Norkhame
ສິ່ງຄວນເຮັດ ສິ່ງຄວນເຮັດ
ການຄ້າ ຜ່ານທາງເອເລັກໂທຼນິກ ໃນພາກປະຕິບັດຕົວຈິງ ນອກຈາກທ່ານຈະຕ້ອງນຳໃຫ້ທັນ ການປ່ຽນແປງ ຂອງເຕັກນິກໃໝ່ໆທັນສະໃໝ, ທ່ານຍັງຕ້ອງໄດ້ເຮັດສິ່ງທີ່ຈະກ່າວຕໍ່ໄປນີ້ເປັນປະຈຳ. ສ້າງເວັບໄຊ ໃຫ້ໜ້າສົນໃຈ ແລະ ເບິ່ງເປັນມືອາຊີບ ສະໜອງຂໍ້ມູນພື້ນຖານທີ່ລູກຄ້າຢາກຈະຮູ້ ແລະ ສາມາດຄົ້ນຫາໄດ້ ໃນເວັບໄຊຂອງທ່ານ. ຂໍ້ມູນຢ່າງນ້ອຍຕ້ອງລວມເອົາປະ ຫວັດຫຍໍ້ຂອງບໍລິສັດ, ຜະລິດຕະພັນ ຫຼື ການບໍລິການ, ທີ່ຢູ່ຕິດຕໍ່ຂອງບໍລິສັດ, ແຜນທີ່ຂອງເວັບໄຊ. ມີເຄື່ອງມືພັກດັນ ການຊື້ຂາຍ... ສິ່ງຄວນເຮັດ

ການຄ້າ ຜ່ານທາງເອເລັກໂທຼນິກ ໃນພາກປະຕິບັດຕົວຈິງ ນອກຈາກທ່ານຈະຕ້ອງນຳໃຫ້ທັນ ການປ່ຽນແປງ ຂອງເຕັກນິກໃໝ່ໆທັນສະໃໝ, ທ່ານຍັງຕ້ອງໄດ້ເຮັດສິ່ງທີ່ຈະກ່າວຕໍ່ໄປນີ້ເປັນປະຈຳ.

  1. ສ້າງເວັບໄຊ ໃຫ້ໜ້າສົນໃຈ ແລະ ເບິ່ງເປັນມືອາຊີບ

ສະໜອງຂໍ້ມູນພື້ນຖານທີ່ລູກຄ້າຢາກຈະຮູ້ ແລະ ສາມາດຄົ້ນຫາໄດ້ ໃນເວັບໄຊຂອງທ່ານ. ຂໍ້ມູນຢ່າງນ້ອຍຕ້ອງລວມເອົາປະ ຫວັດຫຍໍ້ຂອງບໍລິສັດ, ຜະລິດຕະພັນ ຫຼື ການບໍລິການ, ທີ່ຢູ່ຕິດຕໍ່ຂອງບໍລິສັດ, ແຜນທີ່ຂອງເວັບໄຊ. ມີເຄື່ອງມືພັກດັນ ການຊື້ຂາຍ ໃນເວັບໄຊ, ຕົວຢ່າງ: ລະບົບການຊື້ອອນລາຍ, ກາຕາລອກຜະລິດຕະພັນອອນລາຍ. ເວັບໄຊທີ່ດີ ຈະຊ່ວຍສ້າງຄວາມເຊື່ອໜັ້ນໃຫ້ແກ່ຜູ້ຊື້ ແລະ ລູກຄ້າ. ເຖິ່ງ ວ່າທ່ານຈະມີຄວາມຮູ້ໃນການອອກແບບ ກໍ່ຄວນຈະຕ້ອງໄດ້ໃຫ້ນັກສ້າງເວບໄຊມືອາຊີບ ສ້າງເວັບໄຊ ໃຫ້ທ່ານ. ການອອກແບບເວັບໄຊ ຢ່າງຊຳນິຊຳນານ ແລະ ດັດປັບເນື້ອໃນຂອງເວບໄຊຢູ່ສະເໝີ ຈະຊ່ວຍສ້າງຄວາມໜ້າເຊື່ອຖືດຶງດູດການຊື້ຂາຍ ແລະ ເພີ່ມຄວາມໝັ້ນໃຈໃຫ້ແກ່ຜູ້ຊື້. ເຄື່ອງໝາຍການຄ້າ, ຮູບພາບກຼາບຟິກ, ການຂຽນເນື້ອຄວາມ ທີ່ດີໃນເວັບໄຊຢ່າງຊຳນິຊຳນານ ເປັນສິ່ງທີ່ເວັບໄຊຂອງຫົວໜ່ວຍທຸລະກິດຕ້ອງ ນຳມາປະຕິບັດ.

