Norkhame
ນັບມື້ນັບເພີ່ມການໃຊ້ ນັບມື້ນັບເພີ່ມການໃຊ້
ປະຕິເສດບໍ່ໄດ້. ທຸກໆຢ່າງຈະຫັນເປັນການຄ້າຜ່ານທາງດິຈິຕໍຫຼາຍຂື້ນປີຕໍ່ປີ. ການ​ຂາຍຍ່ອຍ ຜ່ານທາງ​ອອນ​ລາຍ  ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ ຢ່າງໂດດເດັ່ນ. ໃຜຫັນບໍ່ທັນ, ອາດຕ້ອງພົບບັນຫາການດຳເນີນທຸລະກິດ ແລະ ຂາດໂອກາດ ນຳໃຊ້ເຕັກນິກໃໝ່ໆ ອັນຈະເສີມສ້າງຂີດຄວາມສາມາດໃນການແຂ່ງຂັນ. ທຸລະກິດທີ່ເຫັນໄດ້ຊັດເຈນໃນການນຳໃຊ້ກວມເອົາທຸກໆຂະແໜງການ ເປັນຕົ້ນ: ການຊື້ຂາຍປີ້ລົດ-ຍົນ, ການທ່ອງທ່ຽວ, ປື້ມ, ເຄື່ອງສຳອາງ, ຂອງຫຼີ້ນ, ແລະ ອື່ນໆ.   ໃນແຕ່ລະຂົງເຂດເສດຖະກິດສຳຄັນ ແລະ... ນັບມື້ນັບເພີ່ມການໃຊ້

ປະຕິເສດບໍ່ໄດ້. ທຸກໆຢ່າງຈະຫັນເປັນການຄ້າຜ່ານທາງດິຈິຕໍຫຼາຍຂື້ນປີຕໍ່ປີ. ການ​ຂາຍຍ່ອຍ ຜ່ານທາງ​ອອນ​ລາຍ  ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ ຢ່າງໂດດເດັ່ນ. ໃຜຫັນບໍ່ທັນ, ອາດຕ້ອງພົບບັນຫາການດຳເນີນທຸລະກິດ ແລະ ຂາດໂອກາດ ນຳໃຊ້ເຕັກນິກໃໝ່ໆ ອັນຈະເສີມສ້າງຂີດຄວາມສາມາດໃນການແຂ່ງຂັນ.

ທຸລະກິດທີ່ເຫັນໄດ້ຊັດເຈນໃນການນຳໃຊ້ກວມເອົາທຸກໆຂະແໜງການ ເປັນຕົ້ນ: ການຊື້ຂາຍປີ້ລົດ-ຍົນ, ການທ່ອງທ່ຽວ, ປື້ມ, ເຄື່ອງສຳອາງ, ຂອງຫຼີ້ນ, ແລະ ອື່ນໆ.  

ໃນແຕ່ລະຂົງເຂດເສດຖະກິດສຳຄັນ ແລະ ມີການເຕີບໂຕ, ກໍ່ໄດ້ພັກດັນການນຳໃຊ້ໃນ ການຄ້າຜ່ານທາງ ອອນໄລຫຼາຍຂື້ນ.  ເຊັ່ນ: ໃນຂົງເຂດ ອາຊີ-ປາຊີ​ຟິກ ປະກອບ​ມີ​ພູມ​ສາດ ຂອງ​ຕະຫຼາດທາງ​ອິນ​ເຕີ​ເນັດ​ ທີ່​ໃຫ່ຍທີ່​ສຸດ​ໃນ​ໂລກບັນດາທຸລະ​ກິດ. ສ່ວນ​ໃຫ່ຍ​ເຫັນ​ພ້ອມ​ກັນ​ວ່າ ການ​ນຳ​ໃຊ້  E-commerce  ເປັນ​ຍຸດ​ທະ​ສາດ​ທີ່​ສຳຄັນ ສຳລັບ​ທຸ​ລະ​ກິດ​ໃນ​ອານາ​ຄົດ. ຍີ່ປຸ່ນ, ຈີນ ເປັນ​ຕະຫຼາດທີ່​ສຳຄັນທີ່​ສຸດ ແລະ ບັນດາປະເທດກຳລັງພັດທະນາ ກໍ່ມີການຕື່ນຕົວ. ຫຼາຍໆຄົນ ຈັບຕາເບິ່ງຈີນ ທີ່ຄາດວ່າ ຈະມີການນຳໃຊ້ ການຄ້າທາງເອເລັກໂທຼນິກ ໃນວົງກວ້າງ.

