Norkhame
ຮູ້ຈັກຄູ່ແຂ່ງ ຮູ້ຈັກຄູ່ແຂ່ງ
ຈຸດປະສົງຂອງພາກນີ້ເພື່ອຊ່ວຍໃຫ້ທ່ານສາມາດເຂົ້າໃຈຄູ່ແຂ່ງ. ເປັນການສຶກສາວ່າເຂົາເຈົ້າເຮັດຫຍັງແດ່ກ່ຽວກັບທຸລະກິດໄດ້ດີກວ່າທ່ານ ແລ້ວທ່ານຈະນຳເອົາມາປັບປຸງປ່ຽນແປງ ແລະ ເຮັດໄດ້ດີກວ່າແນວໃດແດ່? ທັງຍັງຈະຊ່ວຍໃຫ້ທ່ານຂື້ນແຜນກິດຈະກຳພັດທະນາຕະຫຼອດ. ພາຍຫຼັງການສຶກສາໃນພາກນີ້, ທ່ານຈະເຂົ້າໃຈວິທີ: ຮູ້ຈັກໃຜຜະລິດສິນຄ້າຄ້າຍໆກັບທ່ານ ຄວາມແຕກຕ່າງລະຫວ່າງບໍລິສັດຂອງທ່ານ ແລະ ຄູ່ແຂ່ງ ສາເຫດໃດທຸລະກິດຂອງທ່ານຈະປະສົບຜົນສຳເລັດ ເມື່ອທຽບໃສ່ກັບບໍລິສັດອື່ນໆທີ່ນອນໃນຕະຫຼາດແລ້ວ ໃນສ່ວນຂອງການສຶກສາຕະຫຼາດ, ທ່ານຈະໄດ້ກຳນົດຕະຫຼາດທີ່ແນ່ນອນ ທີ່ຄາດວ່າຕ້ອງການຊື້ຜະລິດຕະພັນຂອງທ່ານຕະຫຼາດທີ່ມີຄວາມຕ້ອງການສູງ ຈະມັກມີຄົນທີ່ພະຍາຍາມເຂົ້າໄປສ້າງຜົນກຳໄລ ດ້ວຍການສະໜອງສິ່ງທີ່ເຂົາເຈົ້າຕ້ອງການ. ຖ້າຫາກທ່ານຕ້ອງການຈະສືບຕໍ່ເຂົາໄປໃນຕະຫຼາດນັ້ນໆ, ທ່ານກໍ່ສາມາດສ້າງທຸລະກິດ ເພື່ອແຂ່ງຂັນກັບຄູ່ແຂ່ງ. ຍິ່ງທ່ານເຂົ້າໃຈຄູ່ແຂ່ງຫຼາຍເທົ່າໃດ, ທ່ານກໍ່ຈະຍິ່ງມີໂອກາດໃນການສ້າງລາຍຮັບພາຍໃຕ້ຍຸດທະສາດທີ່ແນ່ນອນ.... ຮູ້ຈັກຄູ່ແຂ່ງ

ຈຸດປະສົງຂອງພາກນີ້ເພື່ອຊ່ວຍໃຫ້ທ່ານສາມາດເຂົ້າໃຈຄູ່ແຂ່ງ. ເປັນການສຶກສາວ່າເຂົາເຈົ້າເຮັດຫຍັງແດ່ກ່ຽວກັບທຸລະກິດໄດ້ດີກວ່າທ່ານ ແລ້ວທ່ານຈະນຳເອົາມາປັບປຸງປ່ຽນແປງ ແລະ ເຮັດໄດ້ດີກວ່າແນວໃດແດ່? ທັງຍັງຈະຊ່ວຍໃຫ້ທ່ານຂື້ນແຜນກິດຈະກຳພັດທະນາຕະຫຼອດ.

ພາຍຫຼັງການສຶກສາໃນພາກນີ້, ທ່ານຈະເຂົ້າໃຈວິທີ:

  • ຮູ້ຈັກໃຜຜະລິດສິນຄ້າຄ້າຍໆກັບທ່ານ
  • ຄວາມແຕກຕ່າງລະຫວ່າງບໍລິສັດຂອງທ່ານ ແລະ ຄູ່ແຂ່ງ
  • ສາເຫດໃດທຸລະກິດຂອງທ່ານຈະປະສົບຜົນສຳເລັດ ເມື່ອທຽບໃສ່ກັບບໍລິສັດອື່ນໆທີ່ນອນໃນຕະຫຼາດແລ້ວ