ສະໜອງຂ່າວສານທີ່ສາມາດພັກດັນຜູ້ເຂົ້າຊົມເວັບໄຊເຂົ້າສູ່ການຊື້ຂາຍ ເຊັ່ນ: ຂໍ້ມູນການ ຕິດຕໍ່ຂອງ ຮ້ານຂາຍຍ່ອຍຕ່າງໆ. ການປຽບທຽບລາຄາ ຈາກພາກສ່ວນທຸລະກິດ ອື່ນໆ ຫຼືຈາກພາກສ່ວນທີ່ສາມ ທີ່ເຮັດການປະເມີນຜົນ ການສະເໜີຂາຍຂອງບໍລິສັດທັງໝົດ.

  1. ສະແດງການສື່ສານທີ່ຈະແຈ້ງກ່ຽວກັບຜະລິດຕະພັນ ແລະ ການບໍລິການຂອງທ່ານ.

ສ້າງການສື່ສານທີ່ໜ້າປະທັບໃຈ ໃຫ້ແກ່ຜູ້ເຂົ້າມາເບິ່ງເວບໄຊຕັ້ງແຕ່ຄັ້ງທຳອິດ. ໂດຍການສະແດງ ຂໍ້ຄວາມ ຂອງຜະລິດຕະພັນ, ການບໍລິການ ແລະ ຜົນປະໂຫຍດທີ່ຈະໄດຮັບຈາກການເຮັດທຸລະກິດກັບທ່ານ. ໃຫ້ທ່ານ ຄຳນຶງໄວ້ວ່າ, ສິ່ງນີ້ເປັນສິ່ງປະທັບໃຈ ອັນທຳອິດ ແລະ ເປັນສິ່ງທີ່ສຳຄັນສຳລັບການເຮັດທຸລະກິດອອນລາຍ. ເຂົາເຈົ້າຈະບໍ່ກັບເຂົ້າມາອີກຖ້າຫາກເຂົາເຈົ້າ ເຂົ້າມາເບິ່ງຄັ້ງທຳອິດແລ້ວເກີດຄວາມສັບສົນ.

  1. ສ້າງເນື້ອໃນ ຂອງເວບໄຊ ຮັບໃຊ້ ໃຫ້ໄດ້ຕາມຄວາມຕ້ອງການຂອງຫຼາຍໆພາກສ່ວນ.

ຫລີກລ້ຽງການສ້າງເວບໄຊສະເພາະແຕ່ລູກຄ້າກຸ່ມໃດກຸ່ມໜຶ່ງ. ເນື້ອໃນຂອງເວບໄຊບໍ່ຄວນແຕ່ເຮັດຂຶ້ນຈາກຄວາມຕ້ອງການໃຫ້ແກ່ລູກຄ້າ ຫລື ຮັບໃຊ້ໃຫ້ແຕ່ພາກສ່ວນໃດໜຶ່ງເທົ່ານັ້ນ. ຫາກຍັງຕ້ອງຮັບໃຊ້ໃຫ້ແກ່ພາກສ່ວນອື່ນໆ ເຊັ່ນ: ພະນັກງານຄົນຄົນອື່ນ, ນັກລົງທຶນ, ຜູ້ສະໜອງສິນຄ້າ, ເຄື່ອຄ່າຍໃນການສະໜອງສິນຄ້າ, ສື່ມວນຊົນ, ພະນັກງານຂອງບໍລິສັດ.  ມີບາງຕົວຢ່າງຮັບໃຊ້ໃຫ້ແຕ່ພາກສ່ວນທີ່ມີສວ່ນເຮັດການຄ້ານຳກັນ, ການຂົນສົ່ງ ຫຼື ໃຫ້ນັກລົງທຶນສາມາດອ່ານບົດລາຍງານປະຈຳປີຂອງບໍລິສັດໄດ້.

