Norkhame
ສ້າງຕົນເອງໃຫ້ກາຍເປັນ ຜູ້ນຳທີ່ດີເລີດ ສ້າງຕົນເອງໃຫ້ກາຍເປັນ ຜູ້ນຳທີ່ດີເລີດ
ການກະທຳທີ່ຊ່ວຍໃຫ້ທ່ານພັດທະນາຕົນເອງກາຍເປັນຜູ້ນຳທີ່ດີເລີດ ໃນຂະນະທີ່ຫຼາຍໆຄົນໄດ້ເວົ້າວ່າ ຄຸນລັກສະນະຂອງການເປັນຜູ້ນຳເປັນ ລັກສະນະພິເສດສະເພາະຕົວມີມາແຕ່ເກີດ. ແຕ່ໃນຄວາມເປັນຈິງແລ້ວ ຜູ້ນຳຫຼາຍໆຄົນ ໄດ້ພັດທະນາຕົນເອງເປັນ ເວລາ ຫຼາຍສິບປີ ແລະ ຜ່ານປະສົບການ ຫຼາຍໆຢ່າງ ບໍ່ແມ່ນແຕ່ວ່າຖືກສ້າງມາຕັ້ງແຕ່ເກີດ. ແນ່ນອນ ສະພາບຂອງຄອບຄົວ ອາດມີອິດທິພົນໃນການ ພັດທະ ນາການນຳ ເຊັ່ນ ຄອບຄົວທີ່ມີພໍ່ແມ່ ແລະ ສັງຄົມ ອ້ອມຮອບໄປດ້ວຍ ສະພາບແວດລ້ອມການນຳ,... ສ້າງຕົນເອງໃຫ້ກາຍເປັນ ຜູ້ນຳທີ່ດີເລີດ

ການກະທຳທີ່ຊ່ວຍໃຫ້ທ່ານພັດທະນາຕົນເອງກາຍເປັນຜູ້ນຳທີ່ດີເລີດ

ໃນຂະນະທີ່ຫຼາຍໆຄົນໄດ້ເວົ້າວ່າ ຄຸນລັກສະນະຂອງການເປັນຜູ້ນຳເປັນ ລັກສະນະພິເສດສະເພາະຕົວມີມາແຕ່ເກີດ. ແຕ່ໃນຄວາມເປັນຈິງແລ້ວ ຜູ້ນຳຫຼາຍໆຄົນ ໄດ້ພັດທະນາຕົນເອງເປັນ ເວລາ ຫຼາຍສິບປີ ແລະ ຜ່ານປະສົບການ ຫຼາຍໆຢ່າງ ບໍ່ແມ່ນແຕ່ວ່າຖືກສ້າງມາຕັ້ງແຕ່ເກີດ. ແນ່ນອນ ສະພາບຂອງຄອບຄົວ ອາດມີອິດທິພົນໃນການ ພັດທະ ນາການນຳ ເຊັ່ນ ຄອບຄົວທີ່ມີພໍ່ແມ່ ແລະ ສັງຄົມ ອ້ອມຮອບໄປດ້ວຍ ສະພາບແວດລ້ອມການນຳ, ພຶດຕິກຳຂອງຄົນ ແລະ ແນວຄວາມຄິດ ຈະພັກດັນໃຫ້ພວກເພີ່ນພັດທະນາທັກສະມາຕັ້ງແຕ່ເກີດ. ແຕ່ບໍ່ວ່າຈະເກີດ ໃນສະຖານທີ່ໃດ ການ ເຂົ້າຫາແຫຼ່ງຄວາມຮູ້ ແລະ ຮັບຝັງສິ່ງດີໆ ເພື່ອເປັນບ່ອນອີງໃນການຮຽນຮູ້ ຈະເຮັດໃຫ້ຄົນໃນ ທີ່ສຸດສາມາດ ພັດທະນາຕົນເອງໄດ້.

