Norkhame
ຫຼົງທາງ ຫຼົງທາງ
ມີມື້ໜຶ່ງໄດ້ຫຼົງເຂົ້າງານຈັດຂື້ນໂດຍປະເທດເກົາຫຼີໃຕ້. ບັດເຊິນ ບອກລາຍລະອຽດຂອງງານ ຈັດພົບປະທຸລະກິດ ລາວ-ເກົາຫຼີໃຕ້ ຂື້ນທີ່ໂຮງແຮມແຫ່ງໜຶ່ງ. ແຕ່ຍ້ອນຊື່ໂຮງແຮມຄ້າຍຄືກັນ ຈິ່ງຫຼົງເຂົ້າງານປະເທດດຽວກັນຈັດຂື້ນຄົນລະບອນ. ຮູ້ສຶກຕົວກໍ່ຕອນກາງງານ. ບັງເອີນຍ້ອນໄປຊ້າ ຈິ່ງບໍ່ໄດ້ ອ່ານປ້າຍ ລະອຽດທີ່ງານພວກເພີ່ນເລີ່ມພິທີ ແລະ ມີການເສີບອາຫານ ຈິ່ງບໍ່ຢາກຖາມຄົນອື່ນ ແລ້ວຝ້າວຊອກບ່ອນນັ່ງ. ບາດຢູ່ ໆໄປຈົນ ກາງງານຈິ່ງຮູ້ວ່າມາຜິດແລ້ວ. ຂ້າພະເຈົ້າບໍ່ຢາກໃຊ້ຄຳເວົ້າວ່າ: ຜິດພາດ; ແຕ່ຖືເປັນການຫາປະສົບການ. ຄວາມຜິດພາດ... ຫຼົງທາງ

ມີມື້ໜຶ່ງໄດ້ຫຼົງເຂົ້າງານຈັດຂື້ນໂດຍປະເທດເກົາຫຼີໃຕ້. ບັດເຊິນ ບອກລາຍລະອຽດຂອງງານ ຈັດພົບປະທຸລະກິດ ລາວ-ເກົາຫຼີໃຕ້ ຂື້ນທີ່ໂຮງແຮມແຫ່ງໜຶ່ງ. ແຕ່ຍ້ອນຊື່ໂຮງແຮມຄ້າຍຄືກັນ ຈິ່ງຫຼົງເຂົ້າງານປະເທດດຽວກັນຈັດຂື້ນຄົນລະບອນ. ຮູ້ສຶກຕົວກໍ່ຕອນກາງງານ. ບັງເອີນຍ້ອນໄປຊ້າ ຈິ່ງບໍ່ໄດ້ ອ່ານປ້າຍ ລະອຽດທີ່ງານພວກເພີ່ນເລີ່ມພິທີ ແລະ ມີການເສີບອາຫານ ຈິ່ງບໍ່ຢາກຖາມຄົນອື່ນ ແລ້ວຝ້າວຊອກບ່ອນນັ່ງ. ບາດຢູ່ ໆໄປຈົນ ກາງງານຈິ່ງຮູ້ວ່າມາຜິດແລ້ວ. ຂ້າພະເຈົ້າບໍ່ຢາກໃຊ້ຄຳເວົ້າວ່າ: ຜິດພາດ; ແຕ່ຖືເປັນການຫາປະສົບການ. ຄວາມຜິດພາດ ເປັນຜົນຈາກຄວາມບໍ່ລະອຽດ, ຄວາມບໍ່ລອບຄອບ, ຄວາມບໍ່ສະຫຼາດ ແລະ ຮູ້ເທົ່າບໍ່ເຖິງການ.

