Norkhame

ສຳລັບທ່ານທີ່ຢູ່ທາງໄກ, ທ່ານກໍ່ສາມາດໄດ້ຮັບການບໍລິການອອນໄລໄດ້. ການບໍລິການລວມເອົາ:

 

  1. ວິໄຈ ຊ່ອງໂຄສະນາ ສື່ສັງຄົມອອນໄລ Profile Analysis
  2. ໃຫ້ຄຳແນະນຳ (ການເພີ່ມຍອດຄົນຕິດຕາມ, ການບໍລິຫານສື່ສັງຄົມອອນໄລ, ການບໍລິຫານເວັບໄຊ, ການສ້າງຍີ່ຫໍ້, ການຕະຫຼາດ, ການບໍລິຫານ, ແລະ ການສ້າງເນື້ອໃນ)
  3. ການສ້າງແຜນ ແລະ ດຳເນີນແຜນການ ໃນວຽກງານສື່ສັງຄົມອອນໄລ
  4. ທ່ານສາມາດ ຕັ້ງຄຳຖາມອື່ນໆ ຕິດພັນກັບ ວຽກງານສື່ສັງຄົມອອນໄລ

ເພື່ອຄົ້ນຫາເຕັກນິກໃໝ່ໆ, ທ່ານສາມາດນັດໝາຍການພົບປະໄດ້ ແລະ ສອບຖາມປະສົບການເຮັດ ວຽກຕົວຈິງ ເພື່ອສາມາດນຳໃຊ້ເຂົ້າ ໃນວຽກງານສື່ສັງຄົມອອນໄລ.

 

ຖ້າທ່ານບໍ່ໄດ້ຢູ່ໃນນະຄອນຫຼວງວຽງຈັນ, ການສົນທະນາສາມາດເຮັດຜ່ານທາງອອນໄລຜ່ານທາງ ວີດີໂອ໊. ຊ່ວຍແຈ້ງການພົບປະທີ່ ອີເມວ, book@norkhame.com. ຊ່ວຍສົ່ງຄຳຖາມ ຫຼື ຫົວຂໍ້ການສົນທະນາ ຜ່ານທາງລະບົບເກັບເງິນທາງ BCEL One QR Code, ຜ່ານທະນາຄານ, ແລະ Paypal.com.

 

ການສົນທະນາຕົວຕໍ່ຕົວ ແລະ ທາງອອນໄລ ຈະຖືກເກັບເປັນຄວາມລັບສະເພາະ. ນອກຈາກສື່ສັງຄົມ ອອກ, ສິ່ງທີ່ທ່ານສາມາດສອບຖາມລວມມີ: ການເພີ່ມຍອດຄົນຕິດຕາມ, ການບໍລິຫານສື່ສັງຄົມອອນ ໄລ, ການບໍລິຫານເວັບໄຊ, ການສ້າງຍີ່ຫໍ້, ການຕະຫຼາດ, ການບໍລິຫານ, ການສ້າງພາບພົດທີ່ ດີຜ່ານ ເນື້ອໃນ, ການເຮັດທຸລະກິດໃນລາວ ເປັນຕົ້ນ.

ຄ່າບໍລິການຄິດໄລເປັນເວລາ ໃນການຕອບຄຳຖາມ. ຫາກຄຳຖາມຫຼາຍ, ທ່ານອາດໄດ້ຄຳຕອບລວມໆ.

  • 15 ນາທີ – 1,000,000 ກີບ (1-2 ຄຳຖາມ)
  • 30 ນາທີ – 2,000,000 ກີບ (3-4 ຄຳຖາມ)
  • 45 ນາທີ – 3,000,000 ກີບ (5-6 ຄຳຖາມ)
  • 60 ນາທີ – 5,000,000 ກີບ (7-8 ຄຳຖາມ)

 

ຫຼັງການສົນທະນາ, ພາຍໃນ ໜຶ່ງອາທິດ ທ່ານສາມາດສອບຖາມເພີ່ມເຕີມ ໃນຫົວຂໍ້ທີ່ສົນທະນາ ທາງອີເມວ.

ຖ້າທ່ານມີຄຳຖາມ ຫຼື ຕ້ອງການສອບຖາມຂໍ້ມູນການບໍລິການອື່ນໆ, ສົ່ງຄຳຖາມມາທີ່ hello@norkhame.com

Copy Protected by Chetan's WP-Copyprotect.