Norkhame
ຮູ້ຈັກຕະຫຼາດ ຮູ້ຈັກຕະຫຼາດ
ຈຸດປະສົງພາກນີ້, ຈະຊ່ວຍໃຫ້ທ່ານເຂົ້າໃຈຄວາມສຳຄັນຊອງການຄົ້ນຄ້ວາຕະຫຼາດ, ວິທີຂັ້ນພື້ນຖານໃນການສ້າງການຄົ້ນຄ້ວາຕະຫຼາດ, ແລະ ວິທີໃນການນຳໃຊ້ຜົນການຄົ້ນຄ້ວາເຂົ້າໃນແຜນທຸລກິດ. ທ່ານຈະໄດ້ເຂົ້າໃຈບັນຫາດັ່ງລຸ່ມນີ້: ເຫດຜົນທີ່ຕ້ອງໄດ້ເຂົ້າໃຈຄຸນລັກສະນະຂອງຕະຫຼາດເປັນສິ່ງສຳຄັນເພື່ອເຮັດໃຫ້ທຸລະກິດສຳເລັດຜົນ ຂະໜາດ ແລະ ປະກົດການຕ່າງໆຂອຕະຫຼາດທີ່ທຸລະກິດຂອງທ່ານຢາກເຂົ້າໄປມີສ່ວນຮ່ວມ ລູກຄ້າຂອງທ່ານແມ່ນໃຜທີ່ຈະມາສົນໃຈຊື້ສິນຄ້າ ແລະ ການບໍລິການທີ່ທ່ານກຳລັງຈະເຮັດການສະໜອງ ຫຼື ຜະລິດ ຫຼາຍໆຄັ້ງທີ່ທຸລະກິດມີຄວາມລົ້ມລະລາຍ, ແມ່ນເນື່ອງມາຈາກຄົນສ້າງທຸລະກິດບໍ່ເຂົ້າໃຈຕະຫຼາດທີ່ເຂົາເຂົ້າກຳລັງຈະໄປເຮັດທຸລະກິດ ແລະ ບໍ່ໄດ້ໃຊ້ເວລາໃນການຄົ້ນຄ້ວາຢ່າງຖີ່ຖ້ວນ. “ການເຂົ້າໃຈຕະຫຼາດ”, ຈະເປັນການເຮັດໃຫ້ເຂົ້າໃຈລູກຄ້າຂອງທ່ານ​-ສິ່ງທີ່ລູກຄ້າຕ້ອງການ, ສິ່ງທີ່ເຂົາເຈົ້າຕ້ອງການຊື້, ແລະ ປະລິມານຄວາມຕ້ອງການ.... ຮູ້ຈັກຕະຫຼາດ

ຈຸດປະສົງພາກນີ້, ຈະຊ່ວຍໃຫ້ທ່ານເຂົ້າໃຈຄວາມສຳຄັນຊອງການຄົ້ນຄ້ວາຕະຫຼາດ, ວິທີຂັ້ນພື້ນຖານໃນການສ້າງການຄົ້ນຄ້ວາຕະຫຼາດ, ແລະ ວິທີໃນການນຳໃຊ້ຜົນການຄົ້ນຄ້ວາເຂົ້າໃນແຜນທຸລກິດ.

ທ່ານຈະໄດ້ເຂົ້າໃຈບັນຫາດັ່ງລຸ່ມນີ້:

  • ເຫດຜົນທີ່ຕ້ອງໄດ້ເຂົ້າໃຈຄຸນລັກສະນະຂອງຕະຫຼາດເປັນສິ່ງສຳຄັນເພື່ອເຮັດໃຫ້ທຸລະກິດສຳເລັດຜົນ
  • ຂະໜາດ ແລະ ປະກົດການຕ່າງໆຂອຕະຫຼາດທີ່ທຸລະກິດຂອງທ່ານຢາກເຂົ້າໄປມີສ່ວນຮ່ວມ
  • ລູກຄ້າຂອງທ່ານແມ່ນໃຜທີ່ຈະມາສົນໃຈຊື້ສິນຄ້າ ແລະ ການບໍລິການທີ່ທ່ານກຳລັງຈະເຮັດການສະໜອງ ຫຼື ຜະລິດ

