Norkhame
ເຝິກເປັນການນຳ ເຝິກເປັນການນຳ
ເວລາເຮົາບອກຄົນວ່າ ເປັນຫວົໜ້າ ບໍລິສັດ, ອົງກອນ, ຫຼື ໜ່ວຍງານໃດໜຶ່ງ ເປັນອີກໜຶ່ງວິທີບອກອຳນາດ ແລະ ຄວາມເກັ່ງກ້າໃນໜ້າທີ່ການງານ. ບໍ່ວ່າຈະຕໍາແໜ່ງໃດໆ, ຄວາມສາມາດໃນການນຳພາ ເປັນສິ່ງຈຳເປັນຫຼາຍ. ສິ່ງທີ່ຈະກ່າວໃນຕໍ່ໄປນີ້ ເປັນລັກສະນະ ຜູ້ນຳຫຼາຍໆຄົນນຳໄປເຝິກ ແລະ ຈັດຕັ້ງຕົວຈິງ. ສ້າງວິໃສທັດທີ່ໜ້າຕື່ນເຕັ້ນ ແລະ ເຕັມໄປດ້ວຍສິ່ງທ້າທາຍ ໃຫ້ແກ່ທີມງານ ແກ່ບໍລິສັດ ຫຼື ອົງກອນ.... ເຝິກເປັນການນຳ

ເວລາເຮົາບອກຄົນວ່າ ເປັນຫວົໜ້າ ບໍລິສັດ, ອົງກອນ, ຫຼື ໜ່ວຍງານໃດໜຶ່ງ ເປັນອີກໜຶ່ງວິທີບອກອຳນາດ ແລະ ຄວາມເກັ່ງກ້າໃນໜ້າທີ່ການງານ. ບໍ່ວ່າຈະຕໍາແໜ່ງໃດໆ, ຄວາມສາມາດໃນການນຳພາ ເປັນສິ່ງຈຳເປັນຫຼາຍ. ສິ່ງທີ່ຈະກ່າວໃນຕໍ່ໄປນີ້ ເປັນລັກສະນະ ຜູ້ນຳຫຼາຍໆຄົນນຳໄປເຝິກ ແລະ ຈັດຕັ້ງຕົວຈິງ.

  1. ສ້າງວິໃສທັດທີ່ໜ້າຕື່ນເຕັ້ນ ແລະ ເຕັມໄປດ້ວຍສິ່ງທ້າທາຍ ໃຫ້ແກ່ທີມງານ ແກ່ບໍລິສັດ ຫຼື ອົງກອນ.

ວິໃສທັດ ເປັນສິ່ງຈຳເປັນຫຼາຍ. ຫາກວິໃສທັດ ສູງກວ່າຄວາມສາມາດຂອງຄົນພາຍໃນທີມງານເກີນໄປ ອາດເຮັດໃຫ້ບໍ່ສາມາດບັນລຸແນວຄິດນັ້ນໆໄດ້. ເວົ້າລວມ: ວິໃສທັດ ບໍ່ແມ່ນສິ່ງເພີ້ຝັນ. ທ່ານບໍ່ສາມາດ ກົບປີ້ເອົາແນວຄິດດີໆຈາກຄົນອື່ນ ເພື່ອມາໃຫ້ທີມງານ ຕົນເອງປະຕິບັດ. ໃນທາງກັບກັນ, ຫາກຕັ້ງວິໃສທັດຕໍ່າເກີນໄປ ຕາມຄວາມຕ້ອງການຂອງສັງຄົມ ອົງກອນກໍ່ຈະດ້ອຍ ແລະ ຫຼ້າຫຼັງ. ເຮັດໃຫ້ຄົນກັບມາຖາມຄືນ ສິ່ງພົ້ນເດັ່ນຂອງການເປັນການນຳ.

  1. ຈັດຕັ້ງປະຕິບັດວິໃສທັດ ໃຫ້ກາຍເປັນຍຸດທະສາດ ທີ່ເຕັມໄປດ້ວຍກິດຈະກຳ ສາມາດປະຕິບັດໄດ້ ແລະ ສິ່ງທີ່ຕ້ອງຫຼີກລ່ຽງ.

