Norkhame
ເພື່ອປະສິດທິພາບ ເພື່ອປະສິດທິພາບ
ນິດໄສການເຮັດວຽກແມ່ນທັດສະນະຄະຕິ, ຈັນຍາບັນ, ພຶດຕິກຳ, ຫຼືທ່າອ່ຽງປະຕິບັດທີ່ທ່ານ ນຳໃຊ້ໃນການບັນລຸຜົນງານສູງສຸດໃນທຸລະກິດຫຼືບ່ອນເຮັດວຽກຂອງທ່ານ. ນິດໄສການເຮັດວຽກທີ່ດີສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການເຮັດວຽກສູງສຸດ, ມີປະສິດທິພາບ, ມີຄວາມໄວ້ເນື້ອເຊື່ອໃຈ, ມີການສື່ສານທີ່ມີປະສິດຕິພາບ, ການບໍລິຫານເວລາ, ຮູ້ຈັດສັນເວລາ, ແລະ ການຮ່ວມມື. ວິທີການທີ່ດີທີ່ນຳໃຊ້ໄດ້ຜົນດີທີ່ສຸດຂອງທ່ານແມ່ນຫຍັງ? ທ່ານອາດມີຄຳຕອບ, ແຕ່ຂ້າພະເຈົ້າຈະສະເໜີແນວຄິດລວມໆຄື: 1. ຈັດລຳດັບຄວາມສຳຄັນຂອງໜ້າວຽກ ກຳຍົກລາຍການທີ່ຕ້ອງເຮັດ; ທ່ານຈຳເປັນຕ້ອງຕັ້ງໜ້າວຽກທີ່ສຳຄັນທີ່ສຸດຂອງທ່ານ. ການຈັດລຳດັບຄວາມສຳຄັນ ຂອງທ່ານແມ່ນອີງໃສ່ຄວາມຈິງທີ່ວ່າບາງກິດຈະກຳແມ່ນມີຄວາມສຳຄັນກວ່າກິດຈະກຳອື່ນໆ. ສະນັ້ນ, ການກວດສອບລາຍການຕ່າງໆທີ່ຢູ່ໃນລາຍການທີ່ຕ້ອງເຮັດຂອງທ່ານອາດຈະບໍ່ພຽງພໍເພາະວ່າທ່ານອາດຈະເຮັດສຳເລັດທັງວຽກທີ່ສຳຄັນແລະບໍ່ສຳຄັນ. ດັ່ງນັ້ນວິທີການທີ່ດີທີ່ສຸດຂອງທ່ານແມ່ນຫຍັງ?... ເພື່ອປະສິດທິພາບ

ນິດໄສການເຮັດວຽກແມ່ນທັດສະນະຄະຕິ, ຈັນຍາບັນ, ພຶດຕິກຳ, ຫຼືທ່າອ່ຽງປະຕິບັດທີ່ທ່ານ ນຳໃຊ້ໃນການບັນລຸຜົນງານສູງສຸດໃນທຸລະກິດຫຼືບ່ອນເຮັດວຽກຂອງທ່ານ.

ນິດໄສການເຮັດວຽກທີ່ດີສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການເຮັດວຽກສູງສຸດ, ມີປະສິດທິພາບ, ມີຄວາມໄວ້ເນື້ອເຊື່ອໃຈ, ມີການສື່ສານທີ່ມີປະສິດຕິພາບ, ການບໍລິຫານເວລາ, ຮູ້ຈັດສັນເວລາ, ແລະ ການຮ່ວມມື. ວິທີການທີ່ດີທີ່ນຳໃຊ້ໄດ້ຜົນດີທີ່ສຸດຂອງທ່ານແມ່ນຫຍັງ? ທ່ານອາດມີຄຳຕອບ, ແຕ່ຂ້າພະເຈົ້າຈະສະເໜີແນວຄິດລວມໆຄື:

