Norkhame
ຄວາມຢ້ານຂອງແມ່ຍິງ ຄວາມຢ້ານຂອງແມ່ຍິງ
ແມ່ຍິງທີ່ກາຍເປັນຜູ້ປະກອບການ ແລະ ການນຳຂອງອົງການທຸລະກິດ ຫຼື ການເມືອງຕ່າງໆ ສິ່ງໜຶ່ງທີ່ ສະແດງ ອອກໃນສາຍຕາຂອງສັງຄົມ ແມ່ນການຊະນະຄວາມແຕກໂຕນທາງເພດ. ຫຼາຍໆສັງຄົມຈະເລືອກເພດຊາຍ ເປັນການນຳ.​ ມີແມ່ຍິງຫຼາຍໆຄົນທີ່ ມີຄວາມສາມາດຈະກັງວົນວ່າ ຈະສ້າງການຍອມ ຮັບໃນວົງການທີ່ເຕັມ ໄປດ້ວຍຜູ້ຊາຍ ໄດ້ແນວໃດ.​ ຕໍ່ກັບຄວາມຢ້ານດັ່ງກ່າວ ແລະ ຄວາມກັງວົນຂອງການນຳຍິງກໍ່ບໍ່ໄດ້ ມີໜ້ອຍ ກວ່າການນຳເພດຊາຍ ແລະ ມີຫຼາຍໆ... ຄວາມຢ້ານຂອງແມ່ຍິງ

ແມ່ຍິງທີ່ກາຍເປັນຜູ້ປະກອບການ ແລະ ການນຳຂອງອົງການທຸລະກິດ ຫຼື ການເມືອງຕ່າງໆ ສິ່ງໜຶ່ງທີ່ ສະແດງ ອອກໃນສາຍຕາຂອງສັງຄົມ ແມ່ນການຊະນະຄວາມແຕກໂຕນທາງເພດ. ຫຼາຍໆສັງຄົມຈະເລືອກເພດຊາຍ ເປັນການນຳ.​ ມີແມ່ຍິງຫຼາຍໆຄົນທີ່ ມີຄວາມສາມາດຈະກັງວົນວ່າ ຈະສ້າງການຍອມ ຮັບໃນວົງການທີ່ເຕັມ ໄປດ້ວຍຜູ້ຊາຍ ໄດ້ແນວໃດ.​ ຕໍ່ກັບຄວາມຢ້ານດັ່ງກ່າວ ແລະ ຄວາມກັງວົນຂອງການນຳຍິງກໍ່ບໍ່ໄດ້ ມີໜ້ອຍ ກວ່າການນຳເພດຊາຍ ແລະ ມີຫຼາຍໆ ບັນຫາກໍ່ເປັນຄວາມຢ້ານສິ່ງດຽວກັນກັບການນຳລະດັບສູງ ບໍ່ວ່າຈະເປັນ ຍິງຫຼືຊາຍ.

ສະເພາະຜູ້ຍິງທີ່ຢູ່ໃນຕຳແໜງການນຳ ທີ່ເປັນເຈົ້າຂອງທຸລະກິດ ສິ່ງທີ່ຈະຊ່ວຍໃຫ້ຜ່ານຜ່າຄວາມຢ້ານກົວ ແລະ ກາຍເປັນທີ່ຍອມຮັບໄດ້ ມີການປະຕິບັດດັ່ງນີ້:

1. ການລົງມືເຮັດຕົວຈິງ

ການລິເລີ່ມກິດຈະກຳທຸລະກິດໄໝ່ໆ ມັກຈະຄິດຫາຫຼາຍໆສະຖານນະການທັງດີ ແລະ ບໍ່ດີ. ເຊັ່ນວ່າ ຈະເຮັດ ແນວໃດ ຖ້າຫາກສິງນັ້ນ-ນີເກີດຂື້ນ….ໂດຍສະເພາະແມ່ຍິງທີ່ເຮັດວຽກຮ່ວມກັບເພດຊາຍເປັນສ່ວນໃຫຍ່. ແນວໃດກໍ່ຕາມ ແມ່ຍິງທີ່ ເລີ່ມເຮັດທຸລະກິດ ຈະມີຄວາມລະອຽດອ່ອນໃນການຄົ້ນຄິດ ບັນຫາໄດ້ດີ ເພາະສ່ວນໃຫຍ່ ມັກຈະມີຄວາມມານະ ແລະ ຄວາມຄຶດຕຶກຕອງສູງ.

