Norkhame
ເຈີ້ກັນເທິງສະຫວັນ ເຈີ້ກັນເທິງສະຫວັນ
ໃນງານສົບແຕ່ລະຄັ້ງເປັນການເຕືອນວ່າ ເວລາແຕ່ລະຄົນນັ້ນຈຳກັດ. ມີພົບກໍ່ຕ້ອງມີຈາກ. ການຈາກໄປອາດຈະບໍ່ແມ່ນການສີ້ນສຸດ ແຕ່ເປັນການປ່ຽນມິຕິໄປສູ່ອີດມິຕິໜຶ່ງ. ຄຳພາວະນາໃຫ້ເຖິງສຸກຂະຕິ ແລະ ສະຫວັນເປັນຄວາມປາດຖະໜາດີທີ່ສຸດທ້າຍທີ່ມີໃຫ້ກັນແລະກັນໃນວັນແຫ່ງການສູນເສຍ. ຖ້າຫາກທ່ານມີຄວາມເຊື່ອທາງສາດສະໜາແລ້ວ ພາຍຫຼັງການຕາຍແຕ່ລະຄົນຈະ ໄດ້ໄປສູ່ອີກໂລກໜຶ່ງຕາມກຳຂອງຕົນເອງ. ໃຜກໍ່ຕ່າງຂໍໃຫ້ຄົນຮັກໄປສູ່ບ່ອນສະຫງົບ ຫຼື ສະຫວັນຊັ້ນຟ້າ. ການສູນເສຍຄົນຮັກ ຖ້າຈະເບິ່ງໃນຈຸດດີແລ້ວເປັນການລຳລຶກຄຸນງາມຄວາມດີ ແລະ ປະສົບການດີໆໃນໄລຍະຜ່ານມາເຖິງວ່າຈະບໍ່ມີໃນຕໍ່ໜ້າ. ສະຖິຕິການເສຍຊີວິດຂອງຄົນລາວນັ້ນບໍ່ແມ່ນແຕ່ການແກ່ເຖົ້າ ຫຼື ການເຈັບປວຍໃນໂລກທີ່ຮັກສາບໍ່ໄດ້. ເປັນຕາໜ້າຕົກໃຈຫຼາຍ ເມື່ອເຫັນການເສຍຊີວິດຂອງຄົນຮັກເຮົານັ້ນເກີດຈາກພະຍາດໄຂ້ເລືອກອອກ, ອຸບັດຕິເຫດຕາມທ້ອງຖະໜົນ... ເຈີ້ກັນເທິງສະຫວັນ

ໃນງານສົບແຕ່ລະຄັ້ງເປັນການເຕືອນວ່າ ເວລາແຕ່ລະຄົນນັ້ນຈຳກັດ. ມີພົບກໍ່ຕ້ອງມີຈາກ. ການຈາກໄປອາດຈະບໍ່ແມ່ນການສີ້ນສຸດ ແຕ່ເປັນການປ່ຽນມິຕິໄປສູ່ອີດມິຕິໜຶ່ງ. ຄຳພາວະນາໃຫ້ເຖິງສຸກຂະຕິ ແລະ ສະຫວັນເປັນຄວາມປາດຖະໜາດີທີ່ສຸດທ້າຍທີ່ມີໃຫ້ກັນແລະກັນໃນວັນແຫ່ງການສູນເສຍ.

ຖ້າຫາກທ່ານມີຄວາມເຊື່ອທາງສາດສະໜາແລ້ວ ພາຍຫຼັງການຕາຍແຕ່ລະຄົນຈະ ໄດ້ໄປສູ່ອີກໂລກໜຶ່ງຕາມກຳຂອງຕົນເອງ. ໃຜກໍ່ຕ່າງຂໍໃຫ້ຄົນຮັກໄປສູ່ບ່ອນສະຫງົບ ຫຼື ສະຫວັນຊັ້ນຟ້າ. ການສູນເສຍຄົນຮັກ ຖ້າຈະເບິ່ງໃນຈຸດດີແລ້ວເປັນການລຳລຶກຄຸນງາມຄວາມດີ ແລະ ປະສົບການດີໆໃນໄລຍະຜ່ານມາເຖິງວ່າຈະບໍ່ມີໃນຕໍ່ໜ້າ.

ສະຖິຕິການເສຍຊີວິດຂອງຄົນລາວນັ້ນບໍ່ແມ່ນແຕ່ການແກ່ເຖົ້າ ຫຼື ການເຈັບປວຍໃນໂລກທີ່ຮັກສາບໍ່ໄດ້. ເປັນຕາໜ້າຕົກໃຈຫຼາຍ ເມື່ອເຫັນການເສຍຊີວິດຂອງຄົນຮັກເຮົານັ້ນເກີດຈາກພະຍາດໄຂ້ເລືອກອອກ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ການດື່ມສິ່ງມື່ນເມົາເປັນສາເຫດທີ່ພົບເຫັນທົ່ວໆໄປ.