ທ່ານຈະໄດ້ຮູ້ວ່າ ຄົນທີ່ມີຄວາມສາມາດທີ່ສຸດທີ່ເຄີຍ ມີມາບໍ່ວ່າຈະເປັນສາຂາໃດ ກໍ່ຕ່າງມີປະສົບການທີ່ ເອີ້ນວ່າ: ຄວາມຜິດພາດມາແລ້ວ. ທ່ານ ໄອສະຕ໋າຍ, ນັກປະດິດດອກ ໄຟເວົ້າວ່າ: ຂ້າພະເຈົ້າບໍ່ໄດ້ພົບຄວາມລົ້ມເຫຼວ, ແຕ່ຄົ້ນພົບ 10,000 ຄັ້ງຂອງຄວາມຜິດພາດ. ບາງຄົນນັ້ນໃຫຍ່ຫຼາຍ. ພວກເພີ່ນ ຮຽນຮູ້ຫຍັງແດ່ຈາກຄວາມຜິດພາດ. ທ່ານເອງກໍ່ສາມາດລອງມາສັງເກດເບິ່ງປະກົດການໃນອາດີດ ທີ່ເຮັດໃຫ້ ທ່ານຍັງບໍ່ ທັນໄດ້ໄປໃນຈຸດທີ່ທ່ານຫວັງ.

ຫຼາຍຄົນໃຊ້ໂອກາດ ໃນການຮຽນຮູ້ ທັງໃນເວລາທີ່ສຳເລັດ ແລະ ບໍ່ປະສົບຜົນສຳເລັດເພື່ອ ຖອດຖອນບົດຮຽນ ແລະ ສ້າງສິ່ງດີໆຂື້ນມາຕໍ່ໆໄປ. ທ່ານ ຕ້ອງໄດ້ຮັບຄວາມຜິດພາດ, ຄວາມລົ້ມເຫຼວ ແລະ ຮຽນຮູ້ປັບຕົນເອງ. ບົດຮຽນດັ່ງກ່າວ ຈະເຮັດໃຫ້ທ່ານ ກາຍເປັນບຸກຄົນທີ່ມີລັກສະນະສະເພາະຕົວ, ແລະ ມີຄົນປະສົບຜົນສຳ ເລັດຫຼາຍໆຄົນໄດ້ຮຽນຮູ້ຈາກຄວາມຜິດພາດ. ສິ່ງທີ່ພວກເພີ່ນຮຽນຮູ້ມີດັ່ງນີ້:
1. ຄວາມຜິດພາດສອນໃຫ້ຄົນຮູ້ຈັກທົບທວນສິ່ງທີ່ພວກເພີ່ນຕ້ອງການແທ້ໆ ແລະ ຄົ້ນພົບວິທີຜ່ານຜ່າ
ຄວາມໝາຍຂອງຄຳເວົ້າ “ຜິດພາດ” ປຽບສະເໜືອນການຕໍ່ສູ້ເພື່ອ ຄວາມຕ້ອງການຂອງທ່ານ, ປຽບສະເໜືອນສິ່ງທີ່ ທ່ານເຫັນຄວາມສຳເລັດໃນຕໍ່ໜ້າ. ການສັງເກດ ແລະ ຍອມຮັບຄວາມຜິດພາດ ຊ່ວຍເຮັດໃຫ້ ທ່ານເຂົ້າສຳພັດກັບຄວາມ ມຸ້ງໜັ້ນ ໃນສິ່ງທີ່ທ່ານຕ້ອງການເປັນແທ້ໆ, ສິ່ງທີ່ຕ້ອງການເຮັດແທ້ໆ, ແລະ ສິ່ງທີ່ທ່ານຕ້ອງການມີແທ້ໆ. ຄວາມຜິດພາດ ປຸກພວກເພີ່ນຕືນມາຈາກຄວາມເມື່ອຍລ້າ ແລະ ກຽດຄ້ານ ເພື່ອມາຕັ້ງໜ້າເຮັດໃນສິ່ງທີ່ ເຊື່ອວ່າຈະປັບປຸງວຽກງານໃຫ້ດີຂື້ນ. ຄວາມເຄັງຮ້ອນໃນການປັບປຸງຕົນເອງ ເຮັດໃຫ້ທ່ານສາມາດຕັ້ງເປົ້າໝາຍຫາບັນຫາ ຫຼື ຂົງເຂດທີ່ທ່ານເຫັນວ່າຍັງ ບໍ່ທັນເຮັດໄດ້ດີ. ການສຶກສາເພື່ອຊອກຫາທາງອອກ, ການດັດປັບເພື່ອໃຫ້ໄດ້ສິ່ງທີ່ທ່ານຕ້ອງການ ຫຼື ຄາດຫວັງ ຫຼື ກວດ ສອບຄືນຄຸນຄ່າຂອງຕົນເອງ ຫຼື ເປົ້າໝາຍທີ່ສາມາດເຮັດໃຫ້ທ່ານກ້າວເຂົ້າຫາໄດ້ຢ່າງຊັດເຈນຂື້ນ.
