Norkhame

ບໍລິຫານການ ສື່ສານທາງອອນໄລ

ນັກບໍລິຫານການສື່ສານອອນໄລ ກວມເອົາຫຼາຍວຽກງານ ຕິດພັນການຕະຫູາດທາງອອນໄລ. ໜ້າທີ່ຫຼັກໆຂອງຄົນ ບໍລິຫານ ຈະເບິ່ງເຄື່ອງມືນຳສະເໜີສິນຄ້າ ແລະ ນຳສະເໜີກ່ຽວກັບຍີ່ຫໍ້ສິນຄ້າຂອງທ່ານ ໃນກຸ່ມຕະຫຼາດເປົ້າໝາຍ. ພວກເຂົາເຈົ້າຈະເຮັດໜ້າທີ່ ໃຫ້ເກີດມີຜົນດັ່ງນີ້:

  1. ເພີ່ມຈຳນວນຄົນເຂົ້າເບິ່ງຊ່ອງໂຄສະນາທາງອອນໄລ
  2. ເຮັດໃຫ້ລູກຄ້າສົນໃຈເຂົ້າຮ່ວມການສົນທະນາ, ສອບຖາມ ແລະ ຊື້
  3. ສ້າງເນື້ອໃນການໂຄສະນາ ລວມທັງຂໍ້ຄວາມ, ຮູບພາບ, ສຽງ ແລະ ວີດີໂອ໊
  4. ສ້າງ ແລະ ບໍລິຫານຖານ ສື່ສັງຄົມອອນໄລ
  5. ດັດປັບຮູບພາບຂອງໜ້າຕາສື່ສັງຄົມອອນໄລ ໃຫ້ເຂົ້າກັບສະພາບ
  6. ວິໄຈ ແລະ ວາງແຜນການໂຄສະນາ

ສິ່ງທີ່ກ່າວມາຂ້າງເທິງນັ້ນ ເປັນປັດໃຈຫຼັກຕັດສິນຊີ້ຂາດ ພາບພົດຂອງສິນຄ້າໃນສາຍຕາມ່ວນຊົນ ທີ່ຈັບຈ໋ອງໃນມືຖື. ພວກເຮົາຈະກວດສອບບັນດາສະຖິຕິໃນການສ້າງສື່ໂຄສະນາຕ່າງ, ນຳເອົາສະຖິຕິນັ້ນໆມາວິໄຈ, ແລະ ສ້າງຮູບແບບ ການສື່ສານທີ່ແທດເໜາະເຂົ້າກັບສະພາບ, ສ້າງໃຫ້ຄົນສົນໃຈໃນຍີ່ຫໍ້, ເຊື່ອໜັ້ນ, ເຮັດໃຫ້ເຂົາເຈົ້າຢາກຕິດ ຕາມສິນຄ້າ, ເຂົ້າຮ່ວການສົນທະນາ ແລະ ຕັດສິນໃຈເປັນລູກຄ້າໃນທີ່ສຸດ.

ຜົນງານຜ່ານສື່ສັງຄົມອອນໄລ

ທາງເລືອກໃໝ່ຂອງການໂຄສະນາໃນຍຸກການຄ້າປະຈຸບັນໄດ້ປ່ຽນແປງໄປແລ້ວ. ເມື່ອກ່ອນທາງວາລະ ສານ, ໂທລະພາບ, ວິທະຍຸ, ແລະ ປ້າຍໂຄສະນາຕາມທາງຫຼວງເປັນຫົນທາງເຂົ້າສູ່ລູກຄ້າ. ເມື່ອຄົນຫັນ ມາໃຊ້ ສື່ສັງຄົມອອນລາຍຫຼາຍຂື້ນ, ຮູບແບບການໂຄສະນາຜ່ານທາງ ແຝດສບຸກ (Facebook) ທີ່ມີ ສະມາຊິກຈາກປະເທດລາວ 2,600,000 ຄົນ ກາຍເປັນທາງເລືອກ ໃໝ່ໃນການໂຄສະນາສິນຄ້າ ແລະ ບໍລິການຂອງທ່ານ. ຮູບແບການໂຄສະນາທາງອອນໄລ ເຮັດໃຫ້ທ່ານສາມາດປ່ຽນແປງຂໍ້ຄວາມການ ໂຄສະ ນາ, ເຂົ້າຫາລູກຄ້າໂດຍກົງ ແລະ ສາມາດກວດສອບຍອກຄົນທີ່ເຫັນການໂຄສະນາໄດ້. ປຽບສະເໜືອນວ່າ ທ່ານເປັນເຈົ້າຂອງ ຊ່ອງໂຄສະນາຂອງຍີ່ຫໍ້ສິນຄ້າຕົນເອງ.