1. ຈັດລຳດັບຄວາມສຳຄັນຂອງໜ້າວຽກ

ກຳຍົກລາຍການທີ່ຕ້ອງເຮັດທ່ານຈຳເປັນຕ້ອງຕັ້ງໜ້າວຽກທີ່ສຳຄັນທີ່ສຸດຂອງທ່ານ. ການຈັດລຳດັບຄວາມສຳຄັນ ຂອງທ່ານແມ່ນອີງໃສ່ຄວາມຈິງທີ່ວ່າບາງກິດຈະກຳແມ່ນມີຄວາມສຳຄັນກວ່າກິດຈະກຳອື່ນໆ. ສະນັ້ນ, ການກວດສອບລາຍການຕ່າງໆທີ່ຢູ່ໃນລາຍການທີ່ຕ້ອງເຮັດຂອງທ່ານອາດຈະບໍ່ພຽງພໍເພາະວ່າທ່ານອາດຈະເຮັດສຳເລັດທັງວຽກທີ່ສຳຄັນແລະບໍ່ສຳຄັນ.

ດັ່ງນັ້ນວິທີການທີ່ດີທີ່ສຸດຂອງທ່ານແມ່ນຫຍັງ?

ໃຊ້ເວລາຈັກນາທີໃນການເລືອກເອົາ 1 ເຖິງ 3 – ໜ້າ ວຽກທີ່ທ່ານຕ້ອງການໃຫ້ສຳເລັດກ່ອນມື້ສິ້ນສຸດບໍ່ວ່າແມ່ນຫຍັງຈະເກີດຂື້ນກໍ່ຕາມ.

ຈາກນັ້ນທ່ານສາມາດສົ່ງພະນັກງານຂອງທ່ານ ເຮັດວຽກ ສຳຄັນເປັນກຸ່ມກ້ອນ ທີ່ມີທັກສະ, ແລະ ມັກວຽກນັ້ນໆ, ຍ້ອນວ່າທ່ານຮູ້ວ່າພວກເຂົາຕ້ອງເຮັດສຳເລັດ. ການເຮັດວຽກຈະສ້າງ, ບຸກຄົນຜູ້ທີ່ມີຜົນງານດີ ທີ່ຈະສຸມໃສ່ກິດຈະກຳອັນສຳຄັນທີ່ສຸດ. ພວກເຂົາຍັງຮັບປະກັນວິທີການປະຕິບັດວຽກງານເຫຼົ່ານັ້ນໃຫ້ມີປະສິດຕິຜົນສູງສຸດ. ຂ້າພະເຈົ້າເຊື່ອວ່າພວກເຂົາມີຄວາມສາມາດໃນການແນມເບິ່ງວຽກທີ່ ສຳຄັນທີ່ສຸດແລະມີຄວາມເໝາະສົມໃນການມອບ ໝາຍວຽກທີ່ບໍ່ສຳຄັນ.”

2. ຈຳກັດການນຳໃຊ້ສື່ສັງຄົມ  

ການໃຫ້ອິດສະຫຼະແກ່ພະນັກງານ, ເຮັດໃຫ້ເຂົາເຈົ້າໃຊ້ເວລາກັບສື່ສັງຄົມອອນໄລແບບບໍ່ເປັນປະໂຫຍດ ແກ່ວຽກງານ. ການຈຳກັດການນຳໃຊ້ສື່ສັງຄົມຈະຊ່ວຍໃຫ້:

“ ພະນັກງານ ສາມາດສຸມໃສ່ສິ່ງທີ່ສຳຄັນສຳລັບວຽກງານ. ການແຈ້ງເຕືອນກຸ່ມ WhatsApp ທັງໝົດ ແລະກວດເບິ່ງໜ້າວຽກທີ່ມອບກ່ອນທີ່ຈະເຮັດວຽກ, ໃນເວລາທ່ຽງ, ແລະ ຫຼັງຈາກເຮັດວຽກ. ຄວນໃຊ້ສື່ສັງຄົມພຽງແຕ່ຫລັງຈາກເຮັດວຽກ ແລະ ຈຳ ກັດເວລາບໍ່ຕໍ່າກວ່າ 30 ນາທີຕໍ່ມື້.”

ການຈຳກັດການນຳໃຊ້ສື່ສັງຄົມ ແມ່ນນິດໄສການເຮັດວຽກທີ່ດີເຊິ່ງສາມາດສົ່ງຜົນກະທົບຕໍ່ວິທີທີ່ທ່ານຈັດການເວລາຂອງທ່ານແລະການເຮັດວຽກຂອງທີມງານ.

