Norkhame
ເຮັດແນວໃດຈິ່ງຈະເປັນເລີດ? ເຮັດແນວໃດຈິ່ງຈະເປັນເລີດ?
“ຄວາມເປັນເລີດຈະບໍ່ເກີດຂື້ນໄດ້ ຖ້າຫາກຍັງມີຄວາມກັງວົນ ແລະ ຖ້າຫາກຍັງມີຄວາມສັບສົນວຸ້ນວາຍ ໃນຊີວິດການ ເປັນຢູ່. ຄວາມດີເລີດມັນຕິດພັນກັບການສ້າງສິ່ງດີໆ ທີ່ແຕກຕ່າງຂື້ນມາໃນໂລກ ມັນຈະເກີດ ຂື້ນມາບໍ່ໄດ້ຫາກປ່ອຍໃຫ້ອາລົມຮ້າຍມາຄວບຄຸມ” ສະນັ້ນ ຖ້າຫາກທ່ານຕ້ອງການເປັນເລີດ ຄວນຖາມຕົນເອງວ່າ ທ່ານຈະສ້າງຫຍັງທີ່ມີຄວາມແຕກຕ່າງ ໃຫ້ແກ່ຊີວິດ ອື່ນໆໃນສັງຄົມ. ໃຫ້ທ່ານທົບທວນເບິ່ງໜ້າວຽກທີ່ທ່ານກຳລັງເຮັດຢູ່, ເຊິ່ງອາດຈະກຳລັງເປັນການ ສ້າງສິ່ງແຕກຕ່າງຂື້ນມາຢູ່ ແລ້ວ-ແລ້ວທ່ານຈະຫັນກັບເຂົ້າມາຫາຕົວເອງ ເພື່ອເຮັດໜ້າທີ່ວຽກງານນັ້ນໃຫ້ໄດ້ດີ ຄືແນວໃດ? ຫຼື ຄວນພິຈາລະນາ... ເຮັດແນວໃດຈິ່ງຈະເປັນເລີດ?

“ຄວາມເປັນເລີດຈະບໍ່ເກີດຂື້ນໄດ້ ຖ້າຫາກຍັງມີຄວາມກັງວົນ ແລະ ຖ້າຫາກຍັງມີຄວາມສັບສົນວຸ້ນວາຍ ໃນຊີວິດການ ເປັນຢູ່. ຄວາມດີເລີດມັນຕິດພັນກັບການສ້າງສິ່ງດີໆ ທີ່ແຕກຕ່າງຂື້ນມາໃນໂລກ ມັນຈະເກີດ ຂື້ນມາບໍ່ໄດ້ຫາກປ່ອຍໃຫ້ອາລົມຮ້າຍມາຄວບຄຸມ”

ສະນັ້ນ ຖ້າຫາກທ່ານຕ້ອງການເປັນເລີດ ຄວນຖາມຕົນເອງວ່າ ທ່ານຈະສ້າງຫຍັງທີ່ມີຄວາມແຕກຕ່າງ ໃຫ້ແກ່ຊີວິດ ອື່ນໆໃນສັງຄົມ. ໃຫ້ທ່ານທົບທວນເບິ່ງໜ້າວຽກທີ່ທ່ານກຳລັງເຮັດຢູ່, ເຊິ່ງອາດຈະກຳລັງເປັນການ ສ້າງສິ່ງແຕກຕ່າງຂື້ນມາຢູ່ ແລ້ວ-ແລ້ວທ່ານຈະຫັນກັບເຂົ້າມາຫາຕົວເອງ ເພື່ອເຮັດໜ້າທີ່ວຽກງານນັ້ນໃຫ້ໄດ້ດີ ຄືແນວໃດ? ຫຼື ຄວນພິຈາລະນາ ສ້າງໂຄງການໃດໜຶ່ງຕິດຕາມໄປນຳ ແລະ ໃຊ້ເວລາໃນການເຮັດມັນຂື້ນມາ ພ້ອມໆກັບໜ້າວຽກອື່ນ.

ຈົ່ງໃຫ້ຄວາມຊ່ວຍເຫຼືອແກ່ຄົນອ້ອມຂ້າງຕົວທ່ານ.

ແລະກໍ່ຈົງຮັບຮູ້ໄວ້ວ່າ ສິ່ງສຳຄັນທີ່ສຸດ ຂອງການສ້າງສັນສິ່ງດີໆໃນສັງຄົມຂື້ນມາ ແມ່ນການຕັ້ງເປົ້າໄປທີ່ການ ພັດທະນາຊີວິດຂອງຄົນອື່ນ. ມັນເປັນການຍາກທີ່ຈະຄວບຄຸມຜົນຂອງງານ ແຕ່ສິ່ງທີ່ສາມາດຄວບຄຸມໄດ້ແມ່ນ ຄວາມຕັ້ງໃຈ. ທ່ານຄວນປະກົດຕົວໃນແຕ່ລະວັນ ດ້ວຍຈຸດປະສົງທີ່ແຮງກ້າກ່າວວັນທີ່ຜ່ານມາ.

ໃຫ້ທ່ານວາງແຜນ. ປະລະສິ່ງທີ່ບໍ່ມີຄວາມສຳຄັນ. ແລະ ໃຫ້ຄຳນຶງວ່າ ໃນຊີວິດນີ້ມີຄວາມຈຳກັດ ແລະ ມັນເປັນ ຊີວິດທີ່ສ່ວຍງາມ ແລະ ທ່ານບໍ່ຄວນເສຍເວລາແມ້ແຕ່ນາທີດຽວກັບສິ່ງທີ່ບໍ່ສຳຄັນ.

ໃຫ້ທ່ານດຳເນີນຕາມແຮງບັນດານໃຈໃນການສ້າງສັນສິ່ງໃດໜຶ່ງຂື້ນມາ ດ້ວຍຄວາມທຸ້ມເທ. ໃຫ້ຍຶດຖືເປັນສິ່ງທີ່ສຳ ຄັນ ແລະ ໃຫ້ປະລະສິ່ງອື່ນໆ, ຖ້າຫາກມັນບໍ່ສະໜັບສະໜູນການເຮັດວຽກ ເຊັ່ນ: ສຸກກະພາບທີ່ດີ ຈະຊ່ວຍເຮັດ ໃຫ້ວຽກງານເຮັດໄດ້ດີ, ເຊິ່ງລວມທັງການກິນອາຫານ, ການອອກກຳລັງກາຍ ແລະ ການນອນ. ໃຫ້ທ່ານຈົງເຝິກ ແອບພຶດຕິກຳດີໆຈົນກວ່າທ່ານມີຄວາມຊີນເຄີຍກັບມັນ.

ການເຮັດວຽກດ້ວຍຄວາມມຸ້ງໜັ້ນ, ກັບຈິດໃຈອັນແຮງກ້າ, ເພື່ອພັກດັນການງານໃດໜຶ່ງໃຫ້ເປັນຜົນຂື້ນມາ: ສິ່ງນີ້ຄື ຄວາມດີເລີດ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.