Norkhame
ຄຸນ “ພໍ່” ຄຸນ “ພໍ່”
ຕາມທຳມະຊາດແລ້ວ, ຍິງ ແລະ ຊາຍສາມາດ ໃຫ້ກຳເນີດຊີວິດໃໝ່ໄດ້ເລີ່ມແຕ່ຕອນອາຍຸ 13 ປີ. ເວົ້າໄດ້ວ່າໃຜໆກໍ່ເປັນພໍ່ໄດ້ແຕ່ອາຍຸຍັງນ້ອຍ ແຕ່ຄວາມເປັນພໍ່ຄົນນັ້ນຕ້ອງໄດ້ເຝິກຝົນ. ຂ້າພະເຈົ້າເປັນຄົນໜຶ່ງຕິດຕາມ ແລະ ພະຍາຍາມດັດຕົນເອງ ຈາກຊີວິດໂສດໃຫ້ກາຍເປັນພໍ່ທີ່ດີໄດ້. ສິ່ງທີ່ຄົ້ນພົບເຫັນວ່າການສ້າງຄວາມເປັນພໍ່ຄົນນັ້ນ ບໍ່ເປັນສິ່ງທີ່ທຳມະດາ ແລະ ຫຼາຍຄົນເປັນບໍ່ໄດ້ ນອກຈາກການໃຫ້ຊີວິດໃໝ່. ພໍ່ທີ່ດີເປັນ ຄົນສ້າງຄວາມແຕກຕ່າງໃຫ້ແກ່ຊີວິດລູກໆ. ລາວຢູ່ໃນວົງອ້ອມຂອງຄວາມເຂັ້ມແຂງ, ໃຫ້ການສະໜັບສະໜູນ ແລະ ມີລະບຽບ.... ຄຸນ “ພໍ່”

ຕາມທຳມະຊາດແລ້ວ, ຍິງ ແລະ ຊາຍສາມາດ ໃຫ້ກຳເນີດຊີວິດໃໝ່ໄດ້ເລີ່ມແຕ່ຕອນອາຍຸ 13 ປີ. ເວົ້າໄດ້ວ່າໃຜໆກໍ່ເປັນພໍ່ໄດ້ແຕ່ອາຍຸຍັງນ້ອຍ ແຕ່ຄວາມເປັນພໍ່ຄົນນັ້ນຕ້ອງໄດ້ເຝິກຝົນ. ຂ້າພະເຈົ້າເປັນຄົນໜຶ່ງຕິດຕາມ ແລະ ພະຍາຍາມດັດຕົນເອງ ຈາກຊີວິດໂສດໃຫ້ກາຍເປັນພໍ່ທີ່ດີໄດ້.

ສິ່ງທີ່ຄົ້ນພົບເຫັນວ່າການສ້າງຄວາມເປັນພໍ່ຄົນນັ້ນ ບໍ່ເປັນສິ່ງທີ່ທຳມະດາ ແລະ ຫຼາຍຄົນເປັນບໍ່ໄດ້ ນອກຈາກການໃຫ້ຊີວິດໃໝ່. ພໍ່ທີ່ດີເປັນ ຄົນສ້າງຄວາມແຕກຕ່າງໃຫ້ແກ່ຊີວິດລູກໆ. ລາວຢູ່ໃນວົງອ້ອມຂອງຄວາມເຂັ້ມແຂງ, ໃຫ້ການສະໜັບສະໜູນ ແລະ ມີລະບຽບ. ການໃຫ້ ຂອງພໍ່ບໍ່ແມ່ນແຕ່ການກຳເນີດຊີວິດ ແຕ່ເປັນການອຸດທິຊີວິດຂອງຕົນໃຫ້ແກ່ລູກໆຢ່າງບໍ່ມີວັນສີ້ນສຸດ, ສະໜໍ່າສະເໜີ ແລະ ບໍ່ຮຽກຮ້ອງ ຫຍັງກັບຄືນ. ໄປພ້ອມດຽວກັນນັ້ນ, ກໍ່ຄືການໃຫ້ຄຳແນະນຳທີ່ມີຄວາມເປັນໄປໄດ້ ເພື່ອໃຫ້ຊີວິກລູກສາມາດດັດປັບເຂົ້າກັບຊີວິດຕົວຈິງ ໃນເວລາລູກເຕີບໃຫຍ່ຂື້ນມາ.

