Norkhame
ເສດຖະກິດຕິດເຊື້ອ ເສດຖະກິດຕິດເຊື້ອ
ການຄໍ້າຈຸນເສດຖະກິດເປັນອີກວຽກຮີບດ່ວນໃນຊ່ວງນີ້. ການບໍ່ໃຫ້ຄົນອອກໄປທີ່ສາທະລະນະ, ເປັນການຫຼຸດກຳລັງການຊື້ຂອງຄົນ. ທັງການບໍລິການຮ້ານອາຫານ, ແລະ ທຸລະກິດທີ່ມີການໂຮມຕົວຄົນຖືກສັ່ງໂຈະ. ງານມະຫາກຳຕ່າງໆກະຖືກໂຈະ. ເຮັດໃຫ້ທຸລະກິດຂາດ ໂອກາດໃນ ການເຮັດທຸລະກິດ. ລັດຖະບານຕ່າງພາກັນຊອກວິທີກອບກູ້ເສດຖະກິດ ບໍ່ໄໃຫ້ຕາຍໄປກັບເຊື້ອພະຍາດໂຄວິດ19. ປະເທດອິນເດຍ, ທີ່ມີການປະກາດຈຳກັດການເຄື່ອນທີ່ຂອງຄົນ ພາຍໃນ 21 ວັນ. ມາດຕະການເພື່ອປົກປ້ອງປະຊາຊົນ 1,3 ພັນລ້ານຄົນ ຈາກ ໂຣກໂຄວິດ ເຮັດໃຫ້ຜູ້ອອກແຮງງານທຸກວັນຍິ່ງມຄວາມທຸກຍາກ ແລະ... ເສດຖະກິດຕິດເຊື້ອ

ການຄໍ້າຈຸນເສດຖະກິດເປັນອີກວຽກຮີບດ່ວນໃນຊ່ວງນີ້. ການບໍ່ໃຫ້ຄົນອອກໄປທີ່ສາທະລະນະ, ເປັນການຫຼຸດກຳລັງການຊື້ຂອງຄົນ. ທັງການບໍລິການຮ້ານອາຫານ, ແລະ ທຸລະກິດທີ່ມີການໂຮມຕົວຄົນຖືກສັ່ງໂຈະ. ງານມະຫາກຳຕ່າງໆກະຖືກໂຈະ. ເຮັດໃຫ້ທຸລະກິດຂາດ ໂອກາດໃນ ການເຮັດທຸລະກິດ. ລັດຖະບານຕ່າງພາກັນຊອກວິທີກອບກູ້ເສດຖະກິດ ບໍ່ໄໃຫ້ຕາຍໄປກັບເຊື້ອພະຍາດໂຄວິດ19.

ປະເທດອິນເດຍ, ທີ່ມີການປະກາດຈຳກັດການເຄື່ອນທີ່ຂອງຄົນ ພາຍໃນ 21 ວັນ. ມາດຕະການເພື່ອປົກປ້ອງປະຊາຊົນ 1,3 ພັນລ້ານຄົນ ຈາກ ໂຣກໂຄວິດ ເຮັດໃຫ້ຜູ້ອອກແຮງງານທຸກວັນຍິ່ງມຄວາມທຸກຍາກ ແລະ ມີຄວາມສ່ຽງຫຼາຍທີ່ສຸດ. ລ້າສຸດ, ລັດຖະບານໄດ້ປະກາດ ເງິນຊ່ວຍເຫຼືອເສດຖະກິດ 23 ພັນລ້ານ ດອນລ້າ. ເຊິ່ງຈະສະ ໜອງການໂອນເງິນສົດໂດຍກົງແກ່ບຸກຄົນທີ່ພັກງານ ແລະ ຮັບປະກັນມາດຕະການຄວາມປອດໄພດ້ານສະບຽງອາຫານ, ສະໜອງການບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກຈຳນວນຫຼາຍລ້ານຄົນ ທີ່ຖືກເຄາະຮ້າຍຈາກການກັກບໍລິເວນທົ່ວປະເທດ ເພື່ອຕ້ານທານກັບໂລກລະບາດ.  ການຊ່ວຍເຫຼືອອັນທັນການຂອງລັດຖະບານ, ເຮັດໃຫ້ປະຊາຊົນຫາຍຫວ່ງເລື່ອງ ຂໍ້ຈຳກັດດ້ານການສະໜອງສິນຄ້າທີ່ຈຳເປັນໃນການດຳລົງຊີວິດ.

