Norkhame
ຮູບແບບການຄ້າທາງອອນໄລ ຮູບແບບການຄ້າທາງອອນໄລ
ຮູບແບບຂອງ E-​Business ໄດ້ຖືກກຳນົດ ແລະ ຈັດປະເພດດ້ວຍຫຼາກຫຼາຍວິທີ. ໃນການ ຈັດຕັ້ງປະຕິບັດ, ທຸລະກິດສາມາດປະສົມປະສານກັບຫຼາຍຮູບແບບທີ່ແຕກຕ່າງກັນ ຕາມຍຸດທະສາດທຸລະກິດຂອງທ່ານ. ຍົກເອົາໝວດພື້ນຖານຂອງຮູບແບບທຸລະກິດປະກອບມີ​ດັ່ງ​ນີ້:  1. ຮູບແບບການໂຄສະນາ ຮູບແບບການໂຄສະນາຜ່ານເວບໄຊ ເປັນຮູບແບບການໂຄສະນາທີ່ໄດ້ມາຈາກການ ໂຄສະນາຜ່ານທາງ ໂທລະພາບ ແລະ ວິທະຍຸ.  ໃນກໍລະນີນີ້, ເວັບໄຊເຮັດວຽກຄືກັນກັບການອອກອາກາດສົດ. ຕາມທຳມະດາແລ້ວ ມັນໃຫ້ການບໍລິການເນື້ອໃນ ແລະ ການບໍລິການໂຄສະນາໂດຍບໍ່ຄິດຄ່າ.... ຮູບແບບການຄ້າທາງອອນໄລ

ຮູບແບບຂອງ E-​Business ໄດ້ຖືກກຳນົດ ແລະ ຈັດປະເພດດ້ວຍຫຼາກຫຼາຍວິທີ. ໃນການ ຈັດຕັ້ງປະຕິບັດ, ທຸລະກິດສາມາດປະສົມປະສານກັບຫຼາຍຮູບແບບທີ່ແຕກຕ່າງກັນ ຕາມຍຸດທະສາດທຸລະກິດຂອງທ່ານ.

ຍົກເອົາໝວດພື້ນຖານຂອງຮູບແບບທຸລະກິດປະກອບມີ​ດັ່ງ​ນີ້: 

1. ຮູບແບບການໂຄສະນາ

ຮູບແບບການໂຄສະນາຜ່ານເວບໄຊ ເປັນຮູບແບບການໂຄສະນາທີ່ໄດ້ມາຈາກການ ໂຄສະນາຜ່ານທາງ ໂທລະພາບ ແລະ ວິທະຍຸ.  ໃນກໍລະນີນີ້, ເວັບໄຊເຮັດວຽກຄືກັນກັບການອອກອາກາດສົດ. ຕາມທຳມະດາແລ້ວ ມັນໃຫ້ການບໍລິການເນື້ອໃນ ແລະ ການບໍລິການໂຄສະນາໂດຍບໍ່ຄິດຄ່າ. ເວັບໄຊສາມາດ ມີລາຍໄດ້ ຈາກການສະແດງຂໍ້ຄວາມ ໃນຮູບແບບຂອງປ້າຍ​ໂຄສະນາ (banner ads). ຜູ້​ອອກ​ອາກາດ​ອາດ​ຈະ​ເປັນ​ຜູ້​ສ້າງ​ເນື້ອ​ໃນ ຫຼື ອາດ​ຈະ​ສັງ​ລວມ​ເນື້ອ​ໃນ​ທີ່​ຂຽນຂື້ນມາ​ແລ້ວ​ຈາກ​ບ່ອນ​ອື່ນ. ຮູບ​ແບບການໂຄສະ ນາຈະ​ເຮັດ​ໄດ້​ດີກໍ່ຕໍ່​ເມື່ອ ປະລິມາ​ນຂອງ​ຜູ້​ເຂົ້າຊົມ​ເວັບ​ໄຊ​ມີຫຼາຍກຸ່ມ​ຄົນ ຫຼື ແຕ່ລະ​ກຸ່ມ​ຄົນ​ທີ່ມີ​ປະລິມານ​ຫຼາຍ.