ໃນປະເທດລາວ ຍັງບໍ່ທັນມີວັນພໍ່ເທື່ອ ແຕ່ຄົນລາວມັກຖືປີໃໝ່ລາວເປັນການສັນເສີນພໍ່ ພ້ອມດຽວກັນກັບຄົນຜູ້ມີພະຄຸນອື່ນໆ. ຕໍ່ກັບການສັນ ເສີນທ່ານຄວນຫັນເບິງຊີວິດຂອງຕົນເອງວ່າ ທ່ານຈະເຮັດແນວໃດເພື່ອປັບປຸງຕົນເອງໃຫ້ກາຍເປັນພໍ່ທີ່ດີແກ່ລູກໆໃນອານາຄົດ. ທີ່ຈິງແລ້ວ ການສ້າງຕົນເອງເປັນພໍ່ທີ່ດີເປັນສິ່ງທີ່ບໍ່ຍາກຫຼາຍ ຖ້າທ່ານມີຄວາມຕັດສິນໃຈດີພໍ. ສິ່ງທີ່ຕ້ອງໄດ້ປະຕິບັດມີຄື:

  1. ເປັນຄົນປະຕິບັດລະບຽບເຄັ່ງຄັດ

ພໍ່ທີ່ດີຈະຮັກລູກສະເໜີ ເຊິ່ງຈະບໍ່ຍອມປ່ອຍໃຫ້ລູກຕົກໃນໄພອັນຕະລາຍ. ດັ່ງນັ້ນ, ລາວຈະບໍ່ປະປ່ອຍໃຫ້ລູກຕົນເອງຕົກໃນວົງເສບຕິດ, ສິ່ງບໍ່ດີ ຫຼື ນຳໃຊ້ເງິນຄຳໃນທາງບໍ່ດີ. ເຊັ່ນດຽວກັນ, ຈະບໍ່ໃຫ້ການສະໜັບສະໜູນແກ່ການກະທຳທີ່ຜິດສິນລະທຳ ແຕ່ຈະພັກດັນໃຫ້ມີການເຮັດດີໆ ໃນສັງຄົມ ເຊັ່ນ: ປະຕິບັດລະບຽບໂຮງຮຽນ, ນັບຖືຄູບາອາຈານ ແລະ ຄົບເພື່ອນທີ່ມີອຸດົມການດີໃນການດຳລົງຊີວິດ.

  1. ຢູ່ຄ່ຽງຂ້າງເວລາຜິດພາດ

ຄວາມຜິດພາດເກີດຂື້ນສະເໜີກັບທຸກໆຄົນ ເຊິ່ງເປັນສ່ວນໜຶ່ງຂອງຊີວິດ. ໃນຊີວິດໄວໜຸ່ມ, ລູກອາດມີຄວາມຜິດ ເຊັ່ນ: ຂັບລົດຕຳກັນ, ດື່ມສຸ ລາຫຼາຍເກີນໄປ, ເສັງບໍ່ໄດ້ອັນດັບດີ ຫຼື ເຂົ້າມະຫາວິທະຍາໄລດັງໆບໍ່ໄດ້. ພໍ່ທີ່ດີຈະຮັບຮູ້ ແລະ ຊອກຮູ້ວ່າເປັນຫຍັງ. ບາດແລ້ວຕ້ອງສ້າງ ຄວາມຮັບຜິດຊອບ ແລະ ການກະທຳຂອງລູກເພື່ອປັບປຸງຊີວິດໃຫ້ດີຂື້ນ. ການຈົ່ມວ່າ, ຊຳ້ເຕີມ ຫຼື ລົງໂທດເປັນສິ່ງຕ້ອງຫ້າມ.