ໃນຊ່ວງເວລາຮັບຜິດຊອບໜ້າທີ່ ທ່ານຈະຕ້ອງໄດ້ ຄັດສັນແນວຄິດ ທີ່ຈະມາຈັດຕັ້ງປະຕິບັດ. ການສ້າງວິໃສທັດ ໃຫ້ແທດເໜາະກັບທີມງານ ເປັນສິ່ງທ້າທາຍຫຼາຍ. ທ່ານຕ້ອງຊັງຊາ ເບິ່ງລະດັບຄວາມສາມາດຂອງທີມງານ ແລະ ຄວາມອາດສາມາດໃນການພັດທະນາໂດຍລວມ.

  1. ສ້າງ, ພັດທະນາ ແລະ ໃຫ້ລາງວັນແກ່ ສະມາຊິກພາຍໃນທີມງານ ທີ່ມີຜົນງານດີເລີດ ໃນການຈັດຕັ້ງປະຕິບັດ ຍຸດທະສາດ,

ເນື່ອງຈາກຕ້ອງການຄົນຫຼາຍໆແນວຄິດມາຮ່ວມອຸດົມການ, ສະນັ້ນ ການສ້າງທີມງາມ ໃຫ້ເຂົ້າໃຈທິດທາງດຽວ ກັນເປັນບາດກ້າວທຳອິດ. ຈາກນັ້ນ ທ່ານຕ້ອງພະຍາຍາມພັກດັນຄວາມສາມາດທີ່ທີມງານສາມາດເຮັດໄດ້. ອາດ ຈຳເປັນຕ້ອງໄດ້ມີການເຝິກອົບຮົມ ໄລຍະສັ້ນ ຫຼື ຍາວ ແລ້ວແຕ່ໜ້າທີ່ຂອງວຽກງານນັ້ນໆ. ການໃຫ້ລາງວັນແກ່ ຄົນທີ່ມີຜົນງານ ຕ້ອງໂປ່ງໃສ່ ແລະ ໃຫ້ຖືເປັນການພັກດັນແຮງບັນດານໃຈໃຫ້ມີການສ້າງສັນຜົນງານ. ຖ້າເຮັດ ຈຸດນີ້ບໍ່ໄດ້, ອາດກໍ່ໃຫ້ເກີດຄວາມແຕກແຍກ. ເມື່ອໃດຍ້ອງຄົນບໍ່ມີຜົນງານ, ເມື່ອນັ້ນໝາກຜົນຂອງ “ທີມງານ ອາດລົດລົງ. ເພາະຄົນໃນທີມຈະຄິດວ່າ ບໍ່ຈຳເປັນເຮັດດີຫຼາຍກະຖືກຍ້ອງ.

  1. ເນັ້ນໜັກໃນການວັດແທກຜົນໄດ້ຮັບ

ແຕ່ລະໜ້າທີ່ຄວນມີເປົ້າໝາຍທີ່ສາມາດກວດສອບໄດ້. ທັງນີ້ເພື່ອໃຫ້ເຫັນຄວາມສາມາດຂອງທີມງານໃນການ ສ້າງກິດຈະກຳຕົວຈິງໃຫ້ບຸນລຸເປົ້າໝາຍວາງໄວ້. ການວັດແທກ ຈະເຮັດໃຫ້ເຫັນສິ່ງທີ່ຍັງຄົງຄ້າງ ແລະ ຕ້ອງ ຮີບປັບປຸງ ເພື່ອໃຫ້ທັນກັບແຜນການກຳນົດໄວ້. ທັກສະໃນການປະເມີນຜົນ ຈຳເປັນຫຼາຍ ເພາະມັນ ເປັນວິທີ ສ້າງແນວທາງ ການຈັດຕັ້ງວຽກງານ ໃຫ້ໄດ້ຮັບຜົນສຳເລັດ. ຄວາມສາມາດໃນການປັບປ່ຽນ ໄປຕາມສະພາບ ການ ເປັນປັດໃຈຫຼັກໆ ໃນການສ້າງວຽກງານໄປສູ່ຄວາມສຳເລັດ.

