Norkhame
ເບິ່ງຈາກຂ້າງໃນ ເບິ່ງຈາກຂ້າງໃນ
ຄຳເວົ້າທີ່ວ່າ: ຢາກໄປເຖິງເປົ້າໝາຍ ຕ້ອງເລີ່ມຈາກຈຸດຈົບ. ໝາຍວ່າ: ໃຫ້ເອົາເປົ້າໝາຍມາເປັນຈຸດເລີ່ມຕົ້ນໃນການສ້າງແຜນງານ, ຈັດຕັ້ງ, ປະເມິນຜົນ ແລະ ກວດສອບແກ້ໄຂ. ການເບິ່ງທີ່ຈຸດທຸລະກິດເຮົາກຳລັງຈະເດີນໄປ, ເປັນການສ້າງຈິນຕະນາການ ໃນການເຮັດວຽກ, ແຮງບັນດານໃຈ, ແລະ ເຮັດໃຫ້ເຮົາສາມາດຄົ້ນຄິດວິທີໃນການເຮັດວຽກແບບໃໝ່ເພື່ອເຮັດໃຫ້ທຸລະກິດສາມາດແຂ່ງຂັນໄດ້. ຄົນເຮັດຜິດມັດ ໃຫ້ໂທດ ຫຼື ຕິຄົນອື່ນ ຫຼື ຖືເອົາປັດໃຈຕ່າງໆເປັນຕົວຕຳນິ. ທັກສະອັນສຳຄັນໃນການເຮັດທຸລະກິດ ແມ່ນຄວາມສາມາດໃນການເບິ່ງຕົນເອງ ແລະ... ເບິ່ງຈາກຂ້າງໃນ

ຄຳເວົ້າທີ່ວ່າ: ຢາກໄປເຖິງເປົ້າໝາຍ ຕ້ອງເລີ່ມຈາກຈຸດຈົບ. ໝາຍວ່າ: ໃຫ້ເອົາເປົ້າໝາຍມາເປັນຈຸດເລີ່ມຕົ້ນໃນການສ້າງແຜນງານ, ຈັດຕັ້ງ, ປະເມິນຜົນ ແລະ ກວດສອບແກ້ໄຂ. ການເບິ່ງທີ່ຈຸດທຸລະກິດເຮົາກຳລັງຈະເດີນໄປ, ເປັນການສ້າງຈິນຕະນາການ ໃນການເຮັດວຽກ, ແຮງບັນດານໃຈ, ແລະ ເຮັດໃຫ້ເຮົາສາມາດຄົ້ນຄິດວິທີໃນການເຮັດວຽກແບບໃໝ່ເພື່ອເຮັດໃຫ້ທຸລະກິດສາມາດແຂ່ງຂັນໄດ້.

ຄົນເຮັດຜິດມັດ ໃຫ້ໂທດ ຫຼື ຕິຄົນອື່ນ ຫຼື ຖືເອົາປັດໃຈຕ່າງໆເປັນຕົວຕຳນິ. ທັກສະອັນສຳຄັນໃນການເຮັດທຸລະກິດ ແມ່ນຄວາມສາມາດໃນການເບິ່ງຕົນເອງ ແລະ ພ້ອມປ່ຽນແປງສະເໜີ. ຄົນບໍ່ສົນໃຈປານໃດ ຫາກການລົ້ມລະລາຍ ທຸລະກິດ ຂອງທ່ານເກີດມາຈາກປັດໃຈທາງນອກ, ເປັນຕົ້ນ ເສດຖະກິດບໍ່ດີ, ຄ່າເງິນປ່ຽນແປງ, ໄພທຳມະຊາດ, ຕ່າງໆ. ສັງຄົມ, ອາດ ສະແດງ ຄວາມເຫັນໃຈ ກັບການສູນເສຍຂອງທ່ານ ແຕ່ມັນກະບໍ່ຊ່ວຍໃຫ້ທຸລະກິດຂອງທ່ານຟື້ນຄືນຊີບຂື້ນມາໄດ້, ເຖິງຈະແມ່ນຍ້ອນປັດໃຈພາຍນອກກໍ່ຕາມ. ດັ່ງນັ້ນ, ທ່ານຕ້ອງພ້ອມສະເໜີ ທີ່ຈະທົບທວນ ສະພາບການດຳເນີນທຸລະກິດ. ໂດຍການເບິ່ງຈາກຄວາມສາມາດພາຍໃນ, ສິ່ງທີ່ທ່ານຄຸ້ມຄອງໄດ້ ແລະ ການນຳເອົາປັດໃຈເຫຼົ່ານັ້ນ ມາດຳເນີນທຸລກິດ ເພື່ອເອົາຊະນະກັບປັດໃຈທາງນອກ ເປັນທັກສະທີ່ທ່ານຈະຕ້ອງໄດ້ພັດທະນາ.