  1. ຖືການຕິດຕໍ່ຜ່ານອີເມວຄື ກັບຂໍ້ຄວາມຜ່ານທາງໂທລະສັບ

ອີເມວທີ່ເຂົ້າມາຕ້ອງຖືຄືກັນກັບຂໍ້ຄວາມທາງໂທລະສັບ ແລະ ຕ້ອງຕອບກັບຄືນຢ່າງໄວ. ໂດຍໃຫ້ຕອບ ກັບຄືນຕາມເວລາອັນສົມຄວນ, ເພື່ອໃຫ້ແນ່ໃຈວ່າ ລູກຄ້າມີຄວາມເພິ່ງພໍໃຈ. ຕາມປົກກະຕິ ບໍ່ເກີນ 3 ວັນ. ຖ້າບໍ່ສາມາດຕອບອີເມວໄດ້ທັນ ກັບເວລາ, ທ່ານອາດເສຍລູກຄ້າໄດ້ໄວທີ່ສຸດ ແລະ ເປັນພາບພົດການບໍລິການທາງອິນເຕີເນັດ ທີ່ບໍ່ ດີຂອງບໍລິສັດທ່ານເອງ. ໃນກໍລະນີທີ່ບໍ່ສາມາດຕອບຂໍ້ມູນ ຜ່ານທາງອິນເຕີເນັດໄດ້ທັນກັບເວລາ, ບໍລິສັດຄວນ ສົ່ງອີເມວກັບຄືນເພື່ອໃຫ້ລູກຄ້າທັນທີເພື່ອໃຫ້ແນ່ໃຈວ່າສິ່ງທີ່ລູກຄ້າຕ້ອງການນັ້ນທາງບໍລິສັດໄດ້ຮັບແລ້ວ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າວ່າ ເມື່ອໃດບໍລິສັດຈະສາມາດຕອບຄຳຖາມໄດ້.

  1. ແຜນພັດທະນາສາຍພົວພັນກັບລູກຄ້າ ດ້ວຍການສົ່ງຈົດໝາຍຂ່າວ ຜ່ານທາງອີເມວ.

