Norkhame
ປັບທັກສະ ປັບທັກສະ
ການນຳໃຊ້ເຄື່ອງມືສົ່ງເສີມການຄ້າຂາຍທາງອອໄລ ເປັນພຽງຮູບແບບເສີ່ມທຸລະກິດທີ່ມີຢູ່ແລ້ວ. ເຄື່ອງມືທາງອອນໄລ ຈະມີປະສິດທິຜົນດີກໍ່ຍັງຕ້ອງໄດ້ຂື້ນກັບລະບົບທຸລະກິດທີ່ທ່ານກຳລັງດຳເນີນໃນບໍລິສັດ. ສິ່ງທີ່ທ່ານຕ້ອງໄດ້ຄຳນຶງໃນການນຳໃຊ້ເຄື່ອງມື ICT ເຂົ້າມາຮັບໃຊ້ໃນທຸລະກິດກໍ່ຄື: ຈະເອົາເຂົ້າມາແກ້ບັນຫາໃດ ໃນທຸລະກິດທີ່ທ່ານກຳລັງດຳເນີນຢູ່? ເພື່ອພັກດັນ​ໄປ​ສູ່ ການ​ພັກ​ດັນ​ການບໍລິຫານ​ພາຍ​ໃນບໍລິສັດ, ສ້າງຜົນກຳໄລ, ຫຼຸດຕົ້ນທຶນການ​ເຮັດທຸລະ​ກິດ, ມີ​ຄວາມ​ສາມາດ​ສູງ​ໃນ​ການ​ເຂົ້າສູ່​ຕະຫຼາດ​​ໃໝ່ ຫຼື ເຂົ້າສູ່ລູກ​ຄ້າ​ຫຼາກຫຼາຍກຸ່ມ ​ໃນ​ຕະຫຼາດດຽວກັນ, ສະໜອງການ​ບໍລິການລູກ​ຄ້າ​ໃນ​ຂອບ​ເຂດທົ່ວ​ໂລກ, ເພື່ອ​ແຂ່ງຂັນ​ກັບ​ຄົນ​ອື່ນ. ເພື່ອເຮັດໃຫ້ໄດ້ຕາມຈຸດປະສົງທີ່ທ່ານຕ້ອງການ, ທີມງານບໍລິຫານງານທີ່ຈະນຳໃຊ້ກົນໄກການຄ້າທາງອອນໄລມາໃຊ້ ຕ້ອງໄດ້ທົບທວນ ແລະ ປັບປຸງ​ໜ່ວຍງານທີ່ຈະມີສ່ວນຮ່ວມ... ປັບທັກສະ

ການນຳໃຊ້ເຄື່ອງມືສົ່ງເສີມການຄ້າຂາຍທາງອອໄລ ເປັນພຽງຮູບແບບເສີ່ມທຸລະກິດທີ່ມີຢູ່ແລ້ວ. ເຄື່ອງມືທາງອອນໄລ ຈະມີປະສິດທິຜົນດີກໍ່ຍັງຕ້ອງໄດ້ຂື້ນກັບລະບົບທຸລະກິດທີ່ທ່ານກຳລັງດຳເນີນໃນບໍລິສັດ.

ສິ່ງທີ່ທ່ານຕ້ອງໄດ້ຄຳນຶງໃນການນຳໃຊ້ເຄື່ອງມື ICT ເຂົ້າມາຮັບໃຊ້ໃນທຸລະກິດກໍ່ຄື: ຈະເອົາເຂົ້າມາແກ້ບັນຫາໃດ ໃນທຸລະກິດທີ່ທ່ານກຳລັງດຳເນີນຢູ່? ເພື່ອພັກດັນ​ໄປ​ສູ່ ການ​ພັກ​ດັນ​ການບໍລິຫານ​ພາຍ​ໃນບໍລິສັດ, ສ້າງຜົນກຳໄລ, ຫຼຸດຕົ້ນທຶນການ​ເຮັດທຸລະ​ກິດ, ມີ​ຄວາມ​ສາມາດ​ສູງ​ໃນ​ການ​ເຂົ້າສູ່​ຕະຫຼາດ​​ໃໝ່ ຫຼື ເຂົ້າສູ່ລູກ​ຄ້າ​ຫຼາກຫຼາຍກຸ່ມ ​ໃນ​ຕະຫຼາດດຽວກັນ, ສະໜອງການ​ບໍລິການລູກ​ຄ້າ​ໃນ​ຂອບ​ເຂດທົ່ວ​ໂລກ, ເພື່ອ​ແຂ່ງຂັນ​ກັບ​ຄົນ​ອື່ນ. ເພື່ອເຮັດໃຫ້ໄດ້ຕາມຈຸດປະສົງທີ່ທ່ານຕ້ອງການ, ທີມງານບໍລິຫານງານທີ່ຈະນຳໃຊ້ກົນໄກການຄ້າທາງອອນໄລມາໃຊ້ ຕ້ອງໄດ້ທົບທວນ ແລະ ປັບປຸງ​ໜ່ວຍງານທີ່ຈະມີສ່ວນຮ່ວມ ຫຼື ໄດ້ຜົນປະໂຫຍກ​ຫຼັກ. ຂົງເຂດທີ່ຕ້ອງໄດ້ມີການປັບປຸງຮູບແບບການເຮັດການຄ້າທາງອອນໄລປະກອບ​ມີ​ດັ່ງນີ້:[signinlocker]