ນອກຈາກເງິນໂອນ, ລັດຖະບານວາງເປົ້າໝາຍແຈກຢາຍສະບຽງອາຫານ ຫລື ເຂົ້າສານ 5 ກິໂລໃຫ້ແຕ່ລະຄົນໂດຍບໍ່ເສຍຄ່າໃຊ້ຈ່າຍ, ໂດຍມີຖົ່ວ 1 ກິໂລ ສຳລັບທຸກໆຄອບຄົວທີ່ມີລາຍໄດ້ຕໍ່າ, ຊ່ວຍໃນການລ້ຽງປາໃຫ້ປະຊາຊົນຜູ້ທຸກຍາກປະມານ 800 ລ້ານຄົນໃນໄລຍະ 3 ເດືອນຕໍ່ໜ້າ.

ສະ​ຫະ​ລັດກຳລັງເປັນປະເທດມີຄົນຕິດເຊື້ອຫຼາຍທີ່ສຸດ ໃນປະຈຸບັນ, ແຊງໜ້າຈີນພຽງບໍ່ພໍທໍ່ໃດວັນ, ກຳລັງຮັບຮອງແຜນກະຕຸ້ນເສດຖະກິດ ຈຳນວນເງິນ 2 ລ້ານ ລ້ານ ດອນລ້າ (2,000,000,000,000,000,000). ທ່ານຄົງບໍ່ຮູ້ຈຳນວນເງິນດັ່ງກ່າວ. ງົບປະມານດັ່ງກ່າວ ຍັງເປັນທີ່ຖົກຖຽງ ກັນວ່າ ອາດບໍ່ພຽງພໍ ທີ່ຈະຄໍ້າຈຸນ ເສດຖະກິດໃຫຍ່ທີ່ສຸດຂອງໂລກໄວ້ໄດ້. ຫຼາຍຄົນຄາດການວ່າ ອາດເປັນເຫດໃຫ້ ສະຫະລັດອາເມລິກາ ອາດເກີດມີວິກິດເສດຖະກິດ ພາຍຫຼັງພະຍາດໂຄວິດ.

ປະເທດອົດສະຕາລີກໍ່ມີການສຸດຸ້ງໄວ. ຫວ່າງໝໍ່ໆມານີ້, ໄດ້ປະກາດແຜນການກະຕຸ້ນເສດຖະກິດແກ່ ທຸລະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການທ່ອງທ່ຽວ ເປັນຕົ້ນ ແລະ ໃຊ້ເພື່ອຊຸກຍູ້ການຈ້າງ ທີ່ມີການພັກງານ, ໃຊ້ເປັນເງິນອຸດໜູນຜູ້ເຖົ້າແກ່. ເງິນຊ່ວຍເຫຼືອໃນປະຈຸບັນຄາດວ່າຈະມີປະມານ 25 ພັນລ້ານ ດອນລ້າ.ໂດຍການນຳຂອງ ທະນາຄານກາງຂອງຈີນ, ໄດ້ປະຕິບັດຫຼາຍນະໂຍບາຍເພື່ອແນ່ໃສ່ສະໜອງ ການກະຕຸ້ນການເງິນ. ເປັນຕົ້ນ: ເງິນກູ້ໄລຍະສັ້ນ, ນະໂຍບາຍເງິນສົດ, ເງິນສຳຮອງ ທີ່ມີຈຳນວນເງິນ 70 ຕື້ ດອນລ້າ. ນອກນັ້ນຍັງມີມາດຕະການກະຕຸນການບໍລິໂພກ, ແລະ ຂະແໜງການອື່ນໆທີ່ໄດ້ຜົນກະທົບ. ເຊັ່ນ ຫຼຸດຄ່າເຊົ່າ ໃຫ້ແກ່ຮ້ານຄ້າທີ່ບໍ່ໄດ້ຂາຍເຄື່ອງໃນຊ່ວງປິດກິດຈະການ.

