Norkhame
ມື້ນີ້ຄືທີ່ສຸດ ມື້ນີ້ຄືທີ່ສຸດ
ປ່ອຍໃຫ້ເວລາທີ່ຜ່ານໄປ, ເປັນຂົວຕໍ່ໄປຫາຄວາມສຸກ ແລະ ຄວາມຝັນທີ່ຈະມີໃນອານາຄົດອັນໃກ້ໆນີ້. ລອງເບິ່ງຄວາມສຸກໃນ ມື້ນີ້ເບິ່ງ. ບາງທີ່ມັນເປັນວັນທີ່ທ່ານອາດບໍ່ເຄີຍເປັນສຸກໃນວັນວານໃດໆ ແລະ ອາດບໍ່ມີໃນອານາຄົດ. ສຳລັບຄົນອົກຫັກ, ເສັງຕົກ, ພໍ່ແມ່ຮ້າຍ, ໝູ່ຄູ່ຕຳນິ. ສິ່ງເຫຼົ່ານີ້ມັນ ຈະເກາະຕິດ ໃນຈິດສຳນຶກ ບໍ່ຫຼາຍກໍ່ນ້ອຍ. ຖ້າຫາກວ່າທ່ານກໍາລັງສູນເສຍກຳລັງໃຈ, ກັງວົນ ຫຼື ອຸກອັງ, ໝາຍວ່າທ່ານເບິ່ງບໍ່ເຫັນສິ່ງເລັກໆນ້ອຍໆ ທີ່ເຮັດໃຫ້ທ່ານມີຊີວິດ ແລະ... ມື້ນີ້ຄືທີ່ສຸດ

ປ່ອຍໃຫ້ເວລາທີ່ຜ່ານໄປ, ເປັນຂົວຕໍ່ໄປຫາຄວາມສຸກ ແລະ ຄວາມຝັນທີ່ຈະມີໃນອານາຄົດອັນໃກ້ໆນີ້. ລອງເບິ່ງຄວາມສຸກໃນ ມື້ນີ້ເບິ່ງ. ບາງທີ່ມັນເປັນວັນທີ່ທ່ານອາດບໍ່ເຄີຍເປັນສຸກໃນວັນວານໃດໆ ແລະ ອາດບໍ່ມີໃນອານາຄົດ.

ສຳລັບຄົນອົກຫັກ, ເສັງຕົກ, ພໍ່ແມ່ຮ້າຍ, ໝູ່ຄູ່ຕຳນິ. ສິ່ງເຫຼົ່ານີ້ມັນ ຈະເກາະຕິດ ໃນຈິດສຳນຶກ ບໍ່ຫຼາຍກໍ່ນ້ອຍ. ຖ້າຫາກວ່າທ່ານກໍາລັງສູນເສຍກຳລັງໃຈ, ກັງວົນ ຫຼື ອຸກອັງ, ໝາຍວ່າທ່ານເບິ່ງບໍ່ເຫັນສິ່ງເລັກໆນ້ອຍໆ ທີ່ເຮັດໃຫ້ທ່ານມີຊີວິດ ແລະ ເປັນສຸກ. ມັນບັນທອນຄວາມຮູ້ສຶກຢາກໃຊ້ຊີວິດແບບອີ່ມອົກອີ່ມໃຈ. ຄວາມຮູ້ສຶກດ້ານລົບດັ່ງກ່າວ ເຮັດໃຫ້ເຮົາເບິ່ງຂ້າງສິ່ງດີໆ, ທີ່ອາດມີຫຼາຍກວ່າສິ່ງທີ່ທ່ານກຳລັງພົບພໍ້. ເປັນຕົ້ນ: ການມີຊີວິດໃນັວັນນີ້. ທ່ານຄົງບໍ່ຮູ້ມີຄົນນັບລ້ານໆ ຄົນບໍ່ສາມາດມືນຕາເບິ່ງໂລກໃນວັນຕໍ່ມາ.

