Norkhame
ຮູ້ຈິດໃຈຂອງຕົນເອງ ຮູ້ຈິດໃຈຂອງຕົນເອງ
ການຮັບຮູ້ຄວາມຮູ້ສຶກພາຍໃນວ່າກຳລັງຄິດຫຍັງ ແລະ ຕ້ອງການຫຍັງ ຈະເປັນແນວທາງໃນການສ້າງກິດຈະກຳ ຫຼື ການກະທຳໃນຕົວຈິງ. ການສຶກສາຄວາມຮູ້ສຶກພາຍໃນ ທຸກໆຄົນສາມາດຮຽນຮູ້ໄດ້. ເຊິ່ງເປັນຄວາມຮູ້ສຶກປະສາດສຳພັດທີ່ທຸກໆຄົນມີມາແຕ່ກຳເນີດ. ຫຼາຍໆຄົນອາດມີຄວາມຮັກ, ມັກ ແລະ ມີນິດໃສສະເພາະຂອງຕົນເອງມາແຕ່ກຳເນີດ. ຄວາມຮູ້ສຶກຂ້າງໃນທີ່ເປັນຢູ່ກໍ່ມັກຈະມີອິດທິພົນມາຈາກຫຼາຍໆສະຖານະການເຊັ່ນດຽວກັນ, ເປັນຕົ້ນ ສາດສະໜາ, ສະພາບຄອບຄົວ ແລະ ສັງຄົມ. ຄວາມຮູ້ສຶກພາຍໃນແຕ່ລະຄົນນັ້ນ ຈະມີລັກສະນະສະເພາະ ເຊິ່ງກໍ່ຕົວໃນບຸກຄົນໃດໜຶ່ງ. ການເຂົ້າໄປຮັບຮູ້ຕົວຕົນພາຍໃນເປັນການສ້າງໃຫ້ຕົນເອງ ເຂົ້າໃຈຕົວຕົນຫຼາຍຂື້ນ... ຮູ້ຈິດໃຈຂອງຕົນເອງ

ການຮັບຮູ້ຄວາມຮູ້ສຶກພາຍໃນວ່າກຳລັງຄິດຫຍັງ ແລະ ຕ້ອງການຫຍັງ ຈະເປັນແນວທາງໃນການສ້າງກິດຈະກຳ ຫຼື ການກະທຳໃນຕົວຈິງ. ການສຶກສາຄວາມຮູ້ສຶກພາຍໃນ ທຸກໆຄົນສາມາດຮຽນຮູ້ໄດ້. ເຊິ່ງເປັນຄວາມຮູ້ສຶກປະສາດສຳພັດທີ່ທຸກໆຄົນມີມາແຕ່ກຳເນີດ.

ຫຼາຍໆຄົນອາດມີຄວາມຮັກ, ມັກ ແລະ ມີນິດໃສສະເພາະຂອງຕົນເອງມາແຕ່ກຳເນີດ. ຄວາມຮູ້ສຶກຂ້າງໃນທີ່ເປັນຢູ່ກໍ່ມັກຈະມີອິດທິພົນມາຈາກຫຼາຍໆສະຖານະການເຊັ່ນດຽວກັນ, ເປັນຕົ້ນ ສາດສະໜາ, ສະພາບຄອບຄົວ ແລະ ສັງຄົມ. ຄວາມຮູ້ສຶກພາຍໃນແຕ່ລະຄົນນັ້ນ ຈະມີລັກສະນະສະເພາະ ເຊິ່ງກໍ່ຕົວໃນບຸກຄົນໃດໜຶ່ງ. ການເຂົ້າໄປຮັບຮູ້ຕົວຕົນພາຍໃນເປັນການສ້າງໃຫ້ຕົນເອງ ເຂົ້າໃຈຕົວຕົນຫຼາຍຂື້ນ ວ່າຕ້ອງການສິ່ງໃດ ແລະ ຄິດຢາກໄດ້ຫຍັງ?