ຫຼາຍໆຄັ້ງທີ່ທຸລະກິດມີຄວາມລົ້ມລະລາຍ, ແມ່ນເນື່ອງມາຈາກຄົນສ້າງທຸລະກິດບໍ່ເຂົ້າໃຈຕະຫຼາດທີ່ເຂົາເຂົ້າກຳລັງຈະໄປເຮັດທຸລະກິດ ແລະ ບໍ່ໄດ້ໃຊ້ເວລາໃນການຄົ້ນຄ້ວາຢ່າງຖີ່ຖ້ວນ. “ການເຂົ້າໃຈຕະຫຼາດ”, ຈະເປັນການເຮັດໃຫ້ເຂົ້າໃຈລູກຄ້າຂອງທ່ານ​-ສິ່ງທີ່ລູກຄ້າຕ້ອງການ, ສິ່ງທີ່ເຂົາເຈົ້າຕ້ອງການຊື້, ແລະ ປະລິມານຄວາມຕ້ອງການ. ສິ່ງດັ່ງກ່າວເປັນສິ່ງທີ່ຈຳເປັນໃນການສ້າງແຜນທຸລະກິດໃນເບື້ອງຕົ້ນ, ແລະ ແນ່ນອນສິ່ງນີຈະໄດ້ນຳໃຊ້ເຂົ້າໃນການຜະລິດໃນເບື້ອງຕົ້ນ.

ການຄົ້ນຄ້ວາຕະຫຼາດຈະຊ່ວຍໃຫ້ທ່ານສາມາດເຮັດການຕັດສິນໃຈໃນບັນດາຂົງເຂດຕ່າງໆດັ່ງນີ້:

  • ສິນຄ້າໃດມີຄວາມຕ້ອງການຫຼາຍທີ່ສຸດ?
  • ສິນຄ້າໃດທ່ານຄວນເລີ່ມເຮັດການຜະລິດສະໜອງ?
  • ສິນຄ້າໃດຈະເປັນທີ່ຕ້ອງການໃນອານາຄົດ?

ການເຂົ້າໃຈສະພາບດັ່ງກ່າວໄດ້ດີຫຼາຍເທົ່າໃດ, ຈະເຮັດໃຫ້ທ່ານຍິ່ງມີໂອກາດຫຼາຍຂື້ນໃນການດຳເນີນທຸລະກິດໃຫ້ປະສົບຜົນສຳເລັດ. ກ່ອນທີ່ຈະແນະນຳໃຫ້ເຂົ້າໃຈວ່າການເຮັດຄົ້ນຄ້ວາຕະຫຼາດເຮັດແນວໃດ, ກ່ອນອື່ນແມ່ນຢາກນຳສະ ເໜີໃຫ້ຊາບວ່າ ຕະຫຼາດແມ່ນຫຍັງ?

“ຕະຫຼາດ” ແມ່ນຫຍັງ?

ຄົນມັກໃຊ້ສັບວ່າ “ຕະຫຼາດ” ແລະ ມັກເຂົ້າໃຈວ່າຄົນອື່ນໆຈະເຂົ້າໃຈໃນສິ່ງທີ່ທ່ານກຳລັງກ່າວເຖິງ.

ເມື່ອມາເບິ່ງໃຫ້ເລິກເຊິ່ງ, ນິຍາມຄຳວ່າ ຕະຫຼາດ ອາດມີຄວາມໝາຍທີ່ແຕກຕ່າງອອກໄປ ດັ່ງທີ່ຈະສະແດງອອກໃຫ້ເຫັນເພື່ອທີ່ຈະໄດ້ຊີ້ແຈງໃຫ້ເຫັນເນື້ອແທ້ຂອງຄຳວ່າຕະຫຼາດ.

ຕົວຈິ່ງທີ່ກຳນົດຕະຫຼາດ:

  • ຕະຫຼາດອາດນອນໃນທ້ອງຖີ່ນ, ຂົງເຂດພາກພື້ນ ຫຼື ສາກົນ. ໃນປະຈຸບັນຕະຫຼາດສາມາດກວມເອົາໄດ້ຫຼາຍໆຂົງເຂດພ້ອມໆກັນ.
  • 
ຕະຫຼາດບໍ່ແມ່ນສະເພາະແຕ່ຊື້ຂາຍສິນຄ້າຈັບຕ້ອງໄດ້, ຍັງກວມເອົາການບໍລິການ ເປັນຕົ້ນ: ບົດຮຽນກ່ຽວກັບຄອມພີວເຕີ້
  • ສຳລັບຕະຫຼາດທີ່ມີການແຂ່ງຂັນສູງ, ລາຄາຂອງຜະລິດຕະພັນ ຫຼື ການບໍລິການຖືກກຳນົດໂດຍຜູ້ຂາຍ ແລະ ມີຈຳນວນຈຳກັດ. ຜູ້ຊື້ຕົກໃນສະພາບທີ່ຕ້ອງໄດ້ຍາດແຍ່ງການຊື້ແລະສະໜອງເງື່ອນໄຂທີ່ດີທີ່ສຸດ ສາມາດຕົກລົງໄດ້ທັງສອງຝ່າຍ.
  • ຕະຫຼາດອາດມີຄົນສະໜອງຫຼາຍແຕ່ຄົນຊື້ພັດມີແຕ່ຜູ້ດຽວ. ເຊັ່ນ: ການສະໜອງສິນຄ້າໃຫ້ແກ່ລັດຖະບານ.

ຄວາມສຳຄັນຂອງການຄົ້ນຄ້ວາຕະຫຼາດ

ຜ່ານການຄົ້ນຄ້ວາຕະຫຼາດຈະເຮັດໃຫ້ທ່ານສາມາດວາງແຜນທຸລະກິດ, ເຫັນໄດ້ໂອກາດ, ຫຼີກລ່ຽງການລົ້ມເຫຼວ ແລະ ຊອກຫາຊ່ອງທາງໃນການຂາຍ.

ຕົວຢ່າງທີ່ 1

ຮ້ານອາຫານມັກທົດລອງລາຍການອາຫານໃໝ່ໆ. ພີ້ດຊ໊າ ມັກມີຫຼາກຫຼາຍຣົດຊາດ, ແລະ ການສ້າງໜ້າພີ້ດຊ້າໃຫ້ລູກຄ້າຈິ່ງເປັນສິ່ງໜຶ່ງພໍ​ຄົວ​ມັກ​ທົດ​ລອງ. ມີຫຼາຍກໍລະນີທີ່ຣົດຊາດຂອງພີ້ດຊ໊າແຊບ ແລະ ຫຼາຍຄົນມັກ ແຕ່ກໍ່ຂາຍບໍ່ໄດ້ເນື່ອງຈາກມີລາຄາແພງເກີນຄວາມສາມາດຊື້ໄດ້ຂອງຄົນໃນທ້ອງຖີ່ນນັ້ນ. ຈົນເຮັດໃຫ້ການສະໜອງກໍ່ອາດຫຼຸດນ້ອຍຖອຍລົງ.

ຕົວຢ່າງທີ່ 2

ການສ້າງໂຮງແຮມທ່ອງທ່ຽວແພງໆໃນເຂດທ່ອງທ່ຽວອາດບໍ່ເປັນທີ່ປະສົບຜົນສຳເລັດສະເໜີໄປ. ໃນຂົງເຂດຫ່າງໄກແຫ່ງໜຶ່ງ, ມັກມີນັກທ່ອງທ່ຽວຜະຈົນໄພ, ເປັນກຸ່ມນັກຮຽນ, ມີລາຍໄດ້ປານກາງ. ມີນັກລົງທຶນສ້າງບ້ານພັກທີ່ພ້ອມດ້ວຍອຸປະກອນໂຮງແຮມຄົບຊຸດ ໃນເຂດຫ່າງໄກ ຫັວງວ່າເຂົາເຈົ້າຈະຢາກມາໃຊ້ໂຮງແຮມຂອງຕົນເອງ. ແຕ່ໂຮງແຮມດັ່ງກ່າວພັດບໍ່ເປັຍທີ່ນິຍົມເພາະນັກທ່ອງທ່ຽວທີ່ມາທ່ຽວໃນເຂດດັ່ງກ່າວແມ່ນຕ້ອງການສຳພັດຄວາມເປັນທຳມະຊາດ, ຄວາມເປັນທ້ອງຖີ່ນ. ເຂົາເຈົ້າຕ້ອງການການເປັນຢູ່ທີ່ສະອາດ ແລະ ໃນແບບທ້ອງຖີ່ນທີ່ດຳລົງຊີວິດໃນເຂດນັ້ນໆ. ບ້ານ​ພັກ​ທີ່​ສ້າງ​ຂື້ນ​ໃນ​ລາຄາ​ຖືກ, ສະອາດ, ຕົ້ນທຶນ​ຕຳ ​ແລະ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວສາມາດ​ສຳ​ພັດ​ການ​ເປັນ​ຢູ່​ທ້ອງ​ຖີ່​ນຈິ່ງ​ເປັນ​ທີ່​ນິຍົມຫຼາຍ.