ຈົດໝາຍຂ່າວ ແລະ ອີເມວ ເປັນຍຸດທະສາດພື້ນຖານຂອງ ການຕະຫຼາດ ທີ່ຊ່ວຍໃຫ້ທ່ານເຮັດການຕິດຕໍ່ ແລະສ້າງສາຍພົວພັນກັບລູກຄ້າຂອງທ່ານ. ທ່ານສາມາດນຳໃຊ້ເນື້ອໃນຂອງຈົດໝາຍເຂົ້າໃນການໂຄສະນາຜະລິດຕະພັນ ແລະ ການບໍລິການ ຂອງທ່ານຕາມເວລາອັນສົມຄວນ. ສິ່ງນີ້ສາມາດເຮັດໄດ້ໂດຍການເຮັດໃຫ້ຜູ້ເຂົ້າຢ້ຽມເວັບໄຊສາມາດ ຝາກອີເມວໄວ້ໃນບັນຊີລາຍຊື່ອີເມວຂອງເວັບໄຊຂອງຕົນເອງ. ໂດຍມີການດັດປັບ ເນື້ອໃນຢ່າງເປັນປະຈໍາ. ວິທີນີ້ບໍລິສັດສາມາດຮັບຮູ້ໄດ້ວ່າ ຜູ້ໃດເປັນລູກຄ້າຄົນສຳຄັນ, ເຖິ່ງວ່າເຂົາເຈົ້າອາດຈະບໍ່ເຂົ້າມາເບິ່ງເວັບໄຊອີກ. ຕ້ອງນຳໃຊ້ເນື້ອໃນທີ່ເໝາະສົມລົ່ງເຜີຍແພ່ໃນເວບໄຊ, ທາງບໍລິສັດອາດຈະພະຍາຍາມສ້າງຍອດຂາຍ ດ້ວຍການເຮັດການຕະຫຼາດໂດຍກົງ. ແທນທີຈະເສຍເງີນສົ່ງຈົດໝາຍແຈ້ງກຽ່ວກັບຜະລິດຕະພັນໃໝ່ໆ ຫຼືເຮັດຈົດໝາຍວຽນ, ບາງບໍລິສັດຈະສົ່ງອີເມວປະຈຳອາທິດກ່ຽວກັບ ການໂຄສະນາ ແລະ ຂໍ້ສະເໜິີການຄ້າໃໝ່ໆ ເປັນຕົ້ນການຫຼຸດລາຄາ. ເຮັດແນວນີ້ຈະມີການໃຊ້ຈ່າຍຖືກລົງສຳລັບການສື່ສານ.

  1. ພັດທະນາຍຸດທະສາດສາຍພົວພັນກັບ ຄູ່ຄ້າໃນທຸລະກິດຜ່ານທາງອອນລາຍ.

ເຄື່ອຄ່າຍການເຮັດວຽກ ກໍ່ມີຄວາມສຳຄັນໃນການເຮັດທຸລະກິດເຊັ່ນດຽວກັນ. ການເຮັດທຸລະກິດຜ່ານທາງ ອອນລາຍ ອາດຈະພັດທະນາຍຸດທະສາດສາຍສຳພັນກັບຄູ່ຄ້າ ໃນທຸລະກິດທາງອອນລາຍ ກັບຫລາຍໆພາກສ່ວນ. ເພື່ອໃຫ້ສາມາດສະໜອງການບໍລິການທີ່ສົມບູນແບບຂອງຜະລິດຕະພັນ ແລະ ການບໍລິການ, ໂດຍການ ສ້າງໄອຄອນ(Icon)ທີ່ມີຊື່ ” ບ່ອນເຊື່ອມຕໍ່ໄປຫາຄູ່ຄ້າອື່ນຂອງພວກເຮົາ” ເຂົ້າໃນເວັບໄຊຂອງພວກເຮົາ. ພວກ ເຂົາອາດຈະພິຈາລະນາແລກປ່ຽນການເຊື່ອມຕໍ່ເວັບໄຊກັບນຳກັນ. ລູກຄ້າຈະຮູ້ສຶກວ່າ ຈຸດດັ່ງກ່າວເປັນຈຸດ “ຈຸດຊື້ຂາຍ ຫຼື ຈຸດໃຫ້ບໍລິການປະຕູດຽວ”