ໃນສ່ວນຂອງການສຶກສາຕະຫຼາດ, ທ່ານຈະໄດ້ກຳນົດຕະຫຼາດທີ່ແນ່ນອນ ທີ່ຄາດວ່າຕ້ອງການຊື້ຜະລິດຕະພັນຂອງທ່ານຕະຫຼາດທີ່ມີຄວາມຕ້ອງການສູງ ຈະມັກມີຄົນທີ່ພະຍາຍາມເຂົ້າໄປສ້າງຜົນກຳໄລ ດ້ວຍການສະໜອງສິ່ງທີ່ເຂົາເຈົ້າຕ້ອງການ. ຖ້າຫາກທ່ານຕ້ອງການຈະສືບຕໍ່ເຂົາໄປໃນຕະຫຼາດນັ້ນໆ, ທ່ານກໍ່ສາມາດສ້າງທຸລະກິດ ເພື່ອແຂ່ງຂັນກັບຄູ່ແຂ່ງ. ຍິ່ງທ່ານເຂົ້າໃຈຄູ່ແຂ່ງຫຼາຍເທົ່າໃດ, ທ່ານກໍ່ຈະຍິ່ງມີໂອກາດໃນການສ້າງລາຍຮັບພາຍໃຕ້ຍຸດທະສາດທີ່ແນ່ນອນ.

ການສິໄຈຄູ່ແຂ່ງແມ່ນຫຍັງ? ການວິໄຈຄູ່ແຂ່ງສາມາດບອກທ່ານໄດ້ດັ່ງນີ້:

  • ບໍລິສັດທີ່ເຮັດການບໍລິການຫຼືຜະລິດສິ່ງທີ່ຄ້າຍໆຄືກັນ
  • ຂະໜາດຂອງບໍລິສັດ
  • ຄາດຄະເນເປີເຊັນຂອງຕະຫຼາດທີ່ກວມເອົາ
  • ລາຄາຂາຍຂອງເຂົາເຈົ້າ
  • ຄຸນນະພາບຂອງສິນຄ້າ
  • ຍຸດທະສາດການຄ້າຂາຍຂອງເຂົາເຈົ້າ
  • ເປັນຫຍັງການວິໄຈຄູ່ແຂ່ງຈິ່ງມີຄວາມສຳຄັນ?

ຍິ່ງຄູ່ແຂ່ງຂອງທ່ານແຂງແກ່ນຫຼາຍເທົ່າໃດ, ທ່ານກໍ່ຈະຍິ່ງມີຄວາມຫຸ້ຍງຍາກໃນການຊອກຫາລູກຄ້າ. ເມື່ອເປົ້າໝາຍຕະຫຼາດຖືກກຳນົດ, ທ່ານຈະຕ້ອງໄດ້ມີລະອຽດໃນການເບິ່ງສິນຄ້າທີ່ສະໜອງໂດຍບໍລິສັດອື່ນ ວ່າມີຈັກບໍລິສັດ, ລາຄາ, ຄຸນລັກສະນະ ແລ້ວທ່ານຈະສາມາດສ້າງຄວາມແຕກຕ່າງໄດ້ແນວໃດ?

ມີຄູ່ແຂ່ງຈັກຄົນ?

ໃນຍາມທີ່ວິໄຈຄູ່ແຂ່ງ, ຈຳເປັນຕ້ອງໄດ້ເຂົ້າໃຈຄົນທີ່ເປັນຄູ່ແຂ່ງໂດຍກົງແລະທາງອ້ອມ. ເພື່ອໃຫ້ງ່າຍໃນການກຳນົດຄູ່ແຂ່ງໂດຍກົງ: ແມ່ນກຸ່ມບໍລິສັດທີ່ຂາຍສິນຄ້າປະເພດດຽວກັນໃນຕະຫຼາດ. ເປັນຕົ້ນແມ່ນເຄື່ອງດື່ມ ໂຄກ ແລະ ເປັບຊີ້.

ຄູ່ແຂ່ງທາງອ້ອມແມ່ນບໍລິສັດທີ່ຂາຍໃນຕະຫຼາດດຽວກັນ, ແຕ່ຜະລິດຕະພັນແຕກຕ່າງກັນ. ເຊັ່ນ: ຄູ່ແຂ່ງທາງ ອ້ອມຂອງໂຄກ ແມ່ນ ນຳດື່ມບໍລິສຸດ.

ອົງປະກອບທີ່ຄວນບັນຈຸໃນການວິໄຈຄູ່ແຂ່ງ

ສິ່ງສຳຄັນອັນໜຶ່ງຄືຕ້ອງວິໄຈການຂາຍຂອງຄູ່ແຂ່ງ. ວິໄຈປະລິມານການຂາຍຍັງບໍ່ພໍ, ຕ້ອງໄດ້ຄຳນຶງເຖິງປະເພດລູກຄ້າທີ່

ເຂົາຄອບຄອງ. ເຖິງວ່າຄູ່ແຂ່ງຈະຄອງຕະຫຼາດໄດ້ໃນວົງກວ້າງ, ແຕ່ການສະໜອງຂອງເຂົາເຈົ້າອາດຍັງບໍ່ທັນທົ່ວເຖິງຄວາມຕ້ອງການຂອງລູກຄ້າ ດັ່ງນັ້ນຈິ່ງເປັນໂອກາດໃນການເປີດໃຫ້ຜະລິດຕະພັນໃໝ່.

