Norkhame
ຊອກຫາຄວາມປາດຖະໜາ ຊອກຫາຄວາມປາດຖະໜາ
ສິ່ງໃດທີ່ເຮັດໃຫ້ທ່ານມີຄວາມເພີດເພີນ ແລະ ມັກເຮັດທີ່ສຸດ? ສິ່ງດັ່ງກ່າວບໍ່ຈຳເປັນວ່າຈະຕ້ອງເປັນເລື່ອງໃຫຍ່. ຄວາມປາດຖະໜາສິ່ງນ້ອຍໆກໍ່ສາມາດນຳມາເຮັດໄດ້. ບໍ່ຈຳເປັນວ່າຕ້ອງປ່ຽນໂລກທັງໂລກ ຫຼື ເຮັດໃຫ້ໂລກມີແຕ່ຮອຍຍີ້ມ. ຄວາມປາດຖະໜາມາຈາກຊີວິດນັ້ນມີຫຼາຍ. ບາງເທື່ອອາດຈະມາຈາກສິ່ງທີ່ທ່ານມັກເຮັດໃນຍາມຫວ່າງ, ຄວາມມັກສະເພາະ, ຫຼື ຈາກປະສົບການໃດໜຶ່ງ ທີ່ເຮັດໃຫ້ທ່ານຮູ້ສຶກວ່າ ເວລາເຮັດສິ່ງນັ້ນແລ້ວມີຄວາມສຸກ ແລະ ມ່ວນກັບສິ່ງໆນັ້ນ ແລະ ຈົ່ງສືບຕໍ່ເຮັດສິ່ງນັ້ນໄປ ບໍ່ວ່າໃຜຈະບໍ່ໃຫ້ການສະໜັບ ສະໜູນຫຼືຂັດຄ້ານກໍ່ຕາມ. ຈະຊອກຫາໄດ້ແນວໃດ? ໃຫ້ສັງເກດເບິ່ງຊີວິດປະຈໍາວັນ ແລະ... ຊອກຫາຄວາມປາດຖະໜາ

ສິ່ງໃດທີ່ເຮັດໃຫ້ທ່ານມີຄວາມເພີດເພີນ ແລະ ມັກເຮັດທີ່ສຸດ? ສິ່ງດັ່ງກ່າວບໍ່ຈຳເປັນວ່າຈະຕ້ອງເປັນເລື່ອງໃຫຍ່. ຄວາມປາດຖະໜາສິ່ງນ້ອຍໆກໍ່ສາມາດນຳມາເຮັດໄດ້. ບໍ່ຈຳເປັນວ່າຕ້ອງປ່ຽນໂລກທັງໂລກ ຫຼື ເຮັດໃຫ້ໂລກມີແຕ່ຮອຍຍີ້ມ.
ຄວາມປາດຖະໜາມາຈາກຊີວິດນັ້ນມີຫຼາຍ. ບາງເທື່ອອາດຈະມາຈາກສິ່ງທີ່ທ່ານມັກເຮັດໃນຍາມຫວ່າງ, ຄວາມມັກສະເພາະ, ຫຼື ຈາກປະສົບການໃດໜຶ່ງ ທີ່ເຮັດໃຫ້ທ່ານຮູ້ສຶກວ່າ ເວລາເຮັດສິ່ງນັ້ນແລ້ວມີຄວາມສຸກ ແລະ ມ່ວນກັບສິ່ງໆນັ້ນ ແລະ ຈົ່ງສືບຕໍ່ເຮັດສິ່ງນັ້ນໄປ ບໍ່ວ່າໃຜຈະບໍ່ໃຫ້ການສະໜັບ ສະໜູນຫຼືຂັດຄ້ານກໍ່ຕາມ.

ຈະຊອກຫາໄດ້ແນວໃດ? ໃຫ້ສັງເກດເບິ່ງຊີວິດປະຈໍາວັນ ແລະ ຊອກຫາສິ່ງທີ່ທ່ານເຮັດ ແລະ ຫາປະສົບການຈາກກິດຈະກຳນັ້ນໆ. ເມື່ອໃດທີ່ທ່ານພ້ອມທີ່ຈະເຮັດຕາມແຮງບັນດານໃຈ ນັ້ນກໍ່ໝາຍວ່າ ທ່ານພ້ອມທີ່ຈະຮຽນຮູ້ ຈາກທຸກໆກິດຈະກຳທີ່ກຳລັງດຳເນີນ. ທ່ານຈະເຫັນໂອກາດການຮຽນຮູ້ ແລະ ທຸກຫົນແຫ່ງຈະເຕັມໄປດ້ວຍ ຄູບາອາຈານທີ່ພ້ອມຈະໃຫ້ຄວາມຮູ້.