  1. ໂຄສະນາເວັບໄຊຂອງທ່ານ ຜ່ານທາງສິ່ງພິມໂຄສະນາອື່ນໆ

ພໍ່ຄ້າ ຂາຍຍ່ອຍນຳອິນເຕີເນັດ ອາດໄດ້ຮັບຜົນປະໂຫຍດ ຈາກແຜນການໂຄສະນາຜ່ານສື່ອື່ນ ເພື່ອເພີ່ມ ຄວາມຮັບຮູ້ເວັບໄຊຂອງຕົນເອງ. ໃຫ້ແກ່ຜູ້ທີ່ອາດຈະບໍ່ໄດ້ເຂົ້າໃຊ້ອິນເຕີເນັດເປັນປະຈໍາ. ເຂົາເຈົ້າຈະເອົາ ທີ່ຢູ່ຂອງເວັບໄຊ ລົງໂຄສະນາ, ໃນສິ່ງພິມ ຕົວຢ່າງ ອາດຈະເປັນເຈ້ຍພິມໂຄສະນານ້ອຍໆ (ນາມບັດ, ສະຫຼາກຫຸ້ມຫໍ່  ແລະ ຂອງຂວັນແກ່ລູກຄ້າ), ຈົດໝາຍໂດຍກົງຫາລູກຄ້າຂາປະຈຳ ແລະ ລູກຄ້າເປົ້າໝາຍ ເປັນການແຈ້ງໃຫ້ ເຂົາເຈົ້າຮູ້ກ່ຽວກັບເວັບໄຊ ແລະ ສິ່ງທີ່ທ່ານສາມາດ ໄດ້ຜົນປະໂຫຍດຈາກເວັບໄຊ.

  1. ການໃຫ້ສິດທິພິເສດສຳລັບການສັ່ງຄັ້ງໃໝ່

ໃນທຸລະກິດອອນໄລ, ຈະໃຊ້ເງີນໝ້ອຍລົງສຳລັບການຜັກດັນໃຫ້ ລູກຄ້າປະຈຳຊື້ຫຼາຍຂຶ້ນ. ຕ້ອງດຶງດູດເອົາລູກຄ້າຄົນໃໝ່. ໃນປະຈຸບັນ, ຫຼາຍເວັບໄຊ໊ ພົບວ່າ ການສັ່ງແມ່ນມາຈາກລູກຄ້າປະຈຳ. ເພາະໃຊ້ເວລາໜ້ອຍໃນການໃຫ້ບໍລິການລູກຄ້າເກົ່າ (ເຊັ່ນວ່າ: ຄົນທີ່ເຄີຍເຂົ້າມາຊື້ເຂົາເຈົ້າຮູ້ສິ່ງຄາດຫັວງແລ້ວ, ເຮັດໃຫ້ຄວາມຕ້ອງການໆຊ່ວຍເຫຼືອໜ້ອຍລົງ; ຍັງພົບອີກວ່າ ລູກຄ້າປະຈຳທີ່ເຂົ້າມາເບິ່ງເວັບໄຊ ມີຄວາມ ຢາກຊື້ຫຼາຍກວ່າ ຜູ້ເຂົ້າມາຊົມເວັບໄຊ ທີ່ຍັງບໍ່ ທັນໄດ້ຊື້ຫຍັງຈັກເທື່ອ ເຖິງຫ້າເທົ່າ.

ເພື່ອລະດົມໃຫ້ຜູ້ຊື້ຄັ້ງທຳອິດ ກັບເຂົ້າມາຊື້ອີກ, ນັກທຸລະກິດ ຈະມີອັດຕາການເຕີບໂຕທາງທຸລະກິດ ສູງຂຶ້ນ ແລະ ມີຄ່າໃຊ້ຈ່າຍໜ້ອຍກວ່າ ການຊອກຫາລູກຄ້າຄົນໃໝ່ ໃນຮູບແບບເກົ່າ ເຊັ່ນ ທາງໂທລະພາບ, ວິທະຍຸ, ໜັງສືພິມ. ແຜນການລະດົມລູກຄ້າເກົ່າ ຈະໃຫ້ສິ່ງຕອບແທນທີ່ສູງຂຶ້ນ. ຈະເພີ່ມການກັບເຂົ້າມາຊື້ເຄື່ອງຕື່ມອີກ, ທັງຍັງເປັນການສ້າງຄວາມຈົງຮັກ ພັກດີກັບລູກຄ້າເກົ່າ. ເມື່ອລູກຄ້າຄົນເກົ່າພໍ່ໃຈ, ເຂົາຈະເປັນກະບອກສຽງໂຄສະນາຫາໝູ່ເພື່ອນເຂົາເຈົ້າອີກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.