Norkhame
ຍູ້ການຂາຍ ຍູ້ການຂາຍ
ຈຸດປະສົງຂອງພາກນີ້ຈະຊ່ວຍໃຫ້ທ່ານສາມາດຂຽນແຜນການຂາຍ ແລະ ການຕະຫຼາດ. ທັງຍັງຈະຊ່ວຍໃຫ້ທ່ານເຂົ້າໃຈຄວາມສຳຄັນ ແລະ ຜົນປະໂຫຍດຂອງມັນ. ການຂາຍ ແລະ ການຕະຫຼາດ ເປັນພາກສ່ວນທີ່ສຳຄັນໃນການຂັບເຄື່ອນທຸລະກິດ. ຖ້າຂາຍບໍ່ໄດ້ ທຸລະກິດກໍ່ຈະບໍ່ສ້າງຜົນກຳໄລ. ໃນເວລາທີ່ທ່ານຈົບການອ່ານພາກນີ້ແລ້ວ, ທ່ານຈະຮູ້ຈັກ: ຈະນຳໃຊ້ການຂາຍ ແລະ ແຜນການຕະຫຼາດແນວໃດ? ຈະບັນຈຸເອົາອົງປະກອບອັນໃດແດ່ ແລະ ວິທີຂຽນ ຄາດຄະເນການຂາຍ ແຜນທຸລະກິດຂອງທ່ານຄວນບັນຈຸເອົາ: 
ຮູບແບບການຕັດສິນໃຈກິດຈະກຳທຸລະກິດ ແລະ... ຍູ້ການຂາຍ

ຈຸດປະສົງຂອງພາກນີ້ຈະຊ່ວຍໃຫ້ທ່ານສາມາດຂຽນແຜນການຂາຍ ແລະ ການຕະຫຼາດ. ທັງຍັງຈະຊ່ວຍໃຫ້ທ່ານເຂົ້າໃຈຄວາມສຳຄັນ ແລະ ຜົນປະໂຫຍດຂອງມັນ. ການຂາຍ ແລະ ການຕະຫຼາດ ເປັນພາກສ່ວນທີ່ສຳຄັນໃນການຂັບເຄື່ອນທຸລະກິດ. ຖ້າຂາຍບໍ່ໄດ້ ທຸລະກິດກໍ່ຈະບໍ່ສ້າງຜົນກຳໄລ.

ໃນເວລາທີ່ທ່ານຈົບການອ່ານພາກນີ້ແລ້ວ, ທ່ານຈະຮູ້ຈັກ:

  1. ຈະນຳໃຊ້ການຂາຍ ແລະ ແຜນການຕະຫຼາດແນວໃດ?
  2. ຈະບັນຈຸເອົາອົງປະກອບອັນໃດແດ່ ແລະ ວິທີຂຽນ
  3. ຄາດຄະເນການຂາຍ

ແຜນທຸລະກິດຂອງທ່ານຄວນບັນຈຸເອົາ:

  • 
ຮູບແບບການຕັດສິນໃຈກິດຈະກຳທຸລະກິດ ແລະ ການລົງມືສ້າງຜະລິດຕະພັນ
  • ສິ່ງທີ່ທ່ານຄົ້ນພົບຈາກຕະຫຼາດ ແລະ ຄວາມເຊື່ອໜັ້ນເພື່ອພັດທະນາສິນຄ້າ
  • ທ່ານເບິ່ງຄູ່ແຂ່ງ ແລະ ເຫັນໄດ້ສະພາບຕົວຈິ່ງທີ່ທ່ານເປັນຢູ່ທຽບໃສ່ຄູ່ແຂ່ງ, ຜະລິດຕະພັນ ແລະ ສິ່ງໄດ້ປຽບ

ມາຕອນນີ້, ທ່ານຈະຕ້ອງໄດ້ຮີບໂຮມສ້າງຍຸດທະສາດເພື່ອເຮັດໃຫ້ສິນຄ້າຂອງທ່ານອອກສູ່ຕະຫຼາດ ທີ່ທ່ານວາງແຜນໄວ້, ຈະຕັງລາຄາແນວໃດ? ແລະ ຈະຂາຍຜ່ານຊ່ອງທາງໃດ? ທຸກໆບັນຫາດັ່ງກ່າວຈະໄດ້ກວມເອົາໃນພາກການຂາຍແລະການຕະຫຼາດ. ເພື່ອເຮັດໃຫ້ທ່ານເຂົ້າໃຈການຕະຫຼາດຫຼາຍຂື້ນ, ຈະຂໍອະທິບາຍຫຍໍ້ໆແນວນີ້:

ການ​ຕະຫຼາດ-ອັນ​ໃດ​ແມ່ນ​ການ​ຕະຫຼາດ?

