Norkhame
ຂ້ອຍມາຕາມຝັນ ຂ້ອຍມາຕາມຝັນ
ທຸກໆບັນຫາເປັນໂອກາດໃນການຮຽນຮູ້. ທ່ານຈະໄດ້ພົບວ່າທ່ານເຂັ້ມແຂງ ແລະ ມີຄວາມສາມາດຫຼາຍຂື້ນໃນຍາມທີ່ທ່ານຜ່ານຜ່າມາໄດ້. ທີ່ແນ່ນອນແຮງບັນດານໃຈພາຍຕົວ ແລະ ຄົນອ້ອມຂ້າງມີອິດທິພົນຫຼາຍໃນຄວາມສຳເລັດ.ຫາກມີເພື່ອນພ້ອມທີ່ຈະໃຫ້ການຊ່ວຍເຫຼືອແລ້ວ ນັ້ນກໍ່ສະແດງວ່າເຂົາເຈົ້າຈິງໃຈແກ້ບັນຫາຊ່ວຍ. ໃຫ້ຮັບເອົາຄົນເຫຼົ່ານັ້ນເຂົ້າມາໃນຊີວິດ. ແຕ່ຖ້າຫາກທ່ານບໍ່ພົບກຸ່ມຄົນເຫຼົ່ານັ້ນ ກໍ່ໝາຍວ່າທ່ານໄດ້ຮັບຄວາມໄວ້ວາງໃຈຈາກພະພຸດທະເຈົ້າ ວ່າມີຄວາມສາມາດພໍທີ່ຈະຜ່ານຜ່າທຸກໆປະການດ້ວຍຕົນເອງ. ຈົ່ງຖືໂອກາດດັ່ງກ່າວນັ້ນ ເປັນການສະແດງໃຫ້ສັງຄົມຮູ້ວ່າທ່ານມີຄວາມເຂັ້ມແຂງຫຼາຍຊຳໃດທີ່ຈະສຳເລັດທຸກໆວຽກງານ. ໃຫ້ເພື່ອນທີ່ຈິງໃຈ ຫຼື ແຮງບັນດານໃຈພາຍໃນເປັນແສງນຳທາງໃນທຸກໆວັນທີ່ມືດມົນ. ເພື່ອເຮັດໃຫ້ແຕ່ລະຄົນທີທັກສະໃນການສ້າງສັນ, ພອນສະຫວັນ ແລະ ຄວາມຊຳນິຊຳນານທີ່ແຕກຕ່າງກັນ ສາມາດສະແດງຜົນງານທີ່ດີເລີດໄດ້ນັ້ນ ຕ້ອງໄດ້ມີການຄົ້ນຫາທ່າແຮງທີ່ບົມຊ້ອນພາຍໃນ ແລ້ວສະແດງອອກມາເຕັມທີ່... ຂ້ອຍມາຕາມຝັນ

ທຸກໆບັນຫາເປັນໂອກາດໃນການຮຽນຮູ້. ທ່ານຈະໄດ້ພົບວ່າທ່ານເຂັ້ມແຂງ ແລະ ມີຄວາມສາມາດຫຼາຍຂື້ນໃນຍາມທີ່ທ່ານຜ່ານຜ່າມາໄດ້. ທີ່ແນ່ນອນແຮງບັນດານໃຈພາຍຕົວ ແລະ ຄົນອ້ອມຂ້າງມີອິດທິພົນຫຼາຍໃນຄວາມສຳເລັດ.ຫາກມີເພື່ອນພ້ອມທີ່ຈະໃຫ້ການຊ່ວຍເຫຼືອແລ້ວ ນັ້ນກໍ່ສະແດງວ່າເຂົາເຈົ້າຈິງໃຈແກ້ບັນຫາຊ່ວຍ. ໃຫ້ຮັບເອົາຄົນເຫຼົ່ານັ້ນເຂົ້າມາໃນຊີວິດ. ແຕ່ຖ້າຫາກທ່ານບໍ່ພົບກຸ່ມຄົນເຫຼົ່ານັ້ນ ກໍ່ໝາຍວ່າທ່ານໄດ້ຮັບຄວາມໄວ້ວາງໃຈຈາກພະພຸດທະເຈົ້າ ວ່າມີຄວາມສາມາດພໍທີ່ຈະຜ່ານຜ່າທຸກໆປະການດ້ວຍຕົນເອງ. ຈົ່ງຖືໂອກາດດັ່ງກ່າວນັ້ນ ເປັນການສະແດງໃຫ້ສັງຄົມຮູ້ວ່າທ່ານມີຄວາມເຂັ້ມແຂງຫຼາຍຊຳໃດທີ່ຈະສຳເລັດທຸກໆວຽກງານ. ໃຫ້ເພື່ອນທີ່ຈິງໃຈ ຫຼື ແຮງບັນດານໃຈພາຍໃນເປັນແສງນຳທາງໃນທຸກໆວັນທີ່ມືດມົນ.

