Norkhame
ປັບປຸງແຜນການຕະຫຼາດ ໃຫ້ດີຂື້ນ ປັບປຸງແຜນການຕະຫຼາດ ໃຫ້ດີຂື້ນ
ການສ້າງທຸລະກິດຂອງເກີດຂື້ນຍ້ອນຄວາມຕັ້ງໃຈອັນແຮງກ້າຂອງທານເອງ ຫຼື ກຸ່ມຄົນໃດໜຶ່ງທີ່ ຫວັງສ້າງ ຜົນປະໂຫຍດໃຫ້ແກ່ສັງຄົມ. ຫຼາຍບໍລິສັດມີປັນຫາທາງດ້ານການຕະຫຼາດ ໂດຍສະເພາະ ໃນຕອນຕົ້ນຂອງ ການສ້າງທຸລະກິດ. ເນື່ອງຈາກວ່າໃນຕອນຕົ້ນຂອງການດຳເນີນທຸລະກິດຈະມີ ຫຼາຍໆສິ່ງທີ່ທ່ານຕ້ອງໄດ້ ເຮັດໃນເວລາອັນສັ້ນ. ການເຂົ້າຫາລູກຄ້າເປົ້າໝາຍ ແລະ ສ້າງການຂາຍ ມັກພົບກັບຄວາມຫຸ້ຍງຍາກ.  ຖ້າປາດສະຈາກການປະຕິບັດແຜນການ ການຕະຫຼາດທີ່ມີປະສິດທິຜົນ ຈະເຮັດໃຫ້ທຸລະກິດຂອງທ່ານບໍ່ ສາມາດເຕີບໃຫຍ່ໄດ້. ດັ່ງນັ້ນ ສິ່ງຈຳເປັນກວ່າສິ່ງອື່ນໃດ ໃນການຈັດຕັ້ງກິດຈະກຳການຕະຫຼາດ ແລະ ຍົກ... ປັບປຸງແຜນການຕະຫຼາດ ໃຫ້ດີຂື້ນ

ການສ້າງທຸລະກິດຂອງເກີດຂື້ນຍ້ອນຄວາມຕັ້ງໃຈອັນແຮງກ້າຂອງທານເອງ ຫຼື ກຸ່ມຄົນໃດໜຶ່ງທີ່ ຫວັງສ້າງ ຜົນປະໂຫຍດໃຫ້ແກ່ສັງຄົມ. ຫຼາຍບໍລິສັດມີປັນຫາທາງດ້ານການຕະຫຼາດ ໂດຍສະເພາະ ໃນຕອນຕົ້ນຂອງ ການສ້າງທຸລະກິດ. ເນື່ອງຈາກວ່າໃນຕອນຕົ້ນຂອງການດຳເນີນທຸລະກິດຈະມີ ຫຼາຍໆສິ່ງທີ່ທ່ານຕ້ອງໄດ້ ເຮັດໃນເວລາອັນສັ້ນ. ການເຂົ້າຫາລູກຄ້າເປົ້າໝາຍ ແລະ ສ້າງການຂາຍ ມັກພົບກັບຄວາມຫຸ້ຍງຍາກ.  ຖ້າປາດສະຈາກການປະຕິບັດແຜນການ ການຕະຫຼາດທີ່ມີປະສິດທິຜົນ ຈະເຮັດໃຫ້ທຸລະກິດຂອງທ່ານບໍ່ ສາມາດເຕີບໃຫຍ່ໄດ້. ດັ່ງນັ້ນ ສິ່ງຈຳເປັນກວ່າສິ່ງອື່ນໃດ ໃນການຈັດຕັ້ງກິດຈະກຳການຕະຫຼາດ ແລະ ຍົກ ລະດັບເຕັກນິກການຕະຫຼາດ ໃຫ້ທ່ານໃສ່ໃຈໃນເວລາສ້າງຕັ້ງແຜນການການຕະຫຼາດ.

