Norkhame
ຄົນລາວ = ຄົນຈິງໃຈ ຄົນລາວ = ຄົນຈິງໃຈ
ເຈົ້າມາແຕ່ໃສ? ເປັນຄຳຖາມທີຂ້າພະເຈົ້າມັກຖືກຖາມເວລາ ທີ່ເດີນທາງໄປຕ່າງປະເທດ. ແລະ ມີຫຼາຍຄັ້ງ ທີ່ຄົນລາວເອງມັກຖາມຂ້າພະເຈົ້າ ໃນຂະນະທີ່ເຮັດວຽກໃນລາວ. ຄຳຖາມດັ່ງກ່າວເຮັດໃຫ້ຕົນເອງ ເກີດມີຂໍ້ສົງໃສວ່າ: ການທີ່ເຮົາຫົວດຳ ແລະ ເຮັດວຽກໃນລາວ ກໍ່ບໍ່ໄດ້ໜາຍວ່າຫຼາຍຄົນຈະເບິ່ງເປັນຄົນລາວໝົດ. ລັກສະນະຄົນລາວເປັນລັກສະນະຂອງຊາດອັນໜຶ່ງ. ເຊິ່ງສິ່ງນີ້ເຮັດໃຫ້ຂ້າພະເຈົ້າສົນໃຈຊອກຄຳຕອບສຳລັບການເປັນ“ຄົນລາວ” ລັກສະນະພົ້ນເດັ່ນທີ່ຂ້າພະເຈົ້າເຫັນຈາກຄວາມເປັນຄົນລາວສ່ວນໃຫຍ່ມີຄື: ຄົນລາວເປັນຄົນຈິງໃຈ ເນື່ອງຈາກວ່າບໍ່ໄດ້ອິດສາບັງບຽດໃຜ, ມີຫຍັງກໍ່ສະແດງອອກມາຈາກຄວາມຄິດ ແລະ ການກະທຳທີ່ບໍ່ໄດ້ບິດເບືອນ ຈິ່ງເຮັດໃຫ້ ຄົນລາວໄດ້ຊື່ວ່າເປັນຄົນຈິງໃຈ. ສາເຫດນີ້ເປັນອັນໜຶ່ງທີ່ເຮັດໃຫ້ເປັນທີ່ຮັກຂອງຊາດອື່ນໆ.... ຄົນລາວ = ຄົນຈິງໃຈ

ເຈົ້າມາແຕ່ໃສ? ເປັນຄຳຖາມທີຂ້າພະເຈົ້າມັກຖືກຖາມເວລາ ທີ່ເດີນທາງໄປຕ່າງປະເທດ. ແລະ ມີຫຼາຍຄັ້ງ ທີ່ຄົນລາວເອງມັກຖາມຂ້າພະເຈົ້າ ໃນຂະນະທີ່ເຮັດວຽກໃນລາວ. ຄຳຖາມດັ່ງກ່າວເຮັດໃຫ້ຕົນເອງ ເກີດມີຂໍ້ສົງໃສວ່າ: ການທີ່ເຮົາຫົວດຳ ແລະ ເຮັດວຽກໃນລາວ ກໍ່ບໍ່ໄດ້ໜາຍວ່າຫຼາຍຄົນຈະເບິ່ງເປັນຄົນລາວໝົດ. ລັກສະນະຄົນລາວເປັນລັກສະນະຂອງຊາດອັນໜຶ່ງ. ເຊິ່ງສິ່ງນີ້ເຮັດໃຫ້ຂ້າພະເຈົ້າສົນໃຈຊອກຄຳຕອບສຳລັບການເປັນ“ຄົນລາວ” ລັກສະນະພົ້ນເດັ່ນທີ່ຂ້າພະເຈົ້າເຫັນຈາກຄວາມເປັນຄົນລາວສ່ວນໃຫຍ່ມີຄື:

  1. ຄົນລາວເປັນຄົນຈິງໃຈ

ເນື່ອງຈາກວ່າບໍ່ໄດ້ອິດສາບັງບຽດໃຜ, ມີຫຍັງກໍ່ສະແດງອອກມາຈາກຄວາມຄິດ ແລະ ການກະທຳທີ່ບໍ່ໄດ້ບິດເບືອນ ຈິ່ງເຮັດໃຫ້ ຄົນລາວໄດ້ຊື່ວ່າເປັນຄົນຈິງໃຈ. ສາເຫດນີ້ເປັນອັນໜຶ່ງທີ່ເຮັດໃຫ້ເປັນທີ່ຮັກຂອງຊາດອື່ນໆ. ໃນເວລາໄປສຶກສາ ທີ່ຕ່າງປະເທດ, ຄົນລາວມັກຈະສ້າງມິດສະຫາຍໄດ້ຫຼາຍກວ່າຊາດອື່ນ ແລະ ກໍ່ຈະເປັນທີ່ຮັກຂອງຄົນທີ່ມີສາດສະໜາ ແລະ ຄວາມເຊື່ອແຕກຕ່າງກັນ.

  1. ຄົນລາວເປັນຄົນມັກໃຫ້

ຖ້າທ່ານບໍ່ເຊື່ອ, ໃຫ້ຕື່ນແຕ່ເຊົ້າ ເພາະວ່າຕາມຖະໜົນຫົນທາງ ທ່ານຈະພົບມີປະຊາກອນ ທີ່ຕື່ນນອນມາແຕ່ເຊົ້າເພື່ອຕັກບາດຄູບາ. ດັ່ງນັ້ນ ຈິ່ງເວົ້າໄດ້ວ່າ ການໃຫ້ແມ່ນເລີ່ມຂື້ນຕັ້ງແຕ່ກ່ອນຕາເວັນຂື້ນ. ສັງຄົມລາວເປັນສັງຄົມທີ່ມີການເອື້ອເຝື້ອເພື່ອແພ່, ບໍ່ວ່າທ່ານຈະຕົກທຸກໃນສະຖານທີ່ໃດ ເຊັ່ນ: ຫ້ອງການ, ຫົນທາງ, ຫຼື ອຸບັດຕິເຫດກາງທາງ, ທ່ານຈະບໍ່ມີວັນຖືກປະປ່ອຍໃຫ້ໂດດດ່ຽວ.

  1. ຄົນລາວມັກປາແດກ

ບາງເທື່ອສິ່ງນີ້ອາດບໍ່ແມ່ນ ແຕ່ເຖິງວ່າຈະບໍ່ມັກກີນປາແດກສົດໆ ແຕ່ມີຫຼາຍອາຫານຈຳເປັນຕ້ອງມີປາແດກ ເຊັ່ນ: ຕຳໜາກຫຸ່ງ, ແກງໜໍ່ໄມ້, ປີ້ງເຂົ້າປາແດກ, ເອາະຫຼາມ ແລະ ຕ່າງໆນາໆ. ປະເພດອາຫານດັ່ງກ່າວ ຕັດຂາດໄດ້ຍາກຫຼາຍຈາກຊີວິດລາວຄົນໆໜຶ່ງ. ປາແດກເຖິງຈະບໍ່ມີວ່າໃຜຫອມ ແຕ່ເມື່ອຖືກແຕ່ງເປັນອາຫານແລ້ວ ຮົດຊາດປ່ຽນໄປ.

  1. ຄົນລາວຮັກວັດຖະນະທຳ

ການນຸ່ງສີ້ນ, ວັດວາອາຮາມ, ການສະເຫຼີມສະຫຼອງບຸນຕ່າງໆ ແລະ ຮີດຄອງປະເພນີ ເປັນສິ່ງໜຶ່ງທີ່ຂ້າພະເຈົ້າເຫັນວ່າ ບໍ່ໄດ້ມີການລົດລະເລີຍ ຕະຫຼອດເວລາທີ່ຈື່ຄວາມໄດ້. ສິ່ງດັ່ງກ່າວ ເປັນການສ້າງຄວາມສາມັກຄີ ແລະ ການສະຫຼອງ ສະຕິປັນຍາບັນພະບູຮຸດລາວຫຼາຍຍຸກຫຼາຍສະໄໝ ໃຫ້ແກ່ຄົນລຸ້ນຫຼັງໄດ້ເຫັນ ແລະ ຮ່ວມກັນຈັດ.