  1. ເປັນຄົນເປີດສູ່ຄວາມຄິດໄໝ່ໆ

ຄົນລາວມັກເວົ້າວ່າ: ລູກບໍ່ຝັງຄວາມພໍ່ແມ່ຜີແກ່ເຂົ້າມໍ້ນາຮົກ. ສິ່ງນີ້ອາດເປັນຈິງ. ແຕ່ການສັງເກດເບິ່ງພຶດຕິກຳ ແລະ ສັງຄົມອ້ອມຂ້າງ ໄດ້ມີການປ່ຽນແປງຫຼາຍ. ພໍ່ຕ້ອງໄດ້ດັດປັບ ແລະ ເຂົ້າໃຈວ່າສະພາກສັງຄົມ ມີຜົນຕໍ່ກັບພຶດຕິກຳ. ເຊັ່ນ: ໃນແຕ່ກ່ອນ ການສັກລາຍ ເປັນການ ສະແດງ ຄວາມໂອຫັງ ແລະ ມີແຕ່ຄົນມີປັນຫາສັງຄົມເຮັດກັນ. ແຕ່ປະຈຸບັນ ການສັກລາຍ ກາຍເປັນສິນລະປະ ອີກອັນໜຶ່ງ. ດັ່ງນັ້ນ, ຄວນ ເບິ່ງຄວາມເນາະສົມ ແລະ ສັນຫາຄຳເນະນຳ ແກ່ລູກໆ. ໂດຍສະເພາະລູກຍິງ ເພາະການສັກລາຍໃນກຸ່ມຍິງ ນັ້ນຍັງບໍ່ທັນເປັນທີ່ແຜ່ຫຼາຍ.

  1. ສອນໃຫ້ລູກຮູ້ຈັກຄຸນຄ່າຂອງວັດຖຸ

ພໍ່ທີ່ດີຈະບໍ່ເຮັດໃຫ້ລູກຮັບຮູ້ວ່າສິ່ງຂອງທີ່ໄດ້ມາເປັນສິ່ງທີ່ໄດ້ມາງ່າຍໆ ຫຼື ໄດ້ລ້າ. ທຸກໆຢ່າງຕ້ອງມີການທຸ້ມເທ. ນັບແຕ່ອາຫານ, ການສຶກສາ, ເຄື່ອງນຸ່ງ ແລະ ການຊົມໃຊ້ອື່ນໆ. ພໍ່ທີ່ດີຈະຍົກໃຫ້ເຫັນຄຸນຄ່າຂອງທຸກໆສິ່ງທີ່ມີເຂົ້າມາໃນຊີວິດ. ພໍ່ທີ່ດີບຈະພັກດັນໃຫ້ລູກ ໄດ້ຮູ້ວ່າ ພໍ່ບໍ່ແມ່ນ ຕູ້ກົດເງິນ ໄດ້ດົນເພື່ອປະຄັງຊີວິດລູກໆ.

  1. ຮັບຮູ້ວ່າຊີວິດລູກບໍ່ຄືຊີວິດຕົນເອງ

ທຸກໆຄົນມີຄວາມແຕກຕ່າງ. ພໍ່ບໍ່ຄອນໃຫ້ລູກເດີນຕາມ, ເຮັດວຽກ ຫຼື ມີຊີວິດທີ່ຕົນເອງເປັນຖ້າຫາກລູກບໍ່ຕ້ອງການ. ພໍ່ຕ້ອງຮັບຮູ້ຄຸນຄ່າຂອງ ຄວາມເປັນລູກ ເຊິ່ງກໍ່ຄືກັບຄົນໆໜຶ່ງ, ຄວນຟັງຄວາມຄິດ ຕາບໃດທີ່ບໍ່ສ້າງສິ່ງບໍ່ດີແກ່ຄອບຄົວ ແລະ ຄົນອື່ນໆໃນສັງຄົມ.