ໃນຄວາມເຫັນສ່ວນຕົວແລ້ວຄິດວ່າ ການນຳເປັນສິ່ງທີ່ສອນ ແລະ ພັດທະນາໄດ້ ແຕ່ມັນກໍ່ຕ້ອງໃຊ້ ເວລາ. ໃນຄຳວ່າ ໃຊ້ເວລາ ໃນການສ້າງຕົນເອງໃຫ້ກາຍເປັນຜູ້ນຳທີ່ດີເດັ່ນນັ້ນ ມັນບໍ່ໄດ້ໝາຍຄວາມ ວ່າມັນຈະບໍ່ມີການປ່ຽນແປງໄດ້ ເລີຍ. ທ່ານຈະຕ້ອງໄດ້ຕັ້ງໜ້າ ສ້າງພຶດຕິກຳນັບແຕ່ວັນນີ້ ແລະເຝິກຝົນມັນທຸກໆວັນ ເພື່ອພັດທະນາທັກສະທີ່ສຳຄັນ ໃນການເປັນຜູ້ນຳ. ຕົ້ນໝາກພ້າວບໍ່ໄດ້ໃຫຍ່ມື້ດຽວ ດັ່ງນັ້ນຄວາມສາມາດໃນການນຳພາກໍ່ເຊັ່ນດຽວກັນ ມັນໃຊ້ເວລາ ເປັນປີໃນການເຕີບໃຫຍ່. ທ່ານ ຕ້ອງໄດ້ມີຊີວິດກັບມັນ ແລະ ເຝິກຜົນຕົນເອງ. ການພັດທະນາທັກສະທີ່ຈະກ່າວຕໍ່ໄປ ນີ້ເປັນປະຈຳ ຈະເຮັດໃຫ້ຕົນເອງກາຍເປັນຜູ້ນຳທີ່ດີເລີດໄດ້.

1. ຮັບຝັງ

ຖ້າເບິ່ງຮູບຮ່າງຂອງຄົນແລ້ວຈະເຫັນວ່າ ຄົນສ່ວນໃຫຍ່ມີສອງຫູ ແລະ ປາກໜຶ່ງອັນ. ດັ່ງນັ້ນ ທຳ ມະຊາດອາດຈະ ກ່າວໄດ້ວ່າ ສ້າງມາເພື່ອໃຫ້ຄົນຮັບຝັງຫຼາຍກວ່າເວົ້າ. ຈາກໂຄງຮ່າງດັ່ງກ່າວມັນ ບອກໃຫ້ຮູ້ວ່າ ຄົນຈະໄດ້ຍິນຫຼາຍ ກວ່າ ແລະ ຄວນຝຶກທັກສະໃນການຝັງເປັນສ່ວນໃຫຍ່. ຄວນຝັງ ທີມງານຂອງທ່ານ ແລະ ຄົນອື່ນ.

ສິ່ງນີ້ມັນບໍ່ໄດ້ໝາຍວ່າ ທ່ານຈະຝັງແຕ່ຄົນອື່ນເວົ້າ, ທ່ານຕ້ອງໄດ້ຕັ້ງໃຈຝັງ ແລະ ສັງເກດເບິ່ງວ່າ ໃນກຸ່ມເວົ້າຫຍັງ ແລະ ຈະຮັບຝັງ ດ້ວຍການຄິດຕຶກຕອງແນວໃດ ໃນສິ່ງທີ່ຄົນອື່ນເວົ້າ ແລະ ມີວິທີ ໃນ ການເວົ້າເປັນລັກສະນະໃດ? ໃຫ້ ທ່ານເກັບກຳສຳນວນສຽງ ແລະ ລັກສະນະການສະແດງຂອງ ຮ່າງກາຍກັບຄຳເວົ້າ ເພື່ອໃຫ້ເຫັນພຶດຕິກຳກັບສິ່ງທີ່ ໃນກຸ່ມສະແດງອອກມາວ່າ ມັນມີຄວາມເໜາະສົມກັບສະຖານນະການ ຫຼື ມີຄວາມໝາຍໃນການນຳມາໃຊ້ໃນຕົວຈິງ ຫຼືບໍ່.

ຖ້າຫາກທ່ານຖືກຖາມ ເພື່ອໃຫ້ສະແດງຄຳເຫັນ, ໃຫ້ທ່ານເປີດຕົວໃນການຮັບຝັງ ແລະ ສະແດງ ແນວຄວາມຄິດຢ່າງ ຈິງໃຈ. ທ່ານຄວນສ້າງໃຫ້ກາຍເປັນນິດໃສ ຂອງການຮັບຝັງ ໃນແຕ່ລະວັນໃຫ້ ຫຼາຍກວ່າການເວົ້າ.