ເພື່ອເຮັດໃຫ້ແຕ່ລະຄົນທີທັກສະໃນການສ້າງສັນ, ພອນສະຫວັນ ແລະ ຄວາມຊຳນິຊຳນານທີ່ແຕກຕ່າງກັນ ສາມາດສະແດງຜົນງານທີ່ດີເລີດໄດ້ນັ້ນ ຕ້ອງໄດ້ມີການຄົ້ນຫາທ່າແຮງທີ່ບົມຊ້ອນພາຍໃນ ແລ້ວສະແດງອອກມາເຕັມທີ່ ບວກກັບການທຸ້ມເທທີ່ຈິງຈັງ. ແນ່ນອນແຕ່ລະບ່ອນກໍ່ຈະມີຄວາມຈຳກັດ ແລະ ສິ່ງສະດວກທີ່ແຕກຕ່າງກັນ ເພື່ອສ້າງຄວາມສຳເລັດ.

ແຕ່ຄວາມຄິດນ້ອຍເນື້ອຕຳໃຈ ໃນສະພາບການທີ່ເປັນຢູ່ ເຮັດໃຫ້ຫຼາຍໆຄົນນັ້ນບໍ່ຢາກສູ້ ແລະ ສ້າງສັນຜົນງານໃໝ່ໆ. ມັກຈະພົບເຫັນເດັກນ້ອຍ ແລະ ຊາວໄຮຊາວນາ ທີ່ເຂດນອກໆຫ່າງໄກຊອກຫຼີກ ທີ່ມີສິ່ງອໍານວຍຄວາມ ສະດວກແກ່ການດຳລົງຊີວິດປະຈຳວັນໜ້ອຍຫຼາຍ ແຕ່ຫຼາຍໆຄົນກໍ່ຕັ້ງ ໜ້າທຳມາຫາກິນ ຈາກແຫຼ່ງທຳມະຊາດທີ່ສະໜອງໃຫ້ໃນຊີວິດປະຈຳວັນ. ເລາະຕາມແຄມທາງ ມັກຈະເຫັນ ຜະລິດຕະພັນຈາກສວນ ຫຼື ທີ່ເກັບມາຈາກປ່າເພື່ອຂາຍໃຫ້ແກ່ຄົນຜ່ານທາງ. ເຖິງຈະບໍ່ຫຼາຍ ແຕ່ຫຼາຍໆຄອບຄົວ ກໍ່ປະຄັງຊີວິດໄດ້.

ຊີວິດໃນເມືອງເບິ່ງຄືວ່າແສນສະບາຍ. ເພາະມີຫົນທາງ, ມີໂຮງໜໍ, ນຳ້, ໄຟຟ້າ ແລະ ສິ່ງບັນເທີງ ທີ່ຫຼາກຫຼາຍສີສັນ ຈົນເຮັດໃຫ້ຄົນເຮົາລືມວ່າມີຄວາມທຸກ ບາງຄັ້ງຄາວ. ແຕ່ການດຳລົງຊີວິໃນເມືອງກໍ່ເຕັມ ໄປດ້ວຍສິ່ງທ້າທາຍ ຈົນເຮັດໃຫ້ເກີດມີໄພສັງຄົມ ເຊັ່ນ ການງັດແງະ, ການຄ້າຂາຍໃນທາງທີ່ບໍ່ຄວນໂດຍ ສະເພາະແມ່ນສິ່ງເສບຕິດ ທີ່ທາງເຈົ້າໜ້າທີ່ຮັບຜິດຊອບໄດ້ມີການ ກວດກາຢ່າງເຕັມທີ່. ຫຼາຍໆຄົນອ້າງ ຄວາມຈຳເປັນທາງການເງິນ ຈິ່ງຕ້ອງໄດ້ມີການເຮັດໃນສິ່ງທີ່ຂັດກັບລະບຽບກົດໝາຍບ້ານເມືອງ ແລະ ສິນລະທຳ.