  1. ພໍ່ດີໃຊ້ເວລາກັບລູກໆ

ພໍ່ຈະຮູ້ຈັກໃຊ້ເວລາຮ່ວມກັບລູກໆເພື່ອສ້າງກິດຈະກຳມ່ວນໆນຳກັນ ເຊັ່ນ: ຫຼີ້ນເກມ, ເບິ່ງໜັງ ແລະ ເຂົ້າຮ່ວມງານກິດຈະກຳກິລາຕ່າງໆ ຂອງລູກ. ພໍ່ຈະໃຊ້ເວລາໃນການຮັບຟັງ ແລະ ສ້າງການສົນທະນາທີ່ດີ, ງ່າຍດ່າຍກັບລູກ. ລາວອາດໃຊ້ເວລາໃນການຊ່ວຍເຮັດວຽກບ້ານ ໃນທຸກໆຄໍ່າ ຖ້າຫາກມີຄວາມຈຳເປັນ.

  1. ພໍ່ເປັນຕົວຢ່າງທີ່ດີ

ພໍ່ຫຼາຍຄົນມັກເວົ້າວ່າ: ເຮັດໃນສິ່ງທີ່ຂ້ອຍເວົ້າ ແຕ່ຢ່າເຮັດໃນສິ່ງທີ່ຂ້ອຍເຮັດ. ສິ່ງນີ້ ເປັນໄປໄດ້ຍາກຫຼາຍ. ຖ້າຫາກທ່ານບໍ່ຢາກໃຫ້ລູກໆສູບຢາ ທ່ານກໍ່ຕ້ອງບໍ່ສູບຢາ. ອິດທິພົນຂອງພໍ່ສຳຄັນຫຼາຍ. ສິ່ງທີ່ລູກເປັນ ເປັນການສະທ້ອນລັກສະນະຂອງຕົນເອງ. ພໍ່ທີ່ດີຕ້ອງມີຄວາມສາມາດ ສະແດງຄວາມສຳຄັນ ແລະ ຕົວຢ່າງການປະພຶດທີ່ດີອື່ນໆ ເພື່ອໃຫ້ລູກໆໄດ້ຮຽນນຳ.

  1. ໃຫ້ການສະໜັບສະໜູນ ແລະ ຈົງຮັກພັກດີ

ຄວາມຊື່ສັດກັບແມ່ຂອງເດັກ ກໍ່ຄືຄອບຄົວ ຕັດສິນພຶດຕິກຳການດຳລົງຊີວິດຂອງເດັກ. ທັງນີ້ກໍ່ເປັນການສະແດງຄວາມ ຮັກໃນການມີຊີວິດ ຄອບຄົວ ເຊິ່ງຈະເປັນການສ້າງຄວາມນັບຖືໃຫ້ແກ່ລູກໆໄດ້. ເດັກໃນປະຈຸບັນອາດມີເສັ້ນທາງເດີນທີ່ແຕກຕ່າງ ກວ່າແຕ່ລະຍຸກ ດັ່ງນັ້ນການ ໃຫ້ຄວາມສະໜັບສະໜູນ ໃນກິດຈະກຳທີ່ບໍ່ເປັນຜົນເສຍຕໍ່ສັງຄົມ ເຖິງວ່າຈະເປັນສິ່ງທີ່ຕົນເອງບໍ່ມັກແລ້ວກໍ່ຕາມ ພໍ່ທີ່ດີຕ້ອງໄດ້ເຮັດ. ລູກຈະ ກັບຫາພໍ່ສະເໜີ ເພື່ອຂໍຄຳປຶກສາ ຖ້າຫາກທ່ານສະແດງການສະໜັບສະໜູນໃນໄວເດັກ.