ຖ້າ​ຫາກ​ເຮັດ​ການ​ສຶກສາ​ເບິ່ງ ​ແລະ ທ່ານ​ຈະ​ພົບ​ຫຼາຍອັນ​ໄດ້​ນິຍາມ​ກ່ຽວກັບ​ການ​ຕະຫຼາດຈົດ​ເຮັດ​ໃຫ້​ທ່ານ​ເກີດ​ຄວາມ​ສັບສົນ, ​ແຕ່​ຂໍ້​ມູນ​ດັ່ງກ່າວ​ບໍ່​ໄດ້​​ເຮັດ​ໃຫ້​ທ່ານ​ສາ​ມາກ​ເຂົ້າ​ໃຈ​ໄດ້​ເລິກ​ເຊິ່ງວ່າການ​ຕະຫຼາດ​ແມ່ນ​ຫຍັງ​ແທ້ໆ. ເພື່ອ​ໃຫ້​ເຂົ້າ​ໃຈ​ໄດ້​ງ່າຍ​ຂື້ນ, ຈະກຳນົດ​ເອົາ​ການ​ຕະຫຼາດຄື​ການ​ນຳ​ໃຊ້​ຫຼາກຫຼາຍຍຸດ​ທະ​ສາດ ​ເພື່ອ​ໃຫ້​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ, ​ເພື່ອ​​ໃຫ້​ສິນຄ້າ​ຂາຍ​ໄດ້, ​ແລະ ສ້າງ​ຜົນ​ກຳ​ໄລ. ​ເນື້ອ​ແທ້​ຂອງ​ການ​ຕະຫຼາດກໍ່ຄື​ການ​ເຂົ້າ​ໃຈຄລາມ​ຕ້ອງການ​ຂອງ​ລູກ​ຄ້າ​ຢ່າງ​ຖີ່​ຖ້ວນ-​ເຊິ່ງທ່ານ​ຕ້ອງ​ໄດ້​ໃຊ້​ເວລາ​ຫຼາຍສົມຄວນ​ເພື່ອ​ຊອກ​ຫາ​ຄຳ​ຕອບ ​ໂດຍ​ການຈັດຕັ້ງການ​ສຶກສາ​ຕະຫຼາດ. ເພື່ອ​ໃຫ້​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ, ສິ່ງທີ່​ມີ​ຜົນ​ກະທົບ​ແກ່ຄວາມຕ້ອງການແລະການຕັດສິນໃຈຊື້ແມ່ນຂື້ນກັບປັດໃຈ: ລາຄາ, ຕົວສິນຄ້າ, ສະຖານທີ່ຂາຍ ແລະ ການໂຄສະນາ.

  1. ລາຄາ

​ເພື່ອ​ເຮັດ​ໃຫ້​ລູກ​ຄ້າ​ຕັດສິນ​ໃຈ​ຊື້, ​ເຂົາ​ເຈົ້າຕ້ອງ​ມີ​ຄວາມ​ຮູ້ສຶກ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າຈ່າຍ​ໄປ ​​ໄດ້​ຕາມ​ຄວາມ​ຕ້ອງການ​ຫຼືບໍ່? ການ​ຕັ້ງລາຄາ​ເປັນ​ຜົນ​ກະທົບ​ຕໍ່ກັບ​ການ​ຕັດສິນ​ໃຈ​ຂອງ​ລູກ​ຄ້າ. ຈິດ​ສຳນຶກ​ຂອງ​ຄົນ​ມີຫຼາກຫຼາຍ​ແນວ​ຄິດ. ການ​ຕັ້ງລາຄາ​ຕໍ່າ​ເກີນ​ໄປ, ​ລູກ​ຄ້າ​ອາດ​ມີ​ຄວາມ​ຮູ້ສຶກ​ວ່າ​​ເປັນ​ສິນຄ້າ​ບໍ່​ດີ ຫຼື ບໍ່ມີ​ຄຸນ​ນະພາ​ບ. ຄວນ​​​ພິຈາລະນາ​ຄວາມ​ຕ້ອງການ​ຕົວ​ຈິງ ​ແລະ ກຳລັງ​ການ​ຊື້ຂອງ​ລູກ​ຄ້າ​ເປົ້າໝາຍ.