2. ລະດົມຊຸກຍູ້

ແຕ່ລະຄົນຕ້ອງການການກະຕຸກຊຸກຍູ້. ທ່ານ ແລະ ຄົນພາຍໃນທີມຕ້ອງການສິ່ງນັ້ນໆ. ໃນນາມຜູ້ ປະກອບການ,ທ່ານ ກຳລັງນຳຕົນເອງເຂົ້າໄປຢູ່ໃນບົດບາດການນຳ. ທ່ານຄວນເຝິກຫັດການສະໜັບສະໜູນທີມງານ ແລະ ພັກດັນໃຫ້ພະ ນັກງານມີການຂະຫຍາຍຕົວໃນທາງທີ່ດີຂື້ນ. ຊຸກຍູ້ສະມາຊິກ ເທື່ອລະນ້ອຍ ແລະ ໃຫ້ທ່ານອີງໃສ່ທັກສະໃນການຮັບ ຝັງ ເພື່ອພະຍາຍາມສັງເກດເຫັນຄວາມຕ້ອງການ ແລະ ທັກສະທີ່ແທ້ຈິງຂອງຄົນຮ່ວມງານ.

ໃຫ້ທ່ານພັກດັນພະນັກງານເຫຼົ່ານັ້ນ ໃນວິຖີທາງຂອງການດຳລົງຊີວິດ ດ້ວຍການ ເປັນແບບຢ່າງ ທີ່ດີໃຫ້ແກ່ສະມາ ຊິກ. ຢ່າເຂົ້າໄປແຕ່ເຮັດວຽກໃນຫ້ອງການຊື່ໆ. ທ່ານຕ້ອງພັກດັນກັບຄົນຫຼາຍໆ ກຸ່ມບໍ່ວ່າຈະເປັນຄົນແປກໜ້າ, ຜູ້ຊື້ ແລະ ເພື່ອນມິດ ເປັນປະຈຳ. ທ່ານຈະເປັນສ່ວນໜຶ່ງເຮັດ ໃຫ້ຊີວິດຂອງພະນັກງານມີການເຕີບໂຕ.

ເຮືອລອຍໄດ້ກໍ່ຍ້ອນການຍູ້ຂອງນຳ້.​ ທ່ານຕ້ອງເຮັດຕົວເປັນຄືດັ່ງທະເລ ແລະ ຄື້ນນຳເພື່ອພັກດັນ ແລະ ຍູ້ເຮືອໄປຂ້າງ ໜ້າ.

3. ການພັດທະນາ

ທ່ານຈະບໍ່ກາຍເປັນຜູ້ນຳທີ່ດີໄດ້ ຈົນກວ່າທ່ານສອນໃຫ້ຜູ້ອື່ນເຮັດໃນສິ່ງທີ່ທ່ານຕ້ອງການ. ຢ່າພະຍາຍາມກັກຄົນໄວ້ ໃນພາລະບົດບາດທີ່ທ່ານມອບໃຫ້ ຫຼື ໃນສະຖານທີ່ຫ້ອງການ, ທ່ານຕ້ອງເຮັດ ໃຫ້ພະນັກງານມີການເຕີບໂຕ ກາຍເປັນ ຕົວຕົນທີ່ແທ້ຈິງຕາມລັກສະນະແຕ່ລະຄົນ. ມີຄວາມເປັນໄປ ໄດ້ວ່າທ່ານອາດມີຄວາມຫວງແຫນກັບຄວາມຮູ້, ທັກສະ ແລະ ຄວາມສາມາດ ທີ່ທ່ານສະສົມມາດົນ ເຊິ່ງມັນອາດຈະເຮັດໃຫ້ບໍ່ຢາກທີ່ຈະຖ່າຍທອດບົດບາດ ແລະ ຄວາມສາ ມາດຂອງຕົນເອງໃຫ້ແກ່ຄົນອື່ນຮັບຊາບ. ທ່ານບໍ່ຄວນຍຶດຖືຄວາມຮູ້ພິເສດທີ່ທ່ານມີໄວ້ແຕ່ໃນຕົວເອງ ແຕ່ຄວນໄດ້ມີ ການລະດົມ ແລະ ຖ່າຍທອດໃຫ້ແກ່ຄົນອື່ນ.

ການພັດທະນາຄົນອື່ນ ໃຊ້ເວລາ ແລະ ຄວາມອຸດສາຫະ. ທ່ານບໍ່ຄວນເຮັດໃຫ້ພະນັກງານ ເປັນຄືກັນກັບທ່ານ ບໍ່ວ່າຈະ ດ້ວຍວິທີໃດ. ໃຫ້ທ່ານຮັບຝັງ ໃນສິ່ງທີ່ພະນັກງານຊອກເຮັດ ແລະ ທ່ານຕ້ອງ ໄດ້ສ້າງໂອກາດ, ໃຫ້ເວລາ ແລະ ສິ່ງອຳ ນວຍຄວາມສະດວກໃນການພັດທະນາຕົນເອງ. ທ່ານ ຕ້ອງໄດ້ສະແດງຄຳເຫັນໃນສິ່ງທີ່ທ່ານຮູ້ ແລະ ເພື່ອພັດທະນາ ຄົນອື່ນ.