2. ຄວາມຜິດພາດສອນໃຫ້ຮັກຕົນເອງຫຼາຍຂື້ນ
ຄົນປະສົບຜົນສຳເລັດ ຈະບໍ່ຕຳນິ ຫຼື ຊຳ້ເຕີມຕົນເອງຈັກເທື່ອໃນເວລາເຮັດຜິດພາດ. ໃນເວລາເຮັດຜິດ ພວກເພີ່ນຈະຍັງຊົມ ເຊີຍຕໍ່ກັບຄວາມກ້າ ແລະ ການອຸດທິຕົນເອງເພື່ອເຮັດວຽກ. ກົງກັນຂ້າມພວກເພີ່ນ ຍັງຍີ້ມຫົວ ໄດ້ກັບຄວາມຜິດທີ່ເກີດຂື້ນ ແລະ ພະຍາຍາມຊອກຫາຫົນທາງແກ້ໄຂສະເໜີ. ຂ້າພະເຈົ້າພົບຫຼາຍໆຄົນ ທີ່ມັກໃຫ້ໂທດຕົນເອງ ຫຼື ຕຳນິຄົນອື່ນໆ. ພຶດຕິ ກຳດັ່ງກ່າວ ເປັນການເຮັດໃຫ້ຕົນເອງປະລາໄຊໃນຕົວ ແລະ ເຮັດໃຫ້ຕົນເອງ ບໍ່ຢາກສຶບຕໍ່ເຮັດວຽກອີກຕໍ່ໄປ. ຖ້າຫາກທ່ານ ເປັນຄົນທີ່ຮັກ ແລະ ເປັນຫວ່ງ ຕົນເອງ,ຈົງຮັກຕົນເອງຫຼາຍຂື້ນໃນເວລາທີ່ເຮັດຜິດ ແລະ ມີປັນຫາ. ທ່ານ ອາດຕ້ອງໄດ້ໃຊ້ເວລາໃນການທົບທວນ ແລະ ຊອກຫາເວລາໃນການພັກຜ່ອນ ຈັກຊ່ວງເວລາໃດໜຶ່ງ.
3. ຄວາມຜິດພາດສອນໃຫ້ຮູ້ຈັກຍອມຮັບຄວາມລົ້ມເຫຼວ ແລະ ປະເຊີນໜ້າກັບຄວາມຢ້ານກົວ
ຄວາມຜິດພາດເກີດຂື້ນໄດ້ ເຖິງວ່າໃນເວລາທີ່ເຮັດວຽກຢ່າງເຕັມທີ່. ທ່ານອາດພະຍາຍາມເຮັດທຸກສິ່ງທຸກຢ່າງທີ່ເຮັດ ໄດ້ ເພື່ອໃຫ້ໄດ້ໃນສິ່ງທີ່ຫວັງ ແຕ່ກໍ່ຍັງລົ້ມເຫຼວ ເປັນຫຼາຍໆຄັ້ງນັບບໍ່ຖ້ວນ. ໃນເມື່ອສິ່ງນີ້ເກີດຂື້ນ ອາດເຮັດໃຫ້ທ່ານຕົກໃນຂຸມຂອງຄວາມຜິດຫວັງ. ປະເຊີນໜ້າກັບບັນຫາ ຫຼາຍໆຄັ້ງອາດເຮັດໃຫ້ທ່ານເຂົ້າໄປຢູ່ກັບຄວາມຢ້ານກົວ. ແຕ່ເມື່ອທ່ານຢູ່ກັບ ຄວາມຢ້ານທີ່ເກີດຂື້ນກັບທ່ານ ຈະເຮັດໃຫ້ຄວາມຢ້ານທີ່ມີມາແຕ່ກ່ອນນັ້ນຫາຍໄປ. ອາດເຮັດໃຫ້ ທ່ານຮັບຮູ້ວ່າບໍ່ສາມາດ ເຮັດຄົນດຽວໄດ້ອີກ ເຊິ່ງອາດຈະເປັນຫົນທາງໃນການເພີ່ມ ໂອກາດໃຫ້ແກ່ຕົນເອງ ໂດຍ ເປີດປະຕູອອກຊອກຫາຄົນກຸ່ມອື່ນໆ, ເຄື່ອງມື ແລະ ຫົນທາງຕ່າງໆ ເພື່ອເຂົ້າມາຊ່ວຍເຫຼືອທ່ານ.