  1. ສິນຄ້າ

​ໃນ​ປະຈຸ​ບັນ, ​ການ​ຂາຍ​ສິນຄ້າ ​ໄດ້​ນຳ​ເອົາ​ອົງ​ປະກອບ​ອື່ນໆມາ​ເສີມ. ​ເປັນຕົ້ນ​ແມ່ນ​ຂອງ​ແຈກ​ແຖມ, ຫຼື ການ​ບໍລິການ​ອື່ນ​ໆຫຼັງການ​ຂາຍ. ​ການ​ເສີ່​ມ​ແຕ່ງ​ໃຫ້​ມີ​ຄວາມ​ຫຼາກຫຼາຍນອກຈາກ​ການ​ຂາຍສິນຄ້າ ຫຼື ​ແຕ່​ການ​ບໍລິການ​ຢ່າງ​ດຽວ ອາດ​ບໍ່ສ້າງ​ຄວາມໜ້າສົນ​ໃຈ​ໃນ​ຕະຫຼາດທີ່​ມີ​ການ​ແຂ່ງຂັນ​ສູງ.

  1. ສະຖານ​ທີ່

ການ​ນຳ​ສິນຄ້າ​ອອກ​ຂາຍ​​ໃກ້​ກັບ​ສະຖານ​ທີ່​ລູກ​ຄ້າ​ເປົ້າໝາຍ ຈະ​ເປັນ​ການ​ສົ່ງ​ເສີມ​ການ​ຂາຍ​ທີ່​ດີ. ​ເຖິງ​ເຂົາ​ເຈົ້າອາດ​ບໍ່ຊື​ໃນ​ວັນນີ້, ຫາກ​ຈຸດ​ວາງສະ​ແດງ​​ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ເປັນ​ປະຈຳ ກໍ່ຈະ​​ເປັນ​ການ​ສ້າງ​ແນວ​ຄວາມ​ຄິດ​ທີ່​ດີ​ໃນ​ການ​ຕັດສິນ​ໃຈ​ຊື​ໃນ​ຂ້າງໜ້າ.

  1. ການ​​ໂຄສະນາ​ຂາຍ

ການ​ໂຄສະນາ​ເປັນ​ການ​ນຳ​ສະ​ເໜີສິນຄ້າ​ຂອງ​ທ່ານ​ໃຫ້​ແກ່​ລູກ​ຄ້າ​ເປົ້າໝາຍຮັບ​ຮູ້ ສິ່ງ​ທີ່​ທ່ານ​ກຳລັງ​ຈະສະໜອງ​ໃນ​ຕະຫຼາດ. ​ເປັນ​ການ​ແຈ່ງ​ໃຫ້​ລູກ​ຄ້າ​ຮູ້​ວ່າ​ສາມາດ​ຊື້​ໄດ້​ທີ່​ໃດ, ມີ​ລັກສະນະ​ເດັ່ນ​ແນວ​ໃດ​ແດ? ​ແລະ ອື່ນໆ. ​ໂດຍ​ການ​ນຳ​ໃຊ້​ຫຼາກຫຼາຍການ​ໂຄສະນາ​ການ​ຕະຫຼາດ ຈະ​ເຮັດ​ໃຫ້​ສິນຄ້າ​ມີ​ຄວາມ​ໂດດ​ເດັ່ນ.​

ການ​ນຳ​ໃຊ້​ເຕັກນິກ​ການ​ຕະຫຼາດ ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ, ​ເປັນ​ຈຸດ​ເລີ່​ມຕົ້ນ ​ແຕ່​ອາດ​ບໍ່ທັນ​ສາມາດ​ກວມ​ເອົາ​ທຸກໆອົງ​ປະກອບ​ການ​ຕະຫຼາດທີ່​ຈຳ​ເປັນ​ນຳ​ມາ​ໃຊ້. ​ສິ່ງ​ດັ່ງກ່າວ​ເປັນ​ຈຸດ​ເລີ່​ມຕົ້ນ​ໃນ​ການ​ສ້າງ​ໃຫ້​ສິນຄ້າ​ຂອງ​ທ່ານ​ເຂົ້າ​ໄປ​ຢູ່​ໃນ​ສັງຄົມ ​ແລະ ກະ​ຕຸ້ນ​ການ​ຕັດສິນ​ໃຈ​ຊື້. ການ​ຕະຫຼາດ​ແມ່ນ​ການ​​ໂນ້ມນ້າວ​​ໃຫ້​ຄົນ​ຕັດສິນ​ໃຈ​ເລືອກ​ສິນຄ້າ​ຂອງ​ທ່ານ.

