Norkhame

ສ້າງຍີ່ຫໍ້ຜ່ານທາງ ອອນໄລ

ປະຈຸບັນ, ທ່ານສາມາດເຮັດການໂຄສະນາ ໄດ້ງ່າຍດາຍທາງອອນໄລ. ສື່ສັງຄົມອອນໄລ ມີຄົນນຳໃຊ້ ນັບມືນັບຫຼາຍຂື້ນ. ການສ້າງພາບພົດທີ່ດີ ແກ່ສິນຄ້າຂອງທ່ານ ຈະເປັນການສ້າງຄວາມໜັ້ນໃຈ ໃນຕົວສິນຄ້າຂອງທ່ານ. ເຮັດໃຫ້ເຂົາເຈົ້າຮູ້ຄຸນຄ່າ ການນຳໃຊ້ ແລະ ການບໍລິການ. ມັນເປັນຮູບແບບການສ້າງຄ່ານິຍົມ ໃນຕົວສິນຄ້າຂອງທ່ານ. ຈະສ້າງແນວໃດໃຫ້ເປັນທີ່ສົນໃຈກວ່າຄູ່ແຂ່ງ, ທ່ານຕ້ອງໄດ້ໃສ່ໃຈ ໃນການນຳສະເໜີຄຸນຄ່າສິນຄ້າ ແລະ ການບໍລິການ. ເຕັກນິກການໂຄສະນາຜ່ານທາງສືອອນໄລ ແລະ ໃນໂລກດິຈິຕໍ ເປັນສິ່ງທີ່ທ່ານບໍ່ຄວນພາດໂອກາດ. ຜົນປະໂຫຍດໃນການສ້າງຮູບແບບການໂຄສະນາທາງສື່ສັງຄົມອອນໄລ ແລະ ເວັບໄຊ໊:

 

1.    ຄົນສາມາດເຂົ້າຄົ້ນຫາທ່ານໄດ້ຢ່າງງ່າຍດາຍດ້ວຍມືຖື ຫຼື ຄອມພິວເຕີ້,

2.   ທ່ານສາມາດກະຈາຍຂໍ້ຄວາມໄດ້ໄວ ແລະ ເປັນກະບອກສຽງໃຫ້ທ່ານໄດ້ 24 ຊົວໂມງ, ທຸກໆວັນ

3.   ສ້າງເອກະລັກສະເພາະຕົວໃນອອນໄລ ໃຫ້ແຕກຕ່າງຈາກຄູ່ແຂ່ງຄົນອື່ນໆ,

4.   ສາມາດເຂົ້າຫາກຸ່ມຄົນໄດ້ເປັນຈຳນວນຫຼາຍ ແລະ ສາມາດກວດສອບຕົວເລກນັ້ນໄດ້.

5.   ສາມາດລົງຂໍ້ຄວາມໃໝ່ໆ ໄດ້ຕາມຄວາມຕ້ອງກາານ ໃຫ້ທັນກັບເວລາ.

ຂັ້ນຕອນທີ່ຈະຊ່ວຍທ່ານ:

ບາດກ້າວ 1 – ເກັບກຳຂໍ້ມູນ ສ້າງຍຸດທະສາດ ແລະ ຈຸດຢືນຂອງຍີ່ຫໍ້ທ່ານ

ຈະໄດ້ເຮັດວຽກລະອຽດກັບທ່ານ ໃນການກຳນົດແນວທາງການໂຄສະນາ. ທີມງານພວກເຮົາຈະສ້າງແຜນການໂຄສະນາ ທີ່ແທດເໜາະກັບຍີ່ຫໍ້ສິນຄ້າ ແລະ ການບໍລິການ. ໃນຂັ້ນຕອນນີ້, ພວກເຮົາຈຳເປັນຕ້ອງໄດ້ສຶກສາລາຍລະອຽດ ແລະ ນຳສະເໜີຮ່າງແຜນຍຸດທະສາດແກ່ທ່ານ. ທ່ານສາມາດດັດແກ້ໄດ້ຕາມຄວາມຕ້ອງການ ເພື່ອໃຫ້ວຽກງານການສ້າງຍີ່ຫໍ້ເປັນທີ່ເພີ່ງພໍໃຈ.