ທຸະລະກິດຂະໜາດນ້ອຍພົບ ຜົນປະໂຫຍດ ທາງດ້ານ E-Commerce:

  1. ພວກເຂົາໄດ້ດຶງດູດເອົາ ລູກຄ້າເປົ້າໝາຍ ແລະ ຄົນທີ່ມີຄວາມກະຕືລືລົ້ນ ພາຍຫຼັງທີ່ໄດ້ເຂົ້າມາເບິ່ງເວັບໄຊ ເພື່ອຊອກຫາຂໍ້ມູນ ທີ່ກ່ຽວຂ້ອງກັບເຄື່ອງຈັກຜະລິດກາເຟ.
  2. ມີຄົນເຂົ້າມາເບິ່ງເວັບໄຊ  ຍ້ອນການນຳເອົາເວັບໄຊຂອງເຂົາ  ເຂົ້າຢູ່ໃນໜ້າທຳອິດຂອງເຄື່ອງຊອກເວັບໄຊ.
  3. ເຂົາເຈົ້າສະໜອງຜົນປະໂຫຍດ ໃຫ້ແກ່ຜູ້ເຂົ້າມານຳໃຊ້ເວັບໄຊ ເຊັ່ນ: ການຊອກຫາຂໍ້ມູນທີ່ລູກຄ້າຕ້ອງການ ກ່ຽວກັບລຸ້ນຈັກ ທີ່ນຳໃຊ້ນຳ້ມັນ ເປັນພະລັງງານ.
  4. ອີເມວ ເປັນສິ່ງທີ່ ຈຳເປັນ ສຳລັບການຫຼຸດຕົ້ນທຶນ ໃນການຕິດຕໍ່ກັບລູກຄ້າ  ຫຼື ຜູ້ສະ ໜອງ ທີ່ຢູ່ທາງນອກ; ການສັ່ງສິນຄ້າ ບາງເທື່ອກໍ່ໄດ້ຮັບຜ່ານທາງອີເມວ.

ບົດຮຽນທີ່ຖອດຖອນໄດ້: ຜູ້ປະກອບການໄດ້ກ່າວໄວ້ວ່າ ” ການໂຄສະນາຕາມໜັງສືພິມກາຍເປັນສິ່ງທີ່ແພງ ແຕ່ຖ້າພວກເຮົາ ມີເວັບໄຊ, ພວກເຮົາພຽງແຕ່ເອົາ ທີ່ຢູ່ຂອງເວັບໄຊເຮົາເຂົ້າໃນໜັງສືພິມ ເຮັດແນວນີ້ຈະປະຫຍັດເນື້ອ ທີ່ ແລະ ເງິນໂຄສະນາ. ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າໄປເບິ່ງເວັບໄຊ ຕາມອິນເຕີເນັດ ແລະ ຊອກຫາຂໍ້ມູນກ່ຽວກັບທຸລະກິດຂອງພວກເຮົາ.

ດັ່ງນັ້ນ, ການມີເວັບໄຊຈິ່ງເປັນແນວທາງໃໝ່ຂອງບັນດາຜູ້ປະກອບການ ” ລາວຍັງໄດ້ເວົ້າຕື່ມອີກວ່າ ລູກຄ້າມີຄວາມສົນໃຈຫຼາຍຂຶ້ນ ກ່ຽວກັບຊື່ສຽງຂອງ ບໍລິສັດ ແລະ ການມີເວັບໄຊເຮັດໃຫ້ບໍລິສັດມີ ໂອກາດມີຊື່ສຽງຫຼາຍຂຶ້ນ. ພວກເຂົາວາງແຜນ ຈະອັບ ເດດເວັບໄຊ ເພື່ອຈະຕື່ມຮູບແບບການ ເຮັດທຸລະກິດ ເຊັ່ນ: ຄວາມສະດວກ ການສົນທະນາໃນເວັບໄຊ ເພື່ອເຮັດໃຫ້ລູກຄ້າສາມາດ ສື່ສານກັນໄດ້ງ່າຍຂຶ້ນ. ພວກເຂົາເເນະນຳໃຫ້ຊອກເອົາເຄື່ອຄ່າຍ ການເຊື່ອມຕໍ່ ເພື່ອທີ່ຈະສະໜອງ ລາຄາທີ່ຖືກ ແລະ ມີຄວາມໜ້າສົນໃຈ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.