Norkhame
ຄົ້ນສິ່ງສຳຄັນ ຄົ້ນສິ່ງສຳຄັນ
ໃຜໆກະຕ້ອງເຫັນປາກທ້ອງເປັນສິ່ງສຳຄັນ. ຄວາມທຸກຈົນ ກາຍເປັນບັນຫາລະດັບຊາດ. ຫຼາຍໆອົງການພາກລັດ – ທຸລະກິດ ພະຍາຍາມສ້າງໃຫ້ປະຊາຊົນມີວຽກເຮັດງານທຳ, ມີລາຍຮັບ ແລະ ສະຫວັດດີການ ດີຂື້ນ. ດ້ວຍເຫດນີ້ ຈິ່ງເຫັນໄດ້ວ່າ ປັດໃຈທາງວັດຖຸ ກໍ່ສາມາດເຮັດໃຫ້ຄົນເຮົາ ເກີດມີຄວາມບໍ່ສະດວກ, ເກີດທຸກທາງກາຍ ແລະ ທາງໃຈໄດ້. ເປັນຕົ້ນ ໃນກໍລະນີ ບໍ່ມີເງິນໃຫ້ລູກເຂົ້າໂຮງຮຽນ, ໂຮງໝໍ ຫຼື... ຄົ້ນສິ່ງສຳຄັນ

ໃຜໆກະຕ້ອງເຫັນປາກທ້ອງເປັນສິ່ງສຳຄັນ. ຄວາມທຸກຈົນ ກາຍເປັນບັນຫາລະດັບຊາດ. ຫຼາຍໆອົງການພາກລັດ – ທຸລະກິດ ພະຍາຍາມສ້າງໃຫ້ປະຊາຊົນມີວຽກເຮັດງານທຳ, ມີລາຍຮັບ ແລະ ສະຫວັດດີການ ດີຂື້ນ. ດ້ວຍເຫດນີ້ ຈິ່ງເຫັນໄດ້ວ່າ ປັດໃຈທາງວັດຖຸ ກໍ່ສາມາດເຮັດໃຫ້ຄົນເຮົາ ເກີດມີຄວາມບໍ່ສະດວກ, ເກີດທຸກທາງກາຍ ແລະ ທາງໃຈໄດ້. ເປັນຕົ້ນ ໃນກໍລະນີ ບໍ່ມີເງິນໃຫ້ລູກເຂົ້າໂຮງຮຽນ, ໂຮງໝໍ ຫຼື ພຽງພໍໃນຍາມຈຳເປັນ.

ມາເບິ່ງສັງຄົມຄົນຮັ່ງມີ. ເປັນຕົ້ນມະຫາເສດຖີຫຼາຍຄົນ ໄດ້ສ້າງອົງກອນການກຸສົນ, ສ້າງກິດຈະກຳຊ່ວຍສັງຄົມ ເຊິ່ງນຳໃຊ້ປັດໃຈການເງິນຂອງຕົນເອງ ແລະ ທັງລະດົມການຊ່ວຍເຫຼືອຈາກສົງຄົມ. ຄົນຮັ່ງມີເຫຼົ່ານັ້ນ ສ່ວນໃຫຍ່ ແມ່ນເຫັນຄຸນຄ່າການມີຊີວິດເໜືອກວ່າການຄອບຄອງ. ຄືເຂົາເຈົ້າຈະຫັນຕົນເອງແທນການວ່າເປັນຄົນມີເງິນ ມາສ້າງຄຸນຄ່າແກ່ສັງຄົມ ດ້ວຍປັດໃຈທາງການເງິນ. ບໍ່ວ່າຈະຮັ່ງມີ, ມີພໍໃຊ້ ຫຼື ຂາດເຂີນ, ຊີວິດຄົນເຮົາ ລອງມາເບິ່ງສິ່ງອື່ນໆນອກຈາກວັດຖຸ ທີ່ຈະກ່າວດັ່ງຕໍ່ໄປນີ້: ເປົ້າໝາຍ, ເວລາ, ສຸກກະພາບ ແລະ ສາຍພົວພັນ.

