Norkhame
ສ້າງພອນສະຫວັນ ສ້າງພອນສະຫວັນ
ພອນສະຫັວນ ເປັນສິ່ງທີ່ມີມາຈາກມື້ເກີດ. ຖ້າພັດທະນາປະຈຳ, ສິ່ງນັ້ນກໍ່ສມາດກາຍເປັນຈຸດແຂງໄດ້. ພອນສະແຫວງ ແມ່ນການອອກແຮງສຶກສາ, ເຮັດຕົວຈິງ ແລະ ພັດທະສາສີມື. ສອງຢ່າງນີ້ຕ້ອງໄປພອ້ມໆກັນ. ເຮົານິຍາມຈຸດແຂງວ່າເປັນການປະຕິບັດກິດຈະກໍາຢ່າງໃດຢ່າງໜຶ່ງໄດ້ ເກືອບຈະສົມບູນແບບຢ່າງສະໝໍ່າສະເໝີ, ໂດຍບໍ່ໄດ້ເຝິກຝົນຫຍັງຫຼາຍ ທ່ານກໍ່ສາມາດເຮັດວຽກນັ້ນໄດ້ດີ. ພະນັກງານເລຂານຸການ, ເຂົາເຈົ້າຈະມີທັກສະການຈົດກ່າຍ ແລະ ມີຄວາມໄວໃນການພີມເອກະສານ. ຫຼາຍຄົນແມ່ນແຕ່ຈັບແຜ່ນພິມປ້ອນຂໍ້ມູນ ກໍ່ໄວກວ່າຄົນທົ່ວໆໄປ. ຈາກທັກສະການພີມທີ່ວ່ອງໄວ, ຫາກໄດ້ຮັບການເຝິກອົບຮົມປະຈຳ, ເປັນຕົ້ນ ຮຽນຮູ້... ສ້າງພອນສະຫວັນ

ພອນສະຫັວນ ເປັນສິ່ງທີ່ມີມາຈາກມື້ເກີດ. ຖ້າພັດທະນາປະຈຳ, ສິ່ງນັ້ນກໍ່ສມາດກາຍເປັນຈຸດແຂງໄດ້. ພອນສະແຫວງ ແມ່ນການອອກແຮງສຶກສາ, ເຮັດຕົວຈິງ ແລະ ພັດທະສາສີມື. ສອງຢ່າງນີ້ຕ້ອງໄປພອ້ມໆກັນ.

ເຮົານິຍາມຈຸດແຂງວ່າເປັນການປະຕິບັດກິດຈະກໍາຢ່າງໃດຢ່າງໜຶ່ງໄດ້ ເກືອບຈະສົມບູນແບບຢ່າງສະໝໍ່າສະເໝີ, ໂດຍບໍ່ໄດ້ເຝິກຝົນຫຍັງຫຼາຍ ທ່ານກໍ່ສາມາດເຮັດວຽກນັ້ນໄດ້ດີ. ພະນັກງານເລຂານຸການ, ເຂົາເຈົ້າຈະມີທັກສະການຈົດກ່າຍ ແລະ ມີຄວາມໄວໃນການພີມເອກະສານ. ຫຼາຍຄົນແມ່ນແຕ່ຈັບແຜ່ນພິມປ້ອນຂໍ້ມູນ ກໍ່ໄວກວ່າຄົນທົ່ວໆໄປ. ຈາກທັກສະການພີມທີ່ວ່ອງໄວ, ຫາກໄດ້ຮັບການເຝິກອົບຮົມປະຈຳ, ເປັນຕົ້ນ ຮຽນຮູ້ ລະບົບການນຳໃຊ້ ແຜ່ນພິມ, ການຈັດໜ້າເອກະສານ ແລະ ບາງຊອບແວຊ່ວຍໃນການພີມ ຍິ່ງຈະເພີ່ມປະສິດທິຜົນຫຼາຍຂື້ນ.