ບາດກ້າວ 2 ສ້າງແຜນແມ່ບົດ ແລະ ຄຸນລັກສະນະຍີ່ຫໍ້

ພາຍຫຼັງໄດ້ຂໍ້ມູນ, ພວກເຮົາຈະໄດ້ວິໄຈຂໍ້ມູນຢ່າງຖີ່ຖ້ວນ ເພື່ອໃຫ້ເຂົ້າໃຈ ຕົວສິນຄ້າ ແລະ ກຸ່ມລູກຄ້າເປົ້າໝາຍ ທີ່ທ່ານຕ້ອງການຈະເຈາະ ແລະ ສ້າງຄວາມແຕກຕ່າງແກ່ສິນຄ້າທຽບໃສ່ຄູ່ແຂ່ງຄົນອື່ນໆ. ໃນຈຸດນີ້, ພວກເຮົາຈະປັບ ຫຼື ນຳສະເໜີ ພາບພົດເຄື່ອງໝາຍສິນຄ້າຂອງທ່ານ, ຄຳຂວັນ, ວິໃສທັດ,ແລະ ອື່ນໆ ທີ່ຕິດພັນ ກັບຍີ່ຫໍ້. ທ່ານສາມາດໃຫ້ຄຳເຫັນ ໃນການປັບປຸງ.

 

ບາດກ້າວ 3 ການສ້າງເນື້ອໃນຂໍ້ຄວາມ

ພາຍຫຼັງເປັນເອກະພາບດ້ານເນື້ອໃນລວມ, ພວກເຮົາຈະເລີ່ມການສ້າງເນື້ອໃນ ໂຄສະນາ ຜ່ານທາງເວັບໄຊ໊ ແລະ ສື່ສັງຄົມອອນໄລ. ທາງເວັບໄຊ໊, ພວກເຮົາຈະສ້າງ ເນື້ອໃນກ່ຽວກັບຂົງເຂດຍີ່ຫໍ້ຂອງທ່ານ, ການບໍລິການ ຫຼື ຜະລິດຕະພັນ, ປະຫວັດຄວາມເປັນມາ ແລະ ຂົງເຂດເນື້ອໃນທີ່ສຳຄັນ ຈະຕ້ອງໄດ້ນຳສະເໜີເປັນປະຈຳແກ່ລູກຄ້າ ໃຫ້ເກີດມີຄວາມເຂົ້າໃຈ ແລະ ເຊື່ອໜັ້ນໃນຕົວສິນຄ້າ.

 

ຫາກທ່ານຕ້ອງການການບໍລິການເພີ່ມ, ພວກເຮົາ ຈະອອກແບບເນື້ອໃນ ກ່ຽວກັບຍີ່ຫໍ້ຂອງທ່ານເປັນປະຈຳ. ທ່ານສາມາດສະເໜີຂໍການບໍລິການດັ່ງກ່າວໄດ້ເພີ່ມເຕີ່ມ.

 

ບາດກ້າວ 4 ການສ້າງພາບພົດ

ຕິດພັນກັບເນື້ອໃນການຂຽນ, ພວກເຮົາຈະຊ່ວຍທ່ານໃນການສ້າງພາບ, ເນື້ອໃນວີດີໂອ, ແລະ ສຽງ. ບາດກ້າວນີ້ສຳຄັນຫຼາຍ ເພື່ອໃຫ້ຄົນເຫັນຍີ່ຫໍ້ຂອງທ່ານ ແລ້ວເກີດມີຈິນຕະນາການ ຜ່ານສຽງ, ຮູບພາບ ແລະ ພາບເໜັງ. ພວກເຮົາຈະແນະນຳໃນການສ້າງສື່ດັ່ງກ່າວໃຫ້ຕອບສະໜອງກັບພາບພົດຕົວຈິງຂອງຍີ່ຫໍ້ທ່ານທີ່ສຸດ.

 

ບາດກ້າວ 5 ການອອກແບບ ແລະ ພັດທະນາເວັບໄຊ໊

ເວັບໄຊ໊ເປັນຈຸດໂຄສະນາຂອງບໍລິສັດ ແລະ ຕົວຕົນຍີ່ຫໍ້ສິນຄ້າຂອງທ່ານ. ພວກເຮົາຈະສ້າງເນື້ອໃນ ແລະ ນຳສະເໜີພາບພົດທີ່ເປັນຕົວຈິງຂອງບໍລິສັດ ໃຫ້ກຸ່ມເປົ້າໝາຍເກີດຄວາມສົນໃຈກັບທຸລະກິດຂອງທ່ານ. ການອອກແບບເວັບໄຊ໊, ເນື້ອໃນ ແລະ ເຄື່ອງໝາຍການຄ້າ ຈະຖືກນຳສະເໜີໃນນີ້ ໃຫ້ກາຍເປັນ້ເຄື່ອງມືສືສານທີ່ມີປະສິດທິຜົນ. ພວກເຮົາຈະຮ່າງແຜນຜັງເວັບໄຊ໊ທີ່ທ່ານສາມາດດັດປັບ. ທ່ານສາມາດໃຫ້ຄຳເຫັນດັດປັບ ເປັນແຕ່ລະຂົງເຂດ, ກ່ອນການດັດແປງຄັ້ງສຸດທ້າຍ.

 

ບາດກ້າວ 6 ນຳສະເໜີທາງເວັບໄຊ໊ ແລະ ສື່ຕ່າງໆ

ພວກເຮົາຈະນຳເອົາຂໍ້ມູນລົງເຜີຍແຜ່, ສົ່ງມອບເວັບໄຊ໊, ແນະນຳການບໍລິຫານເວັບໄຊ໊ ແລະ ການນຳໃຊ້ສື່ຕ່າງໆ. ພວກເຮົາຈະໃຫ້ຄຳແນະນຳຢ່າງໃກ້ຊິດຫຼັງຈາກການມອບໝາຍ 1 ເດືອນ. ບັນກາເຕັກນິກຕ່າງໆ ເຊັ່ນ: ການເອົາຂໍ້ມູນລົງເວັບໄຊ໊, ພາບ, ການສ້າງເນື້ອໃນ ແລະ ອື່ນໆຕິດພັນກັບ ບັນຫາການສ້າງຂໍ້ຄວາມຜ່ານທາງສື່ອອນໄລ.

ຂົງເຂດທຸລະກິດ

ຜ່ານການເຮັດວຽກ ໃນຫຼາຍປີຜ່ານ “ນໍຄຳ Norkhame”, ພວກເຮົາສາມາດດັດປັບເນື້ອໃນ ເຂົ້າໃນຫຼາກ ຫຼາຍຂະ ແໜງການ. ເຊິ່ງເປັນຂະແໜງທີ່ພວກເຮົາໄດ້ເຮັດວຽກ ກນສ້າງເນື້ອໃນໃນຫຼາຍໆປີຜ່ານມາ. ຖ້າ ທຸລະກິດຂອງທ່າານນອນໃນຂະແໜງການທີ່ກ່າວດັ່ງລຸ່ມນີ້, ຈົ່ງໃຫ້ພວກເຮົາສ້າງເນື້ອທີ່ປະທັບໃຈ ແກ່ລູກຄ້າ ຂອງທ່ານ.

ເຕັກໂນໂລຍີ່

ການແພດ

ການຄ້າ

ການທ່ອງທ່ຽວ

ໂຮງແຮມ

ທະນາຄານ

ເສດຖະກິດ

ກະສິກຳ

ອຸດສາຫະກຳບັນເທີງ

ພາຫະນະ

ອົງການຈັດຕັ້ງສາກົນ

ການສຶກສາ

ສຸກກະພາບ

ການກິລາ

ສະພາບແວດລ້ອມ

ວິທະຍາສາດ

ພັດທະນາສັງຄົມ

ທຸລະກິດ

ປະກັນໄພ

ງານສິນລະປະ

ການຂົນສົ່ງ

ອົງການລັດຖະບານ

Copy Protected by Chetan's WP-Copyprotect.