ຖ້າຈະປະປ່ອຍໃຫ້ຊີວິດເປັນໄປຕາມພົມລິຄິດ ຫຼື ສະພາບການທີ່ເຮົາຄິດວ່າບໍ່ດີ, ໂລກມະນຸດເຮົາກໍ່ຈະບໍ່ມີສິ່ງອຳນວຍຄວາມສະດວກຄືທຸກມື້ນີ້. ໃນການສ້າງສັນຜົນງານ, ຕ້ອງໄດ້ມີການທຸ້ມເທ ແລະ ຕັ້ງໜ້າ, ຈະມີການທໍ້ແທ້ ແລະ ຜິດຫວັງເປັນຂອງທຳມະດາ. ພະພຸດທະເຈົ້າທີ່ເຮົາກາບໃຫວ້ທຸກໆວັນນີ້ ເປັນຕົວຢ່າງຂອງການສູ້ຊົນ ເພື່ອໃຫ້ໄດ້ປັດສະຍາການດຳລົງຊີວິດ. ເພີ່ນໃຊ້ເວລາ 7 ປີເພື່ອສຶກສາ ແລະ ຕັດສະຮູ ດ້ວຍຕົນເອງ. ແລະ ຍັງມີນັກປະພັນ, ນັກສະແດງ, ນັກຮ້ອງ ແລະ ນັກກິລາເປັນຕົ້ນທີ່ຕ້ອງໄດ້ທຸ້ມເຫື່ອເທແຮງ. ຫຼາຍໆຄົນບາດເຈັບ ແລະ ມີບັນຫາທີ່ຫຼາຍຄົນຍອມແພ້ ແຕ່ຄົນທີ່ສຳເລັດແມ່ນຄົນສູ້.

ສຳລັບປະເທດລາວທີ່ຮັ່ງມີແລະສວຍງາມດ້ວຍທຳມະຊາດນັ້ນ, ຄົນລາວທັງໝົດຈະຕ້ອງໄດ້ອອກແຮງການສ້າງສັນຜົນງານທີ່ຕົນເອງຖະນັດ ແລະ ມັກໃຫ້ຄົນລາວດ້ວຍກັນຮັບຮູ້ ແລະ ເອກອ້າງສາກົນ. ປະເທດເຮົາຍັງຈະມີຫຼາຍໆເສັ້ນທາງຕ້ອງໄດ້ສ້າງ, ຕ້ອງການການບໍລິການແບບໃໝ່, ຕ້ອງການສິນຄ້າດີໆໃໝ່ໆ, ແລະ ອື່ນໆ.

ຂ້າພະເຈົ້າເຊື່ອແນ່ວ່າ ການເຂົ້າໄປເຮັດວຽກໃນສິ່ງດັ່ງກ່າວນັ້ນ ຈະມີບັນຫາໃຫ້ໄດ້ຄົ້ນຄິດ. ຫາກເມື່ອໃດທ່ານພົບກັບສະພາບການທີ່ເວົ້າມານັ້ນແລ້ວ, ໃຫ້ທ່ານຄົ້ນຫາເພື່ອນທີ່ຈິງໃຈ ແລ້ວເຮັດວຽກກັບເຂົາເຈົ້າເຕັມທີ່. ຕັດເອົາພວກທີ່ມີຄວາມຄິດບໍ່ກ້າວໜ້າ, ຄອນແຄນ ແລະ ແນວຄິດອະຄະຕິອອກໄປຈາກຊີວິດ. ເພາະພວກຄົນເຫຼົ່ານັ້ນ ເປັນຄົນຄິດນ້ອຍ ເຊິ່ງຈະບໍ່ຊ່ວຍສົ່ງເສີມຫຍັງ ນອກຈາກກຽມເຍາະເຍີຍ ແລະ ສ້າງບໍ່ໃຫ້ມີກຳລັງໃຈ. ທີ່ແນ່ນອນເຂົາເຈົ້າຈະບໍ່ຊ່ວຍຄິດ ແລະ ເຮັດຫຍັງນຳ. ຄົນສຳຄັນທີ່ສຸດທີ່ຈະພາທ່ານສູ່ຄວາມສຳເລັດຕາມຝັນໄດ້ນັ້ນ ກໍ່ແມ່ນຕົວທ່ານເອງ. ເຖິງຈະບໍ່ມີໃຜຄ່ຽງຂ້າງແມ້ນແຕ່ເພື່ອນຈັກຄົນ ທ່ານກໍ່ສາມາດສຳເລັດຜົນໄດ້ ຖ້າຫາກມີຄວາມຕັ້ງໃຈຫຼາຍພໍ່ທີ່ຈະບໍ່ຈົບຊີວິດດ້ວຍໄຊຊະນະທີ່ຍິ່ງໃຫຍ່.