3. ເປີດໃຈຕໍ່ຄຳຕິຊົມ

ລະບົບຄຳຕິຊົມແມ່ນເຄື່ອງມືເພື່ອເພີ່ມປະສິດທິພາບຂອງທ່ານໃນບ່ອນເຮັດວຽກ. ເມື່ອທ່ານໄດ້ຮັບຄຳຕິຊົມໃນແງ່ດີຫລືລົບຈາກຜູ້ທີ່ມີຄວາມສາມາດສູງ, ຢ່າເອົາມາເປັນບັນຫາສ່ວນຕົວ. ເປົ້າໝາຍຂອງການຕຳນິຕິຊົມ ແມ່ນເພື່ອເຮັດໃຫ້ທ່ານມີປະສິດຕິພາບສູງຂື້ນ.

ຂ້າພະເຈົ້າຖື ແນວຄິດ ຄໍາຕິຊົມຈາກລູກຄ້າ ຫຼື ຄົນອື່ນເປັນຄືກັນກັບ:

“ ເຮັດໃຫ້ຕົວເຮົາເຂົ້າໃຈຄວາມສຳຄັນຂອງຄຳຕຳນິຕິຊົມ ກ່ຽວກັບວຽກງານຂອງຕົນເອງ. ເພື່ອໃຫ້ໄດ້ວຽກທີ່ມີຄຸນນະພາບ, ຂ້າພະເຈົ້າໃຊ້ເວລາຫຼາຍກວ່າທີ່ຈະເຂົ້າໃຈຄວາມຕ້ອງການຂອງລູກຄ້າເປົ້າໝາຍ, ແລະຈາກນັ້ນກໍ່ຕັ້ງຄຳ ຖາມ. ເມື່ອລູກຄ້າຮ້ອງຂໍໃຫ້ມີການປັບປຸງ, ເຮົາກໍ່ເຮັດວຽກມັນຢ່າງໄວວາແລະຮັບປະກັນຄວາມຕ້ອງການຂອງລູກຄ້າ, ແລະລາວກໍ່ພໍໃຈ. ຄຳຄິດເຫັນແຕ່ລະຢ່າງຊ່ວຍໃຫ້ຂ້ອຍປັບປຸງໃນໜ້າວຽກ. ”

4. ອອກກຳລັງກາຍປະຈຳວັນ

ທ່ານອາດຈະຖາມວ່າການອອກ ກຳລັງກາຍມັນກ່ຽວຫຍັງກັບ ຜົນການເຮັດວຽກ. ຄວາມຈິງມັນມີການ ພົວພັນກັນ. ເພາະຄົນໃຊ້ຮ່າງກາຍເຮັດວຽດ, ສະນັ້ນ ຮ່າງກາຍຂອງທ່ານມີຜົນກະທົບຕໍ່ຜົນງານແຕ່ລະວັນ. ນີ້ແມ່ນເຫດຜົນທີ່ວ່າການອອກ ກຳລັງກາຍຈະຈັດອັນດັບສູງໃນບັນຊີນິດໄສການເຮັດວຽກໃຫ້ມີປະສິດທິຜົນສູງ.

ຜົນການສຶກສານັກວິທະຍາສາດ ໄດ້ຊີ້ໃຫ້ເຫັນວ່າການອອກ ກຳລັງກາຍແມ່ນ ໜຶ່ງໃນນິດໄສການເຮັດວຽກທີ່ ຈຳ ເປັນທີ່ທ່ານຕ້ອງມີ. ຖ້າທ່ານມີສຸຂະພາບແຂງແຮງແລະມີຊີວິດທີ່ມີຄວາມສຸກ, ຈະຊ່ວຍໃຫ້ທ່ານບັນລຸການນອນຫຼັບພຽງພໍ, ມີຄວາມຈຳດີທີ່ສຸດ, ຄວາມຕື່ນຕົວທາງຈິດ, ແລະຄວາມເຂັ້ມຂົ້ນທີ່ດີຂື້ນ.