ທ່ານຈະຕ້ອງໄດ້ເບິ່ງຫຼາຍໆບັນຫາໄປພ້ອມໆກັນ. ໃຫ້ທ່ານຕັ້ງຄຳຖາມ ທີ່ເໜາະສົມກ່ຽວກັບຂະບວນການ ການຕະຫຼາດຂອງທ່ານເຊັ່ນ: ການຈັດຕັ້ງຕົວຈິງ, ກຸ່ມລູກຄ້າ, ແລະ ທີມງານທີ່ສາມາດເຮັດວຽກງານ ທຸກໆຢ່າງຜ່ານຜ່າໄປໄດ້ ແລະ ກາຍເປັນ ໂອກາດໃຫ້ແກ່ບໍລິສັດ ໄດ້ມີການຂະຫຍາຍ ຕົວໄລຍະຍາວ. ຄຳຖາມທີ່ທ່ານຕ້ອງໄດ້ຖາມເບິ່ງ ມີດັ່ງນີ້:

1. ການຈັດຕັ້ງປະຕິບັດມີຄວາມສະໜໍ່າສະເໜີບໍ່?

ໃຫ້ທ່ານກວດສອບຄືນເນື້ອຄຳໂຄສະນາ ທີ່ໃຊ້ເຂົ້າໃນການໂຄສະນາວ່າມີຄວາມຕໍ່ເນື່ອງ ແລະ ເປັນຜົນ ຫຼາຍຊຳໃດ. ຖ້າຫາກທ່ານເຫັນວ່າ ຂໍ້ຄວາມ ໃນການໂຄສະນາ ເປັນສິ່ງທີ່ບໍ່ຕໍ່ເນື່ອງ ມັນອາດເປັນ ຈຸດທີ່ທ່ານຕ້ອງໄດ້ເລີ່ມຕົ້ນປັບປຸງ.

ໃຫ້ທ່ານເລີ່ມ ກວດສອບດ້ານເນື້ອໃນຂໍ້ຄວາມໂຄສະນາ ໃນໄລຍະສອງ ຫາ ສາມເດືອນທີ່ຜ່ານມາ ແລະ ໃຫ້ບັນທຶກວັນເວລາລະອຽດທີ່ໄດ້ລົງໂຄສະນາ. ໃຫ້ທ່ານອ່ານເບິ່ງຂໍ້ຄວາມທີ່ໄດ້ລົງໂຄສະນາ ແລະ ໃຫ້ ພິຈາລະນາ ວ່າມັນມີຄຸນນະພາບຫຼາຍຊຳໃດ? ຖ້າຫາກທ່ານ ເຫັນວ່າຂໍ້ ຄວາມບໍ່ມີຄວາມ ໜ້າສົນໃຈ, ມັນຈະກໍ່ຈະບໍ່ເປັນສິ່ງທີ່ລູກຄ້າມີຄວາມສົນໃຈຄືກັນ ທັງຍັງຈະເປັນການສ້າງຄວາມໜ້າ ລຳຄານໃຫ້ແກ່ ຜູ້ອ່ານ.

2. ຂໍຄວາມທີ່ນຳລົງມີສ່ວນກ່ຽວຂ້ອງກັບສິນຄ້າຫຼືບໍ່?

ເຊັ່ນໃນກໍລະນີ ທີ່ຂໍ້ຄວາມໂຄສະນາ ບໍ່ສາມາດສ້າງຄວາມກ່ຽວຂ້ອງລະຫວ່າງສິນຄ້າ ແລະ ກຸ່ມ ລູກຄ້າ ຫຼັກໆ ຫຼື ຖ້າຫາກຄຸນນະພາບຂອງເນື້ອໃນໂຄສະນາ ບໍ່ມີຄວາມກ່ຽວຂ້ອງກັນກັບລູກຄ້າແລ້ວ, ທ່ານ ອາດຈະເສຍລູກຄ້າຄົນສຳຄັນ.