ເມື່ອໃດທ່ານລົ້ມ, ຈຳເປັນບໍ່ຕ້ອງໄປປ່າວປະກາດວ່າເປັນຍ້ອນອັນນັ້ນອັນນີ້? ກ່ອນຈະດຳເນີນທຸລະກິດໃດໜຶ່ງ, ທ່ານຕ້ອງພ້ອມທີ່ຈະມີຄວາມສາມາດໃນການປະເມີນຕົນເອງ. ໃນນັ້ນ, ຄວາມສາມາດສ່ວນບຸກຄົນສຳຄັນຫຼາຍ, ບວກກັບການອັດສີດເງິນເຂົ້າໃນຂະບວນການທຸລະກິດ ທີ່ສ້າງກຳໄລ. ໃນປະຈຸບັນ, ສ ປ ປ ລາວ ເຂົ້າຮ່ວມສົນທິສັນຍາການຄ້າສາກົນ, ພາກພື້ນ ແລະ ສະເພາະກັບຫຼາຍໆປະເທດ. ເປັນໂອກາດເຮັດໃຫ້ສິນຄ້າລາວ ສາມາດເຂົ້າໄປຂາຍທີ່ຕ່າງປະເທດໄດ້ ແລະ ໃນຂະນະດຽວກັນ ກໍ່ເປັນການເປີດໂອກາດໃຫ້ແກ່ສິນຄ້າຕ່າງປະເທດເຂົ້າມາຂາຍໃນ ສ ປ ປ ລາວ. ນັ້ນໝາຍວ່າ ຫາກສິນຄ້າທ່ານເນັ້ນຕະຫຼາດພາຍໃນ, ທ່ານຈະຍິ່ງມີຄູ່ແຂ່ງຫຼາຍຂື້ນກວ່າທີ່ເປັນມາ.

ຫາກທ່ານເລືອກເຮັດທຸະກິດ ອັນເກີດມາຈາກແຮງບັນດານໃຈຕົນເອງ, ທ່ານຕ້ອງໄດ້ປະເມີນຄວາມສາມາດສະເພາະທີ່ມີ, ໂອກາດທາງການຂາຍ ແລະ ຂະໜາດຂອງລູກຄ້າ ທີ່ຈະມາຊົມໃຊ້ການບໍລິການ ແລະ ທຸລະກິດຂອງທ່ານ. ຫາກທ່ານເຮັດການຜະລິດ ກະສິກຳ ເປັນສິນຄ້າ, ທ່ານຕ້ອງໜັ້ນໃຈວ່າ ມີວັດຖຸດິບພຽງພໍສຳລັບການຜະລິດ, ແຮງງານ ແລະ ຂັ້ນຕອນການຜະລິດ ທີ່ປະຫຍັດຕົ້ນທຶນ ເພື່ອສ້າງຜົນກຳໄລໃຫ້ໄດ້ຫຼາຍທີ່ສຸດ.

ເຄີຍເຫັນຈີ່ກ້ວາຍແຄມທາງບໍ່? ໃຜໆກໍ່ເຮັດໄດ້. ການສ້າງຄວາມແຕກຕ່າງໃຫ້ແກ່ຜົນຜະລິດ ເປັນສິ່ງຕ້ອງການຫຼາຍໃນສັງຄົມປະຈຸບັນ. ການນຳເອົາທັກສະການຜະລິດຫຼາກຫຼາຍ ມາເຮັດໃຫ້ຜົນຜະລິດອາຫານ ແລະ ເຄື່ອງດື່ມ ມີຣົດຊາດເປັນເອກະລັກສະເພາະຕົວ ຈະເຮັດໃຫ້ສິນຄ້າເປັນທີ່ນິຍົມ. ຮູບແບບການສ້າງຄຸນຄ່າ ທັງດ້ານຄຸນນະພາບ, ສີສັນ, ຮູບຊົງ ຫຼື ເອກະລັກສະເພາະຕົວ, ໝາຍວ່າທ່ານສາມາດສ້າງວັດດຸດິບດຽວກັນກາຍເປັນຄຸນຄ່າໃໝ່ ທີ່ອາດແປກກວ່າໝູ່, ແຊບກວ່າໜູ່ ເຂົ້າກັບກຸ່ມເປົ້າໝາຍ.

ທ່ານຈະເຫັນໄດ້ວ່າ: ການເຮັດທຸລະກິດ ບໍ່ໄດ້ສະຫງວນແດ່ຄົນມີເງິນເທົ່ານັ້ນ. ຄວາມພ້ອມດ້ານການເງິນເປັນພຽງປັດໃຈໜຶ່ງໃນການດຳເນີນທຸລະກິດ. ຫາກທ່ານເຫັນວ່າຕົນເອງ ມີແຮງຈູງໃຈ, ມີທັກສະໃນການບໍລິຫານທີ່ດີ, ແລະ ມີການເງິນອັດສີດໃນການດຳເນີນທຸລະກິດ ເພື່ອສ້າງຜົນກຳໄລ ແລະ ສຳຄັນແມ່ນທັກສະຮັບມືກັບການປ່ຽນແປງຂອງສະພາບທຸລະກິດ ຈະຍິ່ງເຮັດໃຫ້ທ່ານສາມາດນຳພາທຸລະກິດຂອງທ່ານສູ່ຄວາມສຳເລັດໄດ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.