ໃນຕະຫຼາດກໍ່ຈະມີກຸ່ມຄວາມຕ້ອງການຂອງລູກຄ້າທີ່ຫຼາກຫຼາຍ. ເປັນຕົ້ນເຄື່ອງດື່ມເບົາ, ກໍ່ຈະມີສຳລັບຜູ້ຊາຍດ ແມ່ຍິງ, ເດັກນ້ອຍ ຫຼື ຄົນລົດນຳໜັກ ຫຼື ຕາມປະເພດຄວາມສາມາດໃນການຊື້ໃນລາຄາທີ່ຫຼາກຫຼາຍ. ເປັນຕົ້ນຄົນມີລາຍໄດ້ໜ້ອຍອາດມີຄວາມຕ້ອງການສິນຄ້າຂອງທ່ານ, ມີກຸ່ມຄົນເປັນຈຳນວນຫຼາຍ. ສະນັ້ນການຜະລິດອອມາໃນກຸ່ມຄົນປະເພດນີ້ ກໍ່ເປັນຫົນທາງໃນການເຂົ້າສູ່ຕະຫຼາດສ້າງຜົນກຳໄລ.

ຫາກສິນຄ້າຂອງທ່ານເປັນຂອງມີຄ່າ ກຸ່ມຄົນທີ່ຊື້ອາດມີຈຳກັດ ແລະ ຫາກເປັນສິນຄ້າຝູມເຝືອຍ, ແຮງຕ້ອງໄດ້ສ້າງແຮງຈູງໃຈໃນການຊື້ ແລະ ຄູ່ແຂ່ງໃນຕະຫຼາດກໍ່ອາດຈະນຳໃຊ້ຫຼາກຫຼາຍວິທີໃນການຮັກສາລູກຄ້າ. ຄຸນນະພາບໃນຕະຫຼາດຂົງເຂດນີ້ເປັນຕົວຕັດສິນ ເພາະຄົນທີ່ເປັນລູກຄ້າຮັ່ງມີ ມັກຈະໃຊ້ເຄື່ອງແພງໆ ແລະ ມີຄຸນນະພາບດີແນ່ນອນ.

ວິທີແຂ່ງກັບຄູ່ແຂ່ງຈະເຮັດແນວໃດ?

ເມື່ອຮູ້ຈັກຄູ່ແຂ່ງຂອງທ່ານແລ້ວ, ທ່ານກໍ່ຈະເຫັນຕະຫຼາດ ທີ່ທ່ານກຳລັງຈະເຂົ້າໄປແຂ່ງຂັນ, ຈຳເປັນຈະຕ້ອງໄດ້ສຶກສາຈຸດແຂງ ແລະ ຂໍ້ໄດ້ປຽບຂອງທ່ານ. ເພື່ອໃຫ້ສາມາດແຂ່ງຂັນກັບຄູ່ແຂ່ງຂອງທ່ານໄດ້, ທ່ານຕ້ອງຕອບຄຳຖາມດັ່ງຕໍ່ໄປນີ້:

  • ຈະສ້າງໃຫ້ສິນຄ້າມີຄວາມຫຼາກຫຼາຍໄດ້ແນວໃດ?
  • ຈະນຳສະເໜີສິນຄ້າແບບໃດ? ຄຸນນະພາບແບບໃດທີ່ຕ້ອງໄດ້ເນັ້ນໜັກ?
  • ປະເພດສິນຄ້າແລລໃດທີ່ຕ້ອງໄດ້ສະໜອງ ແລະ ຄຸນນະພາບແບບໃດ?
  • 
ສິນຄ້າມີລັກສະນະຮູບຮ່າງແບບໃດ?

ຊອກຫາຈຸດຄ້າຍໆແລະແຕກຕ່າງ: ການເປີດໃຫ້ບໍລິການ, ຄວາມຫຼາກຫຼາຍຂອງຜະລິດຕະພັນ, ຄວາມສະດວກໃນການຊື້ ແລະ ປະເພດຂອງລູກຄ້າ.

ເຂົ້າໃຈການດຳເນີນທຸລະກິດຂອງຄູ່ແຂ່ງເປັນພື້ນຖານຄວາມສຳເລັດ ແລະ ສ້າງໃຫ້ທຸລະກິດມີການເຕີບໃຫຍ່ຂະຫຍາຍຕົວ. ຫາກຮູ້ການເຮັດວຽກຂອງຄູ່ແຂ່ງ, ທ່ານກໍ່ຈະສາມາດສ້າງສິ່ງທີ່ຄູ່ແຂ່ງຍັງບໍ່ທັນໄດ້ສະໜອງໃຫ້ແກ່ລູກຄ້າເທື່ອ.