ຍັງພົບອີກວ່າ: ຜູ້ທີ່ອອກກຳລັງກາຍທຸກໆມື້ ປະຫຍັດຄ່າຢາ ແລະ ການປີ່ນປົວທາງແພດ ສະເລ່ຍປະມານເກົ້າເປີເຊັນຫຼາຍກ່ວາຜູ້ທີ່ບໍ່ມັກອອກກຳລັງກາຍ

5. ຫາເວລາຜ່ອນຄາຍ

ພະລັງງານຂອງທ່ານມີຄວາມສຳຄັນເທົ່າກັບເວລາຂອງທ່ານ. ມັນບໍ່ມີຄວາມຫມາຍທີ່ຈະຫາເງິນ ໂດຍບໍ່ມີເວລາ ສັງສັນ. ທ່ານຍັງຕ້ອງຮຽນຮູ້ວິທີເບິ່ງແຍງຕົວເອງ ແລະ ໃຫ້ຕົນເອງໄດ້ຮັບໃຊ້ຄົນທີ່ທ່ານຮັກ.

ຜູ້ນຳທີ່ມີປະສິດທິພາບສູງ ພວກເຂົານອນຫຼັບພຽງພໍໃນແຕ່ລະຄືນ,  ອອກກຳ ລັງກາຍແລະກິນອາຫານເພື່ອສຸຂະພາບ. ການໄດ້ພົບປະຄົນນອກຫ້ອງການ, ຫຼື ສ້າງກິດຈະກຳຫຼັງໂມງການ ເປັນຕົ້ນສວນຜັກ, ຂ້າພະເຈົ້າເຊື່ອວ່າມັນ ເປັນການໃຫ້ເຮົາໄດ້ພັກຈາກການຄົ້ນຄິດວຽກງານອັນເກົ່າ. ມີຫຼາຍຄັ້ງ ເຮັດໃຫ້ເຮົາໄດ້ແນວຄິດ ກ່ຽວກັບການເຮັດວຽກທີ່ດີຂື້ນ ໃນການເຮັດກິດຈະກຳອື່ນ.

ຄວາມຄິດສຸດທ້າຍ

ຜູ້ຈັດການ ແລະ ເພື່ອນຮ່ວມງານທາງທຸລະກິດຈະຮັກຮ່ວມມືກັບທ່ານ ເມື່ອທ່ານມີນິດໄສການເຮັດວຽກທີ່ພິເສດ. ນິດໄສການເຮັດວຽກທີ່ມີປະໂຫຍດ, ຈະເຮັດໃຫ້ທ່ານໂດດເດັ່ນໃນທຸລະກິດ ແລະ ບ່ອນເຮັດວຽກຂອງທ່ານ. ລູກຄ້າຈະໃຫ້ຄຸນຄ່າສຳລັບປະສິດທິພາບ ແລະ ການເຮັດວຽກໜັກຂອງທ່ານ. ເຮັດແນວໃດເພື່ອບໍ່ໃຫ້ກັບຄືນສູ່ນິດໄສທີ່ບໍ່ດີ, ທີ່ເຮັດໃຫ້ທ່ານບໍ່ສາມາດບັນລຸກເປົ້າໝາຍໄດ້. ຖ້າທ່ານຕ້ອງການ ສ້າງລາຍການນິດໄສຂອງທ່ານຢ່າງເປີດໃຈ. ທ່ານຕ້ອງລົບລ້າງລະບົບຫຼືວິທີການເຮັດວຽກທີ່ບໍ່ມີປະສິດທິຜົນ.

ບໍ່ປ່ອຍໃຫ້ຕົນເອງ ເຮັດວຽກຄ້າຍຄືວ່າເປັນຫຸ່ນຍົນ.  ພວກເຮົາພຽງແຕ່ໄດ້ຮຽນຮູ້ວິທີການຈັດລຳດັບຄວາມສຳຄັນຂອງວຽກງານແຕ່ລະວັນ, ເອົາຊະນະສິ່ງທ້າທາຍ, ແລະ ເອົາຊະນະການເລື່ອນເວລາ. ໃຜໆກະມີເວລາຈຳກັນ, ສະນັ້ນ, ພວກເຮົາຄວນພັດທະນານິດໄສການ ຈັດບູລິມະສິດການເຮັດວຽກເທົ່ານັ້ນ ທີ່ຈະເຮັດໃຫ້ພວກເຮົາສຳເລັດວຽກງານແບບມີປະສິດທິຜົນສູງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.