ໃນກໍລະນີທີ່ລິເລີ່ມເຮັດສິ່ງໃດໜຶ່ງໄໝ່ໆ, ແມ່ຍິງມັກຈະມີຄວາມລອບຄອບໃນລາຍລະອຽດ ແລະ ມີ ຄວາມລະ ມັດລະວັງກວ່າເພດຊາຍ ແຕ່ບາງຄັ້ງມັນອາດເຮັດໃຫ້ກາຍ ເປັນຄົນທີ່ຄິດຫຼາຍເກີນຄວາມເປັນຈິງ ແລະ ສ້າງ ໃຫ້ມີຄວາມວິຕົກກັງວົນໃນພາຍຫຼັງ. ການເປັນຜູ້ປະກອບການ ທ່ານຕ້ອງໄດ້ຮັບຄວາມເປັນຈິງທີ່ວ່າ ໃນເວລາ ຊ່ວງໃດໜຶ່ງ ອາດຈະບໍ່ ເປັນສະຖານນະການທີ່ສົມບູນແບບ ໝົດທຸກຢ່າງ. ມັນມັກຈະມີແນວທີ່ເຮັດໃຫ້ຕ້ອງໄດ້ ຄົ້ນຄິດ ແລະ ທົດລອງເຮັດ, ດັດປັບ ແລະ ອື່ນໆ. ບາງຄັ້ງທ່ານຕ້ອງໄດ້ທຳໃຈຈັກຊ່ວງໄລຍະໃດໜຶ່ງຍອມຮັບ ຄວາມຄວາມເປັນຈິງແລ້ວສື້ບຕໍ່ເຮັດອີກຄັ້ງ.

2. ລອງເຮັດສິ່ງໄໝ່ໆ

ຄວາມຢ້ານຂອງການລົ້ມເຫຼວ ອາດເຮັດໃຫ້ເປັນຜົນໃນການເຮັດທຸລະກິດ ຫຼື ຢູ່ໃນສະພາວະການນຳໃດໜຶ່ງ. ໃນປະສົບການ ສັງເກດເບິ່ງການນຳຫຼາຍໆຄົນ ພວກເພີ່ນຊະນະຄວາມຢ້ານກົວດ້ວຍການທົດລອງເຮັດ ຫຼື ຫາປະສົບການ ໃນ ສິ່ງທີ່ບໍ່ເຄີຍເຮັດມາກ່ອນ.

ກ່ອນຍີ່ຫໍ້ສິນຄ້າໃດໜຶ່ງຈະປະສົບຜົນສຳເລັດ ໂດຍເປັນທີ່ຮັບຮູ້ຢ່າງກ້ວາງຂວາງນັ້ນ ເຈົ້າຂອງຕ້ອງໄດ້ລອງ ເຮັດຫຼາຍ ສິ່ງທີ່ບໍ່ເຄີຍເຮັດມາກ່ອນ ເຊັ່ນ ອາດອ່ານປື້ມໃນຫົວຂໍ້ທີ່ບໍ່ເຄີຍຮູ້ມາກ່ອນ, ເຂົ້າພົບປະກັບກຸ່ມຄົນທີ່ບໍ່ ເຄີຍຮູ້ຈັກ, ຫຼື ຮຽນ ຮູ້ວັດຖະນະທາໄໝ່-ພາສາໄໝ່. ພຶດຕິກຳການເປີດຕົວເອງ ອອກສູ່ສິ່ງໄໝ່ໆທີ່ບໍ່ເຄີຍເຮັດ ມາກ່ອນນັ້ນ ມັນເປັນການ ສ້າງໂອກາດ ແລະ ບາດກ້າວສູ່ຄວາມ ສຳເລັດ.

ບາງຄັ້ງ ມັນອາດກ້າວໄປເຖິງການປະລະການເຮັດວຽກໃນອົງກອນເກົ່າໆ ເພື່ອສ້າງທຸລະກິດ ຫຼື ອາດເຮັດໃນ ສິ່ງທີ່ ບໍ່ຄິດວ່າຈະເຮັດມາກ່ອນ. ການສືບຕໍ່ເຮັດສິ່ງດັ່ງກ່າວ ມັນເປັນການສ້າງຄວາມເຊື່ອໜັ້ນໃນ ຕົນເອງ ແລະ ມັນເປັນການ ສ້າງໃຫ້ເຈົ້າຂອງກິດຈະການອອກຈາກຄວາມຄິດຢ້ານກົວ.