ທັງສອງກໍລະນີທາງເທິ່ງແມ່ນແນ່ນອນໃຜກໍ່ຕ້ອງການໃຫ້ມີກຳໄລ ແຕ່ເນື່ອງຈາກວ່າເຂົາບໍ່ສາມາດເຂົ້າໃຈຕະຫຼາດໃນທຸລະກິດທີ່ກຳລັງດຳເນີນຢູ່ ຈິ່ງເຮັດໃຫ້ທຸລະກິດບໍ່ປະສົບຜົນສຳເລັດ.

ການສຶກສາຕະຫຼາດຈະເຮັດໃຫ້ທ່ານສາມາດເຂົ້າເຖິງຂໍ້ມູນດັ່ງຕໍ່ໄປນີ້:

  • 
ໃຜຈະຊື້ສິນຄ້າຂອງທ່ານ?
  • 
ໃຜຈະສະໜອງສິນຄ້າທີ່ທ່ານກຳລັງດຳເນີນທຸລະກິດ?
  • 
ຕະຫຼາດມີຂະໜາດໃຫຍ່ປານໃດ?
  • 
ທ່ານຈະສາມາດກວມເອົາຕະຫຼາດໄດ້ຫຼາຍປານໃດ?
  • 
ຕະຫຼາດສາມາດເຕີບໃຫຍ່ຂະຫຍາຍຕົວໄດ້ອີກຫຼາຍປານໃດ?
  • ພາຍໃນຕະຫຼາດຖືກແບ່ງອອກເປັນຈັກປະເພດລູກຄ້າ?
  • ສິ່ງໃດທີ່ກະຕຸ້ນການຕັດສິນໃຈຊື້ຂອງບັນດາກຸ່ມລູກຄ້າດັ່ງກ່າວ, ລາຄາ, ຄຸນນະພາບ, ການສະໜອງ, ຫຼື ຂະໜາດ?
  • ຕະຫຼາດເປົ້າໝາຍແມ່ນນອນໃນພາຍໃນ, ພາກພື້ນ, ສາກົນ?
  • 
ໃຜຄືຄູ່ແຂ່ງໂດຍກົງ ແລະ ທາງອ້ອມຂອງທ່ານ?​

ການຄົ້ນຄ້ວາຕະຫຼາດຢ່າງດຽວແມ່ນບໍ່ສາມາດຮັບປະກັນຄວາມສຳເລັດໃນການດຳເນີນທຸລະກິດ. ແນວໃດກໍ່ຕາມ, ຫາກທ່ານເຮັດການຄົ້ນຄ້ວາຕະຫຼາດ ທ່ານຈະໄດ້ຄຳຕອບເພື່ອນຳມາໃຊ້ໃນການປັບປຸງບໍລິສັດແລະສ້າງໂອກາດສູ່ຄວາມສຳເລັດ, ຫຼີກລ່ຽງການລົງທືນຜິດພາດ. ຖ້າຫາກການຄົ້ນຄ້ວາຕະຫຼາດເປັນສິ່ງສຳຄັນແລ້ວ, ເປັນຫຍັງຈິ່ງມີຫຼາຍບໍລິສັດບໍ່ເຮັດການຄົ້ນຄ້ວາຕະຫຼາດ ຫຼືເຮັດການຄົ້ນຄ້ວາທີ່ບໍ່ຊັດເຈນ. ການຄົ້ນຄ້ວາກໍ່ມັກເກີດຄວາມພິດພາດເຊິ່ງອັນເກີດມາຈາກ: ຄວາມກັງວົນ, ການບໍ່ໃສ່ໃຈ, ແລະ ຄວາມຖືເບົາຂອງນັກຄົ້ນຄ້ວາເອງ.