4. ຄວາມຜິດພາດສອນກ່ຽວກັບຕົວຕົນເອງ ແລະ ສອນໃຫ້ຮູ້ຈັກຍອມຮັບຄວາມຈິງ
ເປັນທຳມະດາທີ່ຄົນເຮັດຜິດມັກຈະປົກປິດ ຫຼື ຈົມໄປກັບບັນຫາ. ຫຼື ອາດຮູ້ສຶກຢາກມີເຄື່ອງມື ລົບລ້າງຄວາມຜິດ ຫຼື ຍົກ ຄວາມຜິດພາດນັ້ນອອກໄປ. ແຕ່ການຍອມຮັບຄວາມຜິດພາດ ຈະເຮັດໃຫ້ຕົນເອງໄດ້ຊອກຮຽນ ຮູ້ດ້ວຍຕົນເອງ ວ່າຍັງມີຈຸດ ໃດແດ່ທີ່ຕ້ອງໄດ້ປັບປຸງ. ພຶດຕິກຳດັ່ງກ່າວ ຈະເປັນການຍົກລະດັບຄວາມສາມາດຂອງຕົນເອງ. ປຽບສະເໜື່ອນເບິ່ງຕົນເອງ ໃນແວ່ນແຍງ ເຊິ່ງທ່ານຈະເຫັນຕົວຕົນທີ່ແທ້ຈິງສະເໜີ. ຖ້າຫາກທ່ານຕ້ອງການບອກ ຄວາມຜິດພາດຂອງຕົນເອງໃຫ້ຄົນ ຮັກໄດ້ຮູ້ຈັກ ຈະເປັນການເຮັດໃຫ້ຄົນໆນັ້ນ ເຫັນຄວາມບໍ່ສົມບູນແບບ ແລະ ຕົວຕົນທີ່ແທ້ຈິງຂອງທ່ານເອງ, ທັງຍັງຈະເປັນ ການເປີດຕົນເອງຮັບຮູ້ຄວາມເຂີນອາຍ, ຄວາມອ່ອນແອ, ແລະ ຄວາມບໍ່ສົມບູນແບບເຊິ່ງກໍ່ມີກັນໝົດກັບທຸກໆຄົນ. ຈາກຈຸດ ນັ້ນຈະເຮັດໃຫ້ທ່ານມີຄວາມຕັ້ງໃຈ ໃນການຮຽນຮູ້ ແລະ ຈະຍິງເຕີບໃຫຍ່ຂື້ນເລື້ອຍໆ.