 

ຄົນຊື້ຕ່າງຊອກຫາຂໍ້ມູນກ່ຽວກັບສິນຄ້າທີ່ຈຳເປັນໃນການດຳລົງຊີວິດ. ຮູບແບບການໂຄສະນາທາງອອນໄລ ເປັນຫົນທາງໄດ້ສະແດງຕົວຕົນຍີ່ຫໍ້ສິນຄ້າທີ່ຕ້ອງການຂາຍ. ຂໍ້ຄວາມທີ່ຈະນຳໃຊ້ໃນການໂຄສະນາ ຕ້ອງ ໄດ້ມີການຄົ້ນຄິດເພື່ອນຳມາສ້າງເປັນການສື່ສານ, ມີຄວາມເປັນຈິງ, ຊວນເຊື່ອ ແລະ ຊັກຊວນໃຫ້ຄົນມາ ຊົມໃຊ້. ການສະແດງຂໍ້ມູນສິນຄ້າ ເປັນຮູບແບບການສື່ສານ ທີ່ຈະກໍ່ໃຫ້ເກີດການ ມີຄວາມເຊື່ອໜັ້ນໃນ ໄລຍະຍາວ.

 

ການບໍລິການ ສ້າງຍີ່ຫໍ້ທາງອອນໄລ ຂອງພວກເຮົາ ເນັ້ນໃນຮູບແບບດຽວກັນ ທີ່ສ້າງໃນ ເວັບໄຊ້ www.NorKhame.com ແລະ ຕົວຢ່າງ ສື່ອອນໄລ ທາງແຝດສບຸກ ຊື່ “ນໍຄຳ NorKhame” ກາຍເປັນທີ່ນິຍົມໃນສັງຄົມລາວ. ປະຈຸບັນ ມີຫຼາຍກວ່າ 259,000 ຄົນມັກ ແລະ ກວ່າ 270,000 ຄົນ ຕິດຕາມຂໍ້ຄວາມອັນເປັນປະໂຫຍດແກ່ການດຳລົງຊີວິດ. ຜົນສຳເລັດດັ່ງກ່າວ ເກີດມາຈາກການກະສ້າງຮູບ ແບບການໂຄສະນາ ອັນເກີດມາຈາກ ວິໃສທັດຂອງ “ນໍຄຳ” ທີ່ເນັ້ນໃສ່ການພັກດັນໃຫ້ຄົນລາວຍຸກໃໝ່ ເຂົ້າຮ່ວມການພັດທະນາສັງຄົມ ໂດຍເລີ່ມຈາກໜ້າທີ່ຕົນເອງຮັບຜິດຊອບ. ໃນຊ່ອງທາງການສື່ສານ ເນັ້ນໃສ່ສະໜອງແນວຄິດທາງອອນໄລ.