​ຈຸດປະສົງການສ້າງແຜນການຂາຍ ແລະ ການຕະຫຼາດ

ຖ້າການຕະຫຼາດແມ່ນການສ້າງໃຫ້ໄດ້ຕາມຄວາມຕ້ອງການຂອງລູກຄ້າ, ແຜນການຂາຍຕ້ອງເຮັດໃຫ້ເຂົາເຈົ້າສາມາດຊື້ຜະລິດຕະພັນ, ຮູ້ສຶກຕ້ອງການສິນຄ້າ ໂດຍການນຳໃຊ້ຍຸດທະສາດເພື່ອ​​ແນະນຳ​ລູກ​ຄ້າ​ໂດຍຜ່ານແຜນກິດຈະກຳທີ່ແນ່ນອນ ແລະ ສ້າງຄວາມໜັ້ນໃຈໃຫ້ແກ່ຄົນອື່ນໆແກ່ສິນຄ້າຂອງທ່ານ. ການ​ບັນຈຸ​ເອົາ​ອົງ​ປະກອບ​ດັ່ງກ່າວ​ເຂົ້າ​ໃນ​ແຜນ​ທຸລະ​ກິດ: ຈະ​ເປັນ​ການ​ສ້າງ​ຄວາມ​ເຊື່ອໜັ້ນວ່າ ທ່ານ​ສາມາດ​ບັນລຸ​ຈຸດປະສົງ​ທາງ​ທຸລະ​ກິດ.

ໃນແຜນການຂາຍຫຼືການຕະຫຼາດ, ຈະ​ຕ້ອງ​ໄດ້​ລົງ​ເລິກ​ຂົງ​ເຂດ​ສະ​ເພາະ​ດ້ານ​​ເປັນຕົ້ນ​ແມ່ນ​ການ​ໂຄສະນາ ຫຼື ຈຸດຈຳໜ່າຍສິນຄ້າ ຫຼື ໃຫ້ບໍລິການແກ່ທຸລະກິດຂອງທ່ານ. ແຕ່ລະອົງປະກອບການໂຄສະນາຕ້ອງມີສາຍພົວພັນນຳກັນວ່າຈະສາມາດສ້າງຜົນແນວໃດຕໍ່ກັບທຸລະກິດ.

ໃນທີ່ສຸດ, ບໍ່ວ່າຜົນວິໄຈຈະດີປານໃດກໍ່ຕາມ, ການຕັດສິນໃຈທີ່ທ່ານເຮັດວຽກຈະມີຄວາມສ່ຽງໃນແຕ່ລະກິດຈະກຳ. ການ​ນຳ​ສະ​ເໜີຕ້ອງ​ມີ​ການ​ຄາດ​ຄະ​​ເນ​ຄວາມ​ສ່ຽງ​ໃນ​ແຕ່​ລະ​ອົງ​ປະກອບ​ທີ່​ຈະ​ລະບຸ. ​ໃນ​ການ​ຄາດ​ຄະ​ແນ​ບັນດາ​ອົງ​ປະກອບ​ຕ່າງໆ ຄວນ​ມີ​ການຄົ້ນຄິດ​ສະ​ເພາະ​ຢ່າງ​ຖີ່​ຖ້ວນສະ​ເພາະ​ແຍກ​ອອກ​ຈາກ​​ແຜນການ​ຂາຍ ​ແລະ ການ​ຕະຫຼາດ ຈະ​ສາມາດ​ກວດ​ສອບ​ໃນ​ພາຍຫຼັງກ່ຽວກັບ​ສິ່ງ​ທີ່​ໄດ້​ປະຕິບັດ​ມາ​ກ່ອນໜ້ານີ້. ​ແຜນການ​ຂາຍ​ແລະການ​ຕະຫຼາດ​ຈະ​ເປັນ​ການ​ເປີດ​​ໂອກາດ​ໃຫ້​ມີ​ການ​ຮຽນຮູ້​ໄດ້​ຫຼາຍຂື້ນ​ເພື່ອ​ຍົກ​ລະດັບ​ການ​ເຮັດ​ທຸລະ​ກິດ​ໃຫ້​ມີ​ປະສິດທິ​ຜົນ.