ເກົາ​ຫຼີ​ໃຕ້ ປະກາດຊຸດການກະຕຸ້ນເສດຖະກິດດ້ວຍເງິນ 9,8 ຕື້ໂດລາ. ເງິນດັ່ງກ່າວຈະໄປຊ່ວຍ: ອຸດໜູນທຸລະກິດຂະໜາດນ້ອຍ ແລະ ກາງເພື່ອຊ່ວຍໃຫ້ບໍລິສັດຈ່າຍຄ່າແຮງງານແກ່ພະນັກງານທີ່ພັກງານ, ເງິນອຸດໜູນດູແລເດັກ, ເງິນອຸດໜູນສຳລັບຄົນທີ່ສູນເສຍວຽກ. ສະຫະລາດຊະອານາຈັກອັງກິດກໍ່ໄດ້ວາງອອກມາດຕະການກະຕຸ້ນເສດຖະກິດໃນກາງເດືອນມີນາ. ເຊັ່ນ: ຫຼຸດອັດຕາດອກເບ້ຍລົງ, ການຕັດພາສີ ສຳ ລັບຜູ້ຂາຍຍ່ອຍ, ຊ່ວຍເງິນໝູນວຽນໃຫ້ແກ່ທຸລະກິດຂະໜາດນ້ອຍ.

ທາງສະຫະພາບເອີຣົບ, ທະນາຄານກາງ ໄດ້ປະກາດມາດຕະການກະຕຸ້ນການເງິນຫຼາຍຢ່າງເປັນຕົ້ນ: ມໄດ້ຫຼຸດອັດຕາດອກເບ້ຍລົງ ແລະ ຜ່ອນຜັນຂໍ້ກຳນົດການປ່ອຍເງິນກູ້. ເຢຍລະມັນໄດ້ປະກາດໂຄງການໂດຍທະນາຄານຂອງລັດ ໃຫ້ເງິນກູ້ຢືມຫຼາຍເຖິງ 610 ຕື້ໂດລາໃຫ້ແກ່ບໍລິສັດ ເພື່ອລະງັບຜົນກະທົບຂອງໂຣກ. ປະເທດຝຣັ່ງ ໄດ້ປະກາດແຜນການຊ່ວຍເຫຼືອ ຈຳ ນວນ 49 ຕື້ໂດລາເຊິ່ງລວມມີ: ການຕັດອາກອນປະກັນສັງຄົມ, ສຳລັບຄົນພັກງານງານ ແລະ ສຳລັບຄົນທີ່ຖືກບັງຄັບໃຫ້ເຮັດວຽກບໍ່ເຕັມເວລາ, ລວມເອົາທັງກອງທຶນຊ່ວຍເຫລືອຜູ້ຂາຍ ແລະ ຜູ້ທີ່ມີທຸລະກິດເປັນຂອງຕົນເອງ.

ຈາກເຫດການບໍ່ຄາດຄິດ, ມັນກໍ່ໃຫ້ເກີດຜົນເສຍທາງເສດຖະກິດເປັນຈຳນວນຫຼວງຫຼາຍ. ຄາດວ່າບາງທຸລະກິດທີ່ ອ່ອນນ້ອຍ ແລະ ອ່ອນແອ່ມາຫຼາຍປີ, ອາດຫາຍໄປກັບການຈາກໄປຂອງພະຍາດໂຄວິດ. ສ່ວນບໍລິສັດທີ່ເຂັ້ມແຂງ, ກໍ່ອາດອ່ອນກຳລັງແຮງໃນການ ສືບຕໍ່ການຂະຫຍາຍຕົວ. ການຕັດສິນໃຈຂອງເຈົ້າຂອງກິດຈະການ, ເປັນໜຶ່ງປັດໃຈ ຊີ້ຂາດ ໃນການຜ່ານຜ່າອຸປະສັກຄັ້ງນີ້ ໄປພ້ອມໆກັບການຊ່ວຍເຫຼືອຂອງພາກລັດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.