Norkhame
ຕັ້ງຊື່ຍີ່ຫໍ້ສິນຄ້າ ໃຫ້ຄົນຈື່ງ່າຍ ຕັ້ງຊື່ຍີ່ຫໍ້ສິນຄ້າ ໃຫ້ຄົນຈື່ງ່າຍ
ນັກຈິດຕະວິທະຍາໄດ້ຄົ້ນພົບວ່າ ໃນຂະບວນການສ້າງຄວາມຊົງຈຳຂອງມະນຸດ ໄດ້ແບ່ງອອກເປັນ ສາມພາກສ່ວນຄື: (1) ການແກະລະຫັດ,​ (2) ເກັບກຳ, ແລະ (3) ຮຽກກັບຄືນ. ເວົ້າສະເພາະແລ້ວ ຄົນມີການແກະລັດຫັດຄວາມໝາຍ ໃນສີ່-ຫ້າຮູບແບບ. ສອງຮູບແບບທຳອິດແມ່ນ ດ້ວຍເຄື່ອງໝາຍ ແລະ ການໄດ້ຍິນ ປັນສິ່ງທີ່ມີຄວາມສຳຄັນຫຼາຍ ແລະ ນັກການຕະຫຼາດມັກເນັ້ນໃສ່ສອງຈຸດນີ້ເຂົ້າໃນການສ້າງ ຊື່ບໍລິສັດ ແລະ ຍີ່ຫໍ້ສິນຄ້າ.... ຕັ້ງຊື່ຍີ່ຫໍ້ສິນຄ້າ ໃຫ້ຄົນຈື່ງ່າຍ

ນັກຈິດຕະວິທະຍາໄດ້ຄົ້ນພົບວ່າ ໃນຂະບວນການສ້າງຄວາມຊົງຈຳຂອງມະນຸດ ໄດ້ແບ່ງອອກເປັນ ສາມພາກສ່ວນຄື: (1) ການແກະລະຫັດ,​ (2) ເກັບກຳ, ແລະ (3) ຮຽກກັບຄືນ. ເວົ້າສະເພາະແລ້ວ ຄົນມີການແກະລັດຫັດຄວາມໝາຍ ໃນສີ່-ຫ້າຮູບແບບ. ສອງຮູບແບບທຳອິດແມ່ນ ດ້ວຍເຄື່ອງໝາຍ ແລະ ການໄດ້ຍິນ ປັນສິ່ງທີ່ມີຄວາມສຳຄັນຫຼາຍ ແລະ ນັກການຕະຫຼາດມັກເນັ້ນໃສ່ສອງຈຸດນີ້ເຂົ້າໃນການສ້າງ ຊື່ບໍລິສັດ ແລະ ຍີ່ຫໍ້ສິນຄ້າ. ແນວໃດ ກໍ່ຕາມ ກິນ, ການສຳພັດ, ແລະ ຮົດ ກໍ່ມີຄວາມສຳຄັນ ເຊິ່ງຈະເນັ້ນ ຫາເຄື່ອງບໍລິໂພກ ເພື່ອນຳໄປເປັນປະ ສົບການຂອງຜູ້ບໍລິໂພກ. ຫຼາຍຄົນຫວັງປະສົບການລອງຊີມ ທີ່ອາດຈະກໍ່ໃຫ້ເກີດມີຄວາມນຶກຄິດ ແລະ ສ້າງສາຍພົວພັນລະຫວ່າງຜູ້ບໍລິໂພກກັບຊື່ຍີ່ຫໍ້ສິນຄ້າ.

ໃຫ້ທ່ານຄຳນຶງໄວ້ວ່າ ຂະບວນການແກະຄວາມໝາຍ ແລະ ການເກັບກຳຂໍ້ມູນຂອງມະນຸດ ເປັນສ່ວນທີ່ ສຳຄັນ ໃນການສ້າງໃຫ້ຄົນມີຄວາມຈົດຈຳຊື່ຍີ່ຫໍ້ສິນຄ້າ ແລະ ທຸລະກິດ, ໃຫ້ທ່ານພິຈາະລະນາສິ່ງດັ່ງຕໍ່ ໄປນີ້ເຂົ້າໃນເວລາຕັ້ງຊື່ບໍລິສັດ ຫຼື ຍີ່ຫໍ້ສິນຄ້າ:

1. ສິ່ງທີ່ເປັນພື້ນຖານ

ຄົ້ນຫາຄຳເວົ້າ ຫຼື ຈັດເປັນຄູ່ຄວາມເວົ້າ ແລະ ສ້າງໃຫ້ມີຄວາມຄ່ອງແຄ້ວ ມີສຽງກົມກືນກັນ ຈະຊ່ວຍ ໃຫ້ມີການຫຼີກລ່ຽງການອອກສຽງທີ່ມີຄວາມສັບສົນ. ສິ່ງນີ້ໜ້າຈະກໍ່ໃຫ້ເກີດມີຄວາມເປັນໜຶ່ງດຽວ ເຊັ່ນ: ໂຄຄາ ໂຄລາ.

2. ການສຽງທີງົດງາມ ຫຼື ເປັນລັກສະນະສະເພາະຕົວ 

ຄົນສ່ວຍໃຫຍ່ຈະຈົດຈຳໃນສິ່ງທີ່ເຮັດໃຫ້ຕົນເອງຮູ້ສຶກດີໆ. ດັ່ງນັ້ນ ວິທີທີ່ເຮັດໃຫ້ພວກເພີ່ນມີ ຄວາມຮູ້ ສຶກທີ່ດີນັ້ນ ເປັນສິ່ງຈຳເປັນ. ການຕັ້ງຊື່ໂດຍເຮັດໃຫ້ຄົນມີຄວາມຮູ້ສຶກດີໆໃນໄລຍະຍາວຈະເຮັດໃຫ້ຄົນ ຈົດຈຳໄວ້ໄດ້ດົນ. ການໃຊ້ສັບຊີວິດປະຈຳວັນເຂົ້າໃນການສ້າງຊື່ ຈະເຮັດໃຫ້ຄົນຈົດຈຳໄດ້ງ່າຍ ເຊັ່ນ: ຮ້ານ ອາຫານ “ຂອບໃຈເດີ”.

3. ສ້າງໃຫ້ຄົນມີຄວາມຢາກລອງ

ການຕັ້ງຊື່ທີ່ມີແຕ່ຕົວອັກສອນເປັນການສະແດງຄວາມເປັນສັນຍາລັກ ແລະ ມັນເຮັດໃຫ້ຄົນ ມີມະໂນ ພາບຫາສິນຄ້າ ແລະ ມັນຈະເຮັດໃຫ້ຄົນຈົດຈຳໄດ້ງ່າຍ; ຫຼາຍບໍລິສັດໃຊ້ຕົວໜັງສືສາກົນ ຫຼື ພື້ນບ້ານ ໃນການສ້າງຊື່. ສ່ວນໃຫຍ່ການໃຊ້ສັນຍາລັກ ແມ່ນເພື່ອເປັນການຈຳກັດຄວາມໝາຍເຕັມ ຫຼື ສັນຍາ ລັກຂອງຊື່ ເຊັ່ນ: ເຄື່ອງນຸ່ງຍີ່ຫໍ້ CK, D&G ປັນຕົ້ນ.

4. ຮູບຊົງຕົວໜັງສືໃນຮູບແບບສວຍງານຕ່າງໆ

ຊື່ຍີ່ຫໍ້ສິນຄ້າ ຈະມັກຖືກຂຽນໃນຫຼາກຫຼາຍລັກສະນະສະເພາະຕົວ, ການຄັດສັນຊື່ ແລະ ສ້າງເປັນຮູບ ຊົງທີ່ມີລັກສະນະສະເພາະຕົວ ເຊັ່ນ: ເຄື່ອງໝາຍການຄ້າ ເປັນສິ່ງທີ່ຫຼາຍໆສິນຄ້າຈະລົງທຶນໃສ່.

5. ການສ້າງມະໂນພາບ

ຊື່ຄວນເປັນສິ່ງທີ່ ສະແດງເຖິງຄວາມກ່ຽວພັນກັບຕົວສິນຄ້າ ຫຼື ໝວດສິນຄ້າທີ່ທ່ານຫວັງຈະຕີຕະ ຫຼາດໃນຂະແໜງນັ້ນໆ. ດັ່ງນັ້ນ ການຕັ້ງຊື່ຕ້ອງໃຫ້ມັນສາມາດຕີຄວາມໝາຍຫາສິນຄ້າ ວ່າມັນແມ່ນ ຫຍັງແທ້ໆ ແລະ ເຮັດໃຫ້ຄົນມີມະໂນພາບໂລດວ່າເວລາຄົນໄດ້ຍິນແລ້ວສາມາດຄິດວ່າມັນແມ່ນຫຍັງ. ຕົວຢ່າງ ການຕັ້ງຊື່ໜອນນອນ ກໍ່ຄວນມີສ່ວນກ່ຽວພັນກັບຄວາມນຸ້ມນວນມາເປັນສ່ວນສ້າງມະໂນ ພາບ.

6. ສ້າງຄວາມກ່ຽວພັນກັບຮູບຮ່າງ

ການສ້າງຊື່ໃຫ້ມີຄວາມໝາຍຕິດພັນກັບຮູບຮ່າງທີ່ຈັບຕ້ອງໄດ້ ຈະເຮັດໃຫ້ຄົນມີຄວາມຈົດຈຳງ່າຍຂື້ນ. ສາເຫດກໍ່ຄື ມັນສ້າງໃຫ້ຄົນມີມະໂນພາບໃນຈິດໃຕ້ສຳນຶກຂອງຄົນເວລາຍິນ ແລະ ມັນຈະບັນທຶກໃນ ຄວາມຊົງຈຳ. ໃນບາງປະເທດຕາເວັນຕົກທີ່ມີເສຮິໃນການຕັ້ງສື່ ໄດ້ສ້າງຊື່ສິນຄ້າທີ່ຕິດພັນກັບ ຄວາມ ງາມ ຂອງແມ່ຍິງ ເຊັ່ນ: ຄວາມລັບຂອງ ນາງ ວິກ ຕໍ່ເລຍ ເຊິ່ງເປັນຍີ່ຫໍ້ສິນຄ້າຊຸດຊັ້ນໃນແມ່ຍິງ ທີ່ຂາຍ ດີ.

ບໍ່ມີຊື່ສິນຄ້າໃດທີ່ຈະສ້າງໄປຕາມຫຼັກການທີ່ກ່າວມາທັງໝົດ ແຕ່ການພິຈາລະນາໃນການຕັ້ງຊື່ ມັນຈະ ເຮັດໃຫ້ຄົນມີຄວາມຮູ້ສຶກຈົດຈຳ ແລະ ມັນອາດຈະເຮັດສິນຄ້າປະກົດຕົວຂື້ນໃນຈິດໃຕ້ສຳນຶກ ບວກກັບ ສາຍຕາ ແລະ ການໄດ້ຍິນຂອງຄົນ ຈະເຮັດໃຫ້ສິນຄ້າຍີ່ຫໍ້ນັ້ນໆເປັນສິ່ງທີ່ຄົນ ມີຄວາມຊົງຈຳໄດ້ດີ ແລະ ຈື່ຊື່ໄດ້ງ່າຍຂື້ນ.

ນັກຈິດຕະສາດຈະເນັ້ນ ພາກສ່ວນສະໜອງຂອງມະນຸດທີ່ຮຽກຮ້ອງ ຄວາມຊົງຈຳກັບຄືນມາ ໂດຍ ສ້າງຊື່ໃຫ້ເຂົ້າໄປຢູ່ໃນປະສາດສຳພັດຈຸດນັ້ນໆ. ສະໜອງສ່ວນນີ້ເປັນການເອີ້ນຄືນຄວາມຊົງຈຳ ໄລຍະ ສັ້ນ ຫຼື ໄລຍະຍາວ. ນັກການຕະຫຼາດໃຊ້ເວລາຫຼາຍພໍສົມຄວນ ແລະ ງົບປະມານ ໃນການສ້າງ ໃຫ້ຄົນມີຄວາມຊົງຈຳກັບຍີ່ຫໍ້ສິນຄ້າ.  ໃຫ້ທ່ານລອງຄິດເບິ່ງ ໂຄສະນາຫຼາກຫຼາຍຮູບແບບທີ່ເຫັນໃນໂທ ລະທັດວ່າການບັນຈຸຊື່ສິນຄ້ານັ້ນ ເປັນຄືແນວໃດ? ມີຊື່ໃດແດ່ທີ່ສາມາດຈື່ໄດ້ງ່າຍໆ ແລະ ແລ້ວຄົ້ນຫາຊື່ ແທດເໜາະທີ່ຈະສ້າງໃຫ້ຄົນມີຄວາມຊົງຈຳ.

ການສ້າງຊື່ຍີ່ຫໍ້ສິນຄ້າດັງໆໃຫ້ຄົນມີຄວາມຊົງຈຳ ໄດ້ມີການວາງແຜນໄວ້ໃນ ຂະບວນການການສ້າງ ຍີ່ຫໍ້ສິນຄ້າ ກ່ອນຈະມີການໂຄສະນາຍີ່ຫໍ້ເພື່ອສ້າງລັກສະນະສະເພາະຕົວຂອງສິນຄ້າ. ນັກ ການຕະ ຫຼາດຈະເນັ້ນໃສ່ທຸກໆລະອຽດປີກຍ່ອຍ ນັບແຕ່ການສ້າງຊື່ໃຫ້ຄົນຈົດຈຳໄດ້ງ່າຍ. ເຊິ່ງມັນຈະເປັນການ ເຮັດໃຫ້ຄົນ ເອີ້ນຊຳ້ໆໄດ້ງ່າຍ ແລະ ສ້າງພາບພົດ ໃຫ້ກັບຕົວສິນຄ້າຍີ່ຫໍ້ພາຍຫຼັງການໂຄສະນາ ໃນຕະ ຫຼາດໃນໄລຍະຍາວ.

ໃນເວລາສ້າງຊື່ສິນຄ້າ ໃຫ້ທ່ານລອງພິດຈາລະນາຫຼັກການທີ່ໄດ້ແນະນຳມາກ່ອນໜ້ານີ້ເບິ່ງ. ແລ້ວໃຫ້ ທ່ານ ເລືອກຊື່ທີ່ທ່ານເຫັນວ່າມີຄວາມເໜາະສົມທີ່ສຸດ ແລະ ທົດລອງສອບຖາມຄົນເບິ່ງ ຈຳນວນໜຶ່ງ ຈັກຫ້າຄົນ. ແລ້ວພາຍໃນໜຶ່ງອາທິດຕໍ່ມາໃຫ້ທ່ານກັບຖາມພວກເພີ່ນວ່າ ຊື່ໃດໃນຈຳນວນຫ້າຊື່ ທີ່ພວກ ເພີ່ນຈື່ໄດ້ດີ. ຖ້າຫາກກຸ່ມຄົນດັ່ງກ່າວ ຈື່ຊື່ໃດໜຶ່ງເປັນສ່ວນໃຫຍ່ໝາຍວ່າຊື່ນັ້ນ ອາດຈະເປັນຊື່ທີ່ມີ ຄວາມເໜາະສົມ ໃນການນຳໃຊ້ຕົວຈິງ. ຖ້າຫາກຄົນຈົດຈຳຊື່ໄດ້ງ່າຍ ໂດຍມີການກ່າວເຖິງພຽງແຕ່ຄັ້ງ ດຽວ ຫຼື ມີການສະແດງພາບ ໜ້ອຍໜຶ່ງ ມັນຈະເປັນການສະແດງໃຫ້ເຫັນວ່າ ຊື່ນັ້ນມີສ້າງຄວາມຊົງ ຈຳໃຫ້ແກ່ຄົນລະດັບໃດໜຶ່ງ ແລະ ທ່ານກໍ່ຄວນພິຈະລະນານຳໃຊ້ໃນຕົວຈິງ.

ໃນເວລາຕັ້ງຊື່, ທ່ານອາດຈະມີຄວາມກັງວົນວ່າຈະໃສ່ຊື່ໃດດີ ໃນການສ້າງຍີ່ຫໍ້ສິນຄ້າໃນໄລຍະຍາວ ເພື່ອໃຫ້ຄົນໄດ້ຈົດຈຳຊື່. ທ່ານຄວນຄຳນຶງວ່າ ຄວາມຖີ່ທີ່ທ່ານຈ່າຍໃຫ້ແກ່ການໂຄສະນາ ເປັນລາຄາ ທີ່ທ່ານຊື້ເພື່ອສ້າງຄວາມສົນໃຈໃຫ້ກັບຊື່ທີ່ທ່ານສ້າງຂື້ນ.

ບາງເທື່ອທ່ານອາດຈະຕ້ອງໄດ້ຊອກຫາຄຳແນະນຳຈາກນັກການຕະຫຼາດມືອາຊີບ ຫຼື ໃຊ້ເວລາຄິດ ໜ້ອຍໜຶ່ງໃນການສ້າງຊື່ສິນຄ້າ. ການເຮັດແນວນັ້ນ ມັນຈະເຮັດໃຫ້ທ່ານ ໄດ້ຊື່ທີ່ດີທີ່ສຸດ ນັ້ນກໍ່ໝາຍ ຄວາມວ່າຊື່ສິນຄ້າຂອງທ່ານຈະເປັນຊື່ທີ່ຫຼາຍໆຄົນຈະຈື່ໄດ້ງ່າຍ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.