  1. ຄວນມີຍຸດ​ທະ​ສາດ​​ ແລະ​ ທິດ​ທາງການ​ປັບປຸງ E-Business

ຍຸດທະສາດຈະປະກອບເອົາທຸກໆເປົ້າໝາຍ ແລະ ສິ່ງທີ່້ອງໄດ້ປະຕິບັດຮ່ວມກັນ. ປຽບສະເໜືອນແຜນແມ່ບົດໃນການເຮັດວຽກເປັນທີມ. ປາດສະຈາກຍຸດທະສາ, ກໍ່ຈະເຮັດໃຫ້ມີການກວດສອບປະສິດທິຜົນການເຮັດວຽກທີ່ສັບສົນໃນຕໍ່ໜ້າ. ຍຸດທະສາດຈະເປັນການສ້າງຄວາມ​ສຳ​ເລັດ​ໃນ​ການ​ລິ​ເລີ້ມ E-​Business ໃນໄລຍະສັ້ນແລະຍາວ.

ຍຸດທະສາດຈະບັນຈຸໜ້າວຽກຂອງແຕ່ລະພາກສ່ວນ. ນັບແຕ່ສູງຫາພະນັກງານວິຊາການ. ສິ່ງດັ່ງກ່າວຈະເປັນການມອບໝາຍໜ້າທີ່ຮັບຜິດຊອບຢ່າງລະອຽດເພື່ອສົ່ງເສີມໃຫ້ມີການຈັດຕັ້ງປະຕິບັດຢ່າງຈິງຈັງ. ນອກນັ້ນ, ແຜນຍຸດທະສາດທາງອອນໄລ ຈະເປັນການສ້າງລະບົບການເຮັດວຽກທີ່ແນ່ນອນ, ກວດສອບໄດ້ ແລະ ສ້າງການເຝິກອົບຮົມຄວາມສາມາດຂອງພະນັກງານໃນແຕ່ລະພາກສ່ວນໃຫ້ໄດ້ເພີ່ມຂີດຄວາມສາມາດໃນການເຮັດວຽກງານຮ່ວມກັນໄດ້ຢ່າງມີປະສິດທິຜົນ. ແຕ່ລະໄລຍະ, ທີມວານສາມາດກວດສອບຄວາມຄືບໜ້າ ແລະ ສິ່ງທີ່ແຕ່ລະໜ່ວຍງານບັນລຸຜົນ, ຄ້າງຄາ ຫຼື ຕ້ອງໄດ້ປ່ຽນກົນໄກໃໝ່. ຍຸດທະສາດການຄ້າທາງອອນໄລທີ່ປະສົບຜົນສຳເລັດມັກມີລັກສະນະດັ່ງຕໍ່ໄປນີ້:

  • ຍຸດທະສາດມີສາຍພົວພັນກັບຈຸດປະສົງລວມຂອງບໍລິສັດ, ຕອບສະໜອງຄວາມຕ້ອງການຂອງລູກຄ້າ, ແລະ ສົ່ງເສີມການເຮັດທຸລະກິດໃຫ້ມີການຂະຫຍາຍຕົວ,
  • ຍຸດທະສາດຕ້ອງສາມາດປັບປ່ຽນເປັນປະຈຳເພື່ອຊ່ວຍໃຫ້ອົງການສາມາດພັດທະນາໄດ້ຕາມເປົ້າໝາຍລວມ, ຮັກສາຍອດຂາຍ, ແຂ່ງຂັນກັບຄົນອື່ນໄດ້, ເຮັດໃຫ້ທີມງານເຮັດວຽກໄດ້ດີຂື້ນ.
  1. ຮັບຄຳຄິດເຫັນຂອງຄົນພາຍໃນທີມງານ

ຄວາມສຳເລັດຈະເກີດຂື້ນກໍ່ຕໍ່ເມື່ອພາຍໃນທີມງານຮ່ວມກັນຈັດຕັ້ງປະຕິບັດ ແລະ ມີຄວາມເຂົ້າໃຈໃນທຸກໆວຽກງານ. ປະຕິກິລິຍາ​ຂອງ​ບັນດາທີມງານໃນອົງການ​ຈັດຕັ້ງຕໍ່ກັບແຜນຍຸດທະສາດການຄ້າທາງອອນໄລຈະຊ່ວຍປັບປຸງໃຫ້ແຜນມີຄວາມ​ສຳເລັດຼາຍຂື້ນ. ຍິ່ງເປີດໃຫ້ບັນດາຜູ້ມີສ່ວນຮ່ວມມີຄຳເຫັນໃນການປັບປຸງແຜນຍຸດທະສາດ, ຈະເຮັດໃຫ້ສ້າງຄວາມເຂົ້າໃຈໃນການເຮັດວຽກ, ມີຄວາມສາມັກຄີ ​ແລະ ສ້າງລະບົບຄຸ້ມຄອງທີ່ແຂ່ງແກ່ນ. ໃນທີ່ສຸດ, ກໍ່ຈະເປັນການສ້າງຜົນປະໂຫຍດທີ່ດີທີ່ສຸດໃຫ້ແກ່ລູກຄ້າຂອງບໍລິສັດ.