ຄຳສັງສອນອັນໜຶ່ງພະພຸດທະເຈົ້າກໍ່ຄືວ່າ: ຕົນເປັນທີ່ເພີ່ງຂອງຕົນ. ເມື່ອມາເບິ່ງຈຸດນີ້ແລ້ວ. ນັບແຕ່ການສຶກສາຄວາມຮູ້ສຶກນຶກຄິດຂອງຕົນເອງ ເພື່ອສ້າງໃຫ້ຕົນເຫັນຄວາມສຸກທີ່ແທ້ຈິງນັ້ນ ຈິ່ງເປັນໜ້າທີ່ຂອງບຸກຄົນ. ເວົ້າແນວນີ້ກໍ່ບໍ່ໄດ້ໝາຍວ່າບໍ່ໃຫ້ເພີ່ງສິ່ງທີ່ຕາບໍ່ເຫັນ. ຄົນລາວຈະມີພິທີທາງສາດສະໜາຫຼາຍອັນເພື່ອເຮັດໃຫ້ຕົນເອງເປັນສຸກ ເຊັ່ນ: ການແຈກທານ, ການເຮັດບຸນຫາບັນພະບູລຸດ ເພື່ອໃຫ້ເພີ່ນເປັນສຸກ ແລະ ທີ່ແນ່ນອນຄົນລາວກໍ່ເຊື່ອວ່າຈາກການເຮັດບຸນຕົນເອງກໍ່ຈະເປັນສຸກຫຼາຍຂື້ນ.

ສິ່ງໜຶ່ງທີ່ຢາກຈະໃຫ້ເຫັນບົດບາດຄວາມສຳຄັນກໍ່ຄືຕົນເອງ ກໍ່ຍ້ອນວ່າຕົນເອງນັ້ນແຫຼ້ຄືທີ່ມາຂອງຄວາມສຸກຫຼືທຸກ. ວິທີທີ່ພະພຸດທະເຈົ້າສອນໃຫ້ຮູ້ຈັກຕົນເອງກໍ່ຄືການນັ່ງ, ນອນ ແລະ ຢືນສະມາທິ. ໃນທາງໜຶ່ງກໍ່ຄືເປັນການເຝິກໃຫ້ຕົນເອງມີສະຕິທຸກໆອະລິຍາບົດ. ທີ່ສຳຄັນແມ່ນເລີ່ມສັງເກດ ແລະ ຮັບຮູ້ອະລິຍາບົດຂອງຮ່າງກາຍ ຈົນໄປຮອດຄວາມຄິດ.

ຈັບຄວາມຄິດທຸກໆອະລິຍາບົດ ແລະ ສັງເກດເບິ່ງປະກົດການທີ່ເຮັດໃຫ້ມີການປ່ຽນແປງ. ປະປ່ອຍອະດີດເພາະວ່າບໍ່ໄດ້ເຮັດໃຫ້ປະຈຸບັນມີການປ່ຽນແປງ ແລະ ກໍ່ບໍ່ຕ້ອງເປັນກັງວົນກັບອານາຄົດເພາະວັນເວລາຈະຜ່ານເຂົ້າມາໃຫ້ທ່ານໄດ້ຫາປະສົບການ. ສິ່ງທີ່ເຮັດໄດ້ກໍ່ຄືປະຈຸບັນ. ເພາະມັນຈະກາຍເປັນອາດີດແນ່ນອນ. ຈົ່ງໃຊ້ປະຈຸບັນເປັນການສ້າງອາດີດທີ່ໜ້າຈົດຈຳ ແລະ ເປັນການສ້າງຫົນທາງສູ່ອານາຄົດທີ່ຄາດຫວັງ.

ໃນແຕ່ລະວັນໃຫ້ເຝິກການຢູ່ກັບປະຈຸບັນ. ໂດຍການສັງເກດວ່າໄດ້ມີຄວາມຄິດໃດບໍ່ທີ່ຫວນກັບອາດີດ ຫຼື ຫຼົງຄິດວິຕົກກັງວົນກັບອານາຄົດ. ຖ້າຫາກທ່ານເຫັນຄວາມຄິດຕົນເອງແລ້ວ, ທ່ານຈະຮັບຮູ້ຄວາມກັງວົນ, ຄວາມຢ້ານ ແລະ ສິ່ງທ້າທ່າຍ. ຕໍ່ໄປຈະເນາະນຳ ການຫັນປ່ຽນຄວາມຢ້ານໃຫ້ກາຍເປັນແຮງພັກດັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.