Norkhame
ຍິ່ງນ້ອຍຍິ່ງຈຳເປັນ ຍິ່ງນ້ອຍຍິ່ງຈຳເປັນ
ຍິ່ງນ້ອຍເທົ່າໃດ, ການຄ້າທາງ E-Business/E-Commerce  ຍິ່ງມີຄວາມສຳຄັນ ແກ່ທຸລະກິດ. ​ກວ່າ 95% ບໍລິສັດ,  ຈັດເປັນປະເພດ ຂະໜາດນ້ອຍ ແລະ ກາງ (SMEs). ສະ​ແດງ​ວ່າ (SMEs) ມີ​ຄວາມ​ສຳຄັນ​ຕໍ່ກັບ​ເສດຖະກິດ ​ແລະ ການ​ຈ້າງ​ງານ, ການ​ເພີ່ມ​ການ​ແຂ່ງຂັນ​ໂດຍ​ການ​ພັດທະນາ E-Business  ເປັນ​ສິ່ງ​ທີ່​ຈຳ​ເປັນ. ການເອື້ອຍອຳນວຍ ໃຫ້ SMEs... ຍິ່ງນ້ອຍຍິ່ງຈຳເປັນ

ຍິ່ງນ້ອຍເທົ່າໃດ, ການຄ້າທາງ E-Business/E-Commerce  ຍິ່ງມີຄວາມສຳຄັນ ແກ່ທຸລະກິດ. ​ກວ່າ 95% ບໍລິສັດ,  ຈັດເປັນປະເພດ ຂະໜາດນ້ອຍ ແລະ ກາງ (SMEs). ສະ​ແດງ​ວ່າ (SMEs) ມີ​ຄວາມ​ສຳຄັນ​ຕໍ່ກັບ​ເສດຖະກິດ ​ແລະ ການ​ຈ້າງ​ງານ, ການ​ເພີ່ມ​ການ​ແຂ່ງຂັນ​ໂດຍ​ການ​ພັດທະນາ E-Business  ເປັນ​ສິ່ງ​ທີ່​ຈຳ​ເປັນ.

ການເອື້ອຍອຳນວຍ ໃຫ້ SMEs ເຂົ້າຫາການນຳໃຊ້ການຄ້າທາງອອນໄບ, ຈະເປັນການສ້າງຄວາມຍືນຍົງແກ່ທຸລະກິດ. ຫຼາຍໆອົງກອນພາຍໃນແຕ່ລະປະເທດ, ໄດ້ພະຍາຍາມສ້າງສິ່ງເອື້ອຍອຳນວຍຄວາມ​ຕ້ອງການ​ ແກ່ການດຳເນີນທຸລະກິດ ທີ່ມີຜະລິດທິຜົນ. ເປັນຕົ້ນ ເປີດໂອກາດ ເພື່ອໃຫ້ສາມາດເຂົ້າສູ່ໂຄງລ່າງພື້ນຖານ, ຮັບຂ່າວສານ, ເຝິກການ​ຕະຫຼາດ ​ແລະ ທັກສະໃໝ່​, ເພື່ອ​ສົ່ງ​ເສີມການ​ພັດທະນາ(SMEs). ການ​ບໍລິການ​ພື້ນຖານ​ຂອງ ລະບົບ ອິນເຕີເນັດ (ICT​) ມີ​ບົດ​ບາດສຳຄັນ ໃນ​ການສະໜອງ ຄວາມ​ຕ້ອງການ​ດັ່ງກ່າວ.

ປະ​ເທດ​ໄທ, ກິດຈະກຳ​ການ​ພັດທະນາ (SMEs) ໃຫ້ເຂົ້າຫາ ລະບົບການຄ້າທາງອອນໄລ ເປັນໜຶ່ງຕົວຢ່າງຄວາມຄືບໜ້າ.   ໃນ​ບັນດາ​ປະ​ເທດ ກຳລັງພັດທະນາ ກໍ່ໄດ້ຮັບການສະໜັບສະໜູນ​ ຈາກພາກລັດ-ເອກະຊົນ ຮ່ວມກັນສ້າງໂຄງການ ແລະ  ​ແຜນການດຳເນີນງານ ​ການຈະ​ນຳໃຊ້ ICT  ເຂົ້າມາ​ນຳ​ໃຊ້​ໃນ​ທຸລະ​ກິດ ລະຫວ່າງ (SMEs) ດ້ວຍກັນ.