ຄົນເຮົາຕ່າງມີຄວາມຢ້ານໃນການເຮັດສິ່ງໃໝ່ໆທີ່ບໍ່ເຄີຍເຮັດມາກ່ອນ ແລະແນ່ນອນເປັນໄປບໍ່ໄດ້ທີ່ຈະເຮັດໄດ້ດີໝົດທຸກໆຢ່າງໃນຂະນະທີ່ທ່ານຍັງມີປະສົບການນ້ອຍ. ເຊັ່ນດຽວກັນກັບການຂຽນແຜນທຸລະກິດດ້ວຍຕົນເອງເປັນຄັ້ງທຳອິດ. ມັນຈະບໍ່ເປັນການງ່າຍເລີຍຖ້າຈະມານັ່ງຂຽນແຜນການຕ່າງໆແລະສ້າງການຄາດເດົາຫຼາຍໆບັນຫາທີ່ທ່ານຍັງບໍ່ທັນມີຄວາມຮູ້ກ່ຽວກັບບັນຫາດັ່ງກ່າວນັ້ນເທື່ອ. ທ່ານຕ້ອງໄດ້ອອກມາສັງເກດຫຼາຍໆບັນຫາໃນເພື່ອໃຫ້ສາມາດຕອບທຸກໆຄຳຖາມ ຫຼື ຄິດຫາຄຳຕອບ.

ສິ່ງນີ້ເປັນເຫດຜົນທີ່ດີອັນໜຶ່ງ, ເພາະການເລີ່ມເຮັດການຄົ້ນຄ້ວາຈະຊ່ວຍໃຫ້ທ່ານໄດ້ຮັບຊາບຄຳຕອບບາງຢ່າງກ່ອນການຕັດສິນໃຈ. ເນື່ອງຈາກວ່າບໍ່ມີໃຜລົງທຶນໄປແລ້ວຢາກເຈັ້ງ. ທຸກໆຄົນລົງທຶນເພື່ອສ້າງໃຫ້ຕົນເອງມີຄວາມສຳເລັດ, ເປັນທີ່ຮູ້ຈັກໃນສັງຄົມ ແລະ ຄວາມອາດສາມາດຕ່າງໆ. ຍ້ອນແນວນັ້ນ, ທ່ານຍິ່ງຕ້ອງໄດ້ແນ່ໃຈວ່າທຸກໆຢ່າງທີ່ທ່ານເຮັດໄປນັ້ນຊ່ວຍໃຫ້ທຸລະກິດຂອງທ່ານປະສົບຜົນສຳເລັດ. ການຄົ້ນຄ້ວາຕະຫຼາດ ເປັນພາກສ່ວນທີ່ຂາດບໍ່ໄດ້.

ວິທີເຮັດການຄົ້ນຄ້ວາຕະຫຼາດ

ການຄົ້ນຄ້ວາຕະຫຼາດຕ້ອງ:

  • ຕ້ອງມີຄຳຕອບທີ່ແນ່ນອນກ່ຽວກັບຈຳນວນລູກຄ້າທີ່ຈະສົນໃຈໃນຜະລິດຕະພັນແລະບໍລິການ, ຊ່ວງເວລາທີ່ເຂົາຈະຕັດສິນໃຈຊື້ ແລະ ລາຄາທີ່ສາມາດຊື້ໄດ້
  • ສາມາດບອກລັກສະນະຜະລິດຕະພັນແລະການບໍລິການຄວນເປັນແນວໃດ ເພື່ອຊ່ວຍໃຫ້ທ່ານສາມາດຕັດສິນໃຈ ໃນການອອກແບບຜະລິດຕະພັນ, ການຫຸ້ມຫໍ່ ແລະ ສ້າງຄຸນລັກສະນະຜະລິດຕະພັນທີ່ເໜາະສົມກັບຄວາມຕ້ອງການຂອງຜູ້ຊື້.
  • ບອກຄຸນລັກສະນະຄົນທີ່ຈະມາເປັນລູກຄ້າໃນຜະລິດຕະພັນຂອງທ່ານ, ເຊິ່ງຈະຊ່ວຍໃຫ້ທ່ານສາມາດກຳນົດຂະໜາດການຜະລິດໃນເບື້ອງຕົ້ນ
  • ໃຫ້ຂໍ້ມູນກ່ຽວກັບລາຄາຜະລິດຕະພັນ ແລະ ການບໍລິການ ທີ່ສາມາດແຂ່ງຂັນໄດ້ໃນຕະຫຼາດ. ຕ້ອງໄດ້ຮັບຮູ້ວ່າແນວຄວາມຄິດຂອງຄົນມີຢູ່ບ່ອນວ່າ: ສິນຄ້າລາຄາແພງຈະເປັນສິນຄ້າທີ່ມີຄຸນນະພາບ ຫຼາຍກວ່າຜະລິດຕະພັນທີ່ມີລາຄາຕໍ່າ.
  • ຊ່ວຍໃຫ້ທ່ານຕັດສິນໃຈຂະໜາດຂອງທຸລະກິດທີ່ຈະສ້າງຂື້ນ ແລະ ໃຫ້ແນວຄວາມຄິດໃນການຂະຫຍາຍທຸລະກິດໃນຕໍ່ໜ້າ.
  • ສາມາດບອກຊ່ອງທາງການຈຳໜ່າຍໃຫ້ແກ່ຜະລິດຕະພັນ ແລະການບໍລິການ ທີ່ທ່ານຈະນຳມາໃຊ້ເພື່ອໃຫ້ແທດເໜາະກັບສິນຄ້າຂອງທ່ານ.