ໃນເມື່ອຄົ້ນພົບຄວາມປາດຖະໜາທີ່ແທ້ຈິງແລ້ວ, ທ່ານຈະຮູ້ຈັກວິທີໃນການຈັດຕັ້ງປະຕິບັດກັບຊີວິດດີຂື້ນ ແລະ ຈະມີແຜນພາບກາານເຮັດວຽກຕົວຈິງ. ຕົວຢ່າງ: ທ່ານຍິງຄົນອາດຈະຕ້ອງການເປັນ ຄູສອນເດັກ ເພາະລາວອາດຈະຢາກໃຫ້ຄວາມຮູ້ ແຕ່ພັດບໍ່ສາມາດເປັນອາຈານໄດ້ເນື່ອງຈາກຕ້ອງໄດ້ແບກຫາບ ທຸລະກິດຄອບຄົວ ຊ່ວຍພໍ່ແມ່. ໃນຍາມທີ່ທຸລະກິດປະສົບຜົນສຳເລັດແລ້ວ, ການຕັດສິນໄປໄປຮຽນຮູ້ ການສິດສອນນັກຮຽນ ເພື່ອໃຫ້ຕົນເອງ ມີຄວາມມາດດ້ານການສອນດີຂື້ນ. ແລ້ວການໄປຮຽນເປັນຄູສອນນັ້ນເປັນສິ່ງທີ່ຖືກຕ້ອງທີ່ສຸດຕ້ອງໄດ້ເຮັດ. ຈົ່ງເດີນຕາມເສັ້ນທາງຂອງການເປັນຄູສອນທີ່ດີ ບໍ່ວ່າຈະມີອຸປະສັກ ຫຼື ສິ່ງກີດຂວາງຫຼາຍເທົ່າໃດ ໃນການກາຍເປັນຄູສອນ.

ສິ່ງດັ່ງກ່າວນັ້ນ ເປັນຂະບວນການສ້າງໃຫ້ຍິງຄົນນັ້ນມີຄວາມກ້າວໜ້າ ແລະ ເປັນຄູທີ່ມີຄວາມສາມາດ. ທັງຍັງເປັນຊ່ວງເວລາທີ່ຈະເຮັດໃຫ້ນາງຈົດຈໍ່ກັບການມີຊີວິດຊີວາໃນແຕ່ລະວັນ. ໃນທຸກໆວັນທີ່ສ້າງຕົນເອງໃຫ້ເປັນຄູສອນ, ນັ້ນແຫຼ້ຄື ການເດີນທາງຕາມຄວາມປາດຖະໜາທີ່ແທ້ຈິງ. ຊີວິດຈະເຕັມໄປດ້ວຍຄວາມໝາຍ ແລະ ເປັນສິ່ງທີ່ໜ້າສົນໃຈ ຫຼາຍກວ່າທີ່ທ່ານຄິດ. ທ່ານຈະມີຊີວິດຊີວາກັບການດຳລົງຊີວິດ ແລະ ຈົດຈໍ່ກັບທຸກໆກິດຈະກຳທີ່ເຂົ້າມາໃນຊີວິດ.

ຫຼື ຈະເຮັດແນວໃດຫາກທ່ານ ຕ້ອງໄດ້ກັບເຂົ້າໂຮງຮຽນ, ຫຼື ແຍກທາງຈາກຄູ່ຮັກ. ເຫດຫານດັ່ງກ່າວນັ້ນ ເປັນສ່ວນຜິດພາດໜຶ່ງຂອງຊີວິດ ທີ່ບໍ່ຕ່າງຫຍັງກັບແຜ່ນພາບສິນລະປະທີ່ພິເສດແລະ ສ່ວຍງານອັນໜຶ່ງ. ເມື່ອປະດິດຕໍ່ເຂົ້າກັນແລ້ວ ສ່ວນທີ່ບໍ່ເປັນຕາເບິງ, ແຕກຕ່າງ ແລະ ບໍ່ເປັນຕາໜ້າສົນໃຈ ກັບກາຍເປັນພາບທີ່ເຕັມໄປດ້ວຍ ສິນລະປະ ແລະ ມີການສະແດງອອກແບບໂດດເດັ່ນ. ໃຫ້ທຽບຊີວິດຄືກັບການແຕ້ມພາບແຜ່ນໜຶ່ງ ທີ່ມີຫຼາຍໆສີສັນ ແລະ ຮູບແບບລົງສີໃນແຜ່ນພາບ. ແຜນພາບໜຶ່ງຈະມີການແຕ້ມທີ່ໃຊ້ເວລາພໍສົມຄວນ ໃຫ້ເຮົາປຽບກັບວ່າ ໃນແຕ່ລະວັນຈະມີສີສັນແນວໃໝ່ໆລົງໃນພາບວາດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.