2. ຮູບແບບຜ່ານເວັບໄຊ໊ກາງ (ແມ່ຄ້າຄົນກາງ)

​ນຳເອົາເຄື່ອງຄົນອື່ນມາຂາຍຜ່ານເວັບໄຊ໊. ການ​ຂາຍ​ອາດ​ຈະ​ອິງ​ຕາມ​ບັນຊີ​ລາຄາ ຫຼືຈາກ​ການ​ປະມູນ.  ພາບ​ພົດ​ຂອງ​ເວັບ​ໄຊ ​ແລະ ການ​ສ້າງຄວາມຮູ້ສຶກ; ທັງ​ສອງ ລວມ​​ເຂົ້າກັນ​ກາຍ​ເປັນ ຮູບແບບການສ້າງຄວາມໜ້າເຊື່ອຖືຂອງ​ເວັບ​ໄຊ ​ແລະ ເປັນທາງ​ເລືອກ​ໃນ​ການ​ຊື້  ແກ່​ຜູ້​ຊົມ​ໃຊ້. ​ອົງ​ປະກອບພື້ນຖານ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ນຳ​ສະ​ເໜີຜະລິດ​ຕະພັນ
  • ແຜນ​ທີ່​ຂອງ​ເວັບ​ໄຊ ສະ​ແດງ​ວິທີ​ໃຫ້​ຜູ້​ເຂົ້າ​ເບິ່ງ​ເວັບ​ໄຊ​ສາມາດ​ເຂົ້າ​ເບິ່ງ​ໄດ້​ທົ່ວໆ
  • ການ​ສັ່ງ​ຊື້ຜ່ານອອນ​ໄລ – ການ​ຊື້​ເຄື່ອງ​ດ້ວຍ​ບັດ​ເຄຼດິດ
  • ໜ້າທີ່​ຂອງ​ການ​ນຳ​ໃຊ້ ເຕັກ​ໂນ​ໂລ​ຍີ – ການຄົ້ນຫາ, ການ​ປະກົດ​ມີ​ຂໍ້​ມູນ​ສ່ວນ​ຕົວ
  • ການ​ບໍລິການ​ລູກ​ຄ້າ – ທາງ​ໂທລະສັບ, ການ​ສື່ສານ​ທາງ​ອີເມ​ວ
  • ບາດ​ກ້າວ​ສຸດ​ທ້າຍ – ຂະ​ບວນການ​ສັ່ງຜ່ານ​ບໍລິສັດ​ຂົນ​ສົ່ງ
  • ​ແຜນການ​ສ້າງ​ຄວາ​ມ​ໄວ້ວາງ​ໃຈ

ຜູ້​ຂາຍຍ່ອຍ ​ແລະ ຂາຍ​ສົ່ງ ​ຜະລິດ​ຕະພັນ ແລະ ​ການ​ບໍລິການ​ອອນ​ໄລ ເປັນ​ທີ່ຮັບຮູ້​ໃນ​ນາມ ຂອງຜູ້​ຂາຍທາງ​ເອ​ເລັກ​ໂທຼນິກ ສາມາດສື່ສານກັບລູກຄ້າ  ດ້ວຍການສົ່ງຈົດໝາຍທຸລະ​ກິດ​ເພື່ອສັ່ງສິນຄ້າ, ກ້າວ​​ເຂົ້າສູ່ການ​ເຮັດກາ​ຕາ​ລອກ​ຜະລິດ​ຕະພັນ ​ແລະ ລະບົບ​ການ​ສັ່ງ​ທາງ​ອິນ​ເຕີ​ເນັດທີ່​ມີ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ. 