norkhame

ເປັນຫຍັງຈິ່ງຮ່ວມມືກັບ ນັກບໍລິຫານສື່ສັງຄົມອອນໄລ

  1. 1. ສົມມຸດ, ຄູ່ແຂ່ງຂອງທ່ານ ຈ້າງຜູ້ບໍລິຫານ ສື່ສັງຄົມອອນໄລມືອາຊີບ ເຂົ້າຮ່ວມງານ ສ້າງຍີ່ຫໍ້ທ່ານ ໃຫ້ໂດດເດັ່ນ, ທ່ານຈະແນ່ໃຈແນວໃດວ່າ ທ່ານເປັນມືອາຊີບ ແລະ ມີເວລາຫຼາຍພໍ. ສື່ສັງຄົມອອນ ໄລມີຄວາມສຳຄັນຫຼາຍ ກາຍເປັນປ້າຍໂຄສະນາເຄື່ອນທີ່ໄດ້ໄວຫຼາຍໃນຍຸກປະຈຸບັນ. ທັງຍັງກວມ ເອົາແຫຼ່ງຂໍ້ມູນອື່ນໆອີກ ຕິດພັນກັບການໂຄສະນານັ້ນໆ. ການໂຄສະນາແບບ ເກົ່າຜ່ານປ້າຍໂຄສະນາ ຕາມທາງກາຍເປັນສິ່ງຟູມເຟື່ອຍ ແລະ ມີການດັດແປງຍາກຫຼາຍ. ທ່ານຄົງບໍ່ຢາກໃຫ້ລູກຄ້າຂອງທ່ານ ເບິ່ງຄູ່ແຂ່ງເປັນມືອາຊີບໃນການໂຄສະນາຜ່ານສື່,
  2. 2. ທ່ານຕ້ອງການຄົນທີ່ມີຄວາມຮູ້ຫຼາກຫຼາຍປະສົມປະສານເຂົ້າກັນ ໃນການໂຄສະນາຈຸດໆໃດໜຶ່ງ. ຜູ້ທີ່ສາມາດເຫັນໄດ້ແນວທາງ ແລະ ຮູ້ປັບຕົວໄວໃນການສ້າງເນື້ອໃນ ແລະ ການໂຄສະນາທີ່ທັນສະໃໝ່,
  3. 3. ທ່ານຕ້ອງການຄົນທີ່ມີຄວາມວ່ອງໄວໃນການຈັບສະພາບຄວາມມັກຂອງລູກຄ້າ, ເຂົ້າໃຈນຳໃຈທຸກໆ ເຄື່ອງມືການໂຄສະນາທີ່ມີ ໃນວຽກງານຕົວຈິງ ແລະ ຮູ້ຈັກໜູນໃຊ້ຍຸດທະສາດ ທັງດັດປັບຍຸດທະສາດ ແບບໃໝ່ສະເໜີ,
  4. 4. ທ່ານຕ້ອງການຄົນທີ່ເຂົ້າໃຈຍຸດທະສາດການໂຄສະນາຢ່າງວ່ອງໄວ, ສາມາດພັກດັນແຜນຍຸດທະສາດການ ໂຄສະນາໃຫ້ທັນຍຸກ, ການສ້າງເນື້ອໃນທີ່ກິນໃຈ ແລະ ຫຼາກຫຼາຍແນວຄິດແປກໃໝ່ສະເໜີ,
  5. 5. ທ່ານຕ້ອງການຄົນສ້າງຜົນໄດ້ຮັບດ້ານບວກແກ່ຍີ່ຫໍ້ຂອງທ່ານໄດ້ຢ່າງທັນການ, ແລະ ນຳເອົາຍີ່ຫໍ້ສິນຄ້າຂອງທ່ານ ເຂົ້າສູ່ສື່ສັງຄົມອອນໄລຢ່າງສະຫງ່າ ແລະ ໂດດເດັ່ນ,
  6. 6. ເວົ້າງ່າຍໆກໍ່ຄື: ທຸກໆວຽກຕ້ອງມີການເຝິກຝົນຫຼາຍປີຈິ່ງກາຍເປັນມືອາຊີບ. ການບໍລິການສື່ສັງຄົມອອນໄລ ຂອງພວກຂ້າພະເຈົ້າ ສະສົມມາຫຼາຍປີ ແລະ ພວກເຮົາໄດ້ເຮັດການທົດສອບຫຼາກຫຼາຍຮູບແບບ ເພື່ອເຂົ້າໃຈລັກສະນະແນວຄິດຂອງຄົນລາວ ໃນຫຼາກຫຼາຍຫົວຂໍ້. ສື່ສັງຄົມອອນໄລມີການເຄື່ອນເໜັງຕະຫຼອດ, ແລະ ຈະເປັນແນວນີ້ສະເໜີ, ຈະມີແນວໃໝ່ໆອອກມາ. ນັ້ນໝາຍວ່າ: ເຈົ້າຂອງທຸລະກິດຈະບໍ່ສາມາດມານັ່ງຮຽນທຸກໆທັກສະນັ້ນໆ, ເພາະທ່ານຈະເສຍເວລາໃນການບໍລິຫານທຸລະກິດປະຈຳວັນແລ້ວ. ເວລາເປັນສິ່ງມີຄຸນຄ່າຫຼາຍ, ເມື່ອທ່ານເຮັດອັນໃດໜຶ່ງ, ທ່ານຕ້ອງເສຍໂອກາດເຮັດອັນອື່ນ. ໃຫ້ວຽກງານບໍລິການສື່ສັງ ຄົມອອນໄລເປັນໜ້າທີ່ຂອງພວກເຮົາ.