ການ​ສ້າງ​ແຜນການ​ຂາຍ ​ແລະ ການ​ຕະຫຼາດ

​ໃນ​ແຜນການ​ຕະຫຼາດ, ພວກ​ເຮົາ​ຈະ​ຕ້ອງ​ນຳ​ໃຊ້ຂໍ້​ມູນ​ທີ່​ສາມາດ​ນຳ​ໄປ​ດັດ​ປັບ ​ໃນ​ພາກ​ທີ່ 3, 4 ​ແລະ 5 ​ໃນ​ແຜນ​ພັດທະນາ​ທຸລະ​ກິດ​ນີ້. ໃນພາກນີ້, ພວກເຮົາຈະໄດ້ກຳນັດຕົວຜະລິດຕະພັນ, ເຂົາໃຈຕະຫຼາດ ແລະ ການແຂ່ງຂັນ.

ແຜນການຕະຫຼາດທີ່ດີບໍ່ຈຳເປັນຕ້ອງໄດ້ກວມເອົາຂໍ້ມູນລະອຽດຖີ່ຖ້ວນ ຫຼື ຄົບທຸກໆຂໍ້ມູນ, ພຽງແຕ່ຂໍ້ມູນພື້ນຖານໃດໜຶ່ງທີ່ສາມາດຕອບຄຳຖາມໃນຂົງເຂດທີ່ທ່ານຕ້ອງການຮັບຊາບເພື່ອສ້າງກິດຈະກຳ, ຈັດຕັ້ງປະຕິບັດ, ແລະ ປະສານງານກັບການຕະຫຼາດ. ມັນຈະເປັນການນຳສະເໜີແນວທາງແລະຈັດຕັ້ງວິໃສທັດຂອງທ່ານໃຫ້ເປັນຜົນ.

ໃນແຜນການ, ທ່ານຈະຕ້ອງໄດ້ສ້າງໂຄງຮ່າງການຕະຫຼາດປະສົມ, ທ່ານຕ້ອງໄດ້ຄັດເລືອກ, ອະທິບາຍສາເຫດຂອງການນຳໃຊ້ຍຸດທະສາດດັ່ງກ່າວຈະເປັນການສ້າງຄວາມເພີ່ງພໍໃຈໃຫ້ແກ່ລູກຄ້າເປົ້າໝາຍ, ແລະ ຈະເປັນການສ້າງຮູບແບບການຄາດຄະເນຄວາສ່ຽງ ຫຼື ສິ່ງທີ່ທ່ານຕ້ອງການບັນລຸຜົນໃນຂະບວນການດຳເນີນທຸລະກິດ.

ຄືກັນກັບແຜນທຸລະກິດ, ແຜນການຂາຍແລະ ການຕະຫຼາດເປັນສ່ວນໜຶ່ງຂອງ ການເຮັດວຽກແບບຕໍ່ເນື່ອງ ເຊິ່ງທ່ານຈະຕ້ອງໄດ້ມີການກວດສອບແລະດັດປັບໃຫ້ແທດເໜາະກັບຄວາມເໜາະສົມຕາມການເຮັດວຽກງານຕົວຈິງ ​ແລະ ປະສົບ​ການ​ຂອງທ່ານ​ເອງ. ຖ້າ​ຫາກ​ທ່ານ​ສາມາດ​ບັນຈຸ​ແນວ​ຄວາມ​ຄິດ​ດັ່ງກ່າວ​ເຂົ້າ​ໃນ​ແຜນການ​ຕັ້ງ​ແຕ່​ຕົ້ນ ຈະ​​ເຮັດ​ໃຫ້​ທ່ານ​ສາມາດທົດ​ລອງ​ນຳ​ໃຊ້​ທັກ​ສະການ​ຕະຫຼາດ​ເຊິ່ງຈະ​ເປັນ​ແນວ​ຄວາມ​ຄິດການ​ປັບປຸງ​ທຸລະ​ກິດ, ສ້າງພາບພົດທີ່ດີໃຫ້ແກ່ທຸລະກິດຂອງທ່ານ, ແລະ ເປັນການສ້າງຄວາມໜ້າເຊື່ອຖືໃຫ້ແກ່ກຸ່ມລູກຄ້າເປົ້າໝາຍ.

