Norkhame
ຮຽນຈາກເຮັດຈິງ ຮຽນຈາກເຮັດຈິງ
ຄວາມສາມາດເກີດມາຈາກການສຶກສາ ແລະ ສຳຄັນສຸດແມ່ນການເຝິກຝົນສິ່ງທີ່ຮູ້ ເຂົ້າໃນໜ້າທີ່ຕົວຈິງ. ສຳລັບນັກ ຮຽນຈົບການສຶກສາໃໝ່, ທ່ານອາດຄິດວ່າເຂົາເຈົ້າ ອາດບໍ່ຮູ້ການປະຕິບັດໜ້າທີ່ນັ້ນໆ ຖ້າເຮົາມອບໝາຍໃຫ້ຄົນອື່ນເຮັດ. ຫຼາຍຄັ້ງທີ່ຜູ້ບໍລິຫານ ຫຼື ຜູ້ຈັດການຄິດເຖິງແຕ່ຕົນເອງ. ຜູ້ນຳຂັ້ນສູງບາງກຸ່ມ, ພວກເຂົາມີການຖືຕົວ ທີ່ຢຶດຕິດກັບວຽກຂອງຕົນເອງ. ເພາະຄິດວ່າ ຕົນເອງເປັນຜູ້ບໍລິຫານ ຫຼື ຜູ້ຈັດການ ທີ່ຮອບຮູ້ທຸກໆເລື່ອງ. ຄົນເຫຼົ່ານີ້ຕ້ອງການໃຫ້ຄົນອື່ນຄິດວ່າ ຕົນເອງຮູ້ເລື່ອງທັງໝົດ ແລະ ຮູ້ຢູ່ຕະຫຼອດເວລາວ່າ.... ຮຽນຈາກເຮັດຈິງ

ຄວາມສາມາດເກີດມາຈາກການສຶກສາ ແລະ ສຳຄັນສຸດແມ່ນການເຝິກຝົນສິ່ງທີ່ຮູ້ ເຂົ້າໃນໜ້າທີ່ຕົວຈິງ. ສຳລັບນັກ ຮຽນຈົບການສຶກສາໃໝ່, ທ່ານອາດຄິດວ່າເຂົາເຈົ້າ ອາດບໍ່ຮູ້ການປະຕິບັດໜ້າທີ່ນັ້ນໆ ຖ້າເຮົາມອບໝາຍໃຫ້ຄົນອື່ນເຮັດ.

ຫຼາຍຄັ້ງທີ່ຜູ້ບໍລິຫານ ຫຼື ຜູ້ຈັດການຄິດເຖິງແຕ່ຕົນເອງ. ຜູ້ນຳຂັ້ນສູງບາງກຸ່ມ, ພວກເຂົາມີການຖືຕົວ ທີ່ຢຶດຕິດກັບວຽກຂອງຕົນເອງ. ເພາະຄິດວ່າ ຕົນເອງເປັນຜູ້ບໍລິຫານ ຫຼື ຜູ້ຈັດການ ທີ່ຮອບຮູ້ທຸກໆເລື່ອງ. ຄົນເຫຼົ່ານີ້ຕ້ອງການໃຫ້ຄົນອື່ນຄິດວ່າ ຕົນເອງຮູ້ເລື່ອງທັງໝົດ ແລະ ຮູ້ຢູ່ຕະຫຼອດເວລາວ່າ. ດັ່ງນັ້ນ ພວກເຂົາຈຶ່ງປະຕິເສດທີ່ຈະມອບ      ໝາຍວຽກໃຫ້ກັບຄົນອື່ນໆ. ຂາດຄວາມເຊື່ອຖື ແລະ ຄວາມຄິດແບບນີ້ເປັນຄວາມເຂົ້າໃຈຜິດມະຫັນ. ເຮົາບໍ່ຈໍາເປັນຕ້ອງຮູ້ຕະຫຼອດເວລາວ່າມີຫຍັງເກີດຂຶ້ນຢູ່ໃສແດ່. ພວກເຮົາຄວນໃຫ້ຄວາມໄວ້ໃຈ ແລະ ໃຊ້ການສື່ສານເພື່ອ ກວດສອບວຽກງານ ແລະ ສອບຖາມຂໍ້ມູນນຳຄົນທີ່ເຮົາມອບໝາຍວຽກ ແລ້ວຊີ້ນຳ ໃຫ້ວຽກງານດຳເນີນຕໍ່ໄປ.

ເມື່ອໃດທ່ານຊຳນານວຽກນັ້ນ,​ ພວກເຮົາມັກຕັດສິນໃຈເຮັດດ້ວຍຕົນເອງ.ຄົນສ່ວນຫຼາຍໃຊ້ເວລາຫຼາຍເດືອນ ແລະ ຫຼາຍປີເພື່ອພັດທະນາທັກສະທີ່ເຮັດໃຫ້ພວກເຂົາກ້າວໜ້າ, ໄດ້ເລື່ອນຕໍ່າແໜ່ງ ແລະ ມີຄົນພາຍໃຕ້ການບັງຄັບບັນຊາຂອງຕົນ. ກັບດັກສໍາຄັນກໍ່ຄື ການເຮັດວຽກນີ້ໄດ້ດີເຮັດໃຫ້ເຮົາເກີດຄວາມຊີນເຄີຍ ແລະ ເຮັດໃຫ້ເຮົາກັບໄປເຮັດຕາມຄວາມຊິນເຄີຍຂອງເຮົາ ແລະ ການເຮັດວຽກທີ່ຄ້າຍຄືກັບວຽກເກົ່າທີ່ເຮົາເຄີຍເຮັດມາຕະຫຼອດ.

ກົດໃນທີ່ນີ້ບໍ່ໄດ້ຊັບຊ້ອນຫຍັງເລີຍ. ເຮົາຄວນມອບໝາຍວຽກທີ່ເຮົາທະນັດ ແລະ ສາມາດເຮັດໄດ້ຢ່າງງ່າຍດາຍໃຫ້ຄົນອື່ນເຮັດ ຈາກນັ້ນກໍ່ໄປເຮັດສິ່ງອື່ນ. ເຖິງວ່າວຽກນັ້ນໆ ຈະເປັນວຽກທີ່ເຮົາຊຳນານ ຈົນເຮັດໃຫ້ທ່ານ ກ້າວໜ້າ ແລະ ໄດ້ເລື່ອນຕໍ່ແໜ່ງ ຈາກການເຮັດວຽກນັ້ນ; ເຮົາກໍ່ຄວນສອນ ແລະ ສົ່ງຕໍ່ວຽກທີ່ເຮົາທະນັດໃຫ້ຄົນອື່ນ. ເລື່ອງສໍາຄັນທີ່ສຸດກໍ່ຄື ເຮົາບໍ່ຄວນເຮັດວຽກທີ່ງ່າຍ, ເຮັດສິ່ງທີ່ເຄີຍເຮັດເປັນປະຈໍາ ແລະ ສາມາດສອນໃຫ້ຄົນອື່ນເຮັດແທນໄດ້.

ໃຫ້ເຮົາຝຶກໃຊ້ “ກົດ 70 ເປີເຊັນ” ຖ້າຄົນອື່ນສາມາດເຮັດວຽກໄດ້ດີເທົ່າກັບ 70 ເປີເຊັນທີ່ເຮົາເຮັດ, ໃຫ້ເຮົາມອບໝາຍວຽກໃຫ້ກັບຄົນນັ້ນໄປ ປ່ອຍໃຫ້ຕົວເອງເຮັດແຕ່ວຽກທີ່ເຮົາເທົ່ານັ້ນທີ່ເຮັດໄດ້.

ຕາມທຳມະດາແລ້ວ ຄົນເຮົາມັກຈະມີນິໄສເຮັດວຽກທີ່ຕົນເອງມັກ ວຽກທີ່ເຮັດໃຫ້ເຮົາມາຢູ່ໃນຕໍາແໜ່ງໃນປະຈຸບັນ. ໂດຍທີ່ເຮົົາບໍ່ຮູ້ຕົວວ່າ ຈະບໍ່ຄິດເຮັດແນວໃໝ່ຈາກວຽກນັ້ນໆ,  ເກັບໄວ້ເຮັດຄົນດຽວ ທັ້ງທີ່ເຮົາຄວນມອບໝາຍງານທີ່ເຮົາທະນັດໃຫ້ຄົນອື່ນເຮັດ ເພື່ີອທີ່ເຮົາຈະໄດ້ເຮັດວຽກທີ່ຕ້ອງໃຊ້ຄວາມຄິດ ຄວາມສາມາດ ແລະ ທັກສະຫຼາຍຂຶ້ນ.

ວຽກດຽວ ອາດມີຫຼາຍວິທີເຮັດ. ການເອົາວຽກທີ່ເຮົາຖະໜັດໃຫ້ຄົນອື່ນເຮັດ ຈະເປັນການຮຽນຮູ້ວິທີເຮັດວຽກ ແບບໃໝ່. ອາດເປັນຕົວຢ່າງດີ ແລະ ບໍ່ດີ. ຫາກດີ, ທ່ານກໍ່ສາມາດນຳໃຊ້ໃນຄັ້ງຕໍ່ໄປ. ຫາກບໍ່ ກໍ່ຈະເປັັນບົດຮຽນ ແລະ ຮຽນຮູ້ວິທີດັດແກ້ບັນຫາ. ທີ່ສຳຄັນ, ການເຮັດວຽກເປັນທີມ ຕ້ອງໝາຍເຖິງການເພີ່ມຂີດຄວາມສາມາດຂອງຄົນ ພາຍໃນທີມງານ. ເມື່ອໃດສະມາຊິກໃນທີມມີຄວາມສາມາດໃກ້ຄຽງກັນ ກໍ່ຈະເຮັດໃຫ້ ປະສິດທິຜົນການເຮັດວຽກ ເປັນທີມ ມີບາດກ້າວໃໝ່ ໃນວຽກງານຕໍ່ໄປ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.