4. ບັນດານໃຈ

ບໍ່ໄດ້ເວົ້າເຖິງຄຳເວົ້າແຮງບັນດານໃຈອັນໃດ ຫຼື ປື້ມສິດສອນແຮງບັນດານໃຈ, ເຖິ່ງວ່າ ສິ່ງນັ້ນມັນ ຈະຊ່ວຍພັດທະນາ ຕົວທ່ານ, ໃນນີ້ແມ່ນໝາຍເຖິງການກາຍເປັນແຮງ ບັນດານໃຈ ໃຫ້ແກ່ທີມງານ ຂອງທ່ານໂດຍການສ້າງກິດຈະກຳ ແລະ ພຶດຕິກຳທີ່ສະໜໍ່າສະເໜີ. ທ່ານຄວນກາຍເປັນຊີວິດ, ແລະ ລົມຫາຍໃຈ ທີ່ພັກດັນທີມງານຂອງທ່ານ ໃຫ້ມີ ຄວາມຕ້ອງການເຮັດວຽກ ແລະ ນຳພາແນວດີ. ທ່ານຈົງເປັນຕົວຢ່າງທີ່ດີໃຫ້ແກ່ຄົນ ໂດຍການເປັນຄົນທີ່ມີຄວາມກະລຸ ນາໃນແຕ່ລະວັນ, ມີຄວາມເອື້ອອາທອນ, ເຮັດວຽກດ້ວຍຈັນຍາບັນ ແລະ ພັກດັນຄົນອື່ນໃຫ້ເຮັດດີ ແລະ ເປັນແຮງບັນ ດານໃຈແກ່ທີມງານຂອງທ່ານ.

5. ປັງປຸງ

ໃນການພະຍາຍາມກາຍເປັນ ຜູ້ນຳທີ່ດີເລີດ, ບໍ່ມີຜູ້ໃດທີ່ຈະຕັ້ງໃຈໃຫ້ຄຳແນະນຳ ຫຼື ສູດສຳເລັດຮູບ ໃນການຈັດຕັ້ງປະ ຕິບັດ ເພື່ອພັດທະນາໃຫ້ກາຍເປັນຜູ້ນຳທີ່ດີເລີດໄດ້. ມັນຂື້ນກັບການກຳນົດວ່າ ຈຸດສູງສຸດທີ່ ທ່ານຢາກໄປ ນັ້ນມັນຢູ່ຈຸດ ໃດ ແລະ ທ່ານກໍ່ຈະພະຍາຍາມພັກດັນຕົນເອງໃຫ້ໄປຫາ ຈຸດຈຸດນັ້ນ.

ການໃຫ້ຄຳຄິດເຫັນໃນການປັບປຸງແກ່ຄົນອື່ນ ມັນບໍ່ແມ່ນການສະແດງຄວາມບໍ່ຫວັງດີ ຫຼື ຕຳນິ, ແຕ່ມັນເປັນການສະ ແດງຄວາມຊື່ສັດ ຕໍ່ກັບພຶດຕິກຳຂອງພະນັກງານ ເພື່ອໃຫ້ມີການພັດທະນາ ຕົນເອງໃຫ້ກາຍເປັນຄົນທີ່ດີຂື້ນດ້ວຍ ຄວາມສາມາດທີ່ຫຼາຍກວ່າເກົ່າ. ທັງນີ້ ມັນກໍ່ເນື່ອງຈາກ ວ່າທ່ານຍູ້ພະນັກງານໄປໃນທາງທີ່ດີ ແລະ ທ່ານກໍ່ເປັນແບບ ຢ່າງໃຫ້ແກ່ພະນັກງານ ໄດ້ເຮັດແນວດີໆ. ໃນສິ່ງທີ່ກ່າວມານັ້ນ ຄວາມສາມາດໃນການຮັບຝັງ ເປັນສິ່ງທີ່ສຳຄັນຫຼາຍ ເພາະມັນຈະເປີດໂອກາດໃນການເຂົ້າໃຈ ແລະ ຮູ້ສຶກໃນເວລາທີ່ກຸ່ມຄົນພາຍໃນທີມກຳລັງສົນທະນາ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.