ຫາກທ່ານຍາງໄດ້, ປາກເປັນ, ຂຽນພາສາໄດ້, ເບິ່ງເຫັນ, ສິ່ງດັ່ງກ່າວມັນຊ່າງວິເສດຫຼາຍ. ລອງຜ່ານສູນຄົນພິການເບິ່ງ. ຄົນເຫຼົ່ານັ້ນຝັນຢາກເດີນ, ຢາກເຫັນໜ້າຄົນຮັກ, ຢາກເວົ້າໄດ້, ຢາກໄດ້ຍິນສຽງມ່ວນໆ. ມັນເປັນໂຊກຫຼາຍຊໍາໃດທີ່ເກີດມາພ້ອມກັບສິ່ງດີໆນີ້.

ຖ້າທ່ານໃດເຮັດການຜະລິດກະສິກຳ, ມັນພິເສດຫຼາຍທີ່ທ່ານສາມາດສ້າງການຜະລິດຈາກພື້ນໂລກ ໃຫ້ການເປັນສິນຄ້າ ເພື່ອລ້ຽງຄົນ. ຄົນມີແນວຄິດຢາກໄດ້ນັ້ນນີ້ເປັນເລື່ອງທຳມະດາ. ເວລາທີ່ເຮົາຍັງບໍ່ທັນໄດ້ສິ່ງນັ້ນ, ເຮົາກະພັດເປັນທຸກ, ກັງວົນ ແລະ ອຸກອັ່ງ. ລວມທັງຕອນເສຍໄປ. ບໍ່ວ່າຈະເປັນສິ່ງຂອງ, ການເສຍຊີວິດຂອງພີ່ນ້ອງຕ່າງໆ. ສິ່ງເຫຼົ່ານີ້ມີມາມີໄປ. ເຮົາບໍ່ຄວນຍຶດຖືການມີເປັນເງື່ອນໄຂຂອງຄວາມສຸກ.

ທ່ານອາດຖາມ, ໄດ້ເງິນ 10 ລ້ານ ໜ້າຈະເປັນສຸກຫຼາຍກວ່າ 1 ລ້ານ? ແລ້ວມັນຈະດີຊຳໃດ ຫາກໄດ້ເງິນ 1 ລ້ານ, ເຮົາກະເປັນສຸກຊໍາດຽວກັນກັບໄດ້ 10 ລ້ານ. ແລ້ວຫາກເຮັດໄດ້, ມັນຈະດີຊໍາໃດ ຫາກເຮົາ ໄດ້ເງິນ 1 ແສນ ແຕ່ສຸກ ຊໍາ 10 ລ້ານ ຫຼື ຫຼາຍກວ່ານັ້ນ. ຄວາມສຸກ ມັນເກີດຂື້ນໃນໃຈ. ຂ້າພະເຈົ້າຖືວ່າ: ຄວາມສຸກ ແມ່ນຄວາມອີ່ມເອີບໃຈ, ສະບາຍໃຈ ແລະ ບໍ່ກັງວົນກັບສິ່ງທີ່ຍັງບໍ່ເກີດ. ຈາກຈຸດໆນັ້ນ ມັນຊ່າງພິເສດຫຼາຍ ທີ່ຈະມີຄວາມສຸກ ໃນທຸກໆວິນາທີ່ ໃນການເຮັດວຽກ.

ສິ່ງເລັກນ້ອຍ ແມ່ນ ສິ່ງທີ່ຂະຫນາດໃຫຍ່ໄດ້. ຄວາມສຸກແມ່ນການເຫັນສິ່ງເລັກໆນ້ອຍສຳຄັນ. ຫາກທ່ານເຮັດໄດ້, ມັນຈະເຮັດໃຫ້ໃຫ້ຕົວທ່ານເອງ ໄປຢູ່ໃນທຸກໆສິ່ງທຸກຢ່າງທີ່ ໃນຄວາມງາມ ສິ່ງເລັກນ້ອຍໆ ທີ່ເຂົ້າມາໃນຊີວິດ. ເຮົາອາດຝັນຫາຄວາມສຸກທີ່ຫາຍໄປວັນວານ ແລະ ກັງວົນວ່າມື້ອື່ນຈະບໍ່ມີຄວາມສຸກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.