Norkhame
ຢ່າປະປ່ອຍເວລາ ຢ່າປະປ່ອຍເວລາ
ແຕ່ລະຄົນຕ່າງມີຄວາມຈຳກັດດ້ານເວລາ. ທຸກຄົນມີເວລາ 24 ຊົວໂມງຕໍ່ມື້. ຍ້ອນເວລາມີຈຳກັດ ມັນຈິ່ງເປັນສິ່ງທີ່ ຕ້ອງໄດ້ ຄິດວ່າຈະໃຊ້ເວລາແນວໃດໃຫ້ເປັນປະໂຫຍດທີ່ສຸດ. ສຳນຶກພາບເບິ່ງວ່າ, ຖ້າຫາກທ່ານຈະມີເວລາ ພຽງແຕ່ ເດືອນດຽວ ໃນການດຳລົງຊີວິດ ທ່ານຈະໃຊ້ເວລາແນວໃດ? ທ່ານອາດຈະໃຊ້ເວລາກັບຄົນຮັກໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ຮຽນຮູ້ກັນໃຫ້ຫຼາຍທີ່ສຸດ, ຫຼື ເວົ້າຈາແຕ່ແນວມ່ວນໆ ນຳກັນ. ທ່ານອາດຈະອອກໄປທ່ຽວທາງນອກ ແລະ ຫາປະສົບການດີໆຮ່ວມກັນ, ຄົ້ນຫາສິ່ງ ໄໝ່ໆໃນໂລກ.... ຢ່າປະປ່ອຍເວລາ

ແຕ່ລະຄົນຕ່າງມີຄວາມຈຳກັດດ້ານເວລາ. ທຸກຄົນມີເວລາ 24 ຊົວໂມງຕໍ່ມື້. ຍ້ອນເວລາມີຈຳກັດ ມັນຈິ່ງເປັນສິ່ງທີ່ ຕ້ອງໄດ້ ຄິດວ່າຈະໃຊ້ເວລາແນວໃດໃຫ້ເປັນປະໂຫຍດທີ່ສຸດ. ສຳນຶກພາບເບິ່ງວ່າ, ຖ້າຫາກທ່ານຈະມີເວລາ ພຽງແຕ່ ເດືອນດຽວ ໃນການດຳລົງຊີວິດ ທ່ານຈະໃຊ້ເວລາແນວໃດ?

ທ່ານອາດຈະໃຊ້ເວລາກັບຄົນຮັກໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ຮຽນຮູ້ກັນໃຫ້ຫຼາຍທີ່ສຸດ, ຫຼື ເວົ້າຈາແຕ່ແນວມ່ວນໆ ນຳກັນ. ທ່ານອາດຈະອອກໄປທ່ຽວທາງນອກ ແລະ ຫາປະສົບການດີໆຮ່ວມກັນ, ຄົ້ນຫາສິ່ງ ໄໝ່ໆໃນໂລກ. ທ່ານອາດຈະ ໃຊ້ເວລາຮຽນຮູ້ ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ຈາກປື້ມ ຫຼື ການສຶກສາດ້ວຍຕົນເອງ.

ທ່ານ ອາດຈະສ້າງສິ່ງໃດໜຶ່ງຂື້ນມາ ເພື່ອເຮັດໃຫ້ໂລກດີຂື້ນ. ທ່ານອາດຈະຢາກຝາກສິ່ງໃດໜຶ່ງທີ່ເປັນຕົວຕົນຂອງ ທ່ານໄວ້ ເທິງໂລກນີ້ ເຊິງມັນອາດຈະເປັນງານສິນລະປະ, ຫຼື ການສ້າງໃຫ້ຊີວິດມະນຸດດີຂື້ນ.

ສິ່ງທີ່ເວົ້າມານັ້ນອາດຈະເປັນແນວທີ່ທ່ານຢາກເຮັດ ຫຼື ອາດຈະເຮັດແນວອື່ນໆແທນ ທີ່ມີຄຸນຄ່າເພື່ອເຮັດໃຫ້ເວລາໜຶ່ງ ເດືອນທີ່ເຫຼືອເປັນເວລາທີ່ດີທີ່ສຸດ.