ທັກສະຈຳເປັນໃນສື່ສັງຄົມອອນໄລ

ສຳລັບບໍລິສັດ ແລະ ອົງການຈັດຕັ້ງສາກົນ ທີ່ມີຄວາມຕ້ອງການນັກບໍລິຫານສື່ສັງຄົມອອນໄລ ທ່ານຈະ ຕ້ອງໄດ້ ເຮັດວຽກ ຫຼາຍໆຢ່າງ ແບບມືອາຊີບ ເພື່ອສ້າງການໂຄສະນາ ຜ່ານສັງຄົມອອນໄລໃຫ້ໂດດເດັ່ນ ໃນກຸ່ມສິນຄ້າດຽວກັນ. ສຳລັບອົງການຈັດຕັ້ງ, ເຖິງຈະບໍ່ໄດ້ແຂ່ງກັບໃຜ, ແຕ່ການສ້າງໃຫ້ຄົນເຂົ້າໃຈ ກ່ຽວກັບອົງການ, ຮູບແບບ ການບໍລິການສາທາລະນະຊົນ, ການແຈ້ງຂ່າວສານທີ່ເປັນມືອາຊີບ ເປັນວຽກ ງານທີ່ຈຳເປັນຫຼາຍເພື່ອສ້າງຄວາມເຊື່ອໜັ້ນ. ຖ້າທ່ານຕັດສິນໃຈເຮັດເອງ, ວຽກງານແບບມືອາຊີບທີ່ທ່ານ ຈະຕ້ອງໄດ້ຈ້າງແມ່ນລວມມີ 4 ຂົງເຂດດັ່ງນີ້:

 

1. ການສ້າງຍີ່ຫໍ້

2. ການຕະຫຼາດ

3. ວຽກງານປະຊາສຳພັນ

4. ການໃຫ້ບໍລິການລູກຄ້າ

 

ສີ່ຂົງເຂດວຽກວິຊາການທາງເທິງ, ເຮົາບໍ່ສາມາດຕັດແຍກອອກຈາກກັນ. ອັດຕາສ່ວນເຂັ້ມຂຸ້ນຂອງ ໜ້າວຽກ ຂື້ນກັບຍີ່ຫໍ້ ແລະ ສະພາບການຕົວຈິງ. ທີ່ສຳຄັນ, ເຮົາບໍ່ສາມາດຕັດແຍກກອອກຈາກກັນໄດ້. ວຽກງານ ການບໍລິຫານ ສື່ສັງຄົມອອນໄລ ເປັນວຽກງານ 24 ຊົວໂມງ, 7ວັນ ແລະ ບໍ່ສາມາດຢຸດເຊົາໄດ້. ພວກເຮົາ ຈະພະຍາຍາມເຮັດໃຫ້ ການສຶ່ສານອອນໄລ ສາມາດບັນລຸເປົ້າໃນແຕ່ລະໄລຍະ.