ເຄື່ອງມືສື່ສານທາງອອນໄລ ໄດ້ບັນຈຸຂໍ້ຄວາມທີ່ສະແດງລັກສະນະສະເພາະຂອງທີ່ຄົນກຸ່ມ ອອກໂຄ ສະນາ. ຢ່າງໜ້ອຍ ເຄິ່ງໜຶ່ງຂອງເລື່ອງຕ້ອງຕິດພັນກັບກຸ່ມລູກຄ້າ ແລະ ອີກເຄິງໜຶ່ງແມ່ນການ ສ້າງໃຫ້ ມີການພົວພັນກັບສະພາບເຫດການສັງຄົມ ໂດຍພະຍາຍາມເຊື່ອມຕໍ່ກັບ ການສົນທະນາ ຂອງຄົນໃນ ແຕ່ລະວັນ ຫຼື ເຮັດໃຫ້ຂໍ້ຄວາມສາມາດຄົ້ນຫາ ໄດ້ຜ່ານທາງເຄື່ອງຄົ້ນຫາທາງອິນເຕີເນັດ.

ໃນຂະນະທີ່ການພັດທະນາເຕັກໂນໂລຍີມີການປ່ຽນແປງໄວຫຼາຍ, ການຈັດຕັ້ງປະຕິບັດການຕະຫຼາດ ຄວນ ໃຫ້ເປັນສິ່ງທີ່ມີຄວາມສອດຄ່ອງ ກັບຊີວິດການເປັນຢູ່ປະຈຳວັນ ຫຼື ເຮັດໃຫ້ລູກຄ້າ ມີວິຖີທາງ ໄໝ່ໆ ໃນການດຳລົງຊີວິດ. ດັ່ງນັ້ນ ການໂຄສະນາຄວນເນັ້ນການສະແດງວ່າ ສິນຄ້າສ້າງຜົນປະ ໂຫຍດ ໃຫ້ແກ່ລູກຄ້າ, ສິ່ງນັ້ນມັນ ຈະເຮັດໃຫ້ການໂຄສະນາເປັນທີ່ສົນໃຈຫຼາຍຂື້ນ. ດັ່ງນັ້ນ ທ່ານ ຄວນເບິ່ງ ການເຊື່ອມຕໍ່ຂອງທຸລະກິດຂອງທ່ານ ເຂົ້າກັບການດຳລົງຊີວິດຂອງຄົນປະຈຳວັນ. ການ ຂຽນຂໍ້ຄວາມ ໂຄສະນາເພື່ອເຮັດໃຫ້ຄົນອື່ນເຂົ້າໃຈ ແລະ ເປັນທີ່ສົນໃຈ ຕ້ອງໄດ້ເຂົ້າໃຈຄວາມຕ້ອງ ການຂອງຄົນກ່ອນ ອື່ນໝົດ. ເຊັ່ນ: ຖ້າຫາກ ສິນຄ້າຂອງທ່ານ ເປັນການສ້າງໃຫ້ຄົນມີ ຜິວງາມຂື້ນ ທ່ານກໍ່ຄວນບັນຈຸເນື້ອໃນ ດັ່ງກ່າວເຂົ້າໃນບົດໂຄສະນາ ເພື່ອໃຫ້ສາມາດຊອກຫາໄດ້ງ່າຍຜ່ານທາງອິນ ເຕີເນັດ. ຄົນທີ່ ຕ້ອງການຜະລິດຕະພັນບຳລຸງຜິວ ກໍ່ຈະຄົ້ນຫາຈາກທາງອິນເຕີເນັດ ໂດຍການພິມຄຳ ເວົ້າກ່ຽວກັບສິນຄ້າທີ່ຕ້ອງການ ລົງໃນເຄື່ອງຄົ້ນຫາທາງອິນເຕີເນັດ. ມັນຈະເຮັດໃຫ້. ທ່ານຄວນບັນຈຸ ຄຳເວົ້າຫຼັກໆເຂົ້າໃນການສ້າງຫົວຂໍ້ ແລະ ເນື້ອໃນບົດຄວາມລວມ ເພື່ອເຮັດໃຫ້ເຄື່ອງຄົ້ນຫາທາງອິນ ເຕີເນັດບັນທຶກ ເຂົ້າໃນບັນຊີ.

3. ລົງໂຄສະນາຖືກບ່ອນບໍ່?