3. ຮຽນເປັນຜູ້ຝັງທີ່ດີ

ບາງເທື່ອມັນອາດຈະເປັນສິ່ງທີ່ທ່ານຮູ້ແລ້ວວ່າ ການເປັນຜູ້ຝັງທີ່ດີນັ້ນ ເປັນທັກສະທີ່ສຳຄັນສຳລັບການເປັນ ການນຳ. ມັນເປັນສິ່ງທີ່ຈຳເປັນ ເນື່ອງຈາກວ່າ ທ່ານຕ້ອງໄດ້ຮັບຝັງ ລູກຄ້າຂອງທ່ານ, ລູກນ້ອງ, ຄົນແນະນຳ ຫຼື ຄູ່ຮ່ວມລົງທຶນ. ທັກສະການຝັງນັ້ນ ມີຜົນຕໍ່ກັບຄວາມສຳເລັດຂອງການດຳເນີນທຸລະກິດ ໃນໄລຍະເລີ່ມຕົ້ນ ຫຼື ສຳລັບທຸລະກິດຂະໜາດນ້ອບ. ມັນເປັນສິ່ງທີ່ຕ້ອງໄດ້ໃຊ້ຄວາມອົດທົນ ແລະ ການເຝິກຜົນ ເປັນເວລາໃດໜຶ່ງສົມຄວນ.

ຄົນທີ່ປະສົບຜົນສຳເລັດໃນການຂາຍ (ເຊິ່ງບໍ່ແມ່ນແຕ່ຕຳແໜງນັກຂາຍເຄື່ອງເທົ່ານັ້ນ) ພວກເພີ່ນເຫຼົ່ານັ້ນ ເປັນຄົນທີ່ ມີຄວາມສາມາດໃນການເຂົ້າຫາກຸ່ມຄົນທີ່ເປັນກຸ່ມເປົ້າໝາຍ ແລະ ກະຕຸ້ນໃຫ້ຄົນກຳລັງສົນທະນາ ເຮັດໃນສິ່ງ ທີ່ພວກ ເພີ່ນຕ້ອງການ. ສຳລັບຜູ້ປະກອບການ ແລະ ເຈົ້າຂອງທຸລະກິດ ມັນອາດເປັນສິ່ງທີ່ເຮັດໄດ້ ຍາກເນື່ອງຈາກວ່າເຈົ້າ ຂອງທຸລະກິດມັກຈະມີຄວາມຕື່ນເຕັ້ນກ່ຽວກັບບໍລິສັດ ແລະ ການບໍລິການ. ດັ່ງນັ້ນ  ຈະມັກເວົ້າກ່ຽວກັບສິ່ງທີ່ກຳລັງ ເຮັດ ແລະ ໃຫ້ບໍລິການຫຼາຍກວ່າການຮັບຝັງ. ການຮຽນຮູ້ທັກສະໃນການຝັງ ແລະ ການຮັບຄຳຄິດເຫັນ ແລະ ນຳມາ ປັບປຸງທຸລະກິດ ແລະ ການບໍລິການມັນຈະເປັນການສ້າງຄວາມເຊື່ອຖື ແລະ ປະສົບຜົນສຳເລັດໃນທີ່ສຸດ.

4. ຊອກຫາການສະໜັບສະໜູນ

ຖ້າຫາກໃຜເຄີຍມີລູກກໍ່ຈະຮູ້ດີວ່າ ຈະປ້ອນອາຫານ ກໍ່ຕໍ່ເມື່ອໃນເວລາລູກຮ້ອງໃຫ້ ຫຼື ລູກມີການສົ່ງສັນຍານ ໃດໜຶ່ງໃຫ້ຮັບຊາບ. ການປິດປາກບໍ່ໄດ້ເຮັດໃຫ້ໄດ້ຮັບອາຫານທີ່ຕ້ອງການ. ດັ່ງນັ້ນ ຕ້ອງເວົ້າມັນອອກມາ ແລະ ເວົ້າກັບຄົນທີ່ທ່ານ ຄິດວ່າໜ້າຈະມີອາຫານປ້ອນໃສປາກໃນຍາມຫີວ. ເດັກນ້ອຍມັກມີຫຼາຍໆວິທີໃນການເຮັດ ໃຫ້ໄດ້ໃນສິ່ງທີ່ຕ້ອງການ.ສຳລັບຄົນທີ່ເຮັດການບໍລິການ ກໍ່ມັກຈະຖາມລູກຄ້າວ່າ: ຈະໃຫ້ຂ້ອຍເຮັດຫຍັງໃຫ້ ເຈົ້າ? ຫຼື ຈະໃຫ້ຂ້ອຍຊ່ວຍເຈົ້າໄດ້ດ້ວຍວິ ທີໃດ? ການຖາມຄຳຖາມລູກຄ້າດັ່ງກ່າວ ມັນເປັນການ ສ້າງໂອກາດ ໃຫ້ທຸລະກິດ ຂອງທ່ານໄດ້ເຂົ້າໄປມີສ່ວນຮ່ວມກັບຜູ້ອື່ນ.