ສິ່ງທີ່ຈະ​ເຫັນ​ໃນຕໍ່​ໄປ​ນີ້, ​ແມ່ນ​ພາກສ່ວນໜຶ່ງ​​ແຈກອອກ​ຈາກ​ແນວ​ກຄວາມ​ຄິດ​ການວາງ​ຍຸດ​ທະ​ສາດ: ລາຄາ, ຜະລິດ​ຕະພັນ, ສະຖານ​ທີ່ ​ແລະ ການ​ໂຄສະນາ.

ນະ​ໂຍບາຍຜະລິດ​ຕະພັນ

ພວກ​ເຮົາ​ຕ້ອງ​ໄດ້​​ເລີ່​ມຕັດສິນ​​ໃຈ​ກັບ​ສິ່ງ​ທີ່​ຕິດ​ພັນ​ກັບ​ຜະລິດ​ຕະພັນ, ​ໃນ​ກໍລະນີ​ນີ້ ພວກ​ເຮົາ​ຕ້ອງ​ໄດ້​ນຳ​ໃຊ້:

  1. ການ​ເຈາະ​ຕະຫຼາດ
  2. ການ​ພັດທະນາ​ຕະຫຼາດ
  3. ການ​ພັດທະນາ​ຜະລິ​ດຕະພັນ
  4. ການ​ສ້າງ​ຄວາມ​ຫຼາກຫຼາຍ

ນະ​ໂຍບາຍ​ລາຄາ

​ໃນ​ກໍລະນີ​ທິ່ຕົກລົງ​ກຳນົດ​ເອົາ​ລາຄາ​ໃດໜຶ່ງ, ພວກ​ເຮົາ​ຄວນ​ພິຈາລະນາ​ດັ່ງ​ລຸ່ມ​ນີ້:

  1. ໃຊ້​ລາຄາ​ເຈາະ​ຕະຫຼາດ, ຫຼື ​ໃຊ້​ລາຄາ​ຕໍ່າ
  2. ໃຊ້​ລາຄາ​ຊຳ​ກັນ​ກັບ​ຄູ່​ແຂ່ງ
  3. ​ໃຊ້​ລາຄາ​ສູງ

​ໃນ​ເວລາ​ທີ່​ນະ​ໂຍບາຍ​ລາຄາ​ມີ​ການ​ກຳນົດ, ການ​ຕັດສິນ​ໃຈ​ດັ່ງກ່າວ​ຈະ​ສ້າງ​ພຶດຕິ​ກຳ​ໃດໜຶ່ງຈາກ​ຄົນ​ຊື້ ຫຼື ລູກ​ຄ້າ. ການ​ຕັ້ງລາຄາ​ສູງ​ຈະ​ເຮັດ​ໃຫ້​ລູກ​ຄ້າ​ຄາດ​ຫວັງ​ຄຸນ​ນະພາ​ບສູງ ​ແລະ ລາຄາ​ຕໍ່າ​ຈະ​ເປັນ​ການ​ສ້າງ​ແນວ​ຄວາມ​ຄິດ​ໃຫ້​ລູກ​ຄ້າ​ວ່າ​ເປັນ​ສິນຄ້າ​ຄຸນ​ນະພາ​ບຕໍ່າ. ອີກ​ພຶດຕິ​ກຳໜຶ່ງ​ແມ່ນ​ຄົນ​ຂ້ອນ​ຂ້າງ​ບໍ່ສົນ​ໃຈ​ການສະ​ເໜີສິນຄ້າ​ຫຼາຍປານ​ໃດ ​ແຕ່​ອາດ​​ເປັນ​ເນື່ອງ​ມາ​ມີ​ຄວາມ​ຕ້ອງການ​ແນ່ນອນ​ໃດໜຶ່ງຢູ່​ແລ້ວ.