 

ນັກບໍລິຫານສື່ສັງຄົມອອນໄລ ກາຍເປັນເພື່ອນຮ່ວມທຸລະກິດໃນຍຸກໃໝ່ ທີ່ມີການນຳໃຊ້ ລະບົບດິຈິຕໍ ເຂົ້າ ໃນທຸລະກິດຫຼາຍຂື້ນ. ການເລີ່ມເຮັດວຽກ ກັບນັກບໍລິຫານສື່ສັງຄົມອອນໄລ ເປັນສິ່ງຂາດບໍ່ໄດ້. ພວກເຮົາ ສາມາດຮ່ວມກັນ ພັກດັນເປົ້າໝາຍທຸລະກິດຂອງທ່ານ ຈາກການເຮັດວຽກ ທາງສື່ອອນໄລ.

 

ການບໍລິການທີ່ຫຼາກຫຼາຍ ນຳສະເໜີ, ທ່ານສາມາເລືອກໃຊ້ໂຕໃດກໍ່ໄດ້ ຕາມຄວາມຕ້ອງການ. ຫາກທ່ານມີງົບ ຈຳກັດ 1,000,000 ກີບຕໍ່ອາທິດ, ພວກເຮົາກໍ່ສາມາດເລີ່ມໃຫ້ບໍລິການຈາດຈຸດໆນັ້ນໄດ້.

 

ເພື່ອເຮັດໃຫ້ພວກເຮົາສາມາດ ກຳນົດຮູບແບບການບໍລິການທີ່ແທດເໜາະກັບງົບປະມານ ແລະ ເປົ້າໝາຍຂອງທ່ານ, ພວກເຮົາຍິນດີຮັບຂໍ້ມູນ ແລະ ພົບປະເພື່ອຊອກຫົນທາງການຮ່ວມມືທາງທຸລະກິດ ທີ່ດີທີ່ສຸດແກ່ທ່ານ. ການບໍລິການ ຂອງພວກເຮົາກວມເອົາ, ບໍລິສັດທຸກໆຂະໜາດ, ຫຼາກຫຼາຍອຸດສາຫະກຳ, ຍີ່ຫໍ້ບຸກຄົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງລາວ ທັງຫວັງ ແລະ ບໍ່ຫວັງຜົນກຳໄລ.

ຮູບແບບການບໍລິການ

ພວກເຮົາຖະໜັດການສ້າງສື່ທາງສັງຄົມອອນໄລ ໃນຫຼາກຫຼາຍປະເພດ. ເປັນຕົ້ນ: ການເພີ່ມຈຳນວນຄົນ ຕິດຕາມ, ສ້າງໃຫ້ຄົນສົນໃຈໃນຫົວຂໍ້ໂຄສະນາ, ເພີ່ມປະລິມານຄົນເຫັນ ແລະ ລະດົມໃຫ້ຄົນຮັບຮູ້-ເຊື່ອ ໜັ້ນໃນຕົວສິນຄ້າ. ໃນນັ້ນ, ພວກເຮົາຈະບໍ່ນຳໃຊ້ ເຄື່ອງຈັກ ພຽງເພີ່ມແຕ່ຕົວເລກ ຄົນຕິດຕາມ, ແລະ ເພີ່ມສະຖິຕິອື່ນໆ ເພື່ອຫຼອກຕາຄົນ.

