Norkhame
ຄຸນປະໂຫຍດຂອງ ທອງຄຳດຳ ຄຸນປະໂຫຍດຂອງ ທອງຄຳດຳ
ຄົ້ນພົບ “ທອງຄຳດຳ” ໃນ ລາວ ແລະ ຄຸນປະໂຫຍດຕ້ານພະຍາດ. ຄຸນປະໂຫຍດຂອງ ຄຳດຳ ມີຫຼາຍ. ຄົນມັກໄດ້ຍິນຄຳ ເຫຼືອງ, ຄຳຂາວ ແຕ່ມີໜ້ອຍຄົນຈະຮູ້ຈັກຄຳດຳ ແລະ ຄຸນປະໂຫຍດຂອງມັນ. ໃນຫຼາຍໆປະເທດ ເພີ່ນ ຮ້ອງ “ກາເຟ” ວ່າເປັນ “ທອງຄຳດຳ”. ເນື່ອງຈາກວ່າກາເຟມີ ຄວາມສຳຄັນຫຼາຍກັບຊີວິດການເປັນຢູ່ຂອງບາງປະເທດທີ່ ມີອັດຕາການຜະລິດກາເຟເປັນສ່ວນ... ຄຸນປະໂຫຍດຂອງ ທອງຄຳດຳ

ຄົ້ນພົບ “ທອງຄຳດຳ” ໃນ ລາວ ແລະ ຄຸນປະໂຫຍດຕ້ານພະຍາດ. ຄຸນປະໂຫຍດຂອງ ຄຳດຳ ມີຫຼາຍ. ຄົນມັກໄດ້ຍິນຄຳ ເຫຼືອງ, ຄຳຂາວ ແຕ່ມີໜ້ອຍຄົນຈະຮູ້ຈັກຄຳດຳ ແລະ ຄຸນປະໂຫຍດຂອງມັນ. ໃນຫຼາຍໆປະເທດ ເພີ່ນ ຮ້ອງ “ກາເຟ” ວ່າເປັນ “ທອງຄຳດຳ”.

ເນື່ອງຈາກວ່າກາເຟມີ ຄວາມສຳຄັນຫຼາຍກັບຊີວິດການເປັນຢູ່ຂອງບາງປະເທດທີ່ ມີອັດຕາການຜະລິດກາເຟເປັນສ່ວນ ໃຫຍ່. ໃນລາວປະຊາຊົນທ້ອງຖີ່ນທາງໃຕ້ ແລະ ເໜືອຂອງລາວເອງ ກໍ່ໄດ້ມີການປູກກາເຟເພື່ອສ້າງລາຍຮັບໃຫ້ຄອບຄົວ. ຍ້ອນແນວນັ້ນ ກາເຟຈິງມີຄຸນຄ່າທຽບໃສ່ກັບຄຳ ກ້ອນໆໜຶ່ງ ແລະ ເພີ່ນຈະມີສາຍາໃຫ້ກາເຟວ່າ “ຄຳດຳ”.

ຖ້າຫາກທ່ານ ຍັງບໍ່ທັນດື່ມກາເຟ ຫຼື ບໍ່ມັກ ບໍ່ວ່າຈະສາເຫດໃດ ໃຫ້ທ່ານ ລອງພິຈາລະນາຄຸນຄ່າຂອງ ການດື່ມ ກາເຟ ລອງເບິ່ງ.

ຈາກຜົນການລາຍງານຂອງສະຖາບັນວິໄຈກາເຟແຫ່ງຊາດ ທີ່ສະຫະລັດອາເມລິການໄດ້ລາຍງານວ່າ: ຄົນທີ່ດື່ມກາເຟ ຈຳນວນປະມານ ສາມ ຈອກຕໍ່ວັນ ຈະຊ່ວຍໃຫ້ຊີວິດຍືນຍາວ ກວ່າຄົນປົກກະຕິ.