ຄວາມ​ພ້ອມ​ໃນ​ການ​ນຳ​ໃຊ້ເອ​ເລັກ​ໂທຼນິກ ​ໃນ​ບັນດາ​ປະ​ເທດ​ທະວີບອາຊີ, ມີ​ລັກສະນະ​ທີ່​ແຕກ​ຕ່າງ​ກັນ.  ບັນດາກຸ່ມ​ປະ​ເທດ  ທີ່​ມີ​ການ​ນຳ​ໃຊ້ (ICTs) ຫຼາຍປະກອບ​ມີ, ສິງກະໂປ, ​ໄທ,  ຫວຽດນາມ, ຟິລິບປີນ, ອິນໂດເນເຊຍ​ ເປັນ​ປະ​ເທດ ທີ່​ມີ​ການ​ນຳ​ໃຊ້ (ICTs) ນັບມື້ນັບຫຼາຍ. ຕາມໆມາກໍ່ແມ່ນ  ປະ​ເທດ ກຳປູ​ເຈຍ, ສ ປ ປ ລາວ ​ແລະ ມຽນມ້າ. ດັ່ງນັ້ນ, ການວາງແຜນພັດທະຂອງ E-​Business ຕ້ອງ​ຄຳນຶງເຖິງບັນຫາ ການເຂົ້າກາການ​ນຳ​ໃຊ້ (ICT), ​ຄວາມ​ຈຳກັດດ້ານກະກຽມ​ເອກະສານ, ການຄົ້ນຫາ​ຂໍ້​ມູນ​ຂ່າວສານ ແລະ ການນຳໃຊ້​ອີ​ເມ​ວ ແລະ ຮູບແບບການສື່ສານທາງສື່ສັງຄົມອອນໄລເພື່ອທຸລະກິດ.

ບັນ​ດາທຸລະກິດຂະໜາດນ້ອຍ ແລະ ກາງ ກໍ່ມີຄວາມ​ສົນ​ໃຈ​ນຳໃຊ້ ຮູບ​ແບບ ການຄ້າທາງອອນໄລ ບໍ່ສະເພາະແຕ່ຫາລູກຄ້າ ຫາກຍັງສາມາດເຊື່ອມຕໍ່ກັບທຸລະກິດດ້ວຍກັນ (B2B) ຫຼື ຊອກ​ຕະຫຼາດ ​ໃນ​ອິນ​ເຕີ​ເນັດ. ຫຼາຍໆກຸ່ມ ​ເຊັ່ນ :  ອຸດສາຫະກຳ​   ການທ່ອງທ່ຽວ ​ໄດ້ນຳ​ໃຊ້(ICTs), ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດ​ ໃຫ້​ແກ່​ທຸລະ​ກິດ​ຢ່າງ​ຫຼວງຫຼາຍ ​ໂດຍ​ສະ​ເພາະ​​ແມ່ນ​ການ​ຊຳລະທາງ​ອິນ​ເຕີ​ເນັດ. ການ​ບໍລິການ E-Business ແກ່ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ, ພວມໄດ້ຮັບການເອົາໃຈໃສ່ ຢ່າງຕໍ່ເນື່ອງ ໃຫ້ນັບມື້ມີການນຳໃຊ້ໃຫ້ຫຼາຍຂື້ນ.

ບັນດາ​ປະ​ເທດ ລຸ່ມ​ແມ່​ນ້ຳຂອງ ມີ​ລະດັບ​ການປະຕິບັດ​ນະ​ໂຍບາຍ ​ແລະ ຫຼັກການ ທີ່​ກ່ຽວພັນ​ເຖິງ ການຊຳລະ​ອອນ​ລາຍ ທີ່​ແຕກ​ຕ່າງ​ກັນ. ສິ່ງ​ທີ່​ທ້າ​ທາຍ​ກໍ່ຄື ວິທີ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ເຫຼົ່ານັ້ນ, ​ເຂົ້າ​ໄປ​ຫາ​​ແຜນການ​ລະດັບ​ຊາດ ​ໃນ​ການ​ພັດທະນາ E-​Business.

ການສະໜັບສະໜູນສຳລັບ ການ​ພັດທະນາ ບັນ​ດາທຸລະກິດຂະໜາດນ້ອຍ ແລະ ກາງ ໃນ​ບັນດາ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ ມີ​ຫຼາຍພາກສ່ວນ, ​ເຊິ່ງລວມມີ ລັດຖະບານ, ອົງການ​ຈັດຕັ້ງສາກົນ, ສະມາຄົມ​ທຸລະ​ກິດ ແລະ ນັກຄົ້ນຄວ້າ. ໂຄງການ​ສວ່ນ​ໃຫຍ່ໄດ້​ເງິນຊ່ວຍ​ເຫຼືອ​ໂດຍລັດຖະບານ ແລະ/ຫຼື  ຜູ້​ບໍລິຈາກ​ ເພື່ອສ້າງຄວາມຍືນຍົງ.​  

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.