ຈະປະທ້າຍດ້ວຍ ບົດເພງ – ແສງນຳທາງ (Flashlight) ຂອງນາງ Jessy Jay ເຊິ່ງເປັນນັກຮ້ອງຄົນອັງກິດ. ລາວໄດ້ເວົ້າການຕໍ່ສູ້ເພື່ອອຸດົມການ ດ້ວຍຄວາມຫວັງ ແລະ ແສງສະຫວ່າງອັນນ້ອຍນິດໃນການນຳທາງ ລາວສາມາດໄປສູ່ຈຸດໝາຍໄດ້. ທ່ານສາມາດອ່ານພາສາອັງກິດ ແລະ ບົດແປ່ໄດ້ລຸ່ມນີ້:

ເຈົ້າເປັນແສງນຳທາງເມື່ອຍບໍ່ກັບມື້ວານ? ທ່ານອາດພົບຄົນຈິງໃຈຊ່ວຍຊີ້ທາງ ໃນຍາມຍາກ, ໝົດຫວັງ, ເສັງຕົກ,ເສຍຄົນຮັກ.ຫາກບໍ່ມີໃຜແລ້ວໝາຍວ່າ ພະພຸດທະເຈົ້າມອບໃຫ້ທ່ານສະແດງຄວາມສາມາດດ້ວຍຕົນເອງເຕັມທີ່. ຂໍສົ່ງກຳລັງໃຈໃຫ້ຄົນລາວຜ່ານທຸກບັນຫາ ດ້ວຍເລື່ອງ ແລະ ເພັງດີໆທີ່:http://bit.ly/1VHVdyu (ຕອນທ້າຍມີຄວາມໝາຍຫຼາຍຢ່າພາດອ່ານ-ເບິ່ງ)

Posted by ນໍຄຳ NorKhame on Thursday, February 25, 2016

“Flashlight” “ໄຟນຳທາງ

When tomorrow comes ສົມມຸດມື້ອື່ນມາເຖິງ
I’ll be on my own ຂ້ອຍຈະຕ້ອງຢູ່ຄົນດຽວ
Feeling frightened of ມີຄວາມຮູ້ສຶກຢ້ານກົວ
The things that I don’t know ກັບສິ່ງທີ່ຂ້ອຍບໍ່ມີຄວາມຮູ້
When tomorrow comes ສົມມຸດມື້ອື່ນນີ້
Tomorrow comes ມື້ອື່ນນີ້
Tomorrow comes ມື້ອື່ນນີ້

And though the road is long ແລະ ເຖິງວ່າຫົນທາງຈະຍາວໄກ
I look up to the sky ຂ້ອຍຫຼຽວຂື້ນເບິ່ງເທິງທ້ອງຟ້າ
And in the dark I found, lost hope that I won’t fly ແລະ ໃນທີ່ມືດມິດຂ້ອຍພົບເຫັນ ຄວາມໝົດຫວັງວ່າ