ເປົ້າໝາຍ

ນີ້ເປັນເຫດຜົນໃຫ້ຊີວິດມີເຫດຜົນ. ມັນກາຍເປັນສິ່ງພັກດັນໃຫ້ມີແຮງບັນດານໃຈ. ສ້າງແຜນງານໃນການຈັດຕັ້ງປະຕິບັດປະຈຳວັນ. ມັນກາຍເປັນເຂັມຊີ້ທິດໃນການງານ, ການດຳລົງຊີວິດ, ການສ້າງສາຍພົວພັນ, ແລະ ການສ້າງຮູບແບບການເຮັດວຽກ. ເປົ້າໝາຍການດຳລົງຊີວິດກາຍເປັນກົນໄກ ແລະ ວົງຈອນການເຮັດວຽກ. ນີ້ເປັນເຫດໃຫ້ຄົນຮັ່ງມີຢຸດເຊົາການຫຼີ້ນກິນສະຊາຍ. ຫາກເມື່ອໃດເຂົາເລືອກນຳໃຊ້ຊີວິດ ໃນການລົງທຶນໃສ່ທຸລະກິດໃດໜຶ່ງ, ວຽກຊ່ວຍເຫຼືອສັງຄົມ, ແລະ ການຮັກສາສະພາບແວດລ້ອມ. ກະບໍ່ວ່າຊີວິດແນວນີ້ ດີກວ່າການຫຼີ້ນກິນວັນໆ. ຫາກມັນມີຄວາມໝາຍຫຼາຍແກ່ຊີວິດຄົນໆອື່ນ ທີ່ຂາດປັດໃຈ. ເວລາເຮົາເລັ່ງເປົ້າໝາຍການດຳລົງຊີວິດ ທີ່ແນ່ນອນ, ຊີວິດຂອງເຮົາກໍ່ຈະມີຄວາມໝາຍຫຼາຍກວ່າຄວາມສຸກຕົນເອງ.

ເວລາ

ທຸກໆຄົນມີເວລາຊໍາກັນ. ຈະໃຊ້ເວລາແນວໃດໃຫ້ຄຸ້ມ ແມ່ນຂື້ນກັບເປົ້າໝາຍທີ່ທ່ານມີ. ຫາກທ່ານບໍ່ມີເປົ້າໝາຍ ການດຳລົງຊີວິດທີ່ແນ່ນອນ, ທ່ານກໍ່ຈະບໍ່ສາມາດເລັ່ງໃສ່ກິດຈະກຳຫຼັກໆ ຫຼື ອາດຫຼົງໃຊ້ເວລາກັບສິ່ງທີ່ບໍ່ຈຳເປັນ. ແນ່ນອນຈະເຮັດໃຫ້ທ່ານ ຂາດໂອກາດ ໃນການເຮັດໃນສິ່ງທີ່ທ່ານມັກ. ສຳລັບນັກຮຽນ, ການບໍລິຫານເວລາ ສຳຄັນຫຼາຍ. ມັນອາດຫຼາຍກວ່າການໄດ້ຄະແນນ. ເປັນຕົ້ນ ການສົ່ງວຽກບ້ານ ໃຫ້ທັນຕາມກຳນົດ. ການຄົ້ນຄ້ວາ ອ່ານ, ກະກຽມຊອກຂໍ້ມູນ ແລະ ລົງມືຂຽນຕົວຈິງ ເປັນບາດກ້າວ ໃນການນຳໃຊ້ເວລາ ໃນຊ່ວງການເປັນນັກ ຮຽນໃຫ້ເກີດປະໂຫຍດ. ຕົວຢ່າງ: ຫາກເປົ້າໝາຍຂອງທ່ານຄືການໃສ່ໃຈຄົນໃກ້ຕົວ, ຄົນຮັກທ່ານ, ຄົນໃຫ້ ຄວາມສຳຄັນແກ່ທ່ານ, ເມື່ອນັ້ນ ທ່ານຈະຍອມປະຕິເສດ ການໃຊ້ເວລາທີ່ບໍ່ຈຳເປັນເກີນຄວນກັບຄົນທີ່ບໍ່ຈຳເປັນ. ລວມທັງການເຮັດກິດຈະກຳ ທີ່ບໍ່ສ້າງຜົນໃຫ້ທ່ານກ້າວສູ່ເປົ້າໝາຍ.

ສຸກກະພາບ

ຫຼາຍຄົນວ່າບໍ່ມີເວລາອອກກຳລັງກາຍ, ກິນສິ່ງມີປະໂຫຍດ, ແລະ ເຄັ່ງຕືງກັບເຫດການ ປະຈໍາວັນ. ທ່ານອາດຄິດວ່າ ມີເງິນຫຼາຍພໍຈ້າງນາຍໝໍຮັກສາ ແລະ ຈ່າຍຄ່າຢາຮັກສາທຸກໆໂຮກ. ກະມີຫຼາຍກໍລະນີທີ່ເງິນບໍ່ສາມາດຊື້ຊີວິດໄດ້ ເມື່ອໂຣກທີ່ເປັນບໍ່ສາມາດປົວດ້ວຍຢາໃດໆທັງນັ້ນ. ເຮົາໜ້າຈະຫັນມາໃສ່ໃຈຕົນເອງ ແລະ ຮັກຕົນເອງຫຼາຍຂື້ນ. ຖ້າຕ້ອງດື່ມເກີນຂະໜາດ ແມ່ນໃຫ້ຄິດເຫັນຕັບ ທີ່ຈະຕ້ອງຮັບສານພິດໃນວັນໆນັ້ນ. ເມື່ອໃດຕ້ອງຄິດອຸກອັ່ງ, ໃຫ້ຮູ້ຈັກປ່ອຍວາງເພື່ອຈະບໍ່ໄດ້ເຮັດໃຫ້ ຈິດໃຈມືດມົນກັບເຫດການທີ່ທ່ານຄຸມບໍ່ໄດ້. ຫາເວລາຈັກໜ່ອຍ ໄດ້ພັກທາງກາຍ ດ້ວຍການສຳພັດກັບທຳມະຊາດ ແລະ ໃຊ້ເວລານັ່ງສະມາທິ ເພື່ອໃຫ້ຈິດໃຈສະຫງົບ. ເລືອກອາຫານສີຂຽວ, ບໍລິໂພກສິ່ງທີ່ເປັນສານພິດນ້ອຍທີ່ສຸດ ແລະ ຈຳກັດ ສິ່ງມື່ນເມົາ. ເຮົາອາດມີເວລາສັງສັນເປັນທັງຄືນ, ເຮັດວຽກທັງອາດທິດ ແລະ ໜ້າຈະມີເວລາໄດ້ອອກກຳລັງກາຍ ດ້ວຍການຫຼີ້ນກິລາທີ່ທ່ານມັກ ຈັກ 15 ນາທີ/ວັນ ເປັນປະຈຳ.