ຫົວຂໍ້ທີ່ໜ້າສົນໃຈເປັນສິ່ງສຳຄັນທີ່ສຸດ. ໃນຂະນະດຽວ ກັນຄົນອ່ານ ມັກຈະຕິດຕາມຍີ່ຫໍ້ ແລະ ເຄື່ອງ ມືສື່ສານອອນໄລນຳທາງເວັບໄຊ ຫຼື ວາລະສານທີ່ສົນໃຈ. ຖ້າຫາກທ່ານສາມາດລົງ ຫົວຂໍ້ໂຄສະນາທີ່ ມີຄວາມສົນໃຈລົງ ໃນບ່ອນທີ່ມີຄົນສົນໃຈອ່ານວາລະສານ ແລະ ເວັບໄຊໃດໜຶ່ງນັ້ນ ສິ່ງຕໍ່ມາກໍ່ຄືຄົນ ອ່ານອາດມີຄວາມສົນໃຈໃນສິນຄ້າຂອງທ່ານ. ເຊັ່ນ: ຖ້າຫາກທ່ານ ເຮັດບໍລິສັດນຳທຽວ ເຊິ່ງທ່ານ ຂຽນຂໍ້ຄວາມ ກ່ຽວກັບສະຖ່ານທີ່ໜ້າທ່ຽວຊົມໃນ ສ ປ ປ ລາວ ລົງໃນວາລະສານ ຫຼື ເວັບໄຊການ ທ່ອງທ່ຽວ ຂໍ້ຄວາມດັ່ງກ່າວມັນຈະສ້າງໃຫ້ຄົນອ່ານມີຄວາມສົນໃຈ ກ່ຽວກັບຫົວຂໍ້ ແລະ ສິນຄ້າ ຫຼື ບໍລິການທີ່ທ່ານກຳລັງໂຄສະນາ.

ການທີ່ຈະບັນຈຸຂໍ້ຄວາມອອກສູ່ ສາຍຕາຂອງຄົນທີ່ມີຄວາມສົນໃຈນັ້ນ ບໍ່ເປັນເລື່ອງງ່າຍ. ເພາະນັກ ການຕະຫຼາດຫຼາຍຄົນ ບໍ່ສາມາດກຳນົດ ບ່ອນໂຄສະນາໄດ້ຢ່າງຊັດເຈນ. ເຊັ່ນ ການໂຄສະນາທາງ ອອນໄລ, ຫຼາຍໆ ຄັ້ງເຮັດໃຫ້ນັກການຕະຫຼາດອາດຈະໂຄສະນາໃນບ່ອນທີ່ບໍ່ມີລູກຄ້າເປົ້າໝາຍ.

ໃນຂະນະທີ່ ເຄື່ອງມືສື່ສານທາງອອນໄລສາມາດເຂົ້າໄປຫາໄດ້ຫຼາກຫຼາຍກຸ່ມ ແລະ ຫຼາຍໆຫົວຂໍ້ສາ ມາດ ເຜີຍແຜ່ໄດ້ ຕາມຊ່ອງໂຄສະນາຂອງກຸ່ມ. ແຕ່ການກວດສອບເຄື່ອງມືການກະຈ່າຍ ຂ່າວສານ ຂອງແຕ່ລະເຄື່ອຄ່າຍ ຈະບໍ່ສາມາດເຫັນໄດ້ຊັດເຈນວ່າມີຄົນເຂົ້າເບິງ ແລະ ມີການກະຈາຍຂໍ້ຄວາມ ໄປຫຼາຍປານໃດ. ເຊິ່ງມັນເປັນເງື່ອນໄຂໃນການ ກຳນົດຄ່າໂຄສະນາ ຫຼື ຍົກເລີກການໂຄສະນາ ໃນ ເຄື່ອຄ່າຍທີ່ບໍ່ແທດເໜາະ.

4. ໄດ້ເຮັດຕາມຄວາມຕ້ອງການ ຂອງກຸ່ມລູກຄ້າຢູ່ບໍ່?