ການຈໍາໜ່າຍ

ອາດ​ມີຫຼາກຫຼາຍວິທີ​ແຕກ​ຕ່າງ​ໃນ​ການຈຳໜ່າຍສິນຄ້າ, ​ແຕ່​ສິ່ງ​ທີ່​​ສຳຄັນ​ທີ່​ສຸດ​ແມ່ນ​ຊ່ອງ​ທາງ​ການຈຳໜ່າຍ, ​ເຊິ່ງອາດ​ລວມມີ:

  1. ການ​ຂາຍ​ໂດຍ​ກົງ
  2. ການ​ຂາຍ​ຜ່ານ​ນາຍໜ້າ
  3. ການ​ຂາຍ​ຜ່ານ​ສື່​ຕ່າງໆ

ສຳລັບ​ການ​ຂາຍ​ກົງ​ເປັນ​ສິ່ງ​ທີ່​ຫຼາຍບໍລິສັດ​ມັກ​ນຳ​ໃຊ້​ເພື່ອ​ເຂົ້າຫາ​ລູກ​ຄ້າ​ໂດຍ​ກົງ, ​ເນື່ອງ​ຈາກ​ການ​ຂາຍ​ຜ່ານນາຍໜ້າ, ທ່ານ​ຈະ​ຕ້ອງ​ໄດ້​ຫັກ​ສ່ວນ​ກຳ​ໄລ​ໃຫ້​ແກ່​ນາຍໜ້າ. ພວກ​ເຮົາ​ອາດ​ນຳ​ໃຊ້​ຫຼາກຫຼາຍວິທີ​ໃນ​ການຈຳໜ່າຍສິນຄ້າ​ຫາ​ກຸ່ມ​ລູກ​ຄ້າ​ເປົ້າໝາຍ. ສິ່ງ​ທີ່​ຕ້ອງ​ໃສ່​ໃຈ​ປະກອບ​ມີ:

  • ການ​ສົ່ງ​ເສີມ​ສິນຄ້າ
  • ການ​ໂຄສະນາ​ສິນຄ້າ
  • ການ​ປະຊາສຳພັນ

ການ​ນຳ​ໃຊ້​ສ່ວນ​ປະສົມ​ທີ່​ຫຼາກຫຼາຍ​ທ່ານ​ຈະ​ສາມາດ​ສ້າງ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ບັນລຸ​ເປົ້າໝາຍຂາຍ​ໄດ້. ໃນ​ການ​ວິໄຈ, ທ່ານຕ້ອງໄດ້ສ້າງອົງປະກອບທີ່ກໍ່ໄປເຖິງການແຂ່ງຂັນ, ເພື່ອໃຫ້ທ່ານສາມາດກຳນົດຜະລິດຕະພັນທີ່ສາມາດກຳນົດທີ່ຕັ້ງຂອງຜະລິດຕະພັນ.

ການ​ສ້າງ​ງົບປະມານ​ນຳ​ໃຊ້​ໃນ​ແຜນການ​ຂາຍ ​ແລະ ການ​ຕະຫຼາດ​​ໃນ​ແຜນ​ທຸລະ​ກິດ

ຄວາມ​ຕ້ອງການ​ອາດ​ມີ​ການ​ຄາດ​ຄະ​ເນ​ໄດ້, ​ແຕ່​ການ​ຂາຍ​ຕ້ອງ​ໄດ້​ມີ​ການວາງ​ແຜນ. ການວາງ​ແຜນການ​ຂາຍ​ຈະ​ຕ້ອງ​ໄດ້​ມີ​ການ​ຄາດ​ຄະ​ເນ​ໄວ້​ລ່ວງໜ້າ ວ່າ​ຈະ​ສາມາດ​ຂາຍ​ໄດ້​ເທົ່າ​ໃດ? ​ເປັນ​ມູນ​ຄ່າ​ເທົ່ສ​ໃດ? ປະລິມານ​ເທົ່າ​ໃດ? ລາຄາ​ຂາຍ​ຕໍ່ຫົວໜ່ວຍຈະ​ມີ​ເທົ່າ​​ໃດ?

ລວມຍອດ​ຂາຍ
ລາຄາ​ຂາຍ 1 (ຕໍ່ຫົວໜ່ວຍ) ເດືອນ1-12
ລາຄາ​ຂາຍ
ລວມ
ລາຄາ​ຂາຍ 2 (ຕໍ່ຫົວໜ່ວຍ) ເດືອນ
ລາຄາ​ຂາຍ
ລວມ

ກິດຈະກຳ​ການ​ຕະຫຼາດ

ກິດຈະກຳ 1 ເດືອນ1-12
ກິດຈະກຳ 2 ເດືອນ1-12
ກິດຈະກຳ 3 ເດືອນ1-12
ກິດຈະກຳ 4 ເດືອນ1-12

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.