ຂ້າພະເຈົ້າເຄີຍນັດພົບກັບຫຼາຍໆຄົນເພື່ອລົມວຽກງານ ແຕ່ວັນພົບປະກັບກາຍເປັນວັນຮັບ ຂ່າວເສຍຊີວິດ. ຄວາມໂສກເສົ້າເສຍໃຈ ບໍ່ໄດ້ເຮັດໃຫ້ໄດ້ຄົນຮັກກັບຄືນມາ ນອກຈາກນັ້ນຍັງເຮັດໃຫ້ຕົນເອງຊຸດໂຊມລົງ. ການເຂົ້າໃຈວິທີເອົາຊະນະກັບການສູນເສຍນັ້ນ ເປັນສິ່ງທີ່ຈຳເປັນ.

ການເສຍຂອງຜົວ ຫຼື ເມຍ ເປັນສິ່ງທີ່ກໍ່ຄວາມວິຕົກຫຼາຍໃນຄອບຄົວ. ເພາະນັ້ນໝາຍວ່າການລ້ຽງລູກຕາມລຳພັງເປັນສິ່ງທີ່ຕ້ອງໜັກຂື້ນ ແລະ ມີຫຼາຍໆຢ່າງທ້າທາຍ ໂດຍສະເພາະດ້ານເສດຖະກິດ. ສຳລັບຄົນເປັນພໍ່ແລະແມ່ທີ່ຕ້ອງມ້ຽນຄາບສົບລູກຂອງຕົນເອງ ເປັນສິ່ງທີ່ພໍ່ແມ່ຫຼາຍໆຄົນຮັບບໍ່ໄດ້ງ່າຍໆ. ເຫັນພໍ່ແມ່ຫຼາຍໆຄົນບໍ່ສາມາດລື່ມຄວາມຄິດຮອດ ແລະ ປະລະຄວາມໂສກເສົ້າເສຽໃຈ. ເນື່ອງຈາກວ່າຄວາມຫວັງທີ່ຈະໃຫ້ເຂົ້າເຈົ້າສືບທອດຕະກູນ ແລະ ເບິ່ງໂລກທີ່ສວຍ ງາມນັ້ນໄດ້ໝົດໄປ.

ຄວາມຜູກພັນຂອງພໍ່ແມ່ນນັ້ນມີຫຼາຍຈົນເຮັດໃຫ້ບິດາມານດາ ຍາກຫຼາຍທີ່ຈະລື່ມຄວາມໂສກເສົ້າໃນການເສຍລູກເປັນທີ່ຮັກ. ອັນໜຶ່ງທີ່ພໍ່ແມ່ຫວັງກໍ່ຄືການສືບສະກຸນ, ດຳເນີນທຸລະກິດຄອບຄົວ ຫຼື ສ້າງວຽກງານໃໝ່ຂື້ນໃນສັງຄົມ ຫຼື ຊ່ວຍເບິ່ງແຍ່ງພໍ່ແມ່ ຈົນກະທັ້ງຮອດມ້ຽນສົບຂອງເພີ່ນ. ເຫັນພໍ່ແມ່ຫຼາຍໆຄົນເສຍລູກໃນວັນເທດສະການ ຫຼື ວັນຮັບໃບປະກາດການສຶກສາທີ່ອາດມີການສະຫຼອງຈົນເກີນຂອບເຂດ.

ການສູນເສຍຊີວິດຂອງຄົນລາວໃນໄວໜຸ່ມເກີດມາຈາກອຸບັດຕິເຫດ ແລະ ໄພສັງຄົມອື່ນໆເຊັ່ນ: ຢາເສບຕິດ ແລະ ພະຍາດທີ່ຮັກສາໄດ້. ສິ່ງນີ້ເປັນສິ່ງທີ່ຄຸກຄາມໄວໜຸ່ມ ບໍ່ໃຫ້ມີການຂະຫຍາຍຕົວດ້ານແນວຄິດ, ການອອກແຮງປະກອບສ່ວນສ້າງສາ ແລະ ທີ່ແນ່ນອນ ຈະມັກຈົບຊີວິດໃນໄວອັນບໍ່ສົມຄວນ. ການສູນເສຍຊີວິດຂອງໄວໜຸ່ມເບິ່ງຄືວ່າຈະບໍ່ມີຜົນກະທົບຫຍັງກັບສັງຄົມ ເມື່ອທຽບກັບຄອບຄົວ. ແຕ່ເມື່ອເບິ່ງການໄກແລ້ວ, ຫາກບໄວໜຸ່ມໃນວັນນີ້ບໍ່ແຂງແຮງ ຫຼື ເສຍຊີວິດກ່ອນໄວອັນຄວນ, ແນ່ນອນປະເທດລາວຈະຂາດກຳລັງແຮງງານ ຄົນທີ່ຈະສືບທອດເປັນການນຳໃນຫຼາຍວຽກງານຂອງຊາດ.