3. ຮູບແບບຂາຍຕົງ

ອົງ​ປະກອບ​ອັນໜຶ່ງທີ່​ເປັນ​ໂອກາດ ສຳລັບທຸລະ​ກິດ ທາງອິນ​ເຕີ​ເນັ​​ດ ​ແມ່ນ​ຄວາມ​ສາມາດ ຂອງ ຜູ້​ຜະລິດ ໃນການ​ເຂົ້າ​ຫາ​ຜູ້​ຊື້​ໄດ້​ໂດຍ​ກົງ. ດັ່ງນັ້ນ ການ​ຍົກ​ລະດັບຕ໋ອງ​ໂສ້ ການ​ຈຳໜ່າຍ​​ໄດ້ຢ່າງ​ມີປະສິດທິ​ຜົນຈິ່ງເປັນສິ່ງທີ່ຈຳເປັນ.  ການ​ປະກົດ​ຕົວ​ຂອງອອນ​ໄລ ກາຍ​ເປັນ​ສ່ວນ​ທີ່​ສຳຄັນ​ສຳລັບຜູ້​ຜະລິດ. ຜູ້​ໃຫ້​ບໍລິການ​ອິນ​ເຕີ​ເນັດ ​​ໄດ້​ນຳ​ເອົາ​ວິທີ​ເຂົ້າສູ່​ລູກ​ຄ້າ, ສ້າງ​ການຄົ້ນຄ້ວາ, ​ແລະ ສ້າງສາ​ຍພົວພັນ​ກັບ​ລູກ​ຄ້າແຕ່ລະ​ຄົນ. ລູກ​ຄ້າ​ຖືກ​ຊວນ​ເຊີນ​ເຂົ້າມາສູ່​ວິທີ​ການ​ຊື້​ເຄື່ອງ​ໃນຮູບ​ແບບ​ໄໝ່, ຊອກ​ຫາ​ຜະລິດ​ຕະພັນ ແລະ ​ຍີ່​ຫໍ້ ໄໝ່ໆທົ່ວ​ທຸກ​ຫົນ​ແຫ່ງ.  ຍິ່ງ​ໄປ​ກວ່າ​ນັ້ນ ລູກຄ້າມີ​ຄວາມຮູ້ສຶກສະດວກ​ສະບາຍ ຍ້ອນ​ການ​ປະ​ຍັດ​ເວລາ ​ແລະ ​ເງິນ, ​ແລະ ສາມາດ​ຊື້ໄດ້​ຕະຫຼອດ 24 ຊົວ​ໂມງຕໍ່ມື້. ຮູບ​ແບບ​ນີ້​ເຮັດ​ໃຫ້ຜູ້​ຜະລິດ ​ສາມາດ​ເຂົ້າຫາຕະຫຼາດ​ໄດ້​ໂດຍ​ຕົງ ​ແລະ ສາມາດ​ຫຼຸດຂັ້ນຕອນ​ການຈຳໜ່າຍລົງ. ດັ່ງນັ້ນ, ​ຈຸດຫຼັກຂອງ​ພາກ​ນີ້ແມ່ນ​ການ​ສ້າງ​ພື້ນຖານ ​ຂອງ​ຄວາມ​ເຂົ້າ​ໃຈທີ່​ດີ​ຂື້ນ ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ​ແລະ ພັດທະນາ​ການ​ບໍລິການ​ແກ່​ລູກ​ຄ້າ.

ປະຈຸບັນ, ການຂະຫຍາຍຕົວການຄ້າທາງອອນໄລໄວກວ່າທີ່ຄິດ. ດັ່ງນັ້ນຈິ່ງມີນັກພັດທະນາ ສ້າງຊອບແວໃໝ່ໆ ເຂົ້າມານຳໃຊ້. ນີ້ເປັນສີສັນຂອງການຄ້າອອນໄລ ທີ່ເປັນຜົນປະໂຫຍດດີແກ່ທຸລະກິດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.