ທີມງານນັກວິໄຈ ໄດ້ເຮັດທົດສອບກ່ຽວກັບຄຸນນະພາບກາເຟ ທີ່ມີຄົນເຂົ້າຮ່ວມຫຼາຍທີ່ສຸດ ກັບກຸ່ມເພດຍິງ ແລະ ຊາຍ ເກືອບ 400,000 ກວ່າຄົນໄດ້ພົບວ່າ ການດື່ມກາເຟຊ່ວຍຕ້ານໂລກ ຮ້າຍບາງຢ່າງໄດ້ດີ.

ພາຍຫຼັງ 13 ປີ ໃນກຸມຜູ້ເຂົ້າຮ່ວມການທົດລອງ ທີ່ດື່ມກາເຟ ມື້ ລະ 2-3 ຈອກ ມີເປີເຊັນການຕາຍ ໜ້ອຍລົງ 10% ເມື່ອ ປຽບທຽບກັບຄົນທີ່ບໍ່ດື່ມກາເຟເລີຍ. ຍ້ອນກາເຟຊ່ວຍໃຫ້ພວກເພີ່ນ ມີພູມຕ້ານທານໂລກ ດັ່ງນີ້: ໂລກເສັ້ນເລືອດຕີບຕັນ, ໂລກຫົວໃຈວາຍ, ເບົາຫວານ, ແລະ ພົບວ່າ ຈະມີການກະຕຸ້ນສະໜອງໃຫ້ມີຄວາມຮັບຮູ້ສູງ ເຊິ່ງຈະຊ່ວຍຫຼຸດຜ່ອນອຸບັດ ຕິເຫດ ສ້າງໃຫ້ມີສະຕິໃນການ ອອກກຳລັງກາຍ ຫຼື ຂັບຂີ່ລົດ. ທີ່ແນ່ນອນ ແມ່ນຫຼຸດອັດຕາການຕາຍຍ້ອນພະຍາດມະເຮັງ ໂດຍສະເພາະໃນກຸ່ມ ດື່ມກາເຟເພດຊາຍ.

ການດື່ມກາເຟຢ່າງດຽວຍັງບໍ່ພໍ. ທ່ານຕ້ອງໄດ້ຫຼຸດພຶດຕິກຳຄວາມສ່ຽງອື່ນໆ ເຊັ່ນ ຖ້າຫາກທ່ານ ສູບຢາໜັກ ແລະ ດື່ມກາ ເຟ ກໍ່ຈະບໍ່ຊ່ວຍໃຫ້ທ່ານຫ່າງໄກຈາກພະຍາດມະເຮັງປອດໄດ້. ແນ່ນອນ ກາເຟມີຈຸດດີໃນການຫຼຸດຄວາມສ່ຽງຂອງການ ຕິດພະຍາດດັ່ງກ່າວ ແຕ່ການດື່ມເກີນຂະໜາດບໍ່ວ່າຈະເປັນເຄື່ອງດື່ມປະເພດໃດ ກໍ່ອາດເກີດຜົນຮ້າຍໄດ້.

ຄຳເນະນຳກໍ່ຄື ຄວນພິຈາລະນາການດື່ມກາເຟໃນປະລິດມານ ພໍປະມານ ຫຼື  ຖ້າຫາກທ່ານບໍ່ມັກດື່ມກາເຟຈົນເປັນິດໃສປະ ຈຳວັນແລ້ວ ຄວນຖືໂອກາດດົນໆນັດພົບປະໜູ່ໃນ ຮ້ານກາເຟ ແລ້ວລອງໄດ້ຮັບກີ່ນອັນຫອມຫວນຂອງກາເຟລາວ ກັບ ເພື່ອນມິດ ໃນຍາມເຊົ້າ ຫຼື ສວຍ ອາດເປັນບັນຍາກາດທີ່ໜ້າຈົດຈຳ ທັງຍັງເປັນໂອກາດໄດ້ຮັບສານຕ້ານພະຍາດຮ້າຍ ໃນຕໍ່ ໜ້າ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.