Norkhame
ວຽກງານທີ່ເຂົ້າກັບ ອິນເຕີເນັດໄດ້ດີ ວຽກງານທີ່ເຂົ້າກັບ ອິນເຕີເນັດໄດ້ດີ
​ທ່ານສາມາດສ້າງລາຍຮັບພິເສດ ຖ້າຫາກຮູ້ຈັກນຳໃຊ້ອິນເຕີເນັດ. ໃນຍຸກປະຈຸບັນ ໂດຍສະເພາະໃນປະ ເທດພັດທະ ນາແລ້ວ, ຈະນຳໃຊ້ E-Business ຫຼື ຄວາມລາວວ່າ: ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ.​ E-Business ເວົ້າ​ໂດຍ​ຫຍໍ້ ແມ່ນໝາຍ​ເຖິງກາ​ນນຳ​ໃຊ້​ເຕັກ​ໂນ​ໂລຢີ່ຂໍ້ມູນຂ່າວສານເຂົ້າຮັບໃຊ້ທຸລະກິດ. ຫຼາຍທຸລະກິດ ໄດ້ຂາຍສິນຄ້າ ແລະ ການບໍລິການ ​ຜ່ານ​ທາງ​ເວັບ​ໄຊ ຫຼາຍຂື້ນ. ທັງປະຫຍັດ ແລະ ເປັນການສະແດງສິນຄ້າໃຫ້ຄົນ ທົ່ວທຸກມູມໂລກເຫັນ... ວຽກງານທີ່ເຂົ້າກັບ ອິນເຕີເນັດໄດ້ດີ

​ທ່ານສາມາດສ້າງລາຍຮັບພິເສດ ຖ້າຫາກຮູ້ຈັກນຳໃຊ້ອິນເຕີເນັດ. ໃນຍຸກປະຈຸບັນ ໂດຍສະເພາະໃນປະ ເທດພັດທະ ນາແລ້ວ, ຈະນຳໃຊ້ E-Business ຫຼື ຄວາມລາວວ່າ: ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ.​

E-Business ເວົ້າ​ໂດຍ​ຫຍໍ້ ແມ່ນໝາຍ​ເຖິງກາ​ນນຳ​ໃຊ້​ເຕັກ​ໂນ​ໂລຢີ່ຂໍ້ມູນຂ່າວສານເຂົ້າຮັບໃຊ້ທຸລະກິດ. ຫຼາຍທຸລະກິດ ໄດ້ຂາຍສິນຄ້າ ແລະ ການບໍລິການ ​ຜ່ານ​ທາງ​ເວັບ​ໄຊ ຫຼາຍຂື້ນ. ທັງປະຫຍັດ ແລະ ເປັນການສະແດງສິນຄ້າໃຫ້ຄົນ ທົ່ວທຸກມູມໂລກເຫັນ ຊົວພິບຕາ.  ນອກນັ້ນ, ຍັງຖືກນຳໃຊ້ເປັນເຄື່ອງມື ຄົ້ນຄ້ວາ ​ແລະ ພັດທະນາ, ​ການ​ດຳ​ເນີນ​ງານ ສະໜອງບໍລິການ, ກະຕຸ້ນການ​ຜະລິດ, ພັກດັນການ​ຕະຫລາດ ​ແລະ ການ​ຂາຍ, ແຈ້ງຂໍ້ມູນການ​ຂົນ​ສົ່ງ, ການ​ບໍລິຫານ​ຊັບພະຍາກອນ​ມະນຸດ, ການ​ເງິນ ແລະ ​ການ​ຮ່ວມຕົວລະບົບມູນ​ຄ່າຕ່າງໆໃນຂະແໜງທຸລະກິດ.

E-Business ສ້າງໃຫ້ມີຕິດຕໍ່ ​ພົວພົນ​ລະຫວ່າງ ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ລູກ​ຄ້າ​ຂອງ​ອົງການ ຫຼາຍຂື້ນຢ່າງ ບໍ່ເຄີຍມີມາກ່ອນ. ສິ່ງທີ່ມີການ ໃຊ້ E-Business ຫຼາຍທີ່ສຸດແມ່ນໃນຂົງເຂດນີ້:

​ເວົ້າຢ່າງລະອຽດ, ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ ສາມາດ​ໃຫ້​ຄຳ​ນິຍາມ​ດັ່ງ​ຕໍ່​ໄປ​ນີ້:

1.    ບັນດາການ​ສື່ສານ: ການ​ຂົນ​ສົ່ງ​ຜະລິດ​ຕະພັນ, ການ​ບໍລິການ, ຂ່າວສານ  ຫຼື ການ​ຈ່າຍ​ຜ່ານ​ທາງ​ລະບົບ​ຄອມ​ພິວ​ເຕີ້ ຫຼື ຜ່ານສື່​ທາງ​ເອ​ເລັກ​ໂທຼນິກທາງອື່ນໆ.

2.    ການ​ຄ້າ:  ສະໜອງການ​ຊື້  ແລະ   ຂາຍ​ຜະລິດ​ຕະພັນ, ການ​ບໍລິການ ​ແລະ  ຂ່າວສານ​ຜ່ານ​ທາງ​ອິນ​ເຕີ​ເນັດ ​ແລະ ການ​ບໍລິການ​ອອນ​ລ​າຍອື່ນໆ.

3.    ສ້າງຂະ​ບວນການ​ທຸລະ​ກິດ: ການ​ເຮັດທຸລະ​ກິດ​ຜ່ານທາງ​ເອ​ເລັກ​ໂທຼນິກ ​ແມ່ນ​ການນຳ​ເອົາທຸກໆ​ຂະ​ບວນການຂອງ​ທຸລະ​ກິດ​ເຂົ້າມາສູ່​ລະບົບ​ເຄື່ອຄ່າ​ຍ​ເອ​ເລັກ​ໂທຼນິກ,ດ້ວຍ​ ການສະໜອງຂໍ້​ມູນ ເພື່ອ​ນຳ​ມາ​ເຊິ່ງຂະ​ບວນການ​ເຮັດທຸລະ​ກິດ​ໃນ​ພາກ​ປະຕິບັດ​ຕົວ​ຈິງ.

4.    ການ​ບໍລິການ: ​ເປັນ​ເຄື່ອງມື​ທີ່​ບັນຈຸ​​ ຄວາມ​ຕ້ອງການ​ຂອງ​ພາກ​ລັດຖະບານ, ບໍລິສັດ, ຜູ້​ຊົມ​ໃຊ້ ​ແລະ ການ​ບໍລິຫານ ເພື່ອ​ຫຼຸດຜ່ອນ​ລາຄາ ​ແລະ ​ໃນ​ຂະນະ​ດຽວກັນ​ກໍ່​ເພີ່ມ​ຄຸນ​ນະພາ​ບ​ການ​ບໍລິການ​ລູກ​ຄ້າ ​ແລະ ​ເພີ່ມ​ຄວາມ​ໄວ​ໃນ​ການສະໜອງການ​ບໍລິການ.

5.    ການຮຽນຮູ້: ເຮັດ​ໃຫ້​ສາມາດຈັດການ​ເຝິກອົບຮົມ​ ແລະ ການ​ສຶກສາແບບ​ອອນ​ລາຍ ໃນ​ໂຮງຮຽນ, ມະຫາວິທະຍາ​ໄລ ​ແລະ ບັນດາ​ອົງການ​ຈັດຕັ້ງອື່ນໆ, ລວມທັງ ບັນດາ​ຫົວໜ່ວຍທຸລະ​ກິດ.

6.    ການ​ປະສານ​ງານ: ​ເຮັດ​ໃຫ້​ ​ໂຄງ​ສ້າງວຽກງານ ມີ​ການ​ປະສານ​ງານກັນ​ລະຫວ່າງ​ພາຍ​ນອກ ​ແລະ ພາຍ​ໃນອົງ ການ​ຈັດ​ຕັ້ງ​.

7.    ຊຸ່ມ​ຊົນໝູ່ຄະນະ: ​ເກັບ​ກຳ​ ລາຍ​ລະອຽດຂອງ ​ສະມາຊິກ​​ໃນຊຸມ​ຊົນ​ໃດໜຶ່ງ ເພື່ອ ຈັດຕັ້ງການຮໍ່າຮຽນ, ຊື້ຂາຍ ​ແລະ ສ້າງການອ່ານ ຫຼື ພັກດັນວຽກງານຊຸມຊົນ.

ກິດຈະກຳທຸລະກິດຂອງທ່ານແມ່ນຫຍັງ, ຖ້າທ່ານມີສິນຄ້າ ຫຼື ການບໍລິການ ທ່ານສາມາດນຳໃຊ້ E-Business ເພື່ອສ້າງລາຍຮັບ ໃຫ້ຫຼາຍ ດັ່ງທີ່ທ່ານຕັ້ງໃຈໄວ້.​

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.