  1. ພັກດັນດ້ານນະວັດຕະກຳ ແລະ ສົ່ງເສີມນິດໃສການຮຽນຮູ້ພາຍໃນທີມງານ ແລະ ສ້າງຜູ້ນຳຄົນໃໝ່

ການປ່ຽນແປງເທັກໂນໂລຍີໃນຍຸກປະຈຸບັນໄວຫຼາຍ. ວິໃສທັດໃດ ຫາກຕັດແຍກອອກຈາກ ການດັດປັບ ໄປຕາມການປ່ຽນແປງຂອງໂລກ ຈະເຮັດໃຫ້ຕົກຍຸກ ແລະ ບໍ່ສາມາດບັນລຸໄດ້. ເມື່ອທ່ານຄິດປະຍຸກ ວິໃສທັດ ເຂົ້າໃຈການເຮັດວຽກເປັນທີມງານ ຈະເປັນການເອົາວຽກງານ ຕິດແທດກັບ ເຕັກນິກໃໝ່ ທີ່ຈະຊ່ວຍພັກ ດັນຮູບແບບການເຮັດວຽກ ວ່ອງໄວ ແລະ ມີປະສິດທິຜົນຫຼາຍຂື້ນ.

  1. ນຳພາຕົນເອງ – ຮູ້ຈັກຕົນເອງ, ພັດທະນາຕົນເອງ ແລະ ດຳລົງຊີວິດໃຫ້ມີຄວາມດຸ່ນດ່ຽງ

ເຮົາບໍ່ຄວນຄິດວ່າ ການເປັນຫົວໜ້າ ຄືການບັນລຸຄວາມເກັ່ງກ້າ. ອາດແມ່ນໃນສະເພາະອົງກອນ. ຫາກເມື່ອເບິ່ງ ບໍລິສັດອື່ນ, ອົງກອນອື່ນ ຫຼື ປະເທດອື່ນໆ ທ່ານອາດຍັງດ້ອຍຫຼາຍ. ສະນັ້ນ ຄວາມສາມາດໃນການພັດທະ ນາຕົນເອງ ຈຳເປັນຫຼາຍ ໃນການພັກດັນ ວິໃສທັດໃຫ້ເປັນຈິງ. ໂດຍລວມບໍ່ຢາກໃຫ້ຫົວໜ້າໃດໆໃນລາວ ໄປອ້າງເກັ່ງໃສ່ປະເທດພັດທະນາ. ເຮົາຕ້ອງພູມໃຈໃນການເປັນປະເທດ ແລະ ເປີດໂອກາດຮຽນຮູ້ ປະສົບການໃໝ່ໆ ຈາກປະເທດເຂົາເຈົ້າມາສູ່ສັງຄົມລາວ.

ໃນປະຈຸບັນ ມີການແຂ່ງຂັນສູງຫຼາຍ. ບໍລິສັດທີ່ເຄີຍເອົາຕໍແໜ່ງໃຫ້ແກ່ລູກຫຼານເປັນການນຳເລີ່ມຫຼາຍໄປ. ເພື່ອໃຫ້ແຂ່ງກັບບໍລິສັດອື່ນໄດ້, ຈິ່ງເຮັດໃຫ້ຕຳແໜ່ງບໍລິຫານຕ່າງໆຖືກມອບໃຫ້ແກ່ຄົນບໍລິຫານວຽກງານໄດ້. ເປັນຕົ້ນບໍລິສັດມະຫາຊົນ ທີ່ມີຄະນະກຳມະການບໍລິສັດມາຈາກຫຼາຍພາກສ່ວນຖືຫຸ້ນ. ບໍ່ວ່າຈະກ້າວມາເປັນຕຳແໜ່ງການນຳ ດ້ວຍສາຍເລືອດ ຫຼື ດ້ວຍຄວາມສາມາດ, ທ່ານຈະຕ້ອງໄດ້ເຝິກແອບທັກສະການເປັນຜູ້ນຳ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.