Norkhame
ຊອກຫາບ້ານ ຊອກຫາບ້ານ
ຖ້າຫາກຊີວິດຄືການເກີດມາເພື່ອຊົດໃຊ້ກຳເກົ່າແລ້ວ, ຄົນລາວຍຸກກ່ອນໜ້ານີ້ຈະມີກຳຫຼາຍ ກວ່າຄົນລາວໃນປະຈຸບັນ. ເພາະພວກເພີ່ນຕ້ອງຕົກໃນສະພາບທີ່ເຮົາເຫັນຂ່າວນີ້ທຸກໆວັນ ນັບເປັນຮ້ອຍປີ. ຖ້າຫາກບາບກຳມີຂື້ນກັບຄົນທີ່ກະທຳຄວາມຊົ່ວແລ້ວ ບາງຄັ້ງກໍ່ຫາຄຳຕອບ ບໍ່ໄດ້ວ່າ ເປັນຫຍັງເດັກນ້ອຍ ແລະ ຊີວິດອັນບໍລິສຸດຫຼາຍໆຄົນໄດ້ຕົກເປັນເຍື່ອຂອງສົງຄາມ. ບາງຄັ້ງຊີວິດບໍລິສຸດຕ້ອງສູນເສຍເພື່ອຈະໃຫ້ຄຳຕອບດີໆແກ່ຄຳຖາມທີ່ອາດບໍ່ມີຄຳຕອບ. ບໍ່ມີເລື່ອງໃດດີຈາກສົ່ງຄາມເລີຍ. ໃນບ່ອນໜຶ່ງທີ່ມີຄວາມສະຫງົບ ເຮົາກໍ່ຈະພົບເຫັນບ່ອນ ອື່ນມີສົງຄາມ. ແຖວອາຊີຕະເວັນອອກກາງ, ອາບການິດສສະຖານ ແລະ ຫຼາຍໆປະເທດກໍາ ລັງປະເຊີນໜ້າກັບສົງຄາມ. ແນ່ນອນບ່ອນທີ່ສະຫົງບກໍ່ຕ້ອງຮັບມືກັບຊາວອົບພະຍົກ ແລະໃນທີ່ສຸດນັກການເມືອງກໍ່ຕ່າງເຈັບຫົວກັບສະພາບດັ່ງກ່າວ. ຫຼາຍຄົນເລືອກທີ່ຈະຍ້າຍຖີ່ນຖານ... ຊອກຫາບ້ານ

ຖ້າຫາກຊີວິດຄືການເກີດມາເພື່ອຊົດໃຊ້ກຳເກົ່າແລ້ວ, ຄົນລາວຍຸກກ່ອນໜ້ານີ້ຈະມີກຳຫຼາຍ ກວ່າຄົນລາວໃນປະຈຸບັນ. ເພາະພວກເພີ່ນຕ້ອງຕົກໃນສະພາບທີ່ເຮົາເຫັນຂ່າວນີ້ທຸກໆວັນ ນັບເປັນຮ້ອຍປີ. ຖ້າຫາກບາບກຳມີຂື້ນກັບຄົນທີ່ກະທຳຄວາມຊົ່ວແລ້ວ ບາງຄັ້ງກໍ່ຫາຄຳຕອບ ບໍ່ໄດ້ວ່າ ເປັນຫຍັງເດັກນ້ອຍ ແລະ ຊີວິດອັນບໍລິສຸດຫຼາຍໆຄົນໄດ້ຕົກເປັນເຍື່ອຂອງສົງຄາມ.

ບາງຄັ້ງຊີວິດບໍລິສຸດຕ້ອງສູນເສຍເພື່ອຈະໃຫ້ຄຳຕອບດີໆແກ່ຄຳຖາມທີ່ອາດບໍ່ມີຄຳຕອບ. ບໍ່ມີເລື່ອງໃດດີຈາກສົ່ງຄາມເລີຍ. ໃນບ່ອນໜຶ່ງທີ່ມີຄວາມສະຫງົບ ເຮົາກໍ່ຈະພົບເຫັນບ່ອນ ອື່ນມີສົງຄາມ. ແຖວອາຊີຕະເວັນອອກກາງ, ອາບການິດສສະຖານ ແລະ ຫຼາຍໆປະເທດກໍາ ລັງປະເຊີນໜ້າກັບສົງຄາມ. ແນ່ນອນບ່ອນທີ່ສະຫົງບກໍ່ຕ້ອງຮັບມືກັບຊາວອົບພະຍົກ ແລະໃນທີ່ສຸດນັກການເມືອງກໍ່ຕ່າງເຈັບຫົວກັບສະພາບດັ່ງກ່າວ.

ຫຼາຍຄົນເລືອກທີ່ຈະຍ້າຍຖີ່ນຖານ ອັນເນື່ອງມາຈາກຫຼາຍໆສາເຫດ ເຊັ່ນ: ສະພາບເສດຖະກິດ, ຄວາມມັກດ້ານວັດຖະນະທຳ ແລະ ອື່ນໆ. ແຕ່ການອົບພະຍົກຂອງຄົນປະເທດ “ຊີເລຍ” ເປັນເຫດ ການໜຶ່ງທີ່ສ້າງຄວາມເສົ້າສະຫຼົດໃຈ. ຈາກແຫຼ່ງຂ່າວຫຼາຍໆບ່ອນໄດ້ຄາດວ່າມີ ປະມານ 200,000 ກ່ວາຄົນແລ້ວທີ່ເສຍຊີວິດ ທີ່ມາຈາກການອົບພະຍົກຫຼົບຫຼີກ ໄພສົງຄາມກາງເມືອງທີ່ມີທ່າວ່າຈະບໍ່ສີ້ນສຸດງ່າຍໆ.