  1. ຄົນລາວເປັນຄົນດຸໜັ່ນ

ເນື່ອງຈາກປະເທດໄດ້ຖືກທຳຮ້າຍມາຫຼາຍປີ ແຕ່ຄົນລາວບໍ່ຍອມໃຫ້ສະຕາກຳ ມາກຳນົດຊີວິດ. ຄວາມທຸກຍາກເປັນບັນຫາທີ່ຄົນລາວສ່ວນໃຫຍ່ໄດ້ພະຍາຍາມຜ່ານຜ່າ. ທາງພັກລັດ ແລະ ອຳນາດການປົກຄອງໄດ້ເອົາໃຈໃສ່ຫຼຸດຜ່ອນຄວາມທຸກຈົນ ໂດຍການສ້າງໂອກາດໃຫ້ປະຊາຊົນໄດ້ມີວຽກເຮັດງານທຳ ສ້າງລາຍຮັບ. ສິ່ງນີ້ເປັນສິ່ງບົ່ງບອກວ່າ ລາວ ອີກ ຫ້າປີ ຫຼື ສິບປີຂ້າງໜ້າ ຈະບໍ່ເປັນຄືວັນນີ້ ຫຼືວັນວານ.

  1. ຄົນລາວເປັນຄົນຮັກສັນຕິດພາບ

ຕະຫຼອດປະຫວັດສາດລາວເຕັມໄປດ້ວຍນັກຮົບ ແລະ ວິລະຊົນກູ້ຊາດ. ນີ້ສະແດງໃຫ້ເຫັນວ່າ ຄົນລາວເຮົາ ເຖິງຈະເປັນຄົນຈິງໃຈ ອ່ອນນ້ອມ ແຕ່ບໍ່ອ່ອນແອໃຫ້ຊາດອື່ນມາທຳລາຍງ່າຍໆ. ເຖິງກັບຍອມມອບກາຍຖະຫວາຍຊີວິດເພື່ອສັນຕິສຸກຂອງຊາດ ຂອງປະຊາຊົນເພື່ອຮ່ວມຊາດ.

  1. ຄົນລາວຮັກພາສາລາວ

ເປັນຫົວເມືອງຂື້ນຂອງຕ່າງຊາດຫຼາຍຮ້ອຍປີ ແຕ່ຍັງມີພາສາເຫຼືອໃຊ້. ມີຫຼາຍຄັ້ງປະຫັວດສາດລາວ ໄດ້ສະແດງໃຫ້ເຫັນວ່າ: ພາສາລາວເກືອບຖືກລົບລ້າງ ຫຼື ທົດແທນດ້ວຍພາສາ ຈັກກະພັດລ່າເມືອງຂື້ນ ແຕ່ຍ້ອນຄວາມຫວງແຫນ ຕົວອັກສອນລາວ ທີ່ມີການໃຊ້ມາເປັນເວລາຫຼາຍພັນປີ ຈິ່ງມີການຕໍ່ສູ້ ແລະ ປົກປ້ອງພາສາ ລາວ ໄວ້ໃນປະຈຸບັນ.

ນີ້ເປັນພຽງສ່ວນໜຶ່ງທີ່ຂ້າພະເຈົ້າສັງລວມລັກສະນະເດັ່ນ ຂອງການເປັນ “ຄົນລາວ”. ທ່ານ ຄິດວ່າ ໃນນິຍາມ ຫຼື ຄວາມໝາຍການເປັນ“ຄົນລາວ”ຂອງທ່ານນັ້ນເປັນແນວໃດ?

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.