ຂ້ອຍຈະບໍ່ສາມາດບິນຕໍ່ໄດ້ອີກແລ້ວ
And I sing along, I sing along, and I sing along ແຕ່ຂ້ອຍກະຍັງຮ້ອງເພັງ, ມ່ວນຊື່ນ (ຍັງຮອງເພັງ) ແລະ  ຍັງຮ້ອງເພັງ
I got all I need when I got you and I ຂ້ອຍມີທຸກໆຢ່າງທີ່ຕ້ອງການ ຕອນທີ່ຂ້ອຍມີເຈົ້າ ແລະ ຂ້ອຍ
I look around me, and see a sweet life ຂ້ອຍເບິ່ງອ້ອມໆຂ້າງຕົວຕົນເອງ, ແລະ ເຫັນຊີວິດທີ່ຫອມຫວານ
I’m stuck in the dark but you’re my flashlight ຍາມຂ້ອຍຕົກໃນຄວາມມືດມົນ ແຕ່ເຈົ້າເປັນແສງນໍາ ທາງຂ້ອຍ
You’re getting me, getting me, through the night ເຈົ້າຈະພາຂ້ອຍ, ຈະພາຂ້ອຍ, ຜ່ານຄືນທີ່ມືດມົນ
Kick start my heart when you shine it in my eyes ຫົວໃຈເລີ່ມໂຕນເຕັ້ນ ຍາມທີ່ເຈົ້າ ເຂົ້າມາສ່ອງແສງໃນສາຍຕາຂ້ອຍ
Can’t lie, it’s a sweet life ບໍ່ໄດ້ເສແສ້ງ, ຊີວິດນີ້ ຈັ່ງແມ່ນສວຍງາມແທ້
Stuck in the dark but you’re my flashlight ຍາມຕົກໃນຄວາມມືດມົນ ແຕ່ເຈົ້າເປັນແສງນໍາທາງ
You’re getting me, getting me, through the night ເຈົ້າຈະພາຂ້ອຍ, ຈະພາຂ້ອຍ, ຜ່ານຄືນທີ່ມືດມົນ
‘Cause you’re my flashlight (flashlight) ເພາະວ່າເຈົ້າເປັນແສງນໍາທາງຂ້ອຍ (ແສງນໍາທາງ)
You’re my flashlight (flashlight), you’re my flashlight ເຈົ້າເປັນແສງນໍາທາງ (ແສງນໍາທາງ), ເຈົ້າເປັນແສງນຳທາງຂ້ອຍ

Ooh ໂອ

I see the shadows long beneath the mountain top ຂ້ອຍເຫັນເງົາຕາມ ສາຍພູສູງຊັນທີ່ຢູ່ຫ່າງໄກ
I’m not afraid when the rain won’t stop ຂ້ອຍກໍ່ບໍ່ຢ້ານ ເຖິງວ່າຝົນແຮງຈະຍັງບໍ່ເຊົາ
‘Cause you light the way ຍ້ອນເຈົ້າເປັນແສງນໍາທາງ
You light the way, ເຈົ້າເປັນແສງນໍາທາງ
You light the way ເຈົ້າເປັນແສງນໍາທາງ