ໃນຄວາມເຊື່ອຂອງຊາດພຸດ, ການຕາຍເປັນການປ່ຽນສະພາບຈະມິຕິໜຶ່ງໄປສູ່ອີກມິຕິໜຶ່ງ. ກະມີຫຼາຍຄວາມເຊື່ອວ່າ: ຊີວິດຫຼັງການຕາຍມີ ສະຫວັນ ແລະ ນະຮົກ. ສະຫວັນກໍ່ມີຫຼາຍຊັ້ນ ຈົນມີຮອດຊັ້ນ ນິພານ. ຫຼື ນະຮົກ ກໍ່ມີຫຼາຍຊັ້ນ. ດັ່ງນັ້ນ ການເຮັດດີຫຼືຊົວອາດມີຫຼາຍໆປັດໃຈກໍ່ໃຫ້ເຫັນ. ແຕ່ໃນທີ່ສຸດແລ້ວກໍ່ແມ່ນຕົນເອງທີ່ຕັດສິນໃຈວ່າຈະເລືອກເດີນທາງໃດ. ຫາກການມີຊີວິດໃນໂລກ ເພື່ອເປັນການສ້າງໃຫ້ຕົນເອງໄດ້ໄປຢູ່ໃນພູມພົບທີ່ດີກວ່ານີ້ຫຼັງການເສຍຊີວິດ ກໍ່ຈະເຮັດໃຫ້ຊີວິດຂອງທ່ານເທິງໜ້າໂລກມີຄວາມໝາຍ ແລະ ແນ່ນອນຊີວິດຫຼັງການຕາຍກໍ່ເຊັ່ນດຽວກັນ.

ບໍ່ວ່າຮ່າງກາຍຈະເຂັ້ມແຂງຊຳໃດ, ຫຼື ມີການເອົາໃຈໃສ່ສຸກກະພາບຫຼາຍຊຳໃດ ບໍ່ມີໃຜສາມາດກຳນົດວັນສຸດທ້າຍຂອງຕົນເອງໄດ້. ທີ່ແນ່ນອນທຸກໆຊີວິດຕ້ອງມີການສີ້ນສຸດ. ຂ້າພະເຈົ້າຄິດວ່າ “ການມີຊີວິດບໍ່ສຳຄັນວ່າຍາວນານຈັກປີ, ສິ່ງສຳຄັນທີ່ສຸດແມ່ນໄດ້ເຮັດຫຍັງ” ຫານຝາກຝັງສິ່ງດີໆໄວ້ໃຫ້ແກ່ສັງຄົມ ເປັນສິ່ງທີ່ຄົນລາວທັງໝົດຕ້ອງໄດ້ອອກແຮງ.

ຂໍຝາກເພັງນີໃຫ້ທ່ານໄດ້ຝັງຜ່ອນອາລົມ. ເປັນເພັງທີ່ພໍ່ແຕ່ງໃຫ້ລູກທີ່ເສຍຊີວິດຕັ້ງແຕ່ຕອນ 4 ປີ ແລະ ເພັງນີ້ກະນຳເຂົ້າປະກອບໃນໜັງທີ່ເວົ້າເລື່ອງຢາເສບຕິດ ທີ່ຂ້າຊີວິດໄວໜຸ່ມໃນສະຫະລັດ ອາເມລິກາ ແລະ ກະເປັນບັນຫາສັງຄົມໜຶ່ງຂອງຫຼາຍປະເທດ.

ເນື້ອລວມຂອງເພັງແມ່ນເວົ້າວ່າ ລາວຢາກພົບລູກຂອງຕົນເອງໃນສະຫວັນອີກຄັ້ງ, ແຕ່ຄັນເຫັນກັນແລ້ວ ລູກຂອງລາວກະຈະຍັງຈື່ຊື່ພໍ່ຕົນເອງໄດ້ບໍ່? ຈະຍັງມີສາຍສຳພັນຄືເກົ່າບໍ່? ແລະ ລາວກະບັນຍາຍຄວາມທຸກໂສກທີ່ຮູ້ວ່າຕົນເອງຍັງຕ້ອງມີຊີວິດໃນໂລກ ແລະ ຕ້ອງຖ້າຈົນມື້ລາວໄປຂື້ນສະຫວັນ ແຕ່ກະບໍ່ແນ່ໃນວ່າ ລູກຕອນນັ້ນຈະຈື່ໄດ້ບໍ່? ລາວຈະຕ້ອງໄດ້ເຮັດດີເພື່ອວ່າຈະໄດ້ຂື້ນສະຫວັນໄປຫາລູກຂອງລາວອີກຄັ້ງ.

