Norkhame
ເບິ່ງຈາກຕົນເອງ ເບິ່ງຈາກຕົນເອງ
ໄດ້ແນະນຳການຄົ້ນຫາຈຸດເດັ່ນ ແລະ ດັດແກ້ຈຸດອ່ອນ. ເຮັດໃຫ້ເຮົາຈິ່ງຈະຮູ້ວ່າມີທັກສະເດັ່ນໄດ້ແນວໃດ? ທ່ານຕ້ອງໃຊ້ຫຍັງໃນການສ້າງຊີວິດຂຶ້ນມາຈາກຈຸດແຂງຂອງຕົນເອງ? ເວລານໍາມາປະຕິບັດມັນຂ້ອນຂ້າງຍາກ. ເພາະການສ້າງຊີວິດຂຶ້ນມາຈາກຈຸດແຂງນັ້ນເປັນວຽກທີ່ທ້າທາຍສະຢູ່ເໝີ. ມັນຂື້ນກັບ ສະພາບການປ່ຽນແປງຫຼາກຫຼາຍທີ່ກຳນົດບໍ່ໄດ້. ຕົວໜຶ່ງທີ່ຈະກຳນົດໃຫ້ເຮົາຮູ້ຈັກຕົນເອງ ແມ່ນສະພາບການເປັນຜູ້ໃຫຍ່ຂອງແຕ່ລະຄົນ. ລະດັບຄວາມເປັນຜູ້ໃຫຍ່ຄືການເປີດກ້ວງແນວຄິດໃນຫຼາຍຂົງເຂດ. ຍິ່ງເປີດຕົນເອງອອກຫຼາຍ, ຍິ່ງເຮັດໃຫ້ຕົວເຮົາຮູ້ຕົນເອງໃນສະຖານະການທີ່ແຕກຕ່າງ. ໂອກາດທີ່ທ່ານໄດ້ຮັບບົດຮຽນຈາກຜູ້ຄົນທີ່ຢູ່ອ້ອມຂ້າງທ່ານ, ຜູ້ຄົນໃນການສື່ສານຕົວຈິງທີ່ທ່ານບໍ່ອາດຫຼີກລ້ຽງໄດ້ ແລະ ອື່ນໆ. ໃນບົດນີ້ ຫຼື ບົດໃດໆກໍ່ຕາມ, ພວກເຮົາ ບໍ່ອາດສະແດງພາບພົດ ທີ່ສົມບູນແບບທີ່ສຸດໃຫ້ທ່ານເຫັນ.... ເບິ່ງຈາກຕົນເອງ

ໄດ້ແນະນຳການຄົ້ນຫາຈຸດເດັ່ນ ແລະ ດັດແກ້ຈຸດອ່ອນ. ເຮັດໃຫ້ເຮົາຈິ່ງຈະຮູ້ວ່າມີທັກສະເດັ່ນໄດ້ແນວໃດ? ທ່ານຕ້ອງໃຊ້ຫຍັງໃນການສ້າງຊີວິດຂຶ້ນມາຈາກຈຸດແຂງຂອງຕົນເອງ? ເວລານໍາມາປະຕິບັດມັນຂ້ອນຂ້າງຍາກ. ເພາະການສ້າງຊີວິດຂຶ້ນມາຈາກຈຸດແຂງນັ້ນເປັນວຽກທີ່ທ້າທາຍສະຢູ່ເໝີ.

ມັນຂື້ນກັບ ສະພາບການປ່ຽນແປງຫຼາກຫຼາຍທີ່ກຳນົດບໍ່ໄດ້. ຕົວໜຶ່ງທີ່ຈະກຳນົດໃຫ້ເຮົາຮູ້ຈັກຕົນເອງ ແມ່ນສະພາບການເປັນຜູ້ໃຫຍ່ຂອງແຕ່ລະຄົນ. ລະດັບຄວາມເປັນຜູ້ໃຫຍ່ຄືການເປີດກ້ວງແນວຄິດໃນຫຼາຍຂົງເຂດ. ຍິ່ງເປີດຕົນເອງອອກຫຼາຍ, ຍິ່ງເຮັດໃຫ້ຕົວເຮົາຮູ້ຕົນເອງໃນສະຖານະການທີ່ແຕກຕ່າງ. ໂອກາດທີ່ທ່ານໄດ້ຮັບບົດຮຽນຈາກຜູ້ຄົນທີ່ຢູ່ອ້ອມຂ້າງທ່ານ, ຜູ້ຄົນໃນການສື່ສານຕົວຈິງທີ່ທ່ານບໍ່ອາດຫຼີກລ້ຽງໄດ້ ແລະ ອື່ນໆ.