ພາຍຫຼັງຮູ້ຈັກທຸລະກິດຂອງຄູ່ແຂ່ງແລ້ວ, ທ່ານຕ້ອງໄດ້ພິຈາລະນາໃນການ ສ້າງທຸລະ ກິດຕົນເອງໃຫ້ມີຄວາມໂດດເດັ່ນ. ທຸລະກິດທີ່ປະສົບຜົນສຳເລັດຈະສ້າງສິ່ງ ແປກໃໝ່ ເປັນເອກະລັກສະເພາະຕົວຂື້ນມາ. ນັ້ນໝາຍວ່າເຂົາເຈົ້າຕ້ອງໄດ້ສະໜອງ ສິ່ງທີ່ຍັງບໍ່ ທັນໄດ້ເຮັດ ຫຼື ເຮັດໃຫ້ດີຂື້ນ. ນີ້ເປັນເຫດຜົນວ່າເປັນຫຍັງການວິໄຈ ແຂ່ງຂັນຕ້ອງໄດ້ມີ ການຈັດຕັ້ງປະຕິບັດ.

ພວກເຮົາຕ້ອງໃຊ້ເວລາໃນການວິໄຈທ່າອ່ຽງ

ເປັນການປຽບທຽບລະຫວ່າງສິນຄ້າ ແລະ ການບໍລິການໃ້ແກ່ຕະຫຼາດ. ວິໄຈທ່າອ່ຽງຈະຕ້ອງປະກອບດ້ວຍດັ່ງນີ້:

  • ໃຜໃຫ້ການບໍລິການແບບດຽວກັນ?​
  • ລັກສະນະຂອງຜະລິດຕະພັນ (ປະເພດ, ຄຸນນະພາບ, ອື່ນໆ) ?
  • ລາຄາຂາຍ?
  • 
ຕະຫຼາດຂາຍ?
  • ປະລິມານການສະໜອງ?

ວິທີການເກັບກຳຂໍ້ມູນເປັນສິ່ງທີ່ບໍ່ງ່າຍດ່າຍ. ແຕ່ກໍ່ສາມາດຊອກຂໍ້ມູນດັ່ງກ່າວໄດ້ຕາມການສັງເກດຈາກຮ້ານຂາຍ, ສື່ໂຄສະນາ ຫຼື ທາງສິ່ງພິມຕ່າງໆ. ສິ່ງດັ່ງກ່າວຈະສາມາດເຫັນຂໍ້ມູນຂອງຄູ່ແຂ່ງໄດ້ ເປັນຕົ້ນເຂົາໃຊ້ວິທີໃດໂຄສະນາຂາຍ, ສ່ວນປະກອບ, ຊ່ວງເວລາໃນການສະໜອງ. ຖ້າຫາກທ່ານສາມາດໄດ້ຮັບຄວາມໄວ້ວາງໃຈຈາກເຈົ້າຂອງຮ້ານຂາຍ, ທ່ານກໍ່ອາດສາມາກໄດ້ຫຼາຍໆຂໍ້ມູນຂອງລູກຄ້າ ກ່ຽວກັບການຂົນສົ່ງ, ເວລາສົ່ງເຄື່ອງຮອດຮ້ານ, ວິທີເກັບຮັກສາ, ແລະ ອື່ນໆ.

ການລົງເກັບກຳພຽງແຕ່ຄັ້ງດຽວຍັງບໍ່ພໍ, ເພາະທ່ານອາດໄດ້ຫຼາຍໆຂໍ້ມູນທີ່ບໍ່ຊັດເຈນ. ທ່ານອາດຈະຕ້ອງໄດ້ສ້າງຄຳຖາມ ແລະ ບົດສຳຫຼວດສອບຖາມແບບຕົວຕໍ່ຕົວກັບລູກຄ້າໃນສະຖານທີ່ຊຸມຊົນຕ່າງໆ. ວິທີນີ້ຈະເຮັດໃຫ້ທ່ານສາມາດໄດ້ຮັບຂໍ້ມູນທີ່ຕິດພັນກັບຜະລິດຕະພັນຫຼາຍທີ່ສຸດ. ເມື່ອໄດ້ຂໍ້ມູນດັ່ງກ່າວແລ້ວ, ກໍ່ຈະເປັນການສ້າງຜະລິດຕະພັນໃຫ້ແທດ    ເໜາະຕະຫຼາດ, ແຂ່ງຂັນໄດ້ ແລະ ຍືນຍົງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.