ເດີນຕາມຮອຍພະບາດ

ອຸບັດຕິເຫດ ແລະ ຫຼາຍເຫດການພາກຊີວິດຄົນເປັນທີ່ຮັກ. ແຕ່ການສິ້ນສຸດຊີວິດ ອາດໝາຍເຖິງການເລີ່ມຕົ້ນຊີວິດໃໝ່ເທິ່ງສະຫວັນ. ຝາກບົດຄວາມ ແລະ ເພັງທີ່ແຕ່ງຂື້ນແກ່ລູກທີ່ເສຍຊີວິດ ເຊິ່ງລາວຂໍໃຫ້ໄດ້ພົບກັນອີກເທິງສະຫວັນ: http://bit.ly/1pikYuO

Posted by ນໍຄຳ NorKhame on Monday, March 14, 2016

ຊື່ເພັງ: ນໍ້າຕາເທິງສະຫວັນ (Tears in Heaven)
ຮ້ອງ ແລະ ແຕງໂດຍ Eric Clapton ແຕ່ໂຕທີ່ຝັງນີ້ເປັນຂອງ Adrian Winkler
“Tears In Heaven” ນໍ້າຕາທີ່ສະຫວັນ

Would you know my name ເຈົ້າຈະຍັງຈື່ຊື່ຂ້ອຍໄດ້ບໍ່
If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫວັນ?
Would it be the same ຈະຍັງຄືເກົ່າບໍ່
If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫັວນ?

I must be strong ຂ້ອຍຕ້ອງເຂັ້ມແຂງ
And carry on, ແລະ ດຳລົງຊີວິດໃນໂລກນີ້ຕໍ່ໄປ
‘Cause I know ເພາະຮູ້ດີວ່າ

I don’t belong Here in heaven ຂ້ອຍຍັງບໍ່ໄດ້ໄປສະຫວັນເທື່ອ

Would you hold my hand ເຈົ້າຈະຈັບມືກັບຂ້ອຍບໍ່
If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫວັນ
Would you help me stand ເຈົ້າຈະຊ່ວຍຊູໃຫ້ຂ້ອຍຢືນບໍ່
If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າເທິງສະຫວັນ?​

I’ll find my way ຂ້ອຍຈະຊອກຫາວິທີທາງ
Through night and day, ທັງກາງເວັນ ແລະ ຄືນ
‘Cause I know ເພາະຂ້ອຍຮູ້
I just can’t stay Here in heaven. ວ່າຂ້ອຍອາດບໍ່ໄດ້ໄປສະຫວັນ

Time can bring you down, ເວລາອາດຈະເຮັດໃຫ້ທໍ້ແທ້
Time can bend your knees. ເວລາອາດເຮັດໃຫ້ເຈົ້າອ່ອນແອ
Time can break your heart, ເວລາອາດເຮັດໃຫ້ຜິດຫວັງ
Have you begging please, begging please. ຂໍຄວາມກະລຸນານຳແດ່

Beyond the door, ເບື້ອງຫຼັງຂອງປະຕູສະຫວັນ
There’s peace I’m sure, ຂ້ອຍເຊື່ອວ່າ ມີຄວາມສະຫງົບງຽບ
And I know there’ll be no more ແລະ ຂ້ອຍຮູ້ດີວ່າ ຈະບໍ່ມີອີກ
Tears in heaven. ນໍ້າຕາໃນສະຫວັນ

Would you know my name ເຈົ້າຈະຍັງຈື່ຊື່ຂ້ອຍໄດ້ບໍ່
If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫວັນ?
Would it be the same ຈະຍັງຄືເກົ່າບໍ່
If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫັວນ?

I must be strong ຂ້ອຍຕ້ອງເຂັ້ມແຂງ
And carry on, ແລະ ດຳລົງຊີວິດໃນໂລກນີ້ຕໍ່ໄປ
‘Cause I know ເພາະຮູ້ດີວ່າ

I don’t belong Here in heaven ຂ້ອຍຍັງບໍ່ໄດ້ໄປສະຫວັນເທື່ອ

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.