອງຕົນເອງ ໝາຍວ່າທ່ານຍອມຮັບເອົາທຸກໆຜົນປະໂຫຍດ ແລະ ຄວາມສ່ຽງໄປພ້ອມໆກັນ. ເປັນການກຳນົດສະຕາກຳຂອງຕົນເອງ ແລະ ມີໂອກາດສ້າງຮັ່ງຄູນມີໃຫ້ແກ່ຕົນເອງ. ທຸລະກິດສ້າງຜົນກຳໄລ ສາມາດສ້າງໃຫ້ຕົນເອງ ກາຍເປັນຄອບຄົວຮັ່ງມີ, ພາຍຫຼັງມີການເສຍພັນທະໃຫ້ແກ່ພາກລັດ.

ໃນສະພາບການປ່ຽນແປງທາງກົດໝາຍ, ສະຖານະການໂລກ, ສະພາບເສດກະກິດຂັ້ນພາກພື້ນ ຫຼື ສະພາບເສດຖະກິດຂອງປະເທດຄູ່ຄ້າບໍ່ດີ ອາດເຮັດໃຫ້ທຸລະກິດຂອງທ່ານກະທົບ. ຫາກໃຜເຮັດທຸລະກິດທ່ອງທ່ຽວ, ຈະໄດ້ຮັບຜົນກະທົບໜັກ ໃນຊ່ວງຫວັດສາຍພັນ ໂຄໂຣນ໋າ ທີ່ ຈີນ. ເພາະຫຼາຍທົວກຳລັງຖືກຍົກເລີກ. ການສັນຈອນນັກທ່ອງທ່ຽວ ຈີນ ຫຼື ປະເທດອື່ນໆ ຖືກເຂັ້ມງວດ. ທ່ານຈະຕ້ອງກຽມຮັບມືກັບບັນຫາຕ່າງໆທີ່ເຂົ້າມາ ແລະ ແກ້ໄຂໃຫ້ໄດ້ ເພື່ອໃຫ້ທຸລະກິດຕົນເອງຢູ່ໄດ້.

ນອກຈາກປັດໃຈພາຍນອກ, ທ່ານຍັງຕ້ອງໃສ່ໃຈແກ້ໄຂປັດໃຈພາຍໃນ. ເປັນຕົ້ນການນຳພາພະນັກງານໃນບໍລິສັດຕົນເອງເຮັດວຽກໃຫ້ມີປະສິດທິຜົນສູງສຸດ, ການບໍລິຫານເງິນລົງທຶນ ເພື່ອສ້າງຜົນກຳໄລ, ການໂຄສະນາສິນຄ້າ ເພື່ອສ້າງຄວາມຕ້ອງການໃນກຸ່ມລູກຄ້າເປົ້າໝາຍ. ບັນຫາພາຍໃນເບິ່ງຄືວ່າຈະບໍ່ສີ້ນສຸດຈັກເທື່ອ. ມາຈຸດນີ້, ທ່ານກໍ່ຈະເຫັນໄດ້ວ່າ: ການມີທຸລະກິດເປັນຂອງຕົນເອງ, ແມ່ນການເອົາຕົນເອງໄປສູ່ຄົນແກ້ໄຂບັນຫາ ແລະ ນຳພາຕົນເອງສ້າງອຸດົມການທາງທຸລະກິດສູ່ຄວາມສຳເລັດ.

ການເຮັດທຸລະກິດຕົນເອງ ເບິ່ງຄືວ່າເປັນຕາຢ້ານແມ່ນບໍ່? ຫາກທ່ານບໍ່ຮູ້ສຶກແນວນັ້ນ, ໝາຍວ່າທ່ານ ເບິ່ງສະພາບບໍ່ດີທີ່ອາດເກີດຂື້ນໃນການດຳເນີນທຸລະກິດ ແລະ ບໍ່ຢາກເອົາຕົນເອງໄປສູ່ຂະບວນການຮຽນຮູ້ແກ້ໄຂບັນຫາ ດ້ວຍຕົວທ່ານເອງ. ເມື່ອໃດ ທ່ານຕັດສິນໃຈເປັນເຈົ້າຂອງທຸລະກິດ, ຊີວິດຂອງທ່ານ ຈະບໍ່ສະບາຍຄືລູກຈ້າງ. ຜົນກຳໄລທາງການເງິນ ເປັນປັດໃຈຕັດສິນຊີ້ຂາດສະຕາກຳ ໃນການດຳເນີນທຸລະກິດ. ການດີ້ນຮົນໃຫ້ເງິນທີ່ລົງທຶນໄປ ມີຜົນຮັບກັບຄືນມາຫຼາຍຂື້ນ, ເຈົ້າຂອງທຸລະກິດ ຕ້ອງໃຊ້ທັກສະ ທາງດ້ານວິຊາການຂອງຕົນເອງ ແລະ ຊີ້ນຳວຽກງານ ຫຼາຍໆຂະແໜງ ໄປພ້ອມໆກັນ.

ກ່ອນຕັດສິນໃຈດຳເນີນທຸລະກິດ, ໂອກາດທາງການເງິນ, ທັກສະດ້ານວິຊາການ, ເຄື່ອຄ່າຍທຸລະກິດ, ການບໍລິຫານຄວາມສ່ຽງ ແລະ ແຮງບັນດານໃຈໃນການດຳເນີນທຸລະກິດ ເປັນສ່ວນໜຶ່ງ ທີ່ທ່ານຕ້ອງໄດ້ຕຶກຕອງ ວ່າຈະສາມາດດຳເນີນທຸລະກິດ ໃຫ້ຈະເລີນເຕີບໂຕ. ບໍ່ມີທຸລະກິດລົ້ມລະລາຍໃດຖືກວາງແຜນມາກ່ອນ. ທ່ານຕ້ອງກຽມພ້ອມໃນການດຳເນີນແຜນງານ, ຍຸດທະສາດທຸລະກິດ ແລະ ວ່ອງໄວໃນການປັບປ່ຽນແຜນ ເພື່ອໃຫ້ໄດ້ຕາມເປົ້າໝາຍທຸລະກິດວາງໄວ້ ນັ້ນກໍ່ຄືຜົນສຳເລັດທາງດ້ານກຳໄລ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.