ເນື້ອແທ້ຂອງການໂຄສະນາ ແມ່ນຕ້ອງໄດ້ສ້າງເນື້ອໃນ ທີ່ຕິດພັນກັບຜູ້ອ່ານ. ໃນການສ້າງຂໍ້ຄວາມທີ່ດີ ນັ້ນ ນັກການຕະຫຼາດຕ້ອງໄດ້ສ້າງຂໍ້ຄວາມທີ່ມີຄຸນຄ່າແກ່ຜູ້ອ່ານ ໂດຍການສ້າງຈາກຂໍ້ຄວາມທີ່ເຕັມ ໄປດ້ວຍຂ່າວສານ, ສິ່ງບັນເທີງ ຫຼື ສ້າງການກະຕຸ້ນຈົນເກີດຄວາມລຳຄານໃຈຈົນຢາກເວົ້າສິ່ງ ໃດໜຶ່ງ ອອກມາ. ມັນຈະເຮັດໃຫ້ຜູ້ອ່ານສະແດງຄວາມມັກ ຫຼື ຄຳຄິດເຫັນ ແລະ ນຳອອກເຜີຍແຜ່ແກ່ສື່ໂຄສະ ນາອື່ນໆ.

ເຄື່ອງມືກວດສອບໃນປະຈຸບັນສາມາດບັນທຶກໄດ້ວ່າ ຄົນຈາກຂົງເຂດໃດເຂົ້າອ່ານ ຫຼື ສາມາດກວດ ສອບໄດ້ວ່າຄົນອ່ານມີພຶດຕິດກຳມັກໃນຫົວຂໍ້ປະເພດໃດ. ໂດຍການເບິງສະຖິຕິ ແລະ ພຶດຕິກຳຂອງຄົນ ສາມາດ  ນຳມາເປັນຂໍ້ມູນໃນການຂຽນບົດຄວາມ ແລະ ສ້າງຄວາມສົນໃຈໃຫ້ແກ່ຜູ້ອ່ານ.

ຖ້າຢາກໃຫ້ບົດໂຄສະນາເປັນທີ່ໜ້າສົນໃຈ ທ່ານຄວນຕອບຄຳຖາມທີ່ສຳຄັນກໍ່ຄືວ່າ ທ່ານຝັງຄວາມ ຕ້ອງການຂອງຄົນອ່ານຫຼາຍປານໃດ ຍິງທ່ານເຂົ້າໃຈລູກຄ້າຫຼາຍມັນກໍ່ຈະຍິງເຮັດໃຫ້ຫົວຂໍ້ຂອງທ່ານ ມີຄວາມໜ້າສົນໃຈຫຼາຍຂື້ນ.

ດັ່ງນັ້ນ ທ່ານຕ້ອງໄດ້ກວດສອບວິໄຈຂໍ້ຄວາມເວົ້າໂຄສະນາ ວ່າສາມາດເຂົ້າຫາລູກຄ້າໄດ້ດີຫຼາຍປານ ໃດ. ເພາະມັນຈະເຮັດໃຫ້ທ່ານເຂົ້າໃຈຫຼາຍ ຂື້ນວ່າລູກຄ້າເປົ້າໝາຍ ມີທິດທາງຄວາມສົນໃຈດ້ານໃດ ແດ່. ການນຳໃຊ້ສະຖິຕິເຂົ້າ ມາວາງແຜນການຂຽນຂໍ້ຄວາມ ຈະເຮັດໃຫ້ທ່ານ ສາມາດເພີ່ມຄວາມ ໜ້າສົນໃຈຂອງບົດ ແລະ ມັນຈະເປັນຜົນຕໍ່ກັບທຸລະກິດຂອງທ່ານ.

5. ຄູ່ແຂ່ງຄົນອື່ນໆເຮັດຫຍັງແດ່?

ໃນເວລາທີ່ທຸກສິ່ງທຸກຢ່າງດຳເນີນໄປດ້ວຍດີ, ມັນຈະເຫັນໄດ້ດີວ່າທ່ານ ເຮັດຫຍັງກໍ່ໄດ້ດີ ແລະ ທ່ານ ຈະເຫັນແຕ່ຈຸດແຂງຂອງທ່ານເອງ. ແຕ່ໃນກໍລະນີທີ່ທ່ານຕົກໃນສະຖານນະການລຳບາກ ທ່ານຈະ ເຫັນແຕ່ຄວາມອ່ອນແອ່, ຄວາມເຈັບປວດ, ຄວາມຫຸ້ຍງຍາກ ແລະ ຈຸດອ່ອນຂອງຕົນເອງ ແລະ ມັນເຮັດໃຫ້ທ່ານ ຮູ້ສຶກວ່າ ທ່ານກຳລັງດ້ອຍຈາກຄູ່ແຂ່ງຄົນ ແລະ ໃນທີ່ສຸດມັນເຮັດໃຫ້ທ່ານ ຮູ້ສຶກ ທໍ້ແທ້ ແລະ ໝົດຫວັງ.