ສິ່ງທີ່ຈະບໍ່ມີຜົນປະໂຫຍດໃນຄວາມຄິດຂອງຂ້າພະເຈົ້າກ່ຽວກັບການໃຊ້ເວລາທີ່ເຫຼືອຄື:  ອາດຈະແມ່ນການເບິ່ງ ໂທລະທັດ (ລາຍການໂທລະທັດດີໆອັນ ໃດໜຶ່ງເຊິ່ງອາດຈະອອກອາກາດເປັນພິເສດໃນແຕ່ລະເດືອນ), ມີອາລົມ ຈິດບໍ່ສະບາຍໃຈເປັນ ປະຈຳ, ອ່ານຂ່າວບໍ່ມີສາລະ ແລະ ການເຄື່ອນໃຫວ່ໃນທາງຜິດສິນລະທຳ, ເຫັນແກ່ຕົວ, ເຫັນແຕ່ຕົວເອງສຳຄັນ, ຊື້ເຄື່ອງ, ຮູ້ສຶກບໍ່ຢາກເຮັດຫຍັງ ແລະ ບໍ່ເຮັດຫຍັງໃນເວລາທີ່ເຫຼືອນັ້ນ, ກັງວົນ, ຜິດຫວັງກັບສິ່ງທີ່ເຮັດໃນຊີວິດຜ່ານມາ, ຫຼີ້ນການ ພະນັດ, ໃຊ້ຈ່າຍຝູມເຝືອຍ, ແລະ ກໍ່ກວນຄວມບໍ່ສະຫງົບສ້າງຄວາມລຳຄານໃຈໃຫ້ແກ່ຄົນອື່ນໆ. ບາງທ່ານ ອາດຈະຄິດວ່າ ສິ່ງທີ່ກ່າວມານັ້ນ ເປັນສິ່ງທີ່ມີຄຸນຄ່າ ແລະ ໜ້າຈະໃຊ້ເວລາເຮັດມັນ.

ສິ່ງສຳຄັນກໍ່ຄື ຕ້ອງໄດ້ຕັດສິນໃຈວ່າສິ່ງໃດມີຄຸນຄ່າໃນເດືອນສຸດທ້າຍທີ່ເຫຼືອຢູ່. ທ່ານຕ້ອງໄດ້ເລືອກ. ຕັດສິນໃຈສິ່ງໃດທ່ານ ຈະນຳຕົວເອງເຂົ້າໄປມີສ່ວນຮ່ວມ ໃນຊ່ວງເວລາທີ່ມີຄຸນຄ່າທີ່ເຫຼືອຢູ່. ເພາະວ່າທ່ານຈະບໍ່ມີເວລາເຫຼືອຫຼາຍອີກແລ້ວ. ທຸກໆຊ່ວງເວລາມີຄວາມຈຳກັດ ແລະ ມັນມີຄຸນຄ່າ. ທ່ານ ຈົ່ງຢ່າໄດ້ເສຍເວລາເພີດເພີນອີກເລີຍ ແມ້ແຕ່ມື້ໜຶ່ງ. ຈົ່ງໃຊ້ຊີວິດ ໃນທຸກໆຊ່ວງເວລາໃຫ້ຄຸ້ມຄ່າ ແລະ ຮັກໃນການມີຊີວິດ.

ຖ້າຊີວິດເປັນຄືດອກໄມ້ ໜ້າທີ່ອັນສຳຄັນອັນໜຶ່ງຂອງມັນກໍ່ຄືຜະລິດດອກໄມ້ອັນສວຍງາມອອກມາ ໃນຍາມລະດູການຂອງ ມັນ. ຊີວິດຂອງຄົນມີຄວາມສຳຄັນກໍ່ຕໍ່ເມື່ອຮູ້ໃຊ້ໜ້າທີ່ ແລະ ທັກສະເຂົ້າໃນການພັດທະນາຕົນເອງ ແລະ ຊ່ວຍເຫຼືອຄົນອື່ນ.

ຖ້າຫາກທ່ານມີເວລາເຫຼືອໜຶ່ງເດືອນ ທ່ານຈະເຮັດຫຍັງໄວ້ກ່ອນຈະບໍ່ມີໂອກາດ? ຖ້າໃຜກໍ່ຕາມຮູ້ແນ່ນອນວ່າຈະມີຊີວິດ ເຫຼືອພຽງແຕ່ໜຶ່ງເດືອນ, ນັ້ນມັນເປັນສິ່ງທີ່ດີ ເພາະວ່າຫຼາຍໆຄົນບໍ່ຮູ້ວ່າ ຈະມີຊີວິດເຫຼືອອີກບໍ່ໃນມື້ອື່ນ. ມີຄົນຮູ້ຈັກຫຼາຍໆ ຄົນບໍ່ໄດ້ເຫັນໜ້າ ໃນໂມງເຮັດວຽກຂອງວັນຕໍ່ມາ ແຕ່ມັນເປັນວັນແຈ້ງມໍລະນະກຳຂອງພວກເພີ່ນ. ສິ່ງນີ້ ມັນສອນໃຫ້ຂ້າ ພະເຈົ້າຮູ້ວ່າ ທຸກໆຄົນມີເວລາຈຳກັດຫຼາຍ ແຕ່ມັນຫຼາຍພໍທີ່ທ່ານຈະສ້າງສິ່ງດີໆຂື້ນໃຫ້ແກ່ສັງຄົມໃນແຕ່ລະວັນ. ຈົ່ງໃຊ້ເວ ລາໃນສິ່ງທີ່ເປັນປະໂຫຍດ ແລະ ສ້າງສັນສິ່ງປະດິດຄິດແຕ່ງໃນສັງຄົມ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.