ເຮົາອາດປະຫຼາດໃຈຖ້າເຫັນພະນັກງານເລາຂາ ສາມາດພິມເອກະສານ ໄດ້ຢ່າງຄ່ອງແຄ້ວ. ແລ້ວມັກຕັ້ງຄຳຖາມວ່າ: ຈະເຮັດແບບນັ້ນໄດ້ແນວໃດ? ຖ້າທ່ານຢາກມີຄວາມສາມາດດັ່ງກ່າວ, ທ່ານກໍ່ສາມາດຮຽນຮູ້ໄດ້. ຕາບເທົ່າທີ່ທ່ານຝຶກຝົນຊໍໍ້າແລ້ວຊໍ້າອີກ ຕາມຫຼັກການເຝິກ. ຮູບແບບການເຝິກແນວນັ້ນ ເປັນການສະແຫວງຫາ ຄວາມຮູ້ຈາກປະສົບການຕົວຈິງ.​ ການຮູ້ທັກສະພິເສດຕົນເອງ, ແລະ ຈຸດອ່ອນ, ມັນຈະເປັນການເປີດໂອກາດໃຫ້ເຮົາຊອກຫາໂອກາດການຮຽນຮູ້. ຄົນບາງຄົນມັກຢຸດ. ເມື່ອໃດບໍ່ມີໂອກາດຮຽນ ແລະ ພັດທະນາທັກສະທີ່ຕົນເອງມີ. ທ່ານຄວນຖາມຄຳຖາມເຫຼົ່ານີ້: ທ່ານຈະສາມາດຝຶກຫັດຕົວເອງໃຫ້ເປັນນັກສ້າງເຄືອຂ່າຍຊັ້ນເລີດໄດ້ ຫຼືບໍ່? ຖ້າບໍ່, ລອງຊອກໂຮງຮຽນ ຫຼື ຄົນຮູ້ຈັກທີ່ມີປະສົບການນັ້ນໆ.

ບັນຫາບໍ່ໄດ້ຢູ່ທີ່ວ່າທ່ານສາມາດພັດທະນາຄວາມສາມາດໃນກິດຈະກໍາເຫຼົ່ານີ້ຫຼືບໍ່. ທ່ານເຮັດໄດ້ແນ່ນອນຫາກມີຄວາມມຸ້ງໜັ້ນ. ມະນຸດເປັນສັດທີ່ປັບຕົວໄດ້ ແລະ ສາມາດເຮັດເກືອບທຸກເລື່ອງໄດ້ດີຂື້ນ ບໍ່ນ້ອຍກໍ່ຫຼາຍ. ມັນຂື້ນກັບວ່າ ສິ່ງນັ້ນມີຄວາມສໍາຄັນສໍາລັບເຮົາ ຫຼືບໍ່? ແນວໃດກໍ່ຕາມ, ມັນບໍ່ສະເໜີໄປວ່າ ທຸກໆຄົນຈະເຮັດໄດ້ຕາມຄວາມມັກຫຼືຢາກຂອງຕົນເອງ. ບາງຄົນເຖິງຈະຝິກປານໃດ, ຕັ້ງໃຈປານໃດ ກະບໍ່ໄດ້ຜົນທີ່ຕັ້ງໄວ້. ຕົວຢ່າງ: ຂ້າພະເຈົ້າກະເຝິກຮຽນພາສາ ຍີ່ປຸ່ນ ແລະ ຈີນ ມາກ່ອນ. ຍ້ອນເປັນຄົນບໍ່ມີຄວາມພຽນໃນການຂີດຂຽນດ້ວຍຫຼາຍ, ສອງພາສານີ້ຈິ່ງບໍ່ໄດ້ຮັບການພັດທະນາຄືຄົນອື່ນ. ສອງພາສານີ້ມີການຂຽນທີ່ຍາກຫຼາຍ ກວ່າພາສາ ໃນກຸ່ມປະເທດ ຢູໂຫຼບ.

ເລື່ອງນີ້ເປີດຄໍາຖາມຂຶ້ນມາຫຼາຍຂໍ້. ພອນສະຫວັນຕ່າງຈາກຈຸດແຂງແນວໃດ? ເມື່ອໃດກໍ່ຕາມ, ພອນສະຫວັນທີ່ມີມາແຕ່ເກີດ, ໝາຍວ່າທ່ານມີທັກສະນັ້ນຊຳໃດໜຶ່ງ. ຫາກບໍ່ພັດທະນາ ກໍ່ໍ່ສາມາດກາຍເປັນຈຸດເດັ່ນ ຫຼື ຈຸດແຂງໄດ້. ໃນທາງກັບກັນ, ຈຸດແຂງ ຫຼື ທັກສະພິເສດ ສາມາດເກີດຂື້ນໄດ້ ໂດຍບໍ່ມີພອນສະຫວັນນັ້ນໆມາກ່ອນ. ເປັນຕົ້ນ, ພະນັກງານທີ່ຕດສິນໃຈເປັນນາຍໝໍຜ່າຕັດຄົນ. ຄົນເຫຼົ່ານັ້ນ ບໍ່ມີໃຜເປັນມາແຕ່ເກີດ. ຕ້ອງໄດ້ຜ່ານເຕັກນິກ ແລະ ປະສົບການຕົວຈິງ. ເພື່ອຕອບຄໍາຖາມພວກນີ້ທ່ານຕ້ອງມີວິທີງ່າຍໆ ເພື່ອໃຊ້ຊີ້ແຈງວ່າອັນໃດມີມາແຕ່ກໍາເນີດ ແລະ ອັນໃດສາມາດສະສົມໄດ້ໂດຍການຝືກຝົນ. ພອນສະຫວັນ, ຄວາມຮູ້ ແລະ ທັກສະ; ສາມ ສິ່ງນີ້ຕ້ອງປະສົມປະສານກັນ.