ແນວໃດກໍ່ຕາມຄູ່ແຂ່ງຂອງທ່ານ ສາມາດສິດສອນບົດຮຽນຫຼາຍກວ່າທີ່ທ່ານຄິດ. ດັ່ງນັ້ນ ໃນການ ສ້າງແຜນການຕະຫຼາດສະບັບໄໝ່ ທ່ານຕ້ອງໄດ້ບັນຈຸຫຼາຍບັນຫາເຂົ້າມາໃນບົດ ແລະ ເບິ່ງໃຫ້ມັນ ເລິກແລບ ແລະ ກ້ວາງຂວາງ. ທ່ານຕ້ອງໄດ້ເຮັດວຽກກັບຫຼາກຫຼາຍຄົນ ເພື່ອໃຫ້ພວກເພີ່ນໄດ້ສະ ແດງຄວາມຄິດເຫັນ ໄໝ່ໆເຂົ້າໃນການສ້າງແຜນ ເພື່ອເຮັດໃຫ້ມັນມີຄວາມແຕກຕ່າງ ແລະ ມີການຈັດ ຕັ້ງປະຕິບັດແຕ່ລະອັນໃຫ້ມີຄວາມລະອຽດຂື້ນ ແລະ ດີກວ່າຄົນອື່ນ. ກ່ອນອື່ນໝົດທ່ານຕ້ອງໄດ້ເບິ່ງ ວ່າສິ່ງໃດຄວນມີການປັບປຸງ ໃນການຈັດຕັ້ງການຕະຫຼາດໃນຄັ້ງຕໍ່ໆໄປ. ໃນກໍລະນີຄົນບໍ່ເຂົ້າອ່ານຂ່າວ ສານໂຄສະນາຂອງທ່ານ ໃຫ້ທ່ານກວດເບິ່ງວ່າ ເປັນຫຍັງ? ແລະ ທ່ານສາມາດເຮັດສິ່ງໃດແດ່ໄໝ່ໆ ແລະ ແຕກຕ່າງ ເພື່ອໃຫ້ໄດ້ ຕາມຈຸດປະສົງທາງທຸລະກິດຂອງທ່ານ.

ໃນກໍລະນີທີ່ຄວາມພະຍາຍາມຂອງທ່ານ ຍັງບໍ່ທັນກໍ່ໃຫ້ເກີດຜົນໃນທາງທີ່ເຈົ້າຕັ້ງເປົ້າໄວ້, ໃຫ້ທ່ານ ຖາມເບິ່ງຄຳຖາມໃນຂົງເຂດການຈັດຕັ້ງປະຕິບັດ ທີ່ກໍ່ໃຫ້ມີການປ່ຽນແປງ ແລະ ມີການພັດທະນາ ໃຫ້ດີຂື້ນໃນໄລຍະຍາວ. ໃຫ້ເນັ້ນໄປທີ່ການສ້າງຄວາມສະໜໍ່າສະເໜີ ໃນການຂຽນຂໍ້ຄວາມທີ່ ຄົນອ່ານ ມັກອ່ານ ແລະ ຢ່າລື່ມຕິດຕາມເບິ່ງ ວ່າຄູ່ແຂ່ງຂອງທ່ານເຮັດຫຍັງຢູ່.

ທຸລະກິດຂອງທ່ານບໍ່ຄວນເສຍເວລາກັບແຜນການຕະຫຼາດທີ່ບໍ່ມີປະສິດທິຜົນ. ດັ່ງນັ້ນ ທ່ານບໍ່ຄວນ ປະປ່ອຍໃຫ້ ມັນກາຍເປັນຜົນເສຍອັນໃຫຍ່ຕາມມາ ທີ່ອາດເກີດຂື້ນຈາກການບໍ່ຫົວຊາວກັບວຽກງານ ການຕະຫຼາດ ໃນການເຮັດທຸລະກິດຂອງທ່ານ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.