ຖ້າຫາກສັງເກດເບິ່ງຄົນທີ່ປະສົບຜົນສຳເລັດທີ່ສຸດ ແມ່ນພວກເພີ່ນມັກຈະເປັນຄົນທີ່ຖາມຫາ ຫຼື ຊອກຫາໃນ ສິ່ງທີ່ ຕ້ອງການຈາກກຸ່ມຄົນໃດໜຶ່ງ ບໍ່ວ່າຈະເປັນຄວາມຮັບຜິດຊອບ ຫຼື ເງິນ.

5. ຊອກຫາຄົນແນະນຳ

ການເລີ່ມເຮັດທຸລະກິດ ຫຼາຍໆຄົນມັກມີຄວາມວິຕົກກັງວົນໃນການຕັດສິນໃຈ ແລະ ການດຳເນີນທຸລະກິດປະ ຈຳວັນ. ຄົນຊີ້ແນະ ມັກຈະເປັນຄົທີ່ສະເໜີແນະແນວທາງ, ການແນະນຳທີ່ຫຼາກຫຼາຍ ເພື່ອຊ່ວຍ ໃຫ້ທ່ານໄດ້ ເຫັນໃນມູມມອງ ໄໝ່ໆ ແລະ ຫຼຸດການຕັດສິນແບບຕາມອາລົມຈິດຂອງຕົນເອງ. ຂໍ້ດີຂອງຄົນແນະນຳ ຫຼື ຄົນຊີ້ ແນະ ບໍ່ໄດ້ເປັນສິ່ງທີ່ຈຳ ເປັນທີ່ສຸດ ແຕ່ມັນມີຄວາມຈຳເປັນຫຼາຍໃນການເຮັດທຸລະກິດ ເພາະທ່ານອາດຕ້ອງ ການຄົນທີ່ເບິ່ງໃນຫຼາຍໆມູມມອງ ກ່ອນການຕັດສິນບັນຫາ ຫຼື ພິຈາລະນາບັນຫາ.

ບາງຄົນມີຄົນແນະນຳໃກ້ຊິດ ທັງເພດຍິງ ແລະ ຊາຍ ມີຫຼາຍປະສົບການ ແລະ ພື້ນຖານທີ່ແຕກຕ່າງກັນຜູ້ທີ່ ຈະຄ່ອຍເບິ່ງບັນຫາຮ່ວມກັບທ່ານໃນຫຼາຍໆສະຖານນະການ. ການສ້າງເຄື່ອຄ່າຍທີ່ນອນໃນຂົງເຂດທຸລະກິດ ດຽວກັນ ຫຼື ກຸ່ມ ຄົນທີ່ເຮັດທຸລະກິດຕົວຈິງ ເປັນກຸ່ມຄົນທີ່ມີຄວາມສຳຄັນທີ່ສາມາດ ເຂົ້າມາເປັນຜູ້ແນະນຳ ທາງທຸລະກິດ ທີ່ທ່ານສາ ມາດເອີ້ນເຂົ້າມາຮ່ວມທີມງານໄດ້.

ບໍ່ວ່າທ່ານຍິງຈະມີປະສົບການແນວໃດໃນການດຳເນີນວຽກງານ ໃຫ້ປະສົບຜົນສຳເລັດ ທ່ານສາມາດນຳອອກ ມາສູ່ ການສົນທະນາແລກປ່ຽນ. ໃນສິ່ງທີ່ໄດ້ຍົກຂື້ນມາຂ້າງເທິງນັ້ນ ອາດບໍ່ແມ່ນຄຳແນະນຳທີ່ໄດ້ຜົນກັບທຸກ ໆທ່ານຍິງ ຫຼື ການນຳທຸກລະດັບ. ມັນເປັນປະສົບການທີ່ໄດ້ສັງເກດເບິ່ງ ຈາກຕົວຈິງ ແລະ ຂ້າພະເຈົ້າກໍ່ເຫັນ ວ່າ ບໍ່ມີສູດສຳເລັດທີ່ ແນ່ນອນ. ແຕ່ລະຄົນຕ່າງກໍ່ມີການເດີນທາງ ທີ່ແຕກຕ່າງກັນ

ສິ່ງສຳຄັນກໍ່ຄືວ່າ ທ່ານຕ້ອງໄດ້ທົບທວນເບິ່ງ ຄວາມຢ້ານກົວຂອງທ່ານມັນແມ່ນຫຍັງ ແລະ ຊອກຫາທາງແກ້ ທີ່ທ່ານ ຄິດວ່າມັນຈະເຮັດໃຫ້ທ່ານຜ່ານຜ່າຄວາມກັງວົນ ແລະ ລະແວງໄປໄດ້.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.