ການສຶກສາຕະຫຼາດຈະຊ່ວຍໃຫ້ທ່ານສາມາດເຂົ້າໃຈຄວາມຕ້ອງການຂອງຄົນ ຫຼື ຂອງລູກຄ້າ. ແນ່ນອນອາດບໍ່ສາມາດບອກໄດ້ທຸກໆຂໍ້ມູນຕົງ 100% ແຕ່ມັນເປັນສິ່ງທີ່ສົ່ງສັນຍານ ໃຫ້ແກ່ທ່ານ ໄດ້ຮັບຊາບຫຼາຍຂໍ້ມູນກ່ອນການສ້າງຜະລິດຕະພັນ ຫຼື ການລົງທຶນ. ເຊັ່ນດຽວກັນ: ໃນການເຮັດທຸ ລະກິດຕົວຈິງກໍ່ຕ້ອງໄດ້ມີການທົດລອງ ແລະ ດັດປັບເພື່ອໃຫ້ແທດເໜາະກັບລູກຄ້າ, ເປັນຕົ້ນແມ່ນ ຄຸນນະພາບ, ລາຄາທີ່ຊື້ໄດ້. ການສ້າງຄວາມຕ້ອງ ການໃນກຸ່ມລູກຄ້າຈຳເປັນຕ້ອງ ໄດ້ນຳມາ ໃຊ້ເພື່ອກະຕຸ້ນການຂາຍ. ບໍ່ແມ່ນວ່າເຮັດສິນຄ້າຕາມຄວາມຕ້ອງການແລ້ວຈະມີຄົນມາຊື້. ຫາກມີການແຂ່ງຂັນສູງ, ກໍ່ຕ້ອງໄດ້ນຳໃຊ້ເຕັກນິກການໂຄສະນາຊວນເຊື່ອ ແລະ ການກະຕຸ້ນ ໃຫ້ລູກຄ້າມີຄວາມສົນໃຈໃນທຸລະກິດ.

ສິນຄ້າທີ່ມີຄວາມຕ້ອງການຫຼາຍໃນລະດູການ, ຫາກມີຈຳກັດກໍ່ຈະມີລາຄາສູງຫຼາຍ. ປັດໃຈລາຄາຂື້ນກັບການສະໜອງໃນຕະຫຼາດ. ຫາກທ່ານກຳລັງຜະລິດສິນຄ້າ ຫຼື ການບໍລິການທີ່ສາມາດເຮັດໃຫ້ສິນຄ້າຂອງທ່ານຂາຍໄດ້ໃນຍາມຂາດ, ສິນຄ້າຕົວນັ້ນຈະໄດ້ລາຄາດີ. ກົງກັນຂ້າມ, ຫາກທ່ານກຳລັງຈະເຂົ້າໄປແຂ່ງຂັນກັບຄົນອື່ນທີ່ຄອງຕະຫຼາດມາກ່ອນ ທ່ານຕ້ອງໄດ້ກະກຽມຫຼາຍໆຍຸດທະສາດການຕະຫຼາດເພື່ອເຂົ້າແຂ່ງຂັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.