ໃນບົດນີ້ ຫຼື ບົດໃດໆກໍ່ຕາມ, ພວກເຮົາ ບໍ່ອາດສະແດງພາບພົດ ທີ່ສົມບູນແບບທີ່ສຸດໃຫ້ທ່ານເຫັນ. ເຖິງວ່າເຮົາຈະສ້າງພາບນັ້ນຂື້ນມາໄດ້, ພາບນັ້ນກໍ່ຈະບໍ່ຖືກຕ້ອງໃນຕົວຈິງ. ເພາະພວກເຮົາແຕ່ລະຄົນນັ້ນບໍ່ມີວັນສົມບູນ ແລະ ເຮົາກໍ່ບໍ່ອາດບອກວ່າທ່ານຄວນຮຽນຮູ້ແບບໃດເພື່ອໃຫ້ສົມບູນ. ທ່ານຮູ້ຢູ່ແລ້ວວ່າ ທ່ານຕ້ອງຮັບຜິດຊອບເອງໃນການລົງມືເຮັດ ພິຈາລະນາຜົນກະທົບ ແລ້ວປັບການຮຽນຮູ້ໃຫ້ເຂົ້າກັບຕົວຈິງ. ສິ່ງໜຶ່ງທີ່ເຮົາສາມາດມອບໃຫ້ທ່ານກໍ່ຄືເຄື່ອງມືປະຕິຫວັດສາມຊິ້ນທີ່ຕ້ອງໃຊ້ໃນການສ້າງຊີວິດຂຶ້ນມາຈາກຈຸດແຂງ.

ເພື່ອໃຫ້ຮູ້ທັກສະ ຫຼື ພອນສະຫວັນຂອງທ່ານ, ມີວິທີໜຶ່ງທີ່ໄວ້ໃຈໄດ້ໃນການລະບຸຈຸດແຂງທີ່ສໍາຄັນທີ່ສຸດ ນັ້ນຄືໃຫ້ລອງເຝົ້າສັງເກດຕົວເອງໃນເວລາໃດຫນຶ່ງ. ໃຫ້ທ່ານລອງເຮັດກິດຈະກໍາຢ່າງຫນຶ່ງຢ່າງດຽວ ແລ້ວເບິ່ງວ່າທ່ານຮຽນຮູ້ໄດ້ໄວສໍ່າໃດ? ເບິ່ງວ່າທ່ານກະໂດດຂ້າມຂັ້ນຕອນການຮຽນໄດ້ໄວສໍ່າໃດ? ຊໍ້າບໍ່ຫນໍາຍັງເພີ່ມສິ່ງແປກໃຫມ່ທີ່ຍັງບໍ່ເຄີຍມີຄົນສອນ ເບິ່ງວ່າທ່ານວົນຢູ່ກັບກິດຈະກໍາຫຼາຍຈົນທ່ານລືມເວລາ. ເຮັດແນວນັ້ນຈັກອາທິດ ຫຼື ເດືອນ. ຈາກນັ້ນ, ໃຫ້ລອງກິດຈະກໍາອື່ນ. ແລ້ວເຝົ້າສັງເກດຕໍ່ໄປ. ແລ້ວລອງກິດຈະກໍາອື່ນອີກ. ເມື່ອເວລາຜ່ານໄປ ພອນສະຫວັນທີ່ແຂງແກ່ນທີ່ສຸດຂອງທ່ານຈະເປີດເຜີຍອອກມາເອງ ແລະ ທ່ານສາມາດເລີ້ມຝຶກຝົນໃຫ້ມັນກາຍເປັນຈຸດແຂງທີ່ມີພະລັງໄດ້.

ການເຝິກແນວນີ້, ຄືການຄັດສັນທັກສະທີ່ຕົນເອງມີ, ຄວາມມັກ ແລະ ຄວາມທົນທານໃນການປະຕິບັດໜ້າທີ່ ໃຫ້ໄດ້ຕາມເປົ້າຫມາຍ. ເພື່ອຄົ້ນຫາສິ່ງທີ່ຕົນເອງມີສັກກາຍະພາບຫລາຍທີ່ສຸດ. ຮູບແບບການຮຽນຮູ້ຄົ້ນຫາທັກສະດັ່ງກ່າວ ບໍ່ໄດ້ມີສ່ວນເປັນທາງການ ທີ່ໂຮງຮຽນ, ແຕ່ທ່ານສາມາດນຳເອົາທິດສະດີທີ່ຮຽນມາ, ບວກກັບປະສົບການ ແລະ ການເຮັດຕົວຈິງ. ໃຫ້ເບິ່ງທີ່ຜົນການທົດລອງຢ່າງຕົງໄປຕົງມາ. ບໍ່ມີບຸກຄົນໃນທີ່ປະສົບຜົນສຳເລັດແບບບັງເອີນ ແລະ ບໍ່ມີໃຜສະເລັດດ້ວຍການບໍ່ຮູ້ວ່າຕົນເອງມີທັກສະພິເສດອັນໃດ. ທ່ານຕ້ອງເປັນຜູ້ນໍາໃນການຊອກຫາພອນສະຫວັນຂອງຕົນເອງ.

ພາຍຫຼັງການເຮັດທົດສອບແຕ່ລະວຽກ, ລອງໃຫ້ຄະແນນຕົນເອງເບິ່ງ. ແລ້ວທ່ານຈະເຫັນຕົນເອງ. ຈາກນັ້ນ ກໍ່ເລີ່ມສ້າງທັກສະນັ້ນໆໃຫ້ໂດດເດັ່ນ. ເຝິກແອບເປັນປະຈຳ, ຮຽນຮູ້ຈາກທຸກໆຄົນທີ່ມີປະສົບການ ແລະ ແຫຼ່ງຄວາມຮູ້ ໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້.  ເປີດເຜີຍລັກສະນະພອນສະຫວັນທີ່ແຂງແກ່ນທີ່ສຸດຫ້າປະການຂ

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.