 

ໂດຍລວມ, ພວກເຮົາຈະເຮັດວຽກແບບມີລະບົບ, ເລີ່ມຈາກແຜນການ ແລະ ຈະເຫັນໄດ້ ຈຸດປ່ຽນພາຍ ຫຼັງການດຳ ເນີນງານ ແລະ ຈະນຳເອົາຂໍ້ມູນນັ້ນໆມາປັບປຸງແຜນການດຳເນີນງານ. ເນື້ອໃນເປັນສິ່ງສຳຄັນ ຫຼາຍ. ພວກເຮົາຈະ ເນັ້ນໃຫ້ຄົນຈັບໃຈກັບຂໍ້ຄວາມ, ຮູບບພາບ, ສຽງ ແລະ ພາບເຄື່ອນໃຫວ.

 

ພວກເຮົາສາມາດເຂົ້າຫາຄົນໄດ້ັນບເປັນ ລ້ານໆໃນການເຮັດວຽກຜ່ານ “ນໍຄຳ Norkhame”, ເພີ່ມຍອດ ຄົນມັກ, ແລະ ມີຄົນຮ່ວມມີຄຳເຫັນໃນອັດຕາງົບປະມານໂຄສະນາທີ່ນ້ອຍທີ່ສຸດ.​ ສິ່ງທີ່ໄດ້ສຳຄັນກ່ວາ ຄົນເຫັນ ແລະ ຮັບຮູ້ສິນຄ້າ ແມ່ນຄວາມໜ້າເຊື່ອຖື. ພວກເຮົາບໍ່ຕົວະຄົນ ໃນສິ່ງທີ່ຍີ່ຫໍ້ບໍ່ແມ່ນ. ສະນັ້ນ, ການໂຄສະນາ ຈະເປັນການບອກເລົ່າຕົວຕົນທີ່ແທ້ຈິງ ຂອງຍີ່ຫໍ້ ອັນຕິດພັນກັບຮູບແບບການດຳລົງຊີວິດ ຂອງເຂົາເຈົ້າ.

 

ເຊື່ອວ່າທ່ານຄົງໄດ້ຮັບຂໍ້ມູນຫຼາຍພໍສົມຄວນກ່ຽວກັບ ການບໍລິການຜ່ານສື່ ແລະ ຮູ້ວິທີການເຮັດວຽກຂອງ ພວກເຮົາ. ຖ້າທ່ານຍັງມີຄຳຖາມ, ທ່ານສາມາດສອບຖາມໄດ້. ພວກເຮົາມັກວຽກນີ້ຫຼາຍ ແລະ ຢາກນຳໃຊ້ ທັກສະທີ່ເຮົາມີນີ້ ຊ່ວຍທຸລະກິດຂອງທ່ານໃຫ້ເຕີບໃຫຍ່ໄປພ້ອມໆກັນ.

ຮູບແບບການສ້າງເນື້ອໃນ

ເພື່ອເຮັດໃຫ້ ສິນຄ້າ ແລະ ການບໍລິການຂອງທ່ານ ສາມາດສື່ສານກັບລູກຄ້າໄດ້ຢ່າງມີປະສິດທິຜົນ, ທາງພວກເຮົາຍິນດີສະໜອງການບໍລິການ ສ້າງຍີ່ຫໍ້ທາງອອນໄລ ແກ່ທ່ານດັ່ງນີ້:​

·      ສ້າງຍຸດທະສາດການສື່ສານ, ອອກແບບ ແລະ ພັດທະນາ ທາງເວັບໄຊ໊

·      ສ້າງຍຸດທະສາດການໂຄສະນາທາງສື່ສັງຄົມອອນໄລ

·      ແນະນຳເຕັກນິກຈຳເປັນໃນການໃຊ້ສື່ສັງຄົມອອນໄລ ເພື່ອໂຄສະນາສິນຄ້າ

·      ປະເມີນຜົນ ແລະ ສ້າງແຜນການໂຄສະນາທາງອອນໄລ ເປັນໄລຍະ

Copy Protected by Chetan's WP-Copyprotect.