I got all I need when I got you and I ຂ້ອຍມີທຸກໆຢ່າງທີ່ຕ້ອງການ ຕອນທີ່ຂ້ອຍມີເຈົ້າ ແລະ ຂ້ອຍ
I look around me, and see a sweet life ຂ້ອຍເບິ່ງອ້ອມໆຂ້າງຕົວຕົນເອງ, ແລະ ເຫັນຊີວິດທີ່ຫອມຫວານ
I’m stuck in the dark but you’re my flashlight ຍາມຂ້ອຍຕົກໃນຄວາມມືດມົນ ແຕ່ເຈົ້າເປັນຄືແສງນໍາທາງ
You’re getting me, getting me, through the night ເຈົ້າຈະພາຂ້ອຍ, ຈະພາຂ້ອຍ, ຜ່ານຄືນທີ່ມືດມົນ
Kick start my heart when you shine it in my eyes ຫົວໃຈເລີ່ມໂຕນເຕັ້ນ ຍາມທີ່ເຈົ້າເຂົ້າມາສ່ອງແສງໃນສາຍຕາຂ້ອຍ
Can’t lie, it’s a sweet life ບໍ່ໄດ້ເສແສ້ງ, ຊີວິດນີ້ຈັ່ງແມ່ນສວຍງາມແທ້
Stuck in the dark but you’re my flashlight ຍາມຕົກໃນຄວາມມືດມົນ ແຕ່ເຈົ້າເປັນແສງນໍາທາງ
You’re getting me, getting me, through the night ເຈົ້າຈະພາຂ້ອຍ, ຈະພາຂ້ອຍ, ຜ່ານຄືນທີ່ມືດມົນ
‘Cause you’re my flashlight (flashlight) ເພາະວ່າເຈົ້າເປັນແສງນໍາທາງຂ້ອຍ (ແສງນໍາທາງ)
You’re my flashlight (flashlight), you’re my flashlight ເຈົ້າເປັນແສງນໍາທາງ (ແສງນໍາທາງ), ເຈົ້າເປັນແສງນຳທາງຂ້ອຍ
(Light, light, light, you’re my flashlight) (ແສງ,ແສງ,ແສງ,ເຈົ້າເປັນແສງນໍາທາງ)
Light, light, you’re my flashlight (ແສງ,ແສງ,ແສງ,ເຈົ້າເປັນແສງນໍາທາງ)
Light, light, light, light, light, oh ແສງ,ແສງ,ແສງ,ແສງ, ແສງ ໂອ
(Light light light you’re my flashlight) (ແສງ,ແສງ,ແສງ,ເຈົ້າເປັນແສງນໍາທາງ)
You’re my flash, oh ເຈົ້າເປັນແສງ, ໂອ
I got all I need when I got you and I ຂ້ອຍມີທຸກໆຢ່າງທີ່ຕ້ອງການ ຕອນທີ່ຂ້ອຍມີເຈົ້າ ແລະ ຂ້ອຍ
I look around me, and see a sweet life ຂ້ອຍເບິ່ງອ້ອມໆຂ້າງຕົວຕົນເອງ, ແລະ ເຫັນຊີວິດທີ່ຫອມຫວານ
I’m stuck in the dark but you’re my flashlight ຕອນທີ່ຂ້ອຍຕົກໃນຄວາມມືດມົນ ແຕ່ເຈົ້າຄືແສງນໍາທາງ
You’re getting me, getting me, through the night ເຈົ້າຈະພາຂ້ອຍ, ຈະພາຂ້ອຍ, ຜ່ານຄືນທີ່ມືດມົນ
Kick start my heart when you shine it in my eyes ຫົວໃຈເລີ່ມໂຕນເຕັ້ນ ຍາມທີ່ເຈົ້າເຂົ້າມາສ່ອງແສງໃນສາຍຕາຂ້ອຍ
Can’t lie, it’s a sweet life ບໍ່ໄດ້ເສແສ້ງ, ຊີວິດນີ້ຈັ່ງແມ່ນສວຍງາມແທ້
Stuck in the dark but you’re my flashlight ຍາມຕົກໃນຄວາມມືດມົນ ແຕ່ເຈົ້າເປັນແສງນໍາທາງ
You’re getting me, getting me, through the night ເຈົ້າຈະພາຂ້ອຍ, ຈະພາຂ້ອຍ, ຜ່ານຄືນທີ່ມືດມົນ
‘Cause you’re my flashlight (flashlight) ເພາະວ່າເຈົ້າເປັນແສງນໍາທາງຂ້ອຍ (ແສງນໍາທາງ)
‘Cause you’re my flashlight (flashlight) ເພາະວ່າເຈົ້າເປັນແສງນໍາທາງຂ້ອຍ (ແສງນໍາທາງ)
‘Cause you’re my flashlight (flashlight) ເພາະວ່າເຈົ້າເປັນແສງນໍາທາງຂ້ອຍ (ແສງນໍາທາງ)
You’re my flash, oh ເຈົ້າເປັນແສງ, ໂອ

Ooh ooh ໂອ
Ooh ooh ໂອ
Ooh ooh ooh ooh ooh ໂອ ໂອ ໂອ ໂອ
Ooh oh oh ໂອ ໂອ ໂອ ໂອ

You’re my flash, oh ເຈົ້າເປັນແສງ, ໂອ
Light, light ແສງ, ແສງ
You’re my flash, ເຈົ້າເປັນແສງ, ໂອ
Light light ye-yeah ແສງ, ແສງ, ເຢ

(Light light light ແສງ, ແສງ, ແສງ,

You’re my flash ເຈົ້າເປັນແສງ, ໂອ

Light light) ແສງ, ແສງ

You’re my flash ເຈົ້າເປັນແສງ, ໂອ

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.