5. ຄວາມຜິດພາດສອນໃຫ້ຮູ້ຈັກຄຶດຕຶກຕອງ ແລະ ມີຄຳເຫັນ ກ່ຽວກັບສິ່ງທີ່ເປັນຜົນ ແລະ ບໍ່ເປັນຜົນ
ຄວາມຜິດພາດປຽບສະເໜື່ອນເຄື່ອງກວດສອບທີ່ແທ້ຈິງ. ໃນເວລາທີ່ທ່ານມີປະສົບການ ອັນເປັນຜົນມາຈາກຄວາມຜິດ ພາດແລ້ວ, ທ່ານຈະມີຂໍ້ຄວາມທີ່ຊັດເຈນກ່ຽວກັບ ຄວາມພະຍາຍາມໃນການເຮັດສິ່ງໃດໜຶ່ງ ທີ່ຍັງບໍ່ທັນກໍ່ຜົນໄດ້ຮັບອັນດີ ເທື່ອ. ສິ່ງທີ່ໄດ້ຮັບຈາກການເຮັດຜິດພາດອາດຈະເປັນສິ່ງທີ່ສະເພາະເຈາະຈົງທີ່ສຸດ, ສະແດງໃຫ້ເຫັນສິ່ງ ທີ່ທ່ານກຳລັງ ເຮັດຢູ່ ເຊິ່ງຈະເປັນເຂັມທິດຊີ້ບອກໃຫ້ທ່າໄດ້ດີໃນຕໍ່ໜ້າ. ຫຼາຍໆຄັ້ງພວກທ່ານອາດຈະ ກວດຄືນຄວາມຜິດພາດ ເພື່ອກວດ ສອບເບິ່ງພຶດ ຕິກຳຄວາມໜ້າເຊື່ອຖື ໃນສິ່ງທີ່ທ່ານເຮັດ, ເວົ້າ ແລະ ຄິດເປັນຫຼາຍຄັ້ງຫຼາຍຫົນ. ໃນເມື່ອເບິ່ງຈຸດໆນັ້ນ ແລະ ປັບປ່ຽນພຶດຕິກຳ ພວກທ່ານອາດຈະພົບຫົນທາງໃນຂົງເຂດອື່ນໆ ເຊິ່ງອາດປ່ຽນແປງຊີວິດຂອງທ່ານໃນທາງທີ່ດີຂື້ນ. ສິ່ງທີ່ ຈະໄດ້ຮັບຜົນປະໂຫຍດ ຈາກຄວາມຜິດພາດໄດ້ຫຼາຍທີ່ສຸດ ຄືການກວດສອບເບິ່ງອົງປະກອບຂອງຄວາມຜິດພາດດ້ວຍ ການຖາມຄຳຖາມວ່າ: ຂ້ອຍຈະ ໃຊ້ປະສົບການນີ້ໄດ້ແນວໃດ? ຂ້ອຍຈະເຮັດຕ່າງຈາກນີ້ໄດ້ແນວໃດໃນຄັງໜ້າ? ໃນອານາຄົດ ຂ້ອຍຈະເຮັດໄດ້ແນວໃດດີ ຂື້ນກວານີ້? ຄຳຖາມດັ່ງກ່າວ ຈະເປັນການນຳພາໄປສູ່ການຄົ້ນພົບທາງອອກທີ່ຄາດບໍ່ເຖິງ.
6. ຄວາມຜິດສອນໃຫ້ຄົນຮູ້ຮັບຜິດຊອບຫຼາຍຂື້ນ
ບາງຄັ້ງພຶດຕິກຳຂອງຄົນ ມັກເບິ່ງເຫັນຄວາມຜິດພາດມາຈາກຄົນອື່ນໆ: “ມັນບໍ່ແມ່ນຄວາມຜິດຂອງຂ້ອຍ” ຫຼື “ເຈົ້າບໍ່ເຄີຍ ບອກຂ້ອຍແນວນັ້ນເລີຍ” ຫຼື ຄົນມັດເວົ້າກັນຫຼາຍໆຄົນ “ຂ້ອຍບໍ່ຄິດວ່າສິ່ງນັ້ນກ່ຽວຂ້ອງກັບຂ້ອຍເລີຍ”. ສິ່ງທີ່ຕ້ອງໄດ້ເຮັດ ກ່ອນອື່ນໝົດກໍ່ຄືຕ້ອງໄດ້ ເບິ່ງບົດບາດຂອງຕົນເອງທີ່ທ່ານມີສ່ວນຮ່ວມກັນກັບຄວາມຜິດພາດດັ່ງກ່າວ. ການມີຄວາມຮັບ ຜິດຊອບກັບຄວາມຜິດພາດເປັນສິ່ງທີ່ບໍ່ມ່ວນຊື່ນປານໃດ. ແຕ່ການກະທຳໃນຈຸດດັ່ງກ່າວ ຈະເຮັດໃຫ້ຄົນເຫັນສິ່ງທີ່ທ່ານສາ ມາດເຮັດໄດ້ແຕກຕ່າງໃນຄັ້ງໜ້າ. ການກວດສອບເບິ່ງບົດບາດດັ່ງກ່າວ ຈະເປັນການກ່າວເຕືອນພວກທ່ານວ່າ ຈະເລືອກ ຫົນທາງໃດ ແລະ ຈະມີກິດຈະກຳໃດແດ່ ເພື່ອສືບຕໍ່ເຮັດວຽກໃຫ້ມີຄຸນນະພາບຊີວິດທີ່ດີຂື້ນ.
7. ຄວາມຜິດພາດສອນກ່ຽວກັບຄວາມຈົງຮັກພັກດີ
ຄວາມຜິດພາດມັກເກີດຂື້ນ ໃນເວລາທີ່ທ່ານສ້າງຄວາມຜູກມັດກັບສິ່ງໃດໜຶ່ງ, ມີການຍຶດໜັ້ນສູງ, ພະຍາຍາມຫຼົບຫຼີກ ຄວາມຂັດແຍ່ງ ຫຼື ບໍ່ໄດ້ຮັບຟັງຢ່າງລະອຽດຖີ່ຖ້ວນ. ຄວາມຜິດພາດໃຫຍ່ໆມັກເກີດຂື້ນຈາກຄວາມຜິດພາດເລັກໆນ້ອຍໆ. ເປັນໄລຍະເວລາໃດໜຶ່ງ, ການຕັດສິນໃຈຜິດພາດເລັກໆນ້ອຍໆອາດເຮັດໃຫ້ທຸລະກິດ ແລະ ເປົ້າໝາຍທ້ອນໂຮມກາຍເປັນ ເລື່ອງໃຫຍ່. ດັ່ງນັ້ນ ທ່ານຕ້ອງໄດ້ເລັ່ງເຫັນຄວາມສຳຄັນຂອງການຕັດສິນໃຈດ້ວຍຄວາມຈິງໃຈ ໃນການເຮັດວຽກແຕ່ລະ ວັນ. ຄວາມຜິດພາດອາດເປັນຜົນສະທ້ອນມາຈາກຄຳເວົ້າ ແລະ ການປະພຶດຂອງທີ່ບໍ່ກົງກັນ. ໃນກໍລະນີດັ່ງກ່າວ, ພວກ ທ່ານຕ້ອງໄດ້ກວດສອບຄືນຄວາມຕັ້ງໃຈຂອງຕົນເອງຕື່ມອີກ, ພິຈາລະນາຄືນຄວາມຕັ້ງໃຈ ແລະ ດັດປັບການຈັດຕັ້ງປະຕິ ບັດ.
8. ຄວາມຜິດພາດສອນໃຫ້ຕິດພັນກັບການດຳລົງຊີວິດຫຼາຍຂື້ນ –ດຳລົງຊີວິດຢ່າງເຕັມທີ່
ພວກທ່ານເປັນຫຼາຍກວ່າຄວາມຜິດພາດ. ທ່ານຄວນຈົດຈຳໄວ້ວ່າ ສິ່ງທີ່ເກີດຂື້ນໃນອະ ດີດບໍ່ແມ່ນສິ່ງກຳນົດສະຕາກຳ ຂອງທ່ານຫຼື ຈຸດຈົບໃນອານາຄົດ. ໃຫ້ທ່ານຈົດຈຳໄວ້ວ່າ: ພວກທ່ານຕ່າງກໍ່ມີໂອກາດຈະເຮັດວຽກໄດ້ເຕັມທີ່ ຕໍ່ກັບສິ່ງໄໝ່ໆ ໃນອານາຄົດ. ຫຼາຍໆຄົນໃນເວລາພົບປະຄວາມຜິດພາດຄັ້ງຍິງໃຫຍ່ແລ້ວ ມັກຈະທໍ້ແທ້ ແລະ ຍົກເລີກ. ໃນທາງກັບກັນ, ທ່ານຄວນໃຊ້ປະສົບການຂອງຄວາມລົ້ມເຫຼວ ເພື່ອເປັນຫຼັການໃນການອ້າງອີງ ການເຕີບໃຫຍ່, ຄວາມກ້າສ່ຽງ ແລະ ການ ດີ້ນຮົນເພື່ອໃຫ້ໄດ້ໃນສິ່ງທີ່ທ່ານຫວັງ. ຄວາມຜິດພາດເຮັດໃຫ້ທ່ານຈົດຈຳວ່າ ກ່ອນຈະໄດ້ສິ່ງໃດໜຶ່ງມານັ້ນ ຄວາມສ່ຽງ ເປັນສິ່ງແນ່ນອນ ແລະ ຈະບໍ່ມີສິ່ງໃດໄດ້ມາແບບງ່າຍໆ.
9. ຄວາມຜິດພາດເຮັດໃຫ້ທ່ານສາມາດເປັນແຮງບັນດານໃຈໃຫ້ກັບຄົນອື່ນໆ
ຄົນຫຼາຍໆຄົນຈະມີແຮງບັນດານໃຈ ຈາກການໄດ້ຮັບຟັງຄວາມກ້າຫານຂອງຄົນໃດໜຶ່ງ. ຖ້າຫາກທ່ານເລົ່າເລື່ອງໃນການ ຜ່ານຜ່າອຸປະສັກ ໃຫ້ແກ່ຄົນອື່ນໄດ້ຮັບຝັງ. ພວກຄົນເລົ່ານັ້ນ ອາດຕັດສິນໃຈເລືອກດຳລົງຊີວິດທີ່ແຕກຕ່າງ. ຖ້າຫາກຊາຍ ສູບຢາຄົນໜຶ່ງທີ່ເລົ່າປະສົບການຫຼອດຕາຍຈາກໂລກມະເຮັງປອດ ມາເວົ້າປະສົບການ ແລະ ການຢຸດສູບຢາ ໃຫ້ແກ່ຄົນຝັງ ຈະເຮັດໃຫ້ຄົນທີ່ສູບຢາ ແລະ ໄວໜຸມທີ່ກຳລັງສູບຢາມີຄວາມສົນໃຈຫຼາຍຂື້ນ. ຄົນຈະບໍ່ມີຄວາມສົນໃຈການເວົ້າຈາຂອງຄົນ ທີ່ບໍ່ມີບັນຫາຫຍັງເຂົ້າມາທ້າທາຍເລີຍ.

ຖ້າຫາກທ່ານເປັນພໍ່-ແມ່, ທ່ານຄວນສອນໃຫ້ລູກຂອງທ່ານຍອມຮັບຄວາມຜິດ ພາດ ຍ້ອນວ່າເຫດການຜິດພາດຈະເຮັດ ໃຫ້ຄົນມີການພັດທະນາ ແລະ ເຫັນຄວາມຜິດພາດເພື່ອຈະເຮັດໄດ້ດີຂື້ນໃນຕໍ່ໜ້າ. ສິ່ງນີ້ເປີດໂອກາດໃຫ້ມີການສົນທະນາໃນ ຫຼາຍໆບັນຫາ ຫຼື ອາດຮ່ວມກັນຊອກຫາຊ່ອງທາງໃນ ການແກ້ໄຂຮ່ວມກັນໃນຕໍ່ໜ້າ. ການເຮັດສິ່ງນັ້ນຮ່ວມກັນເປັນປະຈຳ ຈະຊ່ວຍໃຫ້ບົດຮຽນ ແລະ ສ້າງອິດທິພົນໃຫ້ຄົນໃກ້ຕົວໄດ້ເຮັດແນວດີໆຂື້ນໄປ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.