1. ພອນສະຫວັນ ຄືແບບແຜນຂອງຄວາມຄິດ ຄວາມຮູ້ສຶກ ຫຼື ພຶດຕິກໍາຂອງທ່ານທີ່ເກີດຊໍ້າໆຢ່າງເປັນທໍາມະຊາດ ສິ່ງທີ່ແບບປະເມີນ StrengthsFinder ວັດໄດ້ກໍຄືລັກສະນະຂອງພອນສະຫວັນຕ່າງຂອງທ່ານ

2. ຄວາມຮູ້ ປະກອບດ້ວຍຂໍ້ມູນແລະບົດຮຽນທີ່ໄດ້ຮຽນຮູ້

3. ທັກສະຄືຂັ້ນຕອນໃນການເຮັດກິດຈະກໍາ

ພອນສະຫວັນ, ຄວາມຮູ້, ແລະ ທັກສະ; ສາມປະການນີ້ລວມກັນເພື່ອສ່າງຈຸດແຂງໃຫ້ທ່ານ.

ເຖິງວ່າທັງໝົດນີ້ຈະສໍາຄັນສໍາລັບການສ້າງຈຸດແຂງ ທີ່ສໍາຄັນທີ່ສຸດໃນສາມຢ່າງ ກໍ່ຄືພອນສະຫວັນ. ພອນສະແຫວງຂອງທ່ານ. ໝາຍວ່າຕ້ອງອອກແຮງສ້າງຕົນຈາກພອນສະຫວັນທີ່ມີ ຈົນເກີດມີທັກສະ ແລະ ຄວາມຮູ້ນັ້ນສາມາດຫາໄດ້ດ້ວຍການຮຽນຮູ້ແລະຝຶກຝົນ. ດັ່ງນັ້ນ ຫົວໃຈໃນການສ້າງຈຸດແຂງທີ່ແທ້ຈິງຄື ການຈໍາແນກພອນສະຫວັນທີ່ສໍາຄັນທີ່ສຸດຂອງຕົນແລ້ວນໍາໄປເຝິກຝົນດ້ວຍຄວາມຮູ້ ແລະທັກສະ.

ຈົ່ງລະລຶກສະເໜີວ່າ: ຄົນເຮົາບໍ່ຄວນປະພອນສະຫວັນ ຂອງຕົນເອງ.  ຈະດີຊຳໃດ ຫາກທ່ານເຝິກຝົນນ້ອຍໜຶ່ງແລ້ວກະເປັນໄວ. ເປັນຕົ້ນຫຼີ້ນເຄື່ອງດົນຕີ. ບາງຄົນແມ່ນແຕ່ຈັບເຄື່ອງ, ເຂົາເຈົ້າສາມາດສ້າງເປັນເນື້ອເພງທີ່ຈັບໃຈໄດ້ວ່ອງໄວ. ຖ້າຈະມາຮຽນໃໝ່ໝົດ ຄົງໃຊ້ເວລາຫຼາຍ. ມັນເປັນການດີຫາກທ່ານຮູ້ທັກສະພອນສະຫວັນຕົນເອງ ແລ້ວເລີ່ມເຝິກຈາກຈຸດນັ້ນຢ່າງຈິງຈັງ.

ຢ່າໄປຫລັບຫູຫຼັບຕາເຂົ້າເຝິກອົບຮົມໃນສິ່ງທີ່ຄົນອື່ນແນະນຳ. ເປັນຕົ້ນ: ຫາກທ່ານຄິດຢາກໄດ້ເງິນ, ແລ້ວເຂົ້າຮ່ວມການເຝິກທັກສະການເຮັດທຸລະກິດ ທີ່ທ່ານບໍ່ຖະໜັດ. ມັນຈະເປັນການເສຍເວລາໃນການເຝິກຝົນ.​ ທ່ານຈະເສຍແຮງານ, ງົບປະມານ, ແລະ ການທຸ້ມເທແບບໄຮ້ປະໂຫຍດ. ຂ້າພະເຈົ້າຂໍແນະນໍາໃຫ້ທ່ານພິຈາລະນາຄວາມຮູ້, ທັກສະ ແລະ ພອນສະຫວັນຢ່າງຈິງຈັງ.  ແລ້ວຮຽນຮູ້ພອນສະຫວັນທີ່ສໍາຄັນຂອງຕົນ ແລ້ວຈາກນັ້ນກໍ່ສະແຫວງຫາຄວາມຮູ້ ແລະ ທັກສະຢ່າງມີເປົ້າໝາຍ. ເພື່ອດັດແປງພອນສະຫວັນເຫຼົ່ານັ້ນໃຫ້ກາຍເປັນຈູດແຂງທີ່ແທ້ຈິງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.