ໃສ່ໃຈຄົນໃສ່ໃຈ

ຫຼາຍໆຄົຍພົບບັນຫານີ້. ເມື່ອໃດຫາກໃສ່ໃຈວຽກງານຫຼາຍເກີນໄປ. ໃນບາງປະເທດ ເຊັ່ນ: ຍີ່ປຸ່ນ, ເກົາຫຼີ ແລະ ແຖບອີຢູ, ການມີສາຍສຳພັນຮັກ ກາຍເປັນເລື່ອງບໍ່ມີເວລາ. ຫຼາຍໆຄັ້ງທີ່ໄປ ໂຕກ່ຽວ ປະເທດຍີ່ປຸ່ນ, ຈະເຫັນພະ ນັກງານເລີ່ມພາກັນຍາງອອກຈາກຫ້ອງການ ຕອນ 8-9:30 ຕອນຄໍ່າ ໃນແຕ່ລະວັນ. ຕົກໃຈຫຼາຍ. ບໍ່ແມ່ນ ແຕ່ຄົນດຽວ, ຫາກແມ່ນຄົນທັງຕຶກ ຫຼາຍຕຶກ ພາກັນຍ່າງອອກມາ ກິນເຂົ້າຄໍ່າ ແລະ ກະກັບບ້ານ. ບາງຄົນກະ ມີງານສັງສັນນ້ອຍໜຶ່ງ. ມາທຽບໃສ່ລາວເຮົາ, ແມ່ນໂຕນກັນຫຼາຍ. ຄົນລາວເຮົາ, ວ່າມີວຽກຫຼາຍ ໂດຍລວມສັງ ຄົມກະຍັງ ບໍ່ເຄັ່ງຕືງປານນັ້ນ. ໃນກໍລະນີທີ່ທ່ານຕົກໃນສະພາບວຽກງານບີບຮັດ, ບໍ່ແມ່ນແຕ່ການໃສ່ໃຈຄົນຮັກ, ຄອບຄົວ, ເພື່ອນມິດ ຫາກແມ່ນທ່ານກໍ່ຈະມີເວລາ ຈຳກັດຫຼາຍໃນການໃສ່ໃຈຕົນເອງ. ທ່ານໃດຕົກໃນສະຖານະການແນວນັ້ນ, ຍິ່ງຕ້ອງໄດ້ໃສ່ໃຈການບໍລິຫານເວລາ, ຄັດສັນກຸ່ມຄົນ ທີ່ທ່ານຈະໃຊ້ເວລານຳ ຫຼັງຈາກວຽກງານ ໃຫ້ແທດເໜາະທີ່ສຸດ.

ຊີວິດມີເວລາຈຳກັດ. ໃຫ້ທ່ານນຳໃຊ້ຊ່ວງເວລາການມີຊີວິດກັບສິ່ງສຳຄັນ ແລະ ປະປ່ອຍສິ່ງບໍ່ມີຄວາມໝາຍ. ສຳລັບຫຼາຍໆຄົນ, ສິ່ງສຳຄັນ ແລະ ຈຳເປັນທີ່ສຸດໃນຊີວິດ ຄືມືຖື, ເຄື່ອງຂອງ ແລະ ລົດແພງໆ, ເຮືອນຫຼັງໃຫຍ່ໆ. ບໍ່ໄດ້ວ່າສິ່ງດັ່ງກ່າວ ບໍ່ມີຄວາມໝາຍ. ມັນກາຍເປັນສິ່ງອຳນວຍຄວາມສະດວກແກ່ຊີວິດ. ການດຳລົງຊີວິດ ແບບມີເປົ້າໝາຍ, ໃຊ້ເວລາໃນການສ້າງຄຸນຄ່າ, ຮັກສາສຸກກະພາບກາຍ-ໃຈ, ແລະ ໃສ່ໃຈຄົນ ທີ່ຮັກທ່ານ (ລວມທັງຕົນເອງ) ເຮັດໃຫ້ຊີວິດເຮົາສົມບູນແບບຫຼາຍຂື້ນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.