ເຄີຍນັ່ງຮຽນກັບນັກຮຽນທີ່ມາຈາກປະເທດ ຊີເລຍ ເຊິ່ງເປັນປະເທດໜຶ່ງຂ້ອນຂ້າງມັ້ງຄັ້ງ ໃນດ້ານ ເສດຖະກິດ ແລະ ກໍ່ບໍ່ຄິດເລີຍວ່າ ຈະມີເຫດການທີ່ໜ້າສະຫຼົດໃຈ ເກີດຂື້ນຜ່ານທາງ ສື່ຕ່າງໆໃນ ປະຈຸບັນ. ອັນທີ່ໜ້າເສົ້າໃຈທີ່ຫາແນວປຽບທຽບບໍ່ໄດ້ກໍ່ຄື ການຕາຍຂອງເດັກນ້ອຍທີ່ແຄມທະເລ ພ້ອມກັບອ້າຍ ແລະ ແມ່ຂອງລາວ. ພໍ່ໄດ້ຕັດສິນໃຈໃຫ້ແມ່ກັບ ລູກອີກສອງຄົນ ຂື້ນເຮືອ ໜີຈາກປະເທດ ເພື່ອໄປອາໃສໃນປະເທດອື່ນ. ແຕ່ເຫດການຈົບລົງດ້ວຍຄວາມເສົ້າ ໃຈທີ່ແຄມທະເລປະເທດ ເຕີກີ.

ປະເທດລາວເຮົາເຄີຍຜ່ານປະສົບການ ທົນທຸກກັບສົງຄາມນຫຼາຍຮູບແບບ. ອາຊີບຂອງຄົນລຸ້ນເກົ່າເປັນອັນອື່ນໄປບໍ່ໄດ້ ນອກຈາກທະຫານກູ້ຊາດ. ຊີວິດຂອງຄົນລາວເກີດໄໝ່ ອາດຈະບໍ່ຮູ້ສຶກ ລິດຂອງໜາກແຕກ, ອິດຫີວ ແລະ ຄວາມຢ້ານກັບ ໄພອັນຕະລາຍ ທີ່ອາດເກີດຂື້ນກັບຕົນເອງ ຫຼື ຄົນຮູ້ຈັກ ໄດ້ທຸກໆເວລາ. ຈະເປັນແນວໃດ ຖ້າຕື່ນຂື້ນມາແລ້ວມີແຕ່ສຽງໜາກແຕກ ທົ່ວທຸກແຫ່ງຫົນ, ແລະ ສຽງອົນລະວົນຊອກຫາຫົນ ທາງຫຼົບຫຼີກເພື່ອປະຄັງຊີວິດຕົນເອງ ແລະ ຄົນອື່ນໃນຄອບຄົວ. ຈະເປັນແນວໃດຖ້າຫາກການແລ່ນໃນຕອນເຊົ້າເພື່ອອອກກຳລັງກາຍ ກັບກາຍເປັນ ການແລ່ນໜີໜາກລະເບີດທີ່ພ້ອມຈະຕົກມາແຕ່ຟ້າ ຫຼື ຈາກພື້ນດິນ. ຈະເປັນແນວໃດຫາກບ່ອນທີ່ເຮົາກິນເຂົ້າທຸກໆຄາບຕ້ອງເປັນຮົ່ມໄມ້ເພື່ອຊ້ອນລີ້ສັດຕູໃນຍາມຫິວໂຫຍ.

ໄດ້ຍີນເລື່ອງເລົ່າເຫດການກ່ຽວກັບສະພາບລາວໃຫ້ຝັງຕະຫຼອດຕອນຍັງນ້ອຍ ແລະ ຄິດວ່າຄົນລາວຍຸກນີ້ໂຊກດີຫຼາຍ. ຍ້ອນການເສຍສະຫຼະ ແລະ ການນຳພາອັນສະຫຼາດສ່ອງໃສຂອງຜູ້ນຳລາວທີ່ຕັດສິນ ໃຈຜ່ານຜ່າທຸກຄວາມຫຸຍ້ງຍາກ. ບວກກັບການສະໜັບສະໜູນຂອງຜູ້ຮັກສັນຕິພາບໃນທົ່ວໂລກ ຈົນເຮັດໃຫ້ປະເທດລາວມີສັນຕິພາບໃນທີ່ສຸດ.

ການຕາຍຂອງສາດສະໜາພຸດເປັນການສີ້ນສຸດການທົນທຸກນ່າໆປະການ. ຫວັງວ່າທ່ານ ທີອ່ານບົດຄວາມນີ້ຈະໃຊ້ເວລາຈັກໜ້ອຍໜຶ່ງຮ່ວມກັບຂ້າພະເຈົ້າ ອຸດທິສວ່ນບຸນກຸສົນ ແລະ ແຜ່ເມດຕາ (ຈັກໜ້ອຍໜຶ່ງກໍ່ໄດ້) ໃຫ້ຊີວິດເດັກນ້ອຍ ແລະ ຄົນທີ່ທົນທຸກໄດ້ພົ້ນຈາກທຸກ ແລະ ເຖິງສຸກຂະຕິດ້ວຍເຖີດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.