  1. ປັບປຸງລະບົບ​ແລກປ່ຽນຂ່າວສານພາຍໃນຜ່ານທາງລະບົບເຕັກ​ໂນ​ໂລ​ຢີ່

ຢ່າງໜ້ອຍ, ລະບົບການຄ້າທາງອອນໄລ ຊ່ວຍພັກດັນໃຫ້ພະນັກງານສາມາດນຳໃຊ້ເຄື່ອງມືສື່ສານທາງອອນໄລໃນຫຼາກຫຼາຍຮູບແບບ. ເປັນຕົ້ນ​ນຳ​ໃຊ້ E-Mail, ​ເວັບ​ໄຊໂຄສະນາກິດຈະກຳ, ໃຊ້ສື່ສັງຄົມອອນໄລແຈ້ງຂ່າວສານ, ສົ່ງຂໍ້ມູນໃໝ່ກ່ຽວກັບຜະລິດຕະພັນ ແລະ ການບໍລິການໃຫ້ແກ່ລູກຄ້າ. ນອກນັ້ນ, ຍັງຈະພັກດັນໃຫ້ມີການນຳໃຊ້ຄອມພີວເຕີ້ຕັ້ງໂຕະ ແລະ ເຄື່ອນທີ່, ມືຖື ແລະ ອື່ນໆ ເພື່ອດຳເນີນທຸລະກິດ ຫຼື ໃນວຽກງານບໍລິຫານປະຈຳວັນ.

  1. ປັບປ່ຽນວັດທະນະ​ທຳການເຮັດວຽກ

ໃນນະວັດຕະກຳການສື່ສານອອນໄລ, ຈະພັກດັນໃຫ້ບັນດາທີມງານຕ້ອງໄດ້ຫັນປ່ຽນການນຳໃຊ້ເຄື່ອງສື່ສານທນສະໄໝ. ຫາກການນຳລຸ້ນອາວຸໂສ, ທາງທີມງານກໍ່ຕ້ອງໄດ້ພັກດັນການຮຽນຮູ້ຂັ້ນພື້ນຖານ ເພື່ອສາມາດໄປຕາມຂະບວນການຂອງບໍລິສັດ. ເປັນຕົ້ນ, ການສົ່ງເອກະສານເຊີນ ບໍ່ຈຳເປັນຕ້ອງສົ່ງໃນຮູບແບບຈົດໝາຍ, ບັນດາທີມງານທຸກໆລະດັບ ຄວນສາມາດສື່ສານທາງອີເມວໃນການແຈ້ງປະຊຸມ ແລະ ຮັບຕອບການເຊີນ. ການເຮັດວຽກດັ່ງກ່າວຈະສ້າງວິທີການເຮັດວຽກທີ່ວ່ອງໄວ, ການແຈ້ງຂ່າວສານທັນການ ແລະ ສ້າງການຕັດສິນໃຈທີ່ທັນການ.

ທັງ 04 ອົງປະກອບທີ່ທາງບໍລິສັດ ຄວນພິຈາລະນາໃນການນຳເອົາການຄ້າທາງອອນໄລເພື່ອມາຜັນຂະຫຍາຍໃນບໍລິສັດ. ການ​ປ່ຽນ​ແປງ​ຂະ​ບວນການ​ດັ່ງກ່າວ​: ຈະ​ເຮັດ​ໃຫ​້ໄດ້ຮັບຜົນ​ໃນ​ວົງ​ກວ້າງ​ສຳລັບ​ວັດທະນະ​ທຳ​ທີ່​ມີ​ຢູ່ ໃນ​ປະຈຸ​ບັນ, ​ເຊັ່ນ​ວ່າ: ກົດ​ລະບຽບ, ຄວາມ​ເຊື່ອ, ຫັຼກ​ການ ​ແລະ ພຶດຕິກຳ​ທີ່ອົງການ​ເຄີຍ​ປະຕິບັດ​ມາ. ເພື່ອ​ບັນລຸ​ຈຸດປະສົງຂອງບໍລິສັດ, ​ເສີມ​ສ້າງ​ຄວາມ​ຫຼາກຫຼາຍຂອງ​ຂ່າວສານ. ໃນ​ຂະນະ​ດຽວກັນ​ມັນ​ກໍ່​ເພີ່ມ​ໂອກາດ​ໃຫ້​ທຸລະ​ກິດ​ຂອງ​ທ່ານ​ອອກ​ສູ່​ສາຍຕາ ​ມະຫາຊົນ ແລະ ພັກ​ດັນ​ໃຫ້​ການ​ຄ້າ​ມີ​ການ​ໂຕ້​ຕອບ​​ແລກ​ປ່ຽນ​ນຳ​ກັນ​ຫລາຍ​ຂຶ້ນ ແລະ ໄວຂື້ນ​. ​

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.