  1. ສ້າງສິ່ງທ້າທາຍໃຫ້ແກ່ລູກ

ພໍ່ທີ່ດີຕ້ອງການໃຫ້ລູກເປັນສິ່ງທີ່ດີທີ່ສຸດໃນສິ່ງທີ່ລູກຢາກເປັນ. ດັ່ງນັນທ່ານຄວນສ້າງສິ່ງທ້າທາຍ ແລະ ການພັກດັນໃຫ້ ລູກກາຍເປັນສິ່ງ ທີ່ລູກຕ້ອງການ. ທ່ານຄວນໃຫ້ອິດສະຫຼະໃນການສະແດງຄວາມຄິດເຫັນ ແລະ ການແກ້ປັນຫາດ້ວຍຕົນເອງ. ຫຼື ທ່ານອາດຈະນຳສິ່ງໃດໜຶ່ງ ໃຫ້ລູກໄດ້ເຮັດໃນແຕ່ລະ ໄລຍະເພື່ອພິສູດ. ຖ້າທ່ານຢາກໃຫ້ລູກກາຍເປັນນັກທຸລະກິດ ທ່ານກໍ່ຄວນສ້າງກິດຈະກຳການຊື້ຂາຍ ແລະ ມອບ ວຽກທີ່ເໜາະສົມໃຫ້ລູກໄດ້ເຮັດ ກ່ຽວກັບທຸລະກິດນັ້ນໆ.

  1. ພໍ່ສອນບົດຮຽນການດຳລົງຊີວິດທີ່ດີແກ່ລູກ

ພໍ່ຈະເປັນຕົ້ນແບບຊີວິດໃຫ້ແກ່ລູກໆ ໂດຍສະເພາະລູກຊາຍ. ຈະມີບົດຮຽນຫຼາຍໆຢ່າງທີ່ທ່ານຈະຕ້ອງໄດ້ບອກລູກ. ນັບແຕ່ເລື່ອງການແຕ່ງ ກາຍ, ການເຮັດວຽກ, ການແຖໜວດ ເປັນຕົ້ນ. ໜ້າທີ່ນີ້ເປັນສິ່ງຈຳເປັນຫຼາຍ. ເຖິງວ່າຕົນເອງຈະເມື່ອຍຈາກການເຮັດວຽກ ແລະ ກັບມາ ບ້ານແລ້ວເຫັນລູກນັ່ງເບິ່ງແຕ່ທໍລະທັດບໍ່ເຮັດວຽກບ້ານ ທ່ານກໍ່ຄອນໃຊ້ເວລາໃນການ ກ່າວເຕື່ອນ ແລະ ສິດສອນເພື່ອໃຫ້ລູກເຫັນຄວາມ ຮັບຜິດຊອບແກ່ຊີວິດຂອງຕົນເອງ.

  1. ພໍ່ປົປປ້ອງຄອບຄົວ

ພໍ່ປຽບສະເໜືອນພະນັກງານຮັກສາຄວາມປອດໄພກໍ່ວ່າໄດ້. ພໍ່ຈະຕ້ອງເຮັດທຸກສິ່ງທຸກຢ່າງເພື່ອປົກປ້ອງຄອບຄົວຂອງຕົນເອງ. ເຊັ່ນ ການ ສ້າງລາຍຮັບເພື່ອລ້ຽງຊີວິດຄອບຄົວໃຫ້ດີ ແລະ ຖ້າຫາກພໍ່ຕ້ອງໄດ້ເຮັດວຽເພີ່ມສິ່ງນີ້ ຈະເປັນສິ່ງທີ່ໜ້າສັນເສີນຫຼາຍ ແລະ ເປັນການເສຍ ສະຫຼະທີ່ຫາແນວປຽບບໍ່ໄດ້.

  1. ພໍ່ໃຫ້ຄວາມຮັກແບບບໍ່ຈຳກັດ

ບໍ່ວ່າຈະແນວໃດ ຍາມໃດພໍ່ກໍ່ຮັກລູກ ບໍ່ວ່າລູກຈະຜິດພາດຊໍ່າໃດ. ສິ່ງນີ້ເປັນຄຸນລັກສະນະທີ່ສຳຄັນທີ່ສຸດຂອງຄວາມເປັນພໍ່. ເຊັ່ນໃນຍາມທີ່ລູກ ຜິດຫວັງກັບການກະທຳຂອງລູກ, ທ່ານກໍ່ຄວນຢູ່ຄຽງຂ້າງ ແລະ ສ້າງຄວາມຫວັງໃຫ້ແກ່ລູກໆ.

ຖ້າທ່ານເຮັດໄດ້ແນວນີ້ ຄຸນພໍ່ ເທົ່າກັບຄຸນແມ່ແນ່ນອນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.