Norkhame
ບອກເລົ່າສັ້ນໆ ບອກເລົ່າສັ້ນໆ
ຈຸດປະສົງ​ຂອງ​ພາກ​ນີ້ຊ່ວຍ​ໃຫ້​ທ່ານ​ສາມາດ​ຂຽນ ບົດ​ສັງ​ລວມຫຍໍ້​ກ່ຽວກັບ​ແຜນ​ທຸລະ​ກິດ​ຂອງ​ທ່ານ​ແບບ​ສັ້ນໆ​ເພື່ອ​ມ​ໃຫ້​ຄົນ​ອື່ນ​ສາມາດ​ເຂົ້າ​ໃຈ​ແຜນ​ທຸລະ​ກິດ​ຂອງ​ທ່ານ​. ວິທີຂຽນບົດສັງລວມຫຍໍ້ຈະຊ່ວຍໃຫ້ ທ່ານສາມາດນຳສະເໜີແນວຄິດທຸລະກິດແກ່ຄົນອື່ນເຂົ້າໃຈ ໃນສິ່ງທີ່ທ່ານຢ່າງເຮັດ. ພາຍຫຼັງການ​ສຶກສາ​ພາກ​ນີ້, ທ່ານ​ຈະ​ສາມາດ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງວ່າ: ​ເປັນ​ຫຍັງ​ແຜນ​ທຸລະ​ກິດຈິ່ງ​ເປັນ​ສິ່ງ​ຈຳ​ເປັນ ​ແລະ ​ເປັນ​ຫຍັງ​ຕ້ອງ​ຂຽນສັງ​ລວມຫໍ້​ກ່ຽວກັບ​ທຸລະ​ກິດ ສິ່ງ​ທີ່​ຕ້ອງ​ບັນຈຸ​ໃນ​ບົດ​ສັງ​ລວມຫຍໍ້​ມີ​ຫຍັງ​ແດ່? ​ດັ່ງ​ທີ່​ໄດ້​ຍົກ​ຂື້ນ​ໃນ​ພາກ​ສະ​ເໜີ, ​ແຜນ​ທຸລະ​ກິດ​ຂອງ​ທ່ານ ສາມາດ​ນຳ​ໃຊ້​ໄດ້​ຫຼາຍວຽກງານ. ​ເປັນ​ເອກະສານ​ທຸລະ​ກິດ​ທີ່​ສຳຄັນ​ທີ່​ສຸດ​ເພື່ອ​ນຳ​ໃຊ້​ໃນ​ການ​ລະດົມ​ເງິນ​ທຶນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຂົ້າມາ​ຮ່ວມ​ທຶນ​ນຳ​ທ່ານ ຫຼື ​ເປັນ​ແຜນ​ທີ່​ທ່ານ​ຈະ​ສາມາດ​ສ້າງ​ການ​ດຳ​ເນີນ​ທຸລະ​ກິດ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ. ແຜນ​ທຸລະ​ກິດ​ມີ​ຄວາມ​ສຳຄັນ​ບ່ອນ​ວ່າ: ​​ມັນ​ປະກອບ​ເອົາ​ທຸກໆລາຍ​ລະອຽດ​ແຜນການ​ກ້າວ​ໄປ​ສູ່​ຄວາມ​ສຳ​ເລັດ​ທາງ​ຜົນ​ກຳ​ໄລ ​ແລະ ສ້າງ​ໃຫ້​ບໍລິສັດ​ມີ​ຄວາມ​ເຂັ້ມ​ແຂງ, ທັງ​ເປັນ​ຈຸດ​ສຸມ​​ໃຫ້​ແກ່​ບັນດາ​ທີ​ມງານ​ໄດ້​ຮ່ວມ​ກັນ​ພັກ​ດັນ​ວຽກງານ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​ເກີດ​ຜົນ​ເປັນ​ຈິງ. ​ແຜນ​ທຸລະ​ກິດ​ສະບັບ​ເຕັມ​ຈະ​ກວມ​ເອົາ​ທຸກໆລາຍ​ລະອຽດ, ​ແນວ​ຄວາມ​ຄິດ... ບອກເລົ່າສັ້ນໆ

ຈຸດປະສົງ​ຂອງ​ພາກ​ນີ້ຊ່ວຍ​ໃຫ້​ທ່ານ​ສາມາດ​ຂຽນ ບົດ​ສັງ​ລວມຫຍໍ້​ກ່ຽວກັບ​ແຜນ​ທຸລະ​ກິດ​ຂອງ​ທ່ານ​ແບບ​ສັ້ນໆ​ເພື່ອ​ມ​ໃຫ້​ຄົນ​ອື່ນ​ສາມາດ​ເຂົ້າ​ໃຈ​ແຜນ​ທຸລະ​ກິດ​ຂອງ​ທ່ານ​. ວິທີຂຽນບົດສັງລວມຫຍໍ້ຈະຊ່ວຍໃຫ້ ທ່ານສາມາດນຳສະເໜີແນວຄິດທຸລະກິດແກ່ຄົນອື່ນເຂົ້າໃຈ ໃນສິ່ງທີ່ທ່ານຢ່າງເຮັດ.

ພາຍຫຼັງການ​ສຶກສາ​ພາກ​ນີ້, ທ່ານ​ຈະ​ສາມາດ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງວ່າ:

  • ​ເປັນ​ຫຍັງ​ແຜນ​ທຸລະ​ກິດຈິ່ງ​ເປັນ​ສິ່ງ​ຈຳ​ເປັນ ​ແລະ ​ເປັນ​ຫຍັງ​ຕ້ອງ​ຂຽນສັງ​ລວມຫໍ້​ກ່ຽວກັບ​ທຸລະ​ກິດ
  • ສິ່ງ​ທີ່​ຕ້ອງ​ບັນຈຸ​ໃນ​ບົດ​ສັງ​ລວມຫຍໍ້​ມີ​ຫຍັງ​ແດ່?

​ດັ່ງ​ທີ່​ໄດ້​ຍົກ​ຂື້ນ​ໃນ​ພາກ​ສະ​ເໜີ, ​ແຜນ​ທຸລະ​ກິດ​ຂອງ​ທ່ານ ສາມາດ​ນຳ​ໃຊ້​ໄດ້​ຫຼາຍວຽກງານ. ​ເປັນ​ເອກະສານ​ທຸລະ​ກິດ​ທີ່​ສຳຄັນ​ທີ່​ສຸດ​ເພື່ອ​ນຳ​ໃຊ້​ໃນ​ການ​ລະດົມ​ເງິນ​ທຶນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຂົ້າມາ​ຮ່ວມ​ທຶນ​ນຳ​ທ່ານ ຫຼື ​ເປັນ​ແຜນ​ທີ່​ທ່ານ​ຈະ​ສາມາດ​ສ້າງ​ການ​ດຳ​ເນີນ​ທຸລະ​ກິດ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

ແຜນ​ທຸລະ​ກິດ​ມີ​ຄວາມ​ສຳຄັນ​ບ່ອນ​ວ່າ: ​​ມັນ​ປະກອບ​ເອົາ​ທຸກໆລາຍ​ລະອຽດ​ແຜນການ​ກ້າວ​ໄປ​ສູ່​ຄວາມ​ສຳ​ເລັດ​ທາງ​ຜົນ​ກຳ​ໄລ ​ແລະ ສ້າງ​ໃຫ້​ບໍລິສັດ​ມີ​ຄວາມ​ເຂັ້ມ​ແຂງ, ທັງ​ເປັນ​ຈຸດ​ສຸມ​​ໃຫ້​ແກ່​ບັນດາ​ທີ​ມງານ​ໄດ້​ຮ່ວມ​ກັນ​ພັກ​ດັນ​ວຽກງານ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​ເກີດ​ຜົນ​ເປັນ​ຈິງ.

​ແຜນ​ທຸລະ​ກິດ​ສະບັບ​ເຕັມ​ຈະ​ກວມ​ເອົາ​ທຸກໆລາຍ​ລະອຽດ, ​ແນວ​ຄວາມ​ຄິດ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ການ​ດຳ​ເນີນ​ທຸລະ​ກິດ. ທຸກໆຂໍ້​ມູນ​ເປັນ​ການສະ​ແດງ​ເຖິງ​ລາຍ​ລະອຽດ​ແລະ​ແຜນ​ງານ​ທີ່​ທ່ານ​ຕ້ອງ​ໄດ້​ປະຕິບັດ. ບໍ່ວ່າ​ແຜນ​ວຽກຂອງ​ທ່ານ​ຈະ​ດີ​ປານ​ໃດ, ວິ​ເສດ ​ແລະ ​ເປັນ​ສິ່ງ​ທີ່ໜ້າສົນ​ໃຈ​, ຕົວ​ຈິງ​ອັນໜຶ່ງກໍ່ຄື​ວ່າ: ບໍ່ມີ​ໃຜ​ທີ່​ຈະ​ສາມາດ​ອ່ານ​ໄດ້​ທຸກໆລາຍ​ລະອຽດທີ່​ທ່ານ​ໄດ້​ຂຽນລົງ​ໄປ ​ເພື່ອ​ໃຫ້​ເຂົ້າ​ໃຈ​ວ່າ​ທ່ານ​ຈະ​ດຳ​ເນີນ​ທຸລະ​ກິດ​ໃນ​ແຕ່​ລະ​ວັນ​ແບບ​ໃດ, ຫຼື  ​ເຂົ້າ​ໃຈ​ວ່າ​ຄູ່​ແຂງ​ທຸລະ​ກິດ​ຂອງ​ທ່ານ​ແມ່ນ​ໃຜ, ອັນ​ໃດ​ຄື​ສິ່ງ​ທີ່​ທ່ານ​ກຳລັງ​ຈະ​ພັກ​ດັນ​ໃຫ້​ທຸລະ​ກິດ​ມີ​ການ​ຂະຫຍາຍຕົວ.

ພາກ​ສັງ​ລວມຫຍໍ້ ​ເປັນ​ການ​ບັນ​ຍາຍ​ສັ້ນໆກ່ຽວກັບ​ແຜນ​ທຸລະ​ກິດ, ຖ້າ​ເປັນ​ໄປ​ໄດ້​ແມ່ນ​ບໍ່​ໃຫ້​ເກີນສອງໜ້າ. ຕ້ອງ​ເປັນ​ຂໍ້ຄວາມ​ທີ່​ລະອຽດ, ຊັດ​ເຈ​ນ ​ແລະ ມີ​ການ​ສັງ​ລວມ​ແບບ​ຫຍໍ້ໆທີ່​ສຸດ​ກ່ຽວກັບ​ແຜນການ ​ແລະ ກວມ​ເອົາ​ທຸກໆສາລະ ບານ​ຂອງ​ແຜນ​ທຸລະ​ກິດ​ຕາມ​ລຳດັບ. ​ໂດຍ​ລວມ​ເປັນ​ການ​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ແກ່​ຜູ້​ອ່ານ​ຢາກ​ອ່ານ​ຕໍ່ ​ໃນ​ສະບັບ​ສົມບູນ. ດັ່ງນັ້ນ, ​ເນື້ອ​ໃນ​ບົດ​ສັງ​ລວມຫຍໍ້​ຕ້ອງ​​ເຮັດ​ໃຫ້​ເຂົ້າ​ໃຈງ່າຍ​ແລະ ປະກອບ​ເອົາ​ທຸກໆຂໍ້​ມູນ​ທີ່​ສາມາດ​ຊອກ​ຫາ​ເພີ່ມ​ເຕີມ​ໄດ້​ໃນ​ສະບັບ​ເຕັມ.

ໂດຍລວມແລ້ວ, ພາກນີ້ຈະເປັນການສັງລວມໃນຕອນສຸດທ້າຍທີ່ບົດເຕັມໄດ້ສີ້ນສຸດລົງ. ໝາຍວ່າ​ພາກ​ນີ້ ຈະ​ຖືກ​ຂຽນພາຍຫຼັງ​ແຕ່​ລະ​ພາກ​ຂຽນຈົບ​ລົງ.

ສິ່ງທີ່ຕ້ອງໄດ້ຂຽນລົງໃນບົດສັງລວມແຜນທຸລະກິດຫຍໍ້ຄວນມີ:

  1. ເວົ້າໂດຍຫຍໍ້ກ່ຽວກັບກິດຈະກຳຫຼັກຂອງທຸລະກິດ
  2. ການວິໃຈພາບລວມຂອງຕະຫຼາດ ແລະ ຄູ່ແຂ່ງ
  3. ການຄາດຄະເນການຂາຍ ແລະ ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.