Norkhame

ສ້າງເນື້ອໃນໂຄສະນາ

Brand Storytelling/Content Marketing  

 

ພວກເຮົາຢູ່ໃນຍຸກຂອງການເຊື່ອມຕໍ່ກັນ. ຂໍ້ຄວາມຜ່ານທາງສື່ອອນໄລ ແລະ ເວັບໄຊ້ ທີ່ມີປະສິດທິຜົນ ຈະຕ້ອງບອກຄວາມ ເປັນມາ ກ່ຽວກັບຍີ່ຫໍ້ຂ້ອງທ່ານ ໄດ້ຢ່າງມີປະສິດທິຜົນ. ລູກຄ້າຕ້ອງບໍ່ພຽງຢາກຮູ້ກ່ຽວກັບສິນຄ້າບໍລິການຂອງທ່ານ ແມ່ນຫຍັງ ທ່ານຍັງຕ້ອງໄດ້ຕອບຄໍາຖາມທີ່ວ່າ: ເປັນຫຍັງ? ເປັນຫຍັງຈິ່ງຕ້ອງມີບໍລິການ ແລະ ສິນຄ້າດັ່ງກ່າວໃນສັງຄົມ. ແລ້ວມັນຈະຈຳເປັນແກ່ເຂົາເຈົ້າແນວໃດ?

 

ຮູບແບບການບອກເລົ່າວ່າສິນຄ້າບໍລິການທ່ານແມ່ນຫຍັງ ແລະ ເປັນຫຍັງຈິ່ງຕ້ອງມີ ແມ່ນຂົງເຂດທີ່ພວກເຮົານຳມາເປັນ ວິທີສ້າງເນື້ອໃນເພື່ອສົນທະນາດ ພົວພັນ ແລະ ສື່ສານກັບລູກຄ້າ. ຮຽນການສ້າງສົນທະນາເພື່ອເຮັດໃຫ້ຜູ້ຊົມໃຊ້ສາມາດເຂົ້າໃຈ ກ່ຽວກັບສິນຄ້າ ແລະ ຄັດເລືອກຕົວອັນທີ່ເໜາະສົມກັບເຂົາເຈົ້າໃຫ້ໄດ້ຫຼາຍທີ່ສຸດ. ບໍ່ສະເພາະແຕ່ລູກຄ້າ, ຂໍ້ຄວາມທີ່ສົ່ງອອກໄປ ທາງສື່ອອນໄລ ແມ່ນເປັນການສື່ສານກັບສັງຄົມໂດຍລວມ. ເປັນຕົ້ນກຸ່ມ ພະນັກງານ, ຄູ່ຄ້າ, ຊຸມຊົນ ແລະ ຜູ້ຈັດຈຳໜ່າຍ, ອື່ນ . ຮູບແບບການສົນທະນາ ເປັນການສ້າງຮາກຖານໃຫ້ຄົນໄດ້ເຂົ້າໃຈເນື້ອແທ້ ແລະ ຊາບຊືມການເປັນຕົວຕົນທີ່ແທ້ຈິງ ຂອງຍີ່ ຫໍ້ທ່ານ.  

 

ຂໍ້ຄວາມຈະເນັ້ນໃສ່ການບອກຂໍ້ມູນກ່ຽວກັບບໍລິສັດ, ຍຸດທະສາດ, ແລະ ແນວທາງຕ່າງໆເພື່ອບໍ່ໃຫ້ຄົນສົງໃສວ່າ ຍີ່ຫໍ້ນີ້ແມ່ນ ຫຍັງ? ແລະ ເປັນຫຍັງຈິ່ງຈຳເປັນສຳລັບເຂົາເຈົ້າ. ຫາກທ່ານມີຫຼາຍສິນຄ້າ ແລະ ການບໍລິການ, ຮູບແບບການສື່ສານ ຂອງທ່ານ ຈະຍິ່ງເຮັດໃຫ້ເຂົາເຈົ້າສາມາດເຂົ້າ. ສັງຄົມຕ້ອງການໄດ້ຮັບຂ່າວສານ ກ່ຽວກັບ ອົງປະກອບ ທີ່ຈຳເປັນອື່ນຍີ່ຫໍ້ອື່ນບໍ່ທັນສະ ໜອງ ຫຼື ທ່ານອາດມີທ່າໄດ້ປຽບ.​ ຂໍ້ຄວາມນໍາໃຊ້ໃນການສື່ສານ ບົງບອກລັກສະນະ ຂອງສິນຄ້າ ໃນຮູບແບບຄໍາສັບ ການສື່ ສານທີ່ງ່າຍດາຍ. ພວກເຮົານຳໃຊ້ຫຼາຍວິທີໃນການສ້າງຂໍ້ຄວາມທີ່ເປັນຄວາມຈິງກ່ຽວກັບສິນຄ້າທ່ານ ແລະ ເຮັດໃຫ້ເຈົ້າເກີດ ຄວາມເຂົ້າໃຈ, ເຊື່ອໜັ້ນ ແລະຢາກນຳໃຊ້.

 

ຮູບແບບການເລົ່າເລື່ອງບໍ່ແມ່ນພຽງແຕ່ໃຊ້ສັບລ້າໆ. ພວກເຮົາຈະເນັ້ນສ້າງໃຫ້ຜູ້ຊົມໃຊ້ມີຈິດສຳນຶກ ແລະ ຄວາມຊົງຈຳດີໆໃນ ບໍລິສັດ ແລະ ຍິ່ຫໍ້ສິນຄ້າບໍລິການທີ່ທ່ານມີ. ສ້າງໃຫ້ຍີ່ຫໍ້ມີລັກສະນະສະເພາະຕົວ ຄ້າຍຄືບຸກຄົນທີ່ມີຊີວິດຈິດໃຈ. ຄຳສັບທີ່ນຳ ໃຊ້ມີຄວາມສຳຄັນຫຼາຍ. ທ່ານອາດໄດ້ຍິນຄຳວ່າ ການກະທຳດັງກວ່າຄຳເວົ້າ ຕົວຈິງ ຄຳເວົ້າກໍ່ໃຫ້ເກີດມີການກະທຳ ເປັນ ຕົ້ນ: ຄຳສອນຂອງພະພຸດທະເຈົ້າ, ພໍ່ແມ່, ພີ່ນ້ອງ. ການສິດສອນທາງພາສາປາກເວົ້າ ຫຼື ຂຽນ ຊ່ວຍໃຫ້ທ່ານເກີດມີການຄົ້ນຄິດ ແລະ ລອງນຳໃຊ້ເບິ່ງ. ພວກເຮົາມີວິທີຫຼາກຫຼາຍໃນການຄົ້ນຄິດຄຳສັບ ທີ່ຈະຊ່ວຍພັກດັນໃຫ້ລູກຄ້າ ຢາກຕັດສິນ ໃຈນຳໃຊ້ ສິນຄ້າ ບໍລິການຂອງທ່ານ.

 

ການບໍລິການທີ່ພວກເຮົາຈະຊ່ວຍທ່ານ ໃນການສ້າງເນື້ອເລື່ອງຍີ່ຫໍ້ສິນຄ້າ ປະກອບມີດັ່ງນີ້:

·      ສ້າງເນື້ອໃນ ສື່ສານສື່ສັງຄົມອອນໄລ ແລະ ເວັບໄຊ໊

·      ປະເມີນ ແລະ ກວດສອບ ຂໍ້ຄວາມທາງການຕະຫຼາດ

·      ສ້າງຍຸດທະສາດ ການສື່ສານ ໃຫ້ຖືກກັບເປົ້າໝາຍລູກຄ້າ

·      ວາງແຜນການສ້າງ ເນື້ອໃນທາງການຕະຫຼາດ

·      ອອກແບບ ແລະ ສ້າງຫົວຂໍ້ ຜ່ານທາງການເວັບໄຊ໊ຫຼາກຫຼາຍແບບ  

·      ວິໄຈທ່າອ່ຽງການປ່ຽນແປງຂໍ້ຄວາມການໂຄສະນາ ໃຫ້ທັນຍຸກ

ຈຸດເດັ່ນການບໍລິການ “ນໍຄຳ”

ເນື້ອໃນການຕະຫຼາດ ເປັນຈຸດສະແດງ ລັກສະນະເດັ່ນຂອງສິນຄ້າ ແລະ ບໍລິການຂອງທ່ານ, ແລະ ສາມາດເຂົ້າຫາກຸ່ມລູກຄ້າເປົ້າໝາຍ. ຈະເນັ້ນໃສ່ການສ້າງເນື້ອໃນໃຫ້ເຂົ້າກັບກຸ່ມລູກຄ້າ ແລະ ມີຄວາມໝາຍ ເໜາະສົມກັບກຸ່ມລູກຄ້າເປົ້າໝາຍ. ຈະປະສົມຫຼາກຫຼາຍອາລົມທີ່ເປັນຜົນດີແກ່ຍີ່ຫໍ້ຂອງທ່ານ. ຈະເລີ່ມຈາກການສ້າງຄວາມນິຍົມໃນກຸ່ມລູກຄ້າ ດ້ວຍຍຸດທະສາດ ທີ່ສາມາດກວດສອບຜົນໄດ້. ພວກເຮົາສາມາດ ສ້າງເນື້ອໃນຜ່ານທາງ ສື່ສັງຄົມອອນໄລ, ເວັບໄຊ໊, ແລະ ບົດຄວມໂຄສະນາອື່ນໆໃນສື່ໂຄສະນາ ທາງການພິມ: ແຜ່ນພັບ, ເອກະສານການຕະຫຼາດ, ເອກະສານບໍລິສັດ, ເອກະສານແນະນຳ ຜະລິດຕະພັນ ແລະ ເນື້ອໃນປ້າຍໂຄສະນາຕ່າງໆ.

 

ພວກເຮົາຮຳໃຊ້ເຕັກນິກການສ້າງເນື້ອໃນານຕະຫຼາດ ໃຫ້ສາມາດກາຍເປັນຕົວແທນ ໂຄສະນາຍີ່ຫໍ້ຂອງທ່ານ. ພວກເຮົາຈະສ້າງໃຫ້ລູກຄ້າເປົ້າໝາຍຄຸ້ນເຄີຍກັບສິນຄ້າ ແລະ ການບໍລິການທີ່ທ່ານສະໜອງ, ມີຄວາມເຊື່ອໜັ້ນໃນສິ່ງທີ່ທ່ານກຳລັງສະໜອງແກ່ສັງຄົມ. ເນື້ອໃນທີ່ຄັດສັນມາ ຈະທັນຍຸກ, ໜ້າສົນໃຈ ແລະ ບໍ່ບິດເບືອນຄວາມເປັນຈິງ. ທ່ານສາມາດດັດປັບຍຸດທະສາດການໂຄສະນາທີ່ເຮົາສະໜອງໃຫ້ ຕາມຄວາມຕ້ອງການສະເພາະແຕ່ລະໄລຍະເວລາ.

 

ພວກເຮົາຈະເລີ່ມຈາກການເຂົ້າໃຈບໍລິສັດຂອງທ່ານ ແລະ ສ້າງເນື້ອໃນຈາກສິ່ງທີ່ທ່ານເປັນ ໃຫ້ສັງຄົມຮັບຮູ້ ດ້ວຍແນວຄິດສ້າງສັນ, ໜ້າສົນໃຈ, ຂໍ້ຄວາມຈັບໃຈ ຕາມຂໍ້ມູນຕົວຈິງຂອງບໍລິສັດທ່ານ.

 

ຈາກປະສົບການສ້າງເນື້ອໃນການຕະຫຼາດ, ພວກເຮົາສາມາດກຳນົດເນື້ອໃນທີ່ສອດຄ່ອງກັບບໍລິສັດຂອງທ່ານ. ດ້ວຍການໃສ່ໃຈ ສອດສ່ອງທຸກລາຍລະອຽດ ເພື່ອສ້າງເປັນເນື້ອໃນໃຫ້ສອດຄ່ອງ ກັບຮູບແບບການໂຄສະນາອື່ນໆທີ່ທ່ານກຳລັງດຳເນີນຢູ່ ຫຼື ສ້າງເປັນອັນໃໝ່ທັນຍຸກ.  ພວກເຮົາໃສ່ໃຈທຸກລາຍລະອຽດຂໍ້ມູນ. ກ່ອນການນຳສະເໜີອອກສູ່ສາຍຕາສັງຄົມ, ຈະມີການກວດສອບອີກຄັ້ງວ່າມີຄຸນນະພາບຫຼາຍພໍທີ່ຈະ ດຶງດູດຄວາມສົນໃຈລູກຄ້າ; ດ້ວຍການກວດສອບຄືນວ່າ ມັນເປັນໄປຕາມຈຸດປະສົງທີ່ກຳນົດໄວ້ໃນເບື້ອງຕົ້ນ. ນັ້ນໝາຍວ່າ: ຂໍ້ຄວາມຈະໃຫ້ຂໍ້ມູນກ່ຽວກັບສິນຄ້າ ແລະ ການບໍລິການ ທີ່ຈະຊ່ວຍສ້າງໃຫ້ຊີວິດການເປັນຢູ່ຂອງລູກຄ້າເປົ້າໝາຍ ດີຂື້ນຫາກໄດ້ຊົມໃຊ້.

ເຫດຜົນຕ້ອງສ້າງ ເນື້ອໃນໂຄສະນາ

ຄົນບໍ່ສາມາດປະມືຖືໄດ້. ເຂົາເຈົ້າຮັບຂໍ້ມູນທາງມືຖືຫຼາຍຂື້ນທຸກໆວັນ. ໂທລະພາບ, ວິທະຍຸ, ແລະ ວາລະສານພິມ ທີ່ເຄີຍເປັນສື່ໂຄສະນາຫຼັກໆໃນເມື່ອກ່ອນ ບໍ່ເປັນທີ່ໜ້າສົນໃຈ ໃນປະຈຸບັນ. ຮູບແບບການໂຄສະນາ ຜ່ານທາງສື່ສັງຄົມອອນໄລ ໄດ້ເພີ່ມຂື້ນຫຼາກຫຼາຍຮູບແບບ. ການສ້າງສື່ໂຄສະນາສິນຄ້າຜ່ານສື່ດັ່ງກ່າວ ກາຍເປັນວິທີການເຂົ້າຫາລູກຄ້າເປົ້າໝາຍແບບໃໝ່. ທ່ານສາມາດສ້າງສື່ໂຄສະນາຜ່ານສື່ດ້ວຍຕົນເອງ, ຮ່ວມກັບສື່ອື່ນໆ ແລະ ນຳໃຊ້ການບໍລິການພາກພາຍນອກ.

 

ເນື້ອໃນການຕະຫຼາດ ໄດ້ກວມເອົາຫຼາຍອົງປະກອບ. ການສ້າງຍຸດທະສາດເນື້ອໃນການໂຄສະນາ ກວມເອົາເປັນຕົ້ນ, ການອອກແບບຮູບພາບ, ຂໍ້ຄວາມ, ເນື້ອໃນ, ຕົວເລກ, ເຕັກນິກການສື່ສານ, ແລະ ແນວຄິດສ້າງສັນອື່ນໆ. ເພື່ອເຮັດໃຫ້ການໂຄສະນາມີປະສິດທິຜົນ, ການນຳເອົາອົງປະກອບທີ່ແຕກຕ່າງເຂົ້າມາປະສົມປະສານ ເປັນສິ່ງທ້າທາຍ, ໝາຍວ່າທ່ານຈະຕ້ອງມີຄວາມຮູ້ໃນຫຼາກຫຼາຍທັກສະ ໃນຂະບວນການສ້າງເນື້ອໃນການຕະຫຼາດ.

 

ເຫດຜົນທີ່ທ່ານຄວນນຳໃຊ້ ເນື້ອໃນການຕະຫຼາດເຂົ້າໃນທຸລະກິດປະຈຳວັນ ສຳລັບການດຳເນີນທຸລະກິດຍຸກປະຈຸບັນ ແລະ ພາຍພາກໜ້າ. ເຫດຜົນຫຼັກໆມີດັ່ງນີ້:

 

  1. ສ້າງໃຫ້ຄົນເກີດມີຄວາມສົນໃຈໃນສິ່ງທີ່ທ່ານກຳລັງສະໜອງສູ່ສັງຄົມ

ເນື້ອໃນການຕະຫຼາດໃຫ້ໂອກາດແກ່ການນຳສະເໜີ ຂໍ້ຄວາມທຸລະກິດຂອງທ່ານອອກສູ່ສາຍຕາລູກຄ້າ. ຄວາມຄິດສ້າງສັນ ໃນການສ້າງຂໍ້ຄວາມສື່ສານກັບມະຫາຊົນ ກາຍເປັນການນຳສະເໜີ ຕົວຕົນທີ່ແທ້ຈິງຂອງຍີ່ຫໍ້ສິນຄ້າຂອງທ່ານ. ເກືອບວ່າທຸກໆສິນຄ້າ ແລະ ການບໍລິການ ໃນປະຈຸບັນ ໄດ້ນຳໃຊ້ເຕັກນິກການໂຄສະນາ ຜ່ານທາງສື່ອອນໄລ ເພື່ອສ້າງສີສັນໃຫ້ແກ່ສິນຄ້າຕົນເອງ.

  1. ກະຕຸ້ນລູກຄ້າຕັດສິນໃຈ ເລືອກຊື້

ຜົນການສຶກສາໄດ້ພົບວ່າ: ລູກຄ້າສ່ວນໃຫຍ່ຕັດສິນໃຈຊື້ ແລະ ນຳໃຊ້ບໍລິການ ຈາກຍີ່ຫໍ້ທີ່ສ້າງເນື້ອໃນໃຫ້ຄົນໄດ້ຄວາມຮູ້ທີ່ເປັນທາງແກ້ໄຂປັນຫາທີ່ສິນຄ້າທ່ານກຳລັງສະໜອງ ແລະ ຂໍ້ຄວາມທີ່ມີຄຸນຄ່າທາງສັງຄົມ.

  1. ສ້າງຄວາມໜ້າເຊື່ອຖື

ສ້າງ ແລະ ກະຈາຍຂໍ້ມູນ ທີ່ມີຄ່ນຄ່າ ເພື່ອສ້າງຄວາມໜ້າເຊື່ອຖື ໃນຂະແໜງການຕົນເອງ. ຮູບແບບການສ້າງເນື້ອໃນໂຄສະນາ ເປັນການສ້າງຊື່ສຽງທີ່ເປັນຕົວຈິງແກ່ບໍລິສັດຕົນເອງ ໃຫ້ກາຍເປັນຄົນທີ່ມີຄວາມຊຳນານງານໃນການແກ້ໄຂບັນຫາ ໂດຍການສະໜອງບໍລິການ ໃນຂົງເຂດຊຳນານງານຂອງທ່ານ. ການສ້າງພາບໃນນີ້, ບໍ່ໄດ້ໝາຍວ່າເປັນການຕົວະຍົ້ວໃນສິ່ງທີ່ທ່ານບໍ່ແມ່ນ. ຫາກເຮັດແນວນັ້ນ, ເມື່ອຄົນຮູ້ຕົວຈິງໃນທີ່ສຸດເຂົາເຈົ້າອາດບໍ່ເຊື່ອຈາກສື່ອອນໄລຢ່າງດຽວ.

  1. ສ້າງຄວາມຮັບຮູ້ກ່ຽວກັບບໍລິສັດ

ເນື້ອໃນການຕະຫຼາດເປັນສິ່ງພິເສດທີ່ຈະຊີ້ແຈງຄຸນລັກສະນະສະເພາະ ສິນຄ້າ ແລະ ບໍລິການໃຫ້ຄົນຮູ້ຈັກ. ການໃຫ້ຂໍ້ມູນທັນກັບສະພາບການ ຈະເປັນການສ້າງຄວາມຮູ້ສຶກດີໆ ໃຫ້ຄົນຍອມຮັບຄຸນນະພາບຍີ່ຫໍ້ ໂດຍສາມາດຄົ້ນຫາໄດ້ຈາກສື່ສັງຄົມອອນໄລ ແລະ ເວັບໄຊ໊.

  1. ສາມາດຄົ້ນຫາໄດ້ດ້ວຍລະຫັດຂໍ້ຄວາມ

ການນຳເອົາຂໍ້ຄວາມທາງບໍລິສັດຂອງທ່ານອອກສູ່ເວັບໄຊ ຈະເຮັດໃຫ້ຄົນສາມາດຄົ້ນຫາ ຂໍ້ຄວາມກ່ຽວກັບບໍລິສັດໄດ້ງ່າຍຂື້ນອີກ. ເຊັ່ນ: ການບໍລິການສົ່ງເຄື່ອງ. ຫາກທ່ານນຳເອົາຂໍ້ຄວາມແນວນີ້ລົງທາງສື່ສັງຄົມອອນໄລ ແລະ ເວັບໄຊ໊ປະຈຳ ຄົນທີ່ຄົ້ນຫາທຸລະກິດບໍລິການ ກ່ຽວກັບ ການສົ່ງເຄື່ອງກໍ່ຈະຄົ້ນຫາໄດ້ງ່າຍຂື້ນ.

  1. ສ້າງຄວມສົນໃຈໃຫ້ແກ່ຄົນຊື້

ຍຸດທະສາດເນື້ອໃນຄວນອອກແບບໃຫ້ແທດເໜາະກັບວິຖີຊີວິດຂອງກຸ່ມລູກຄ້າທີ່ຈະໄດ້ຊື້. ຈຸດປະສົງການອອກແບບຂໍ້ຄວາມໃຫ້ຄິດພັນກັບຄົນຊື້ ກໍ່ເພາະວ່າຢາກໃຫ້ເຂົາເຈົ້າສົນໃຈ ນຳໃຊ້ຮູບແບບການບໍລິການ ທີ່ໜ້າຈະຊ່ວຍແກ້ໄຂ ການດຳລົງຊີວິດໃນປະຈຸບັນ.

ຮູບແບບການບໍລິການ

1.    ກວດສອບເນື້ອໃນການຕະຫຼາດ

ຫາກທ່ານດຳເນີນການໂຄສະນາມາກ່ອນ, ພວກເຮົາຈະເລີ່ມການກວດສອບປະເມີນຜົນເນື້ອໃນຜ່ານມາ. ເພື່ອໃຫ້ເຫັນວ່າ ມັນສອດຄ່ອງກັບສະຖານະການຄວາມຕ້ອງການຂອງລູກຄ້າທີ່ທ່ານຕ້ອງການເຈາະກຸ່ມຫຼືບໍ່? ມີສ່ວນກ່ຽວພັນກັບຮູບແບບການດຳລົງຊີວິດ? ເຂົາເຈົ້າມີການຕອບໂຕ້ກັບຫົວຂໍ້ຜ່ານມາແນວໃດ? ສາມາດເຂົ້າຕາມກຸ່ມເປົ້າໝາຍໄດ້ບໍ່? ຮູບແບບການກວດສອບເນື້ອໃນການໂຄສະນາທີ່ມີຜູ້ແລ້ວ ຈະເຮັດໃຫ້ເຮົາສາມາດເຫັນພາບລວມການດັດປັບ, ໃຫ້ຄຳແນະນຳ, ແລະ ການດຳເນີນງານພາຍໜ້າ.

2.    ສ້າງຍຸດທະສາດເນື້ອໃນການຕະຫຼາດ

ບໍ່ຄວນເຮັດວຽກໂຄສະນາແບບບໍ່ມີແນວທາງທີ່ແນ່ນອນ. ເນື້ອໃນການໂຄສະນາ ຄວນອີງໃສ່ແຜນຍຸດທະສາດ ທີ່ຈະກວມເອົາຈຸດປະສົງທຸລະກິດ ໃນກຸ່ມເປົ້າໝາຍ ທີ່ທ່ານກຳລັງຈະຕີຕະຫຼາດ. ພວກເຮົາສາມາດຊ່ວຍທ່ານໃນການສ້າງການເນື້ອໃນທີ່ກ່ຽວຂ້ອງກັບຊີວິດການເປັນຢູ່ຂອງກຸ່ມລູກຄ້າທ່ານ, ສາມາດກວດສອບໄດ້ວ່າເຂົາເຈົ້າມີຄວາມສົນໃຈໃນເນື້ອໃນທີ່ເອົາລົງຫຼາຍປານໃດ?

3.    ວາງແຜນສ້າງເນື້ອໃນການຕະຫຼາດ

ໃນແຜນການ ສ້າງເນື້ອໃນໂຄສະນາການຕະຫຼາດ ຈະບັນຈຸເອົາແນວທາງການເອົາຮູບແບບທຸລະກິດ ເພື່ອເຮັດໃຫ້ການດຳເນີນທຸລະກິດສາມາດບັນລຸຜົນດີທີ່ສຸດ. ພວກເຮົາຈະເນັ້ນສ້າງເນື້ອໃນການຕະຫຼາດ ຕິດພັນກັບຄຸນລັກສະນະລູກຄ້າເປົ້າໝາຍ.

4.    ສ້າງ ແລະ ນຳສະເໜີເນື້ອໃນການຕະຫຼາດ

ຖ້າທ່ານຕ້ອງການໃຫ້ເນື້ອໃນມີລັກສະນະສ້າງສັນ, ໃຫ້ຄວາມບັນເທີງ ທີ່ແທດເໜາະກັບກຸ່ມລູກຄ້າເປົ້າໝາຍ ພ້ອມທັງນຳສະເໜີຄຸນຄ່າທີ່ທາງບໍລິສັດຂອງທ່ານກຳລັງນຳສະເໜີໃນຕະຫຼາດ, ທ່ານຕ້ອງຮີບຕິດຕໍ່ພວກຂ້າພະເຈົ້າ ໃຫ້ດ່ວນທີ່ສຸດ. ພວກເຮົາຈະຊ່ວຍທ່ານໃນການສ້າງສາຍພົວພັນ ກັບຍີ່ຫໍ້ຂອງທ່ານ ແລະ ໂຄສະນາເນື້ອໃນການຕະຫູາດໃຫ້ເປັນທີ່ຮູ້ຈັກໃນວົງກວ້າງ.

5.    ກວດສອບ ແລະ ດັດປັບໃຫ້ແທດເໜາະ

ການວັດແທກຜົນການນຳສະເໜີເນື້ອໃນ ເປັນບາດກ້າວສຳຄັນ ໃນການປະເມີນຜົນການເຮັດວຽກ ຜ່ານດ້ານເນື້ອໃນການຕະຫຼາດ. ພວກເຮົາຈະນຳເອົາຂໍ້ມູນ ມາຕີລາຄາ ແລະ ສ້າງເປັນແນວທາງໃນການເຮັດວຽກໃນຕໍ່ໜ້າ ໃຫ້ຍິ່ງມີປະສິດທິຜົນສູງຂື້ນ. ຕິດຕໍ່ພວກເຮົາໃນມື້ນີ້, ພວກເຮົາຈະໄດ້ເລີ່ມສ້າງສິ່ງອັດສະຈັນໃຫ້ເກີດຂື້ນ.

6.    ວິໄຈທ່າອ່ຽງ

ຮູບແບບການນຳສະເໜີ ເນື້ອໃນໂຄສະນາ ໄດ້ປ່ຽນໄປໄວຫຼາຍ. ເພື່ອບໍ່ໃຫ້ລູກຄ້າ ເປົ້າໝາຍ ເບື່ອໜ່າຍກັບຫົວຂໍ້, ພວກເຮົາຈະດັດປັບໃຫ້ເຂົ້າກັບ ຄວາມສົນໃຈຂອງ ເຂົາເຈົ້າ ໂດຍແຊກຊ້ອນເນື້ອໃນຍີ່ຫໍ້ຂອງທ່ານໄປນຳ.

ຂົງເຂດທຸລະກິດ

ຜ່ານການເຮັດວຽກ ໃນຫຼາຍປີຜ່ານ “ນໍຄຳ Norkhame”, ພວກເຮົາສາມາດດັດປັບເນື້ອໃນ ເຂົ້າໃນຫຼາກ ຫຼາຍຂະ ແໜງການ. ເຊິ່ງເປັນຂະແໜງທີ່ພວກເຮົາໄດ້ເຮັດວຽກ ກນສ້າງເນື້ອໃນໃນຫຼາຍໆປີຜ່ານມາ. ຖ້າ ທຸລະກິດຂອງທ່າານນອນໃນຂະແໜງການທີ່ກ່າວດັ່ງລຸ່ມນີ້, ຈົ່ງໃຫ້ພວກເຮົາສ້າງເນື້ອທີ່ປະທັບໃຈ ແກ່ລູກຄ້າ ຂອງທ່ານ.

ເຕັກໂນໂລຍີ່

ການແພດ

ການຄ້າ

ການທ່ອງທ່ຽວ

ໂຮງແຮມ

ທະນາຄານ

ເສດຖະກິດ

ກະສິກຳ

ອຸດສາຫະກຳບັນເທີງ

ພາຫະນະ

ອົງການຈັດຕັ້ງສາກົນ

ເທເລຄອມ

ການສຶກສາ

ສຸກກະພາບ

ການກິລາ

ສະພາບແວດລ້ອມ

ວິທະຍາສາດ

ພັດທະນາສັງຄົມ

ທຸລະກິດ

ປະກັນໄພ

ງານສິນລະປະ

ການຂົນສົ່ງ

ອົງການລັດຖະບານ

ພະລັງງານໄຟຟ